ພະຍຸໝາກເຫັບ ມ.ສິງ ເສັຽຫາຍ ນັບລ້ານ

ເມືອງສິງ ແຂວງຫລວງນ້ຳທາ ເສັຍຫາຍ 300 ລ້ານກີບ ຈາກ ພະຍຸ ໝາກເຫບ

ພະຍຸໝາກເຫບ ພັດເຂົ້າ ເມືອງສິງ ແຂວງຫລວງນ້ຳທາ ໃນວັນ 29 ທັນວາ ທີ່ ຜ່ານມາ ເຮັດໃຫ້ມີ ຜູ້ເສັຽຊີວິດ 1 ຄົນ ແລະ ບາດເຈັບ 1 ຄົນ ຮູບຈາກ : ນັກຂ່າວພົລເມືອງ

ພະຍຸໝາກເຫບ ພັດເຂົ້າ ເມືອງສິງ ແຂວງຫລວງນ້ຳທາ ໃນວັນ 29 ທັນວາ ທີ່ ຜ່ານມາ ເຮັດໃຫ້ມີຜູ້ເສັຽຊີວິດ 1 ຄົນ ແລະ ບາດເຈັບ 1 ຄົນ ພ້ອມທັງສ້າງຄວາມເສັຽຫາຍ ຄິດເປັນມູນຄ່າ ປະມານ 300 ລ້ານກີບ. ເຮືອນຊານຂອງປະຊາຊົນ ໄດ້ຮັບຄວາມ ເສັຽຫາຍ 24 ຫລັງ ໂດຍສະເພາະ ຢູ່ບ້ານໂຮມໄຊ, ບ້ານໜອງບົວ ແລະ ບ້ານນາຄຳ.

ໃນເບື້ອງຕົ້ນ ປະຊາຊົນໄດ້ຮັບຄວາມຊ່ວຍເຫລືອ ປະເພດວັສດຸ ມຸງຫລັງຄາ ແລະອຸປກອນອື່ນໆ ຈາກທາງຫ້ອງການເມືອງສິງ, ເຈົ້າໜ້າທີ່ ເມືອງສິງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 2 ມົກກະຣາ ວ່າ:

"ກ່ຽວກັບຜົນກະທົບຂອງປະຊາຊົນ ກະທົບເລັກໆໜ້ອຍໆ ເນາະ ກະສາມາດທີ່ວ່າ ຈັດການແກ້ໄຂໄດ້ດີແລ້ວເນາະ ໄດ້ຊ່ວຍໃນການມຸງ ສັງກະສີ ໃນການເກັບມ້ຽນຫຍັງຕ່າງໆ ອຸປກອນທີ່ວ່າເສັຽຫາຍ ຈຳນວນນຶ່ງ ໄປຊ່ວຍເຫລືອຂະເຈົ້າເນາະ ກະຖືວ່າສຳເລັດ ໝົດເນາະ."

ນອກຈາກນີ້ ຍັງມີຜົລປູກ ຂອງປະຊາຊົນ, ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ:

"ພາກສ່ວນອື່ນ ກະຖືວາເສັຽຫາຍຫຼາຍເນາະ ໂດຍສະເພາະແມ່ນຜົລປູກຫຍັງຕ່າງໆ ບ້ານເຮືອນຂອງປະຊາຊົນ ຈຳນວນນຶ່ງສຳລັບໂຮງຮຽນ ບໍ່ມີຫຍັງເສັຽຫາຍເນາະ ກະມີເລັກໆໜ້ອຍໆ ກະພວກເຮົາສາມາດທີ່ວ່າອອກແຮງງານ ແກ້ໄຂກັນໄປໝົດແລ້ວເນີ."

ນອກຈາກນີ້ ຍັງມີເສົາໄຟຟ້າລົມເສັຍຫາຍຈຳນວນນຶ່ງຈາກພະຍຸໝາກເຫບ ທີ່ພັດມາທາງປະເທດໄທ ແລະ ພະມ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org