ຊາວບ້ານ ບໍ່ເຫັນພ້ອມ ການຂຸດຄົ້ນແຮ່ ຢູ່ເມືອງອະນຸວົງ: ຄວາມເຫັນ

ອະດີດເຈົ້າແຂວງ ແຂວງຊຽງຂວາງ ລະເມີດສັນຍາ ການລົງທຶນ ກິຈການສວນພູຄຳ, ຜົລຜລິດ ການກະເສຕລາວ ຂາຍບໍ່ອອກ ຍ້ອນການນຳເຂົ້າ ພືດ-ຜັກ ຈາກໄທຍ ແລະ ຈີນ, ຊາວບ້ານ ບໍ່ເຫັນພ້ອມ ການຂຸດຄົ້ນແຮ່ ຢູ່ເມືອງອະນຸວົງ.

ຮູບໂຕຢ່າງ ຮ່ອງຮອຍ ການຂຸດຄົ້ນ ແຮ່ທາດແຫ່ງນຶ່ງ ໃນແຂວງໄຊສົມບູນ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວບ້ານ ເມືອງອະນຸວົງ ແລະ ລ້ອງແຈ້ງ ບໍ່ເຫັນພ້ອມ ທີ່ຣັຖອະນຸຍາດ ໃຫ້ຈີນ ຂຸດຄົ້ນແຮ່, ຣັຖບານ ຂຶ້ນເງິນເດືອນ ໃຫ້ຣັຖກອນ ທ່າມກາງເງິນກີບເຟີ້ສູງ, ຜົລຜລິດ ການກະເສຕລາວ ໂດຍສະເພາະ ແມ່ນ ພືດຜັກຂາຍບໍ່ອອກ ຍ້ອນຜົນກະທົບ ຈາກຜັກ ທີ່ນຳເຂົ້າຈາກໄທຍ ແລະ ຈີນ, ອະດີດເຈົ້າແຂວງ ແຂວງຊຽງຂວາງ ລະເມີດສັນຍາ ການລົງທຶນ ກິຈການ ສວນພູຄຳ ດ້ວຍການລຶບລ້າງ ສັນຍາ ສັມປະທານ ໃນໄລຍະ 50 ປີ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ໋ຽວກັບ ຂ່າວ “ຊາວບ້ານ ເມືອງອະນຸວົງ ແລະ ລ້ອງແຈ້ງ ບໍ່ເຫັນພ້ອມທີ່ຣັຖອະນຸຍາດ ໃຫ້ຈີນ ຂຸດຄົ້ນແຮ່.”

ເຫັນດີ ຕາມປະຊາຊົນ ອານຸລັກ ທຳມະຊາດໄວ້ ເພື່ອຟື້ນຟູ ປະເທດຊາດລາວ ບໍ່ໃຫ້ຕິດຫນີ້ ປະເທດເພື່ອນບ້ານ ເດັດຂາດ ບໍ່ໃຫ້ທຳລາຍທຳມະຊາດ ຂອງລາວເຮົາ ທຸກແຫ່ງຫົນ ທີ່ ບໍ່ສົມເຫດສົມຜົນ...

ມີຄວາມຈິງ ຄື ປະຊາຊົນ ໄດ້ສະເຫນີນີ້ ໂດຍຫຍໍ້ແທ້, ຊ່ວຍກັນແກ້ໄຂ ໃຫ້ຖືກຕ້ອງດ້ວຍດີ ທຸກໆ ພາກສ່ວນ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org