ຊາວເມືອງງອຍ 41 ຄອບຄົວ ຍັງລໍຖ້າ ການຊ່ອຍເຫຼືອ
ປະຊາຊົນເມືອງງອຍ ແຂວງຫລວງພຣະບາງ 41 ຄອບຄົວ ທີ່ດິນເຈື່ອນທັບເຮືອນ ມີຄວາມລໍາບາກຫຼາຍ ແລະ ລໍຖ້າການຊ່ອຍເຫຼືອ.
-
ຈຳປາທອງ
2018-09-30 -
-
-
Your browser doesn’t support HTML5 audio
ປະຊາຊົນ 41 ຄອບຄົວ ຢູ່ເມືອງງອຍ ແຂວງຫລວງພະບາງ ທີ່ໄດ້ຮັບຜົລກະທົບ ຍ້ອນດິນເຈື່ອນ ທັບເຮືອນ ແລ້ວໄດ້ຍ້າຍໄປຢູ່ ຕູບນ້ອຍ ທີ່ທາງການລາວ ປຸກໃຫ້ຢູ່ຊົ່ວຄາວນັ້ນ ມີຊີວິດການເປັນຢູ່ ລໍາບາກຫຼາຍ. ຂາດເຂີນ ທັງເຂົ້າສານ, ອາຫານ, ນໍ້າດື່ມ ແລະ ທັງເຄື່ອງໃຊ້ ທີ່ຈໍາເປັນ, ດັ່ງເຈົ້າໜ້າທີ່ ເມືອງງອຍ ທີ່ຮັບຜິດຊອບ ກ່ຽວກັບເຣຶ່ອງນີ້ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ກັນຍານີ້ວ່າ:
"ຂາດເຂີນ ເປັນຕົ້ນກະຢາກໄດ້ ທັງເປັນເຂົ້າສານ ເປັນອັນນັ້ນແຫລະ, ເຄຶ່ອງຫົ່ມ ເຄຶ່ອງນອນ ສ່ວນຫລາຍ ຢູ່ຕູບນ້ອຍ ເອົາສັງກະສີມາ ແລ້ວຕັ້ງຕູບນ້ອຍຢູ່ ຢູ່ໃນຕູບນ້ອຍ ເປັນຊົ່ວຄາວ ໄປຈົນກວ່າ ຈະມີງົບປະມານ ສ້າງເຮືອນດີ ເຮືອນຫຍັງ."
ທ່ານກ່າວຕື່ມອີກວ່າ ຫລັງຈາກ ໄດ້ຮັບຄໍາຮ້ອງຮຽນ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບນັ້ນ ແລ້ວທາງຄະນະຮັບຜິດຊອບ ກໍໄດ້ຂຽນໜັງສື ສເນີໄປ ຍັງອໍານາດການປົກຄອງ ແຂວງຫລວງພຣະບາງ ຂໍເຂົ້າສານ, ອາຫານ, ນໍ້າດື່ມ ແລະ ເຄຶ່ອງໃຊ້ ທີ່ຈໍາເປັນ ໃຫ້ພວກເຂົາເຈົ້າຕື່ມ ແລະ ທັງໄດ້ສເນີ ຂໍງົບປະມານ ສ້າງບ້ານຈັດສັນ ແລະ ສ້າງທາງໄປໃຫ້ ແຕ່ມາເຖິງປັດຈຸບັນ ຍັງບໍ່ທັນໄດ້ຮັບ ຄໍາຕອບເທື່ອ.
ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບ ເຣຶ່ອງທີ່ວ່ານີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງຫ້ອງວ່າ ການປົກຄອງແຂວງຫລວງພະບາງ, ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ສຽງທ່ານນຶ່ງວ່າ ປັດຈຸບັນ ທາງແຂວງ ກໍາລັງຫາ ງົບປະມານ ສ້າງບ້ານຈັດສັນ ໃຫ້ປະຊາຊົນຢູ່.