ຄໍາສັ່ງຫ້າມ ສານເຄມີ ໃນສວນ ກາເຟ
ທາງການລາວ ບໍ່ໃຫ້ໃຊ້ ສານເຄມີ ໃນສວນ ປູກກາເຟ ຢູ່ພູພຽງ ບໍລະເວນ ແຂວງ ຈໍາປາສັກ.
-
ຈໍາປາທອງ
2019-01-31 -
-
-
Your browser doesn’t support HTML5 audio
ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ, ໄປຢ້ຽມຢາມສະຫະກອນຜູ້ຜລິດກາເຟ ຢູ່ພູພຽງບໍລະເວນ ແຂວງຈໍາປາສັກ ແລະຫ້າມ ບໍ່ໃຫ້ໃຊ້ສານເຄມີ ໃນການປູກກາເຟຢ່າງເດັດຂາດ ຍ້ອນມັນຈະເຮັດໃຫ້ເກີດຜົລກະທົບ ຕໍ່ສິ່ງແວດລ້ອມ, ຮວມທັງ ນໍ້າແລະສຸຂພາບ ຂອງ ປະຊາຊົນ. ດັ່ງເຈົ້າໜ້າທີ່ຫ້ອງການ ກະສິກັມແລະປ່າໄມ້ ເມືອງບາຈຽງຈະເລີນສຸກ, ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 31 ມົກກະຣາ ນີ້ວ່າ:
"ເພິ່ນມາຢາມກຸ່ມຜລິດກາເຟ, ເພິ່ນບໍ່ໃຫ້ໃຊ້ແຫຼະເຄມີ, ກະປົກກະຕິດອກເພິ່ນກະເວົ້າ, ເພິ່ນບໍ່ຢາກໃຫ້ມີເຄມີຈັກດີ້ຫັ້ນແຫຼະ, ມັນກະປົກກະຕິ ດອກ ເຮົາຄືກັນໃຜສິຢາກກິນເຄມີ, ມີແຕ່ເຂົາເນັ້ນໃສ່ເຄມີສຸຂພາບ."
ທ່ານກ່າວວ່າ, ທີ່ຜ່ານມາການປູກກາເຟຢູ່ເຂດພູພຽງບໍລະເວນ ເມືອງປາກຊ່ອງ ແລະເມືອງບາຈຽງຈະເລີນສຸກ, ກໍບໍ່ໄດ້ໃຊ້ສານເຄມີໃດໆ, ບໍ່ວ່າຈະເປັນປຸຍເຄມີ ຫຼືຢາຂ້າແມງໄມ້, ເພື່ອຄວາມປອດພັຍ ແລະຄຸນນະພາບຂອງກາເຟ, ບໍ່ໃຫ້ມີສານເຄມີເຈືອປົນ ໃຫ້ເປັນສິນຄ້າ ສົ່ງອອກ ທີ່ໄດ້ມາຕຖານ, ແລະເພື່ອຮັກສາສິ່ງແວດລ້ອມ.
ທ່ານກ່າວຕື່ມອີກວ່າ, ປັດຈຸບັນ, ສະຫະກອນຜູ້ຜລິດກາເຟ ຢູ່ເຂດພູພຽງບໍລະເວນ ສາມາດສົ່ງກາເຟອອກໄປຂາຍຕ່າງປະເທສໄດ້ ມື້ນຶ່ງ 20 ໂຕນ. ເຂດພູພຽງບໍລະເວນ ເປັນພື້ນທີ່ປູກກາເຟສໍາຄັນທີ່ສຸດ ຂອງລາວ. ນອກຈາກເຂດນີ້ແລ້ວ ກໍມີການປູກກາເຟ ຢູ່ເມືອງທ່າແຕງ ແຂວງ ເຊກອງ, ເມືອງຊໍາເໜືອ ແຂວງຫົວພັນ ແລະບ່ອນອື່ນໆ, ຊຶ່ງມີເນື້ອທີ່ຮວມກັນທັງໝົດປະມານ 25 ພັນເຮັກຕາ, ໃນຂນະທີ່ ສປປ ລາວ, ຕັ້ງເປົ້າໝາຍໃຫ້ທົ່ວປະເທສ ມີເນື້ອທີ່ປູກກາເຟ 130 ພັນເຮັກຕາ ພາຍໃນປີ 2025, ໂດຍຈະຂຍາຍ ໄປປູກຢູ່ແຂວງຜົ້ງສາລີ, ຫຼວງນໍ້າທາ, ຫົວພັນ ແລະແຂວງຊຽງຂວາງ ແບບບໍ່ໃຫ້ໃຊ້ສານເຄມີ ເຊັ່ນດຽວກັນ.