ໂຄງການຮ່ວມມື ຕ້ານການລັກຕັດໄມ້ ລະຫວ່າງ ລາວ-ສະຫະຣັຖ

ລາວ ແລະ ສະຫະຣັຖ ອາເມຣິກາ ຮ່ວມມືກັນ ໃນໂຄງການ ຕ້ານ, ສະກັດກັ້ນ ປາບປາມ ການລັກຕັດໄມ້ ແລະການຄ້າຂາຍໄມ້ຜິດກົດໝາຍ ໂດຍເລັ່ງໃສ່ 3 ເມືອງ ຂອງແຂວງຈໍາປາສັກ ທີ່ຕິດກັບຊາຍແດນກັມພູຊາ ຊຶ່ງມີຊາວບ້ານ ລັກຕັດໄມ້ໃຊ້ເອງ ແລະຂາຍໃຫ້ພວກພໍ່ຄ້າໄມ້ຈຳນວນຫຼາຍ.

ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ແລະ ກອງປະຊຸມ ວາງແຜນປະຈຳປີ 2023 ໂຄງການຮ່ວມມືຕ້ານ, ສະກັດກັ້ນການລັກລອບຕັດໄມ້ ແລະການຄ້າຂາຍໄມ້ຜິດກົດໝາຍ. ຮູບພາບ: U.S. Embassy in Vientiane

ກົມກວດກາປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ຂອງລາວ ແລະ ແຜນງານສາກົນ, ກົມປ່າໄມ້ຂອງສະຫະຣັຖອາເມລິກາ ໄດ້ຈັດກອງປະຊຸມ ວາງແຜນການຮ່ວມມື ປະຈໍາປີ 2023 ຕ້ານ ແລະສະກັດກັ້ນ ການລັກຕັດໄມ້ ແລະການຄ້າ-ຂາຍໄມ້ຜິດກົດໝາຍ ແລະໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັນ ທີ່ເມືອງວັງວຽງ ແຂວງວຽງຈັນ ໃນມື້ວັນທີ 25 ມົກກະຣານີ້ .

ໃນການຮ່ວມມືກັນ ກ່ຽວກັບເຣື່ອງທີ່ວ່ານັ້ນ ຈະມີການຝຶກອົບຮົມ, ປັບປຸງນິຕິກັມ ກວດກາລາດຕະເວນ ແລະການຈັດຊື້-ຈັດຈ້າງ ໂດຍທີ່ຈະເນັ້ນໃສ່ເຂດ ເມືອງປະທຸມພອນ, ເມືອງໂຂງ ແລະເມືອງມຸນລະປະໂມກ ແຂວງຈໍາປາສັກ ເປັນຫລັກ ເນື່ອງຈາກວ່າ ເມືອງດັ່ງກ່າວມີ ປ່