ຣັຖບານໃຫ້ຈີນ ສໍາຣວດ-ຂຸດຄົ້ນ ບໍ່ແຮ່ຄັ້ງໃຫຍ່ ຕັ້ງແຕ່ເໜືອຮອດໃຕ້
ລາວຕົກລົງໃຫ້ຈີນ ສໍາຣວດແຮ່ເກືອໂປຕາສ ຫລື ເກືອກາລີ ແລະ ແຮ່ຕິດພັນ ຢູ່ຫລາຍແຂວງຂອງລາວ ແຕ່ແຂວງຫລວງນໍ້າທາ ເຖິງ ແຂວງອັດຕະປື ເຊິ່ງເປັນໂຄງການໃໝ່ ແລະສ້າງຄວາມກັງວົນໃຈ ໃຫ້ຊາຊົນກັງວົນ ຢ້ານຜົລກະທົບ ຕາມມາໜັກໜ່ວງ.
-
ຈຳປາທອງ
2024-02-29 -
-
-
Your browser doesn’t support HTML5 audio
ກົມທໍຣະນີສາດ ແລະແຮ່ທາດ ກະຊວງພະລັງງານ ແລະບໍ່ແຮ່ ແລະຂແນງທໍຣະນີສາດ ອຸດສາຫະກໍານິວ ເຄຼັຍ ຜແນກຊັພຍາກອນທໍາມະຊາດ ແຂວງຊິງໄຫ ຂອງຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັນ ໃນມື້ວັນທີ 26 ກຸມພາ 2024 ວ່າດ້ວຍການຮ່ວມມື ສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານພັທນາ ແຮ່ເກືອໂປຕາສ ຫລືເກືອກາລີ ແລະແຮ່ຕິດພັນ ຢູ່ເຂດນະຄອນຫລວງວຽງຈັນ, ແຂວງຫລວງນໍ້າທາ, ອຸດົມໄຊ, ໄຊຍະບູຣີ, ວຽງຈັນ, ບໍຣິຄໍາໄຊ, ຄໍາມ່ວນ, ສວັນນະເຂດ, ຈໍາປາສັກ ແລະແຂວງອັດຕະປື, ອີງຕາມຣາຍງານ ຂອງສູນຂ່າວພະລັງງານ ແລະບໍ່ແຮ່.
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຖາມໄປຍັງ ກະຊວງພະລັງງານ ແລະບໍ່ແຮ່ ໃນມື້ວັນທີ 29 ກຸມພານີ້, ແຕ່ໄດ້ຮັບຄໍາຕອບຈາກເຈົ້າໜ້າທີ່ນາງນຶ່ງ ພຽງແຕ່ວ່າ ໂຄງການດັ່ງກ່າວ ແມ່ນໂຄງການໃໝ່ ແລະບໍ່ແມ່ນໂຄງການດຽວກັນກັບໂຄງການຂຸດຄົ້ນ ບໍ່ໂປຕາສ ຂອງບໍຣິສັດ ຊີໂນ-ອາ ກຣີ ໂປຕາສ ຂອງນັກລົງທຶນຈີນ ເມື່ອກ່ອນໜ້ານີ້.
“ໂຄງ ການໂປຕາສບໍ່ ໂຕໃໝ່ນີ້ ເລີ່ມປີນີ້ ເຈົ້າ. ຊີໂນອາກຣີ ບໍ່ແມ່ນ. ໂຕໃໝ່ຕີ໋. ມັນເປັນໂຕເກົ່າແລ້ວ ແຕ່ດົນແລ້ວ.”
ໂຄງການທີ່ວ່ານີ້ ຫ້ອງການທີ່ກ່ຽວຂ້ອງ ຢູ່ແຂວງເປົ້າໝາຍ ຍັງບໍ່ທັນຮູ້ລາຍລະອຽດວ່າ ຈະເຂົ້າມາສຶກສາສໍາຣວດ ຫລືເຮັດແນວໃດແທ້, ແຕ່ຢູ່ຫລາຍແຂວງ ກໍມີນັກລົງທຶນຈີນ ເຂົ້າມາຂຸດຄົ້ນບໍ່ແຮ່ຢູ່ກ່ອນແລ້ວ ດັ່ງເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງອຸດົມໄຊ ນາງນຶ່ງ ທີ່ຂໍສວງນຊື່ ແລະສຽງ ເວົ້າວ່າ:
“ສໍາລັບໂຄງການດັ່ງກ່າວນີ້ ກໍຍັງບໍ່ທັນສົ່ງເອກກະສານເຂົ້າມາພົວພັນ ກັບພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງເທື່ອ ຈຶ່ງຍັງບໍ່ຮູ້ຄັກແນ່ວ່າ ຈະມີແຜນເຮັດແນວໃດ ແລະເຮັດຢູ່ເມືອງໃດແດ່. ຈໍາເປັນຕ້ອງໄດ້ລໍຖ້າ ເອກກະສານ ຈາກທາງສູນກາງກ່ອນ ຈຶ່ງຈະສາມາດໃຫ້ລາຍລະອຽດ.”
