ຖນົນຜ່ານ ມ.ກາສີ ຫາ ມ.ນ່ານ ກໍາລັງ ກໍ່ສ້າງ

ທາງການລາວ ເຕືອນ ປະຊາຊົນ ທີ່ຈະເດີນທາງໄປ ແຂວງ ຫຼວງພຣະບາງ ຜ່ານທາງ ເມືອງກາສີ ຫາ ເມືອງນ່ານ ໃຫ້ໄປຕາມ ເວລາທີ່ ຖນົນດັ່ງກ່າວ ເປີດໃຫ້ສັນຈອນ ຍ້ອນ ມີການກໍ່ສ້າງ.

ການກໍ່ສ້າງເສັ້ນທາງ ເມືອງກາສີ ຫາ ເມືອງນ່ານ RFA/MS

ເຈົ້າໜ້າທີ່ຜແນກໂຍທາທິການແລະຂົນສົ່ງ ແຂວງຫລວງພຣະບາງ ແຈ້ງເຕືອນປະຊາຊົນ ຜູ້ທີ່ຈະເດີນທາງ ຂຶ້ນເໜືອລົງໃຕ້ ທີ່ຕ້ອງຜ່ານ ເສັ້ນທາງ ຣະຫວ່າງ ເມືອງກາສີ ແລະ ເມືອງນານວ່າ, ປັດຈຸບັນ ກໍາລັງມີການ ສ້ອມແປງ ຢູ່ຈຸດ ທີ່ມີດິນເຈື່ອນ ແລະຈະປິດ ເສັ້ນທາງ ດັ່ງກ່າວ ເປັນຣະຍະ ຣະຍະ ເພື່ອປະຕິບັດວຽກງານ, ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ເມືອງກາສີ ແຂວງວຽງຈັນ ກ່າວ ໃນວັນທີ່ 30 ມົກຣາ ນີ້ວ່າ:

“ປະມານ 10 ໂມງກໍເປິດເປັນຣະຍະໆ ໄດ້ໄປລໍຢູ່ຫັ້ນ ນ້ອຍນຶ່ງ ແລ້ວເຂົາເປິດມື້ນື່ງ 2 ເທື່ອ ກໍມີປ້າຍເຕືອນແມ່ນຫຍັງ ຫັ້ນແຫຼະ ແລ້ວກໍ ຕົວຢ່າງວ່າ ເຮັດວຽກ 8 ໂມງຫາ 10 ໂມງ ເຄິ່ງ ແລ້ວເຂົາກໍເປິດ ໃຫ້ຣົຖໄປ ເພາະວ່າ ເວລາຕັດດິນລົງມາແລ້ວ ດິນເຈື່ອນແລ້ວມັນກິດ ການສັນຈອນ ແລ້ວກໍປິດໄວ້ ເປັນຣະຍະຣະຍະ ແລ້ວໄປນີ້ໄປໄດ້ ແນວທາງເກົ່ານີ້ ມັນເຈື່ອນລົງແລ້ວ ຕັດແຕ່ຊ່ວງຈໍາເປັນ ເນື່ອງຈາກ ຂຍາຍແນວທາງ ມັນເຈື່ອນອອກ ແລ້ວກໍຕັດ ໃຫ້ມັນໄດ້ແນວທາງ ມັນຄືເກົ່ານັ້ນຫັ່ນນະ.”

ທ່ານກ່າວຕື່ມວ່າ ຣະຍະເວລາ ທີ່ຈະປິດເສັ້ນທາງເພື່ອການສ້ອມແປງ ແມ່ນຕາມເວລາດັ່ງນີ້: ຕອນເຊົ້າ 8:00 ຫາ 10.00 ໂມງ, 10:30 -12.00 ໂມງ, ຕອນບ່າຍ 1:00-3:00 ໂມງ ແລະ 3:30-5:00 ໂມງແລງ. ຈື່ງຂໍແຈ້ງມາຍັງ ປະຊາຊົນທີ່ນຳໃຊ້ ເສັ້ນທາງ ເສັ້ນດັ່ງກ່າວ ໃຫ້ເພື່ອເວລາໃນການເດີນທາງ ປະມານ 2 – 3 ຊົ່ວໂມງ ແລະໃຫ້ປະຊາຊົນ ເດີນທາງດ້ວຍຄວາມຣະມັດຣະວັງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org