ການກໍ່ສ້າງທາງຣົດໄຟ ເຮັດໃຫ້ ຖນົນຊຸດໂຊມ
ເສັ້ນທາງເປ່ເພ ຢູ່ ນະຄອນຫລວງ ວຽງຈັນ ແລະ ເມືອງວັງວຽງ ຍ້ອນ ການສ້າງທາງຣົດໄຟ ລາວ-ຈີນ ນັ້ນ ຍັງບໍ່ໄດ້ ຮັບການສ້ອມແປງ.
-
ຈໍາປາທອງ
2020-02-19 -
-
-
Your browser doesn’t support HTML5 audio
ປັດຈຸບັນການສ້າງທາງຣົດໄຟລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ ແລະເມືອງວັງວຽງ ແຂວງວຽງຈັນ ທີ່ໃຊ້ຣົດບັນທຸກໜັກ ແລ່ນຜ່ານໄປມາ ມື້ນຶ່ງຫລາຍຖ້ຽວ ເຮັດໃຫ້ເສັ້ນທາງເປ່ເພມີຂີ້ຝຸ່ນຫຼາຍ ແຕ່ຍັງບໍ່ໄດ້ຮັບການສ້ອມແປງ ເຖິງແມ່ນປະຊາຊົນໄດ້ສເນີ ຕໍ່ອໍານາດການປົກຄອງ ບ້ານ ເພື່ອແກ້ໄຂບັນຫານີ້ ໄປແລ້ວກໍຕາມ, ດັ່ງຊາວບ້ານເມືອງໄຊທານີ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ກຸມພາ ນີ້ວ່າ:
”ທາງ, ທາງໜ້ານີ້ ກະເພຫັ້ນແຫລະ ຢຽບນໍ້າປະປາອິຫຍັງກະແຕກ ຄັນຍາມຝົນນີ້ໄປບໍໄດ້ແຫລະ ແຖວນີ້ ມັນຫລຸບ ລົດໃຫຍ່ມາຢຽບມັນກະ ເປັນຫລຸບ ເປັນຂີ້ຝຸ່ນຫລາຍ ລົດຂະເຈົ້າບັກໃຫຍ່ໆແລ້ວກໍທຽວ ມີລົດໂລລົດອິຫຍັງຫລາຍໆຢ່າງ ແລ້ວກະເຮັດຫຍັງ ກະບໍ່ໄດ້ດອກ ຢູ່ແຖວນີ້ ກະເວົ້ານໍານາຍບ້ານ ເວົ້າກັບຄະນະບ້ານຫຍັງແລ້ວ.”
ນາງເວົ້າຕື່ມວ່າ ຜູ້ຮັບເໝົາກໍ່ສ້າງທາງຣົດໄຟ ໄດ້ເອົາເສດໄມ້ ແລະສິ່ງເສດເຫຼືອຕ່າງໆ ມາໂຮມກັນໄວ້ຕາມແຄມທາງ ເຮັດໃຫ້ຕົນ ແລະ ຊາວບ້ານຫລາຍຄົນ ຢ້ານວ່າຈະເກີດໄຟໄໝ້. ແລະວ່າ ຈົນມາຮອດມື້ນີ້ ກໍຍັງບໍ່ທັນເຫັນພາກສ່ວນທີ່ກ່ຽວຂ້ອງ ມາແກ້ໄຂ ບັນຫານີ້ເທື່ອ. ແລະຊາວເມືອງວັງວຽງ ກໍເວົ້າໃນມື້ດຽວກັນນັ້ນວ່າ ການສ້າງທາງຣົດໄຟ ຢູ່ເຂດເມືອງວັງວຽງ ເຮັດໃຫ້ເສັ້ນທາງເລກທີ 13 ເປ່ເພ ແລະ ຍັງບໍ່ທັນມີການສ້ອມແປງ ເຮັດໃຫ້ປະຊາຊົນຈົ່ມວ່າ, ດັ່ງທີ່ທ່ານກ່າວວ່າ:
”ມັນຈະໄປເພຢູ່ສົ້ນຂົວຫ້ວຍງາມນໍ ທາງນັ້ນຫັ້ນມັນເພແທ້ ຈາກລົດບັນທຸກທາງລົດໄຟ ຈາກລົດບັນທຸກທາງມາແຕ່ສາຍເໜືອ ສາຍໃຕ້ນໍ ຍັງບໍ່ທັນໄດ້ສ້ອມແປງ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາກົມຣົດໄຟ ກະຊວງໂຍທາທິການ ແລະຂົນສົ່ງ ເພື່ອຂໍຮູ້ບັນຫາ ແລະແນວທາງການ ແກ້ໄຂ ບັນຫານັ້ນ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດ ຈະໃຫ້ຄໍາເຫັນໄດ້.
ເມື່ອປີກາຍ ບໍຣິສັດກໍ່ສ້າງທາງຣົດໄຟລາວ-ຈີນ ກໍໄດ້ຂຸດດິນເປັນທາງລຸ່ມຢູ່ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ເກີດນໍ້າ ຖ້ວມໃນຣະດູຝົນ ປະຊາຊົນເດືອດຮ້ອນ ແລະການສ້າງທາງຣົດໄຟ ຢູ່ເມືອງຊຽງເງິນ ແຂວງຫລວງພະບາງ ກໍໄດ້ເຮັດໃຫ້ ຣະບົບນໍ້າລິນ ຂອງ ບ້ານແອນສະຫວັນ ເປ່ເພ ໃຊ້ການບໍ່ໄດ້ ເຮັດໃຫ້ຊາວບ້ານ 103 ຄອບຄົວ ບໍ່ມີນໍ້າສະອາດໃຊ້.