ຊີວິດຊາວບ້ານຫຼັງພັຍ ນໍ້າຖ້ວມ

ຢູ່ ແຂວງ ຫຼວງນ້ຳທາ ໃນເຂດ ທີ່ ໄດ້ຮັບ ຜົນກະທົບ ຈາກ ພັຍນ້ຳຖ້ວມ ດຽວນີ້ ຊາວບ້ານ ກໍໄດ້ ກັບເຂົ້າສູ່ ສະພາບ ປົກກະຕິ ແລ້ວ.

ນີ້ແມ່ນ ສະພາບຫົນທາງ ບ້ານແກ່ນ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ການສັນຈອນ ຕິດຂັດ 08/15/2015 Tholakhong/Citizen Journalist

ໃນຂນະນີ້ ເມືອງ ທີ່ໄດ້ຮັບ ຜົນກະທົບ ຈາກ ພັຍ ນ້ຳຖ້ວມ, ທີ່ ແຂວງ ຫຼວງນ້ຳທາ ແຕ່ ທ້າຍເດືອນ ກໍຣະກະດາ ຫາ ຕົ້ນເດືອນ ສິງຫາ ນີ້, ໄດ້ ກັບເຂົ້າສູ່ ສະພາບ ປົກກະຕິ ແລ້ວ, ເພາະ ບໍ່ໄດ້ເກີດ ຄວາມ ເສັຽຫາຍ ຫຍັງຫລາຍ. ຕາມ ການເປີດເຜີຍ ຂອງ ຮອງ ຫົວໜ້າ ຜແນກ ແຮງງານ ແລະ ສວັດດິການ ສັງຄົມ ແຂວງ ຫຼວງນ້ຳທາ:

“ຜົນກະທົບ ບໍ່ຂ້ອນຂ້າງ ຫຼາຍ ປານໃດ ມີພຽງ ຈໍານວນນຶ່ງ ລື່ນລົ້ນ, ສ່ວນ ເຄື່ອງໃຊ້ ຄົວ ກໍປຽກນໍ້າ, ແຕ່ດຽວນີ້ ປະຊາຊົນ ເຫລົ່ານັ້ນ ກໍຢູ່ໃນ ສະພາບ ປົກກະຕິ ແລ້ວ ຈໍານວນ ຄອບຄົວ ທີ່ໄດ້ຮັບ ຄວາມ ເສັຽຫາຍ ກໍບໍ່ຫຼາຍ, ເມືອງ ພູຄາ ກໍມີ 2-3 ຄອບຄົວ ເມືອງ ນາແລ ມີຄອບຄົວ 3-2, ເມືອງ ລອງ 9-8 ເມືອງ ສິງ 2 ຄອບຄົວ".

ເຫດການ ນ້ຳຖ້ວມ ຢູ່ ບາງເຂດ ຂອງ ແຂວງ ຫຼວງນ້ຳທາ ຄັ້ງນີ້ ບໍ່ມີ ຣາຍງານ ວ່າ, ມີຜູ້ ເສັຽຊີວິດ ຫຼື ໄດ້ຮັບ ບາດເຈັບ ແຕ່ຢ່າງໃດ, ມີພຽງແຕ່ ນ້ຳຖ້ວມ ບ້ານ ເຮືອນ ແລະ ເຄື່ອງໃຊ້ ຂອງສອຍ ໃນບ້ານ ເຮືອຍ ເສັຽຫາຍ, ຊຶ່ງ ເບື້ອງຕົ້ນ ໄດ້ມີການ ຣະດົມ ຂໍຄວາມ ຊ່ວຍເຫລືອ ເຄື່ອງຂອງ ທີ່ຈຳເປັນ ເຊັ່ນ, ນ້ຳດືມ, ອາຫານ, ເຄື່ອງນອນ, ສຳລັບ ຣະບົບ ຊົລປະທານ ກໍໄດ້ ຮັບການ ປົວແປງ ແລະ ສາມາດ ເອົານ້ຳ ເຂົ້ານາ ໄດ້ຕາມ ປົກກະຕິ, ແລະ ຖນົນຫົນທາງ ທີ່ ເປ່ເພ ກໍໄດ້ ສ້ອມແປງ ຄືນ ແລ້ວ. ດັ່ງ ເຈົ້າໜ້າທີ່ ທ່ານດຽວ ກັນນີ້ ເວົ້າວ່າ:

"ເສັ້ນທາງ ມີບາງຈຸດ ເຊັ່ນ ຈາກ ຫຼວງນໍ້າທາ ໄປຫາ ພູຄາ ດຽວນີ້ ກໍໄດ້ ສ້ອມແຊມ ດີ ໝົດແລ້ວ, ຣົດ ກໍສາມາດ ສັນຈອນ ໄປມາໄດ້ ສະດວກ ສະບາຍ ແລ້ວ ກໍເສັ້ນທາງ ນໍ້າທາ ຫາ ເມືອງສິງ ເມືອງລອງ ກໍກັບຄືນສູ່ ສະພາບ ປົກກະຕິ ແລ້ວ".

ນ້ຳຖ້ວມ ບາງແຫ່ງ ຢູ່ແຂວງ ຫຼວງນ້ຳທາ ຄັ້ງນີ້ ເກີດຈາກ ຝົນຕົກ ຕິດຕໍ່ກັນ ຫຼາຍມື້, ແຕ່ ທ້າຍ ເດືອນ ກໍຣະກະດາ, ເຖິງ ຕົ້ນເດືອນ ສິງຫາ ນີ້. ນ້ຳ ທີ່ຖ້ວມ ບ້ານເຮືອນ ແລະ ພື້ນທີ່ ການ ກະເສດ ຂອງ ປະຊາຊົນ ນັ້ນເປັນ ນ້ຳປ່າ ໄຫລຊຸ, ທີ່ ພັດເອົາ ຫິນ ແລະດິນ ເຂົ້າຖົມ ໄຮ່ນາ ແລະ ຮົ້ວສວນ ຂອງ ຊາວບ້ານ ນຳດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org