ຢູ່ແຂວງວຽງຈັນ ເຈົ້າໜ້າທີ່ທ່ານນຶ່ງ ສະແດງຄວາມເປັນຫ່ວງວ່າ ໂຄງການດັ່ງ ກ່າວນີ້ ຈະມີການຂຸດຄົ້ນຢູ່ຫລາຍພື້ນທີ່ ແລະຈະກວມເອົາດິນ ຂອງປະຊາຊົນ ແລະວ່າ ຖ້າຈະມີການຂຸດຄົ້ນແທ້ໆກໍຄວນເຮັດຕາມຂັ້ນຕອນ ຮວງມທັງເຣື່ອງຄ່າຊົດເຊີຍ ຄວາມເສັຍຫາຍໃຫ້ຊາວບ້ານ ທີ່ເໝາະສົມນໍາດ້ວຍ.
“ໂອ້! ໂຕນີ້ທັງ 2 ຝ່າຍຕ້ອງໄດ້ເຈລະຈາ ຕ້ອງໄດ້ລົມກັນ ຖ້າວ່າມີຄວາມເປັນເອກກະພາບ 2 ຊັ້ນ 2 ຝ່າຍຖືກອົກຖືກໃຈກັນແທ້ ກະຄິດວ່າບໍ່ມີບັນຫາຕີ້ ມັນຕ້ອງຂຶ້ນເຂົາເຈົາ ລົມກັບເຈົ້າຂອງດິນໂດຍກົງ ອັນນີ້ນ່າ ພາກສ່ວນໄທເຮົານີ້ກະພຽງແຕ່ຄຸ້ມຄອງ ຕາມລະບຽບຫລັກການທາງເບື້ອງເທິງນີ້.”
ແລະຊາວບ້ານ ຢູ່ໃນແຂວງເປົ້າໝາຍ ກໍກັງວົນ ຢ້ານຈະເສັຍດິນທໍາກິນ ໃຫ້ໂຄງການຂຸດຄົ້ນບໍ່ເກືອໂປຕາສນີ້.
“ອາດຈະມີຄືວ່າໄດ້ຍິນຜ່ານຫູ ໜ້ອຍນຶ່ງວ່າໂຄງການກະຊິເຊົ້າວ່າຊີ້ ແຕ່ວ່າມີໂຄງການຫຍັງເຮົາກະບໍ່ເຂົ້າໃຈ ຄັນຊິເວົ້າໄປກະຊິເວົ້າລວມໆ ປະຊາຊົນກະບໍ່ໄດ້ຮັບໝາກຮັບຜົນຫຍັງດອກ. ມີແຕ່ຣັຖຫັ້ນ ແຫລະມີແຕ່ເຈົ້ານາຍຫັ້ນແຫລະ. ຄັນຊິເວົ້າ ກະປະມານຫັ້ນແຫລະ.”
ໃນຂະນະດຽວກັນ ຊາວບ້ານອີກຜູ້ນຶ່ງ ກໍເວົ້າວ່າ ບໍ່ຢາກໃຫ້ມີໂຄງການຂຸດຄົ້ນ ບໍ່ເກືອໂປຕາສ ຂອງຈີນທີ່ວ່ານັ້ນ ຢູ່ໃນເຂດບ້ານຂອງນາງ ເພາະຢ້ານຜົລກະ ທົບ, ບໍ່ຢາກເສັຍດິນໃຫ້ໂຄງການຕື່ມອີກ ດັ່ງທີ່ເຄີຍເກີດຂຶ້ນຢູ່ແຂວງຄໍາມ່ວນ ແລະນະຄອນຫລວງວຽງຈັນ ເມື່ອກ່ອນໜ້ານີ້.
“ບໍ່ຢາກໃຫ້ເຮັດ ໂອ໊ ໂອ໋ ເອົາຫລາຍແທ້ໄດ໊ ບໍ່ເກືອ ເຂົາເຮັດ ເຂົາສິມາຂຸດຄົ້ນເອົາດິນດໍາຫັ້ນໄປບໍ່ ສິເສັຽຫາຍແຫລະ ຖືກຜົນກະທົບ.”
ປັດຈຸບັນ ໂຄງການຂຸດຄົ້ນບໍ່ໂປຕາສ ຫລືເກືອກາລີ ຂອງບໍຣິສັດ ຊີໂນ-ອາກຣີ ໂປຕາສ ຂອງຈີນ ກໍາລັງຂຸດຄົ້ນຢ່າງຕໍ່ເນື່ອງ ທັງຢູ່ແຂວງຄໍາມ່ວນ ແລະນະຄອນຫລວງວຽງຈັນ ແລະຫລາຍບໍຣິສັດ ທີ່ຮັບເໝົາຂຸດຄົ້ນໃຫ້ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ເປີດຮັບສມັກຄົນງານ ແລະພະນັກງານຢູ່ຕລອດ.
ດັ່ງຜູ້ຮັບເໝົາຂຸດຄົ້ນບໍ່ເກືອໂປຕາສ ຢູ່ເຂດທົ່ງມັ່ງ ເມືອງໄຊທານີ ເວົ້າວ່າ:
“ໂອ ມີໆ ຍັງຮັບຢູ່ໆ ເປັນຜູ້ຊ່ວຍຊ່າງ ເປັນວຽກກ່ຽວກັບແກ້ວ ເຮັດແກ້ວ ໃສ່ບານແກ້ວນີ້ນ່າ ຕ້ອງການຊ່າງ ຊ່າງຈອດສະເຕັນເລສ ຜູ້ຊ່ວງຊ່າງລະມື້ນຶ່ງ 2 ແສນກີບ.”
ເວົ້າເຖິງໂຄງການຂຸດຄົ້ນ ບໍ່ໂປຕາສຂອງຈີນ ຢູ່ເຂດນະຄອນຫລວງວຽງຈັນ ເຖິງແມ່ນວ່າ ສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ ນະຄອນ ຫລວງວຽງຈັນຫລາຍທ່ານ ຢາກໃຫ້ຢຸດເຊົາການຂຸດຄົ້ນນັ້ນ ຍ້ອນວ່າມັນມີຜົລກະທົບຫລາຍ ກໍຕາມ ແຕ່ໂຄງການດັ່ງກ່າວ ກໍຍັງສືບຕໍ່ຂຸດຄົ້ນຢູ່ຕໍ່ໆມາ.
ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍຣະນີສາດ ແລະແຮ່ທາດ ໄດ້ກ່າວຢູ່ໃນພິທີເຊັນບົດບັນທຶກຄວາມເຂົ້າໃຈກັນ ລະຫວ່າງກົມທໍຣະນີສາດ ແລະແຮ່ທາດ ກະຊວງພະລັງງານ ແລະບໍ່ແຮ່ ແລະຂແນງທໍຣະນີສາດ ອຸດສາຫະກໍານິວເຄຼັຍ ຜແນກຊັພຍາກອນທໍາມະຊາດ ແຂວງຊິງໄຫ ຂອງຈີນ ໃນມື້ວັນທີ 26 ກຸມພານີ້ວ່າ ການຮ່ວມມືນີ້ ແມ່ນການຜັນຂຍາຍ ສາຍພົວພັນມິຕພາບ ຂອງລາວ ແລະຈີນ ແລະຄູ່ຮ່ວມຊາຕາກໍາ ລາວ-ຈີນ. ນຶ່ງໃນນັ້ນກໍແມ່ນການຮ່ວມມື-ກໍ່ສ້າງຄວາມເຂັ້ມແຂງ ທາງດ້ານວິຊາການ ແລະສຶກສາທ່າແຮງ ໃນການກໍານົດຮູບແບບ ການພັທນາ ໃນຂແນງທໍຣະນີສາດ ແລະແຮ່ທາດໃຫ້ຍືນຍົງ ໂດຍສະເພາະແຮ່ເກືອໂປຕາສ ຕາມວິໄສທັດ ຮອດປີ 2040 ແລະແຜນຍຸທສາດ ພັທນາແຮ່ທາດ ຮອດປີ 2030.