ພັຍຖ້ວມ ພັຍແລ້ງ ຄຸກຄາມ ປະເທດລາວ
ອຸນຫະພູມ ສະເລັ່ຽ ໃນປະເທດລາວ ສູງຂຶ້ນ ມີຝົນຕັກ ແລະ ພະຍຸຮຸນແຮງ ຫຼາຍຂຶ້ນກວ່າ ແຕ່ກ່ອນ ເຊິ່ງພັຍພິບັດ ທາງທັມມະຊາດ ນີ້ເຮັດໃຫ້ການ ດຳຣົງຊີວິດ ຂອງປະຊາຊົນລາວ ຕົກຢູ່ໃນຄວາມສ່ຽງ.
-
ໄຊຍາ
2021-06-25 -
-
-
Your browser doesn’t support HTML5 audio
ນັກສິ່ງແວດລ້ອມໃນລາວ ໄດ້ອອກບົດຣາຍງານ ໂດຍໄດ້ຣະບຸວ່າ ອຸນຫະພູມໃນລາວ ສູງຂຶ້ນ, ມີຝົນຕົກ ແລະ ພະຍຸຮຸນແຮງຫຼາຍ ຂຶ້ນກວ່າແຕ່ກ່ອນ ອັນສົ່ງຜົລໃຫ້ມີພັຍແຫ້ງແລ້ງ, ພະຍຸ ແລະ ພັຍນໍ້າຖ້ວມ ທີ່ຄຸກຄາມ ທີ່ເກີດຈາກທັມມະຊາດ ເນື່ອງຈາກມີການ ປ່ຽນແປງ ຂອງພູມອາກາດໃນລາວ ແລະ ມີແນວໂນ້ມຈະສືບຕໍ່ ແລະ ອາດຈະຮຸນແຮງຂື້ນເຣື້ອຍໆ.
ພັຍພິບັດທັມມະຊາດ ທີ່ເກີດຂຶ້ນໃນລາວ ໃນໄລຍະ 5 ປີ ຜ່ານມາຕ່າງກໍມີຜົລກະທົບ ຢ່າງຮຸນແຮງຕໍ່ການໃຊ້ຊີວິດຂອງປະຊາຊົນ ລາວ. ເຊິ່ງມັນໄດ້ທໍາຣາຍຜົລຜລິດ ຂອງຊາວກະສິກອນ ແລະ ຊັບສິນຂອງປະຊາຊົນເສັຽຫາຍ ພ້ອມທັງຂາດນໍ້າກິນນໍ້າໃຊ້ ແລະ ມີການແຜ່ຣະບາດຂອງເຊື້ອພຍາດ ໃຫ້ທັງຄົນ ແລະສັດ.
ດັ່ງ, ພັຍທັມມະຊາດ ທີ່ເກີດຂຶ້ນ ເມື່ອວັນທີ 14 ມິຖຸນາ ຜ່ານມາ ອິດທິພົລຂອງພະຍຸໝູນເຂດຮ້ອນ ໂຄກູມະ ພັດຜ່ານເຂົ້າ ລາວ ພາຍໃນສອງວັນ ສົ່ງຜົລໃຫ້ເມືອງວັງວຽງ ແຂວງວຽງຈັນ, 8 ເມືອງ ຂອງແຂວງໄຊຍະບູລີ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ເກີດນໍ້າຖ້ວມ ກະທັນຫັນ ເຊິ່ງມັນໄດ້ສ້າງຜົລເສັຽຫາຍ ຕໍ່ເຂດນໍ້າຖ້ວມ ດັ່ງກ່າວ ຢ່າງໜັກໜ່ວງ.
ດັ່ງຜູ້ປະກອບການ ເຮືອນພັກແຄມນໍ້າຊອງ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 15 ມິຖຸນາ ຜ່ານມາ ຝົນຕົກຕິດຕໍ່ກັນຫຼາຍມື້ນໍ້າຊອງ ເພີ່ມຣະດັບຂຶ້ນຢ່າງໄວວາ ແລ້ວໄຫຼເຂົ້າຖ້ວມເ ຮືອນຊານປະຊາຊົນ ຢ່າງຮຸນແຮງ ໂດຍທີ່ປະຊາຊົນບໍ່ໄດ້ຕຽມຫຍັງ ສ່ວນກິຈການ ຂອງຜູ້ກ່ຽວກໍເສັຽຫາຍ ເກືອບທັງໝົດ ແລະ ກໍຕ້ອງການໃຫ້ທາງການ ມາຊ່ອຍເຫຼືອເຣື່ອງທຶນ ເພື່ອ ມາຟື້ນຟູກິຈການ.
"ອູ້ ແຮງເດ້ເຈົ້າ ແບບນໍ້າທຽມແບບນໍ້າໂຕນ ນໍ້າມາເລີຍຫັ້ນນ່າ. ມັນບໍ່ແມ່ນມັນຍຶ່ງໄດ໋ ຄັນມັນຍຶ່ງນີ້ກາບໍ່ຢ້ານເນາະ ນໍ້າມັນແຮງ ມັນສ້ຽວຢູ່ນຳກັນ 4 ຄົນ ລະແມ່ນບໍ່ປະກັນນ່າ ໄດ້ຈັບມື ຈູງກັນຮັກສາຊີວິດໄວ້ ໄດ້ຜ່ານນໍ້າຫັ້ນນ່າ. ມັນຕ້ອງໄດ້ຍ້າຍຈາກຫຼັງນີ້ ມາຢູ່ຫຼັງນີ້ ຫ້ອງນອນກາຖ້ວມເດ້ເນາະ ຊົ່ວສິຜ່ານໍ້ານັ້ນມາໄດ້ ກາບໍ່ແມ່ນງ່າຍ 4 ຄົນ ຈ່ອງກັນ. ຢາກໃຫ້ເພິ່ນ ຊ່ອຍເນາະ ເຖິງ ວ່າບໍ່ຊ່ອຍທັງໝົດ ກໍເຮົາກໍເຫັນໃຈ ພັກ-ຣັຖ ຄືກັນຫັ້ນແຫຼະ ເພາະວ່່າຄົນຫຼາຍຄົນ ເພິ່ນກາເສັຽຫາຍຄືກັນ."
ເຫດການນໍ້າຖ້ວມ ເມືອງວັງວຽງ ທ່ານ ບຸນຈັນ ມາລະວົງ ເຈົ້າເມືອງວັງວຽງ ໄດ້ຣາຍງານຜົລເສັຽຫາຍ ເມື່ອວັນທີ 14 ມິຖຸນາ ວ່າ ນໍ້າຊອງ ໄດ້ເພີ່ມຣະດັບຂຶ້ນ ໄຫຼເຂົ້າຖ້ວມເຮືອນ ປະຊາຊົນ ຕາມແຄມນໍ້າຊອງ ແລະ ເທສບານເມືອງ ແຕ່ເວລາ 03 ໂມງ ຂອງ ຕອນເຊົ້າວັນທີ 14 ມິຖຸນາ ໂດຍມີ 7 ບ້ານ ທີ່ຖືກນໍ້າຖ້ວມເຊັ່ນ ບ້ານຫ້ວຍແຍ້, ວັງຊອງ, ຫ້ວຍງາມ, ວຽງໄຊ, ຂັນໝາກ, ສວ່າງ ແລະ ເມືອງຊອງ. ສ່ວນຜົລເສັຽຫາຍ ຍັງບໍ່ສາມາດປະເມີນໄດ້ ແຕ່ ທາງເມືອງວັງວຽງ ຈະເລັ່ງຟື້ນຟູພື້ນຖານ ການຜລິດຂອງ ປະຊາຊົນ ໃຫ້ໄວທີ່ສຸດ ເພາະ ມັນແມ່ນ ຕົ້ນຣະດູການຜລິດ.
ເປັນຕົ້ນກາຈະສຸມໃສ່ ພື້ນຖານການຜລິດຂອງ ພໍ່-ແມ່ ປະຊາຊົນເປັນຕົ້ນ ແມ່ນການຕົກກ້າ ຫຼືວ່າ ນາ ທີ່ໄດ້ດຳໄປແລ້ວ ຫຼືວ່າການ ກະກຽມການຜລິດຕ່າງໆ ຫຼືວ່າມັນເສັຽຫາຍ ຫຼາຍນ້ອຍແບບໃດ ຈະຟື້ນຟູແບບໃດ. ອັນນີ້ພວກເຮົາກາໄດ້ ປະສານສົມທົບນຳທາງ ຂແນງກະສິກັມນໍາ ທາງພາກສ່ວນ ອຸດສາຫະກັມການຄ້າ.
ທາງແຂວງໄຊຍະບູລີ ແມ່ນນຶ່ງໃນເຂດທີ່ໄດ້ຮັບຜົລເສັຍຫາຍໜັກ ກວ່າໝູ່ ຈາກອິດທິພົນຂອງພະຍຸໝູນ ເຂດຮ້ອນໂຄກູມະ ເມື່ອວັນທີ 14 ມິຖຸນາ ສົ່ງຜົລໃຫ້ເກີດນໍ້າຖ້ວມກວມເອົາ 7 ເມືອງ ໃນນີ້ມີ 56 ບ້ານ ຮວມ 5,248 ຄອບຄົວ. ຕໍ່ຜົລເສັຽຫາຍດັ່ງກ່າວ ການນຳ ຂອງແຂວງໄຊຍະບູຣີ ໄດ້ກ່າວວ່າ.
"ຂົວອູ່ ກາຂາດ ມີເສັ້ນທາງເປ່ເພ ມີຣົດລາພາຫະນະ ທີ່ຖືກຈົມນໍ້າ ເຄື່ອງໃຊ້ຄົວເຮືອນ ແມ່ນຫຍັງຕ່າງໆທີ່ຖືກຈົມນໍ້າ ທີ່ເອົາມາບໍ່ທັນ ຫ້ັ້ນນ່າ ແຕ່ມາເຖິງປັຈຈຸບັນນີ້ ສະພາບນໍ້າຖ້ວມ ໄດ້ຫຼຸດລົງແລ້ວ. ດຽວນີ້ພວກເຮົາໄດ້ເລັ່ງ ເອົາເຂົ້າສານອາຫານແຫ້ງ ນໍ້າດື່ມ ຢາປົວ ພຍາດເຄື່ອງນຸ່ງຮົ່ມ ຈຳນວນນຶ່ງໄປຊ່ອຍປະຊາຊົນ ທີ່ບໍ່ສາມາດເອົາຫຍັງອອກມາໄດ້."
ສ່ວນຜົລເສັຽຫາຍ ທີ່ທາງແຂວງໄຊຍະບູລີ ໄດ້ຣາຍງານໃນເບື້ອງຕົ້ນ ສະເພາະ ເມືອງໄຊຍະບູລີ ໄດ້ຮັບຜົລກະທົບ 39 ບ້ານ, ເຮືອນ ປະຊາຊົນເສັຽຫາຍ 4,221 ຫຼັງ ໃນນີ້ ເຮືອນ ປະຊາຊົນ 19 ຫຼັງໄດ້ໄຫຼໄປກັບນໍ້າ, ໄຟຟ້າຖືກຕັດຂາດ 16 ບ້ານ, ໝໍ້ນັບໄຟຖືກນໍ້າ ຖ້ວມເສັຽຫາຍ 6,050 ໜ່ວຍ, ເສົາໄຟຟ້າລົ້ມ 7 ຕົ້ນ ແລະ ຕາຂ່າຍໄຟຟ້າຖືກຕັດຂາດ 3 ຈຸດ ປັຈຈຸບັນ ສ້ອມແປງໃຊ້ໄດ້ເປັນ ປົກກະຕິແລ້ວ, ເສັ້ນທາງຖືກຂາດ 25 ສາຍ, ຂົວເບຕົ້ງ 5 ແຫ່ງ, ຂົວອູ່ເປ່ເພ 1 ແຫ່ງ, ພາຫະນະຣົດໃຫຍ່ ຈົມນໍ້າເປ່ເພ 472 ຄັນ, ຣົດຈັກຈົມນໍ້າເປ່ເພ 4,840 ຄັນ, ເຂົ້າສານເສັຽຫາຍ ຖືກນໍ້າຖ້ວມ 300 ຕັນ ແຕ່ບໍ່ມີຣາຍງານ ຜູ້ເສັຽຊີວິດ.
ເມືອງຜາອຸດົມ ແຂວງບໍ່ແກ້ວ ກໍເກີດນໍ້າຖ້ວມກະທັນຫັນ ໃນມື້ດຽວກັນ ຈາກອິດທິພົລ ຂອງພະຍຸໝູນ ໂຄກູມະ ເຮັດໃຫ້ຝົນຕົກໜັກ ຕິດຕໍ່ກັນ 15 ຊົ່ວໂມງ ເກີດນໍ້າປ່າໄຫຫຼາກ ແລະ ແມ່ນໍ້າສາຍຕ່າງໆ ໄດ້ໄຫຼເຂົ້າຖ້ວມ ເມືອງຜາອຸດົມ ແຂວງບໍ່ແກ້ວ. ດັ່ງການນຳ ຂອງແຂວງບໍ່ແກ້ວໄດ້ກ່າວເຖີງ ເຫດການນໍ້າຖ້ວມວ່າ:
"ມັນເຊາະມັນເຈື່ອນ ມັນອັນນັ້ນໄປເນາະ ທັງປະຊາຊົນກໍຕ້ອງປັບປຸງເນາະ ຕາມທີ່ບ່ອນພັກພາອາສັຍຕ່າງໆຫັ້ນ. ການຕັ້ງເຮືອນ ກາຕ້ອງໄດ້ຊອກບ່ອນທີ່ມັນ ມີເງື່ອນໄຂຫັ້ນນ່າ ເພາະວ່າບ່ອນເຂົາຢູ່ມັນຕໍ່າ ເຂດນັ້້ນແຕ່ກີ້ກາເປັນປ່າເປັນດົງເນາະ ເຂົາເຈົ້າຫາກໍ ມາຕັ້ງບ້ານໄດ້ 10 ກວ່າປີ ຫຼຸດລົງຫຼາຍ ຖືວ່າແຫ້ງແຫຼະ."
ຕໍ່ຜົລເສັຽຫາຍ ຈາກນໍ້າຖ້ວມ ທາງເມືອງຜາອຸດົມ ໄດ້ຣາຍງານວ່າມີ 8 ບ້ານ ໃນເມືອງຜາອຸດົມ ທີ່ຖືກນໍ້າຖ້ວມໜັກ ເຊັ່ນ ບ້ານນາໂຮມ, ສົມສວ່າງ, ປຸ່ງລາດ, ໂຮມສຸກ, ວຽງພັທນາ, ໃຫຍ່ນໍ້າຍາວ, ສີບຸນເຮືອງ ແລະ ຜາອຸດົມ. ນອກຈາກນີ້ຍັງມີອີກ 6 ບ້ານ ທີ່ຖ້ວມເຫຼັກນ້ອຍ ເຊັ່ນບ້ານໃຫຍ່ຖິ່ນແກ້ວ, ມົກໂຊະ, ໂພນໄຊ, ໄຊອຸດົມ, ໄຊສ່ວາງ ແລະ ຫາດໝວກ.
ຮວມຜົລເສັຍຫາຍທັງໝົດ ເຊັ່ນເຮືອນປະຊາຊົນ ຖືກນໍ້າພັດໄຫຼໄປ ຈຳນວນ 6 ຫຼັງ, ຣົດຈັກ 6 ຄັນ, ເຄື່ອງໃຊ້ໄຟຟ້າ, ຊົລປະທານ 1 ແຫ່ງ, ຮ້ານຂາຍເຄື່ອງຕລາດນັດ 12 ຫຼັງ, ສັດລ້ຽງຈຳນວນນຶ່ງ, ເຂົ້າເປືອກ 3 ຕັນ, ເນື່ອທີ່ດິນຖືກເຊາະເຈື່ອນ 1,8 ເຮັກຕ້າ ກວມເອົາ 15 ບ້ານ, ເສັ້ນທາງ ແລະ ຂົວຖືກເຊາະເຈື່ອນ 8 ຈຸດ, ຕົ້ນໄມ້ຫັກທັບຕາຂ່າຍໄຟຟ້າ 1 ຈຸດ, ຫໍພັກນັກຮຽນ 4 ຫຼັງ, ຫໍພັກຄຣູ 1 ຫຼັງ, ຊົລປະທານ 1 ແຫ່ງ ຕົກເປັນມູນຄ່າ ຄວາມເສັຽຫາຍ 600 ລ້ານກີບ ໂດຍມີ 149 ຄອບຄົວ ໄດ້ຮັບຜົລກະທົບ.
ນອກຈາກນີ້ ສື່ທ້ອງຖີ່ນໄດ້ຣາຍງານວ່າ ບ້ານແກ້ວດອກຄູນ ເມືອງເງິນ ຂອງ ແຂວງຫຼວງພຣະບາງ ກໍຖືກນໍ້າຖ້ວມເຊັ່ນກັນໃນຂ່າວ ຣະບຸຜົລເສັຍຫາຍດິນເຊາະເຈື່ອນ ເຮືອນ 1 ຫຼັງ, ເນື້ອທີ່ການຜລິດ ຂອງປະຊາຊົນ 19 ບ້ານ ຮວມເນື້ອທີ່ 76 ເຮັກຕ້າ ນອກຈາກນີ້ ຍັງມີສັດລ້ຽງຕົກເປັນ ມູນຄ່າ 3 ຕື້ກີບ.
ຕໍ່ພັຍທັມມະຊາດ ທີ່ເກີດຂຶ້ນນີ້ວິຊາການ ດ້ານສິ່ງແວດລ້ອມ ໄດ້ອອກບົດຣາຍງານ ເຣື່ອງພັຍນໍ້າຖ້ວມ ແລະ ແຫ້ງແລ້ງແມ່ນພັຍພິບັດ ຫຼັກໆ ທີ່ຄຸກຄາມປະເທດລາວ. ໂດຍເນື້ອໃນ ສຳຄັນຂອງບາງຕອນ ໄດ້ຣະບຸວ່າ ພັຍພິບັດທາງທັມມະຊາດ ເຮັດໃຫ້ການດຳຣົງຊີວິດ ຂອງປະຊາຊົນ ຕົກຢູ່ໃນຄວາມສ່ຽງ.
ພັຍພິບັດທາງທັມມະຊາດຕ່າງໆ ມີຜົລກະທົບຢ່າງຮຸນແຮງ ຕໍ່ການດຳລົງຊີວິດ ຂອງປະຊາຊົນລາວ ດັ່ງ ພັຍນໍ້າຖ້ວມ ແລະ ແຫ້ງແລ້ງ ສ້າງຄວາມເສັຽຫາຍ ໃຫ້ແກ່ການປູກຝັງ- ລ້ຽງສັດ, ຊັບສິນເຮືອນຊານ ພ້ອມທັງ ເຮັດໃຫ້ຂາດນໍ້າກິນນໍ້າໃຊ້ ແລະ ເກີດການແຜ່ຣະບາດ ພຍາດເຊັ່ນ ຖອກທ້ອງ, ໄຂ້ຍຸງ, ໝາກແດງ ແລະ ພຍາດສັດ.
ສ່ວນລົມພະຍຸ, ຝົນຕົກຮຸນແຮງ ແລະ ຕໍ່ເນື່ອງເປັນເວລາດົນ ຈະເຮັດໃຫ້ເກີດພັຍນໍ້າຖ້ວມ ແລະ ນໍ້າຖ້ວມຂັງ ເຊິ່ງເປັນສາເຫດ ໃຫ້ຖນົນຫົນທາງເປ່ເພ ດິນເຊາະເຈື່ອນໄປເຣື້ອຍໆ , ອາຄານບ້ານເຮືອນຖືກທໍາຣາຍ ຮວມເຖີງການຂາດກະແສໄຟຟ້າໃຊ້ ຍ້ອນ ເສົາໄຟຫັກລົ້ມ.
ຂໍ້ຄວາມສຳຄັນອີກດ້ານ ທີ່ໄດ້ຣະບຸນັ້ນກໍຄື ເສຖກິຈ ໂດຍເສຖກິຈລາວ ສ່ວນໃຫຍ່ແມ່ນອາສັຍ ຊັພຍາກອນທັມມະຊາດ ເປັນຕົ້ນຕໍ, ປະຊາຊົນສ່ວນຫຼາຍ ເປັນຊາວກະສິກອນ ຂນາດນ້ອຍ ເຊິ່ງໄດ້ຮັບຜົລກະທົບ ໂດຍຕົງຈາກພັຍນໍ້າຖ້ວມ ແລະ ພັຍແຫ້ງແລ້ງ ທີ່ ເຮັດໃຫ້ສູນເສັຽຣາຍຮັບ ແລະ ກະທົບຕໍ່ການດຳຣົງຊີວິດ ຂອງປະຊາຊົນ, ບໍ່ມີການຮັບປະກັນ ດ້ານສະບຽງອາຫານ ແລະເກີດຄວາມ ທຸກຍາກ.
ນອກຈາກນີ້ ພັຍພິບັດທັມມະຊາດ ຍັງກໍ່ໃຫ້ເກີດໜີ້ເສັຽ NPL ດັ່ງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຣາຍງານວ່າຕາມສະຖິຕິ ໂຕເລຂ NPL ປີ 2017 ຢູ່ທີ່ 3,07%, ປີ 2018 ຢູ່ທີ່ 3,12%, ປີ 2019 ຢູ່ທີ່ 3,04% ແລະ ປີ 020 ຢູ່ທີ່ 3,17% ຖ້າເບິ່ງຈາກໂຕເລຂຣາຍງານ ແມ່ນເພີ່ມຂຶ້ນແຕ່ລະປີ.
ໃນກອງປະຊຸມ ວຽກງານຄຸ້ມຄອງ ພັຍພິບັດທົ່ວປະເທດ ປະຈຳປີ 2020 ເມື່ອວັນທີ 21 ມີນາ 2021 ຜ່ານມາ ທ່ານ ຄຳແພງ ໄຊສົມແພງ ອາດີດຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຣາຍງານ ສະພາບການເກີດ ພັຍພິບັດ, ຜົລເສັຽຫາຍ ແລະ ຄວາມຕ້ອງການຟື້ນຟູ ຫຼັງພັຍພິບັດ ໃນຂອບເຂດທົ່ວປະເທດວ່າ:
"ນັບແຕ່ປີ 2016-2020 ພັຍພິບັດເກີດຂຶ້ນ ທັງໝົດ 235 ຄັ້ງ, ສົ່ງຜົລກະທົບໂດຍຕຣົງ ຕໍ່ປະຊາຊົນຈຳນວນ 1,8 ລ້ານ ປາຍຄົນ, ເສັຽຊີວິດ 121 ຄົນ, ຫາຍສາບສູນ 45 ຄົນ, ສ້າງຄວາມເສັຽຫາຍ ຕໍ່ສັງຄົມ ດັ່ງທີ່ຢູ່ອາສັຍ, ການສຶກສາ, ສາທາຣະນະສຸຂ ແລະ ໂພຊນາການ, ວັທນະທັມ, ການຜລິດກະສິກັມ, ອຸດສາຫະກັມ, ການຄ້າ , ການທ່ອງທ່ຽວ, ໂຄງຮ່າງພື້ນຖານ ຄິດເປັນມູນຄ່າເສັຽ ຫາຍທັງໝົດ 5,538,247,383,912 ກີບ ( 5 ພັນ ປາຍຕືຶ້ກີບ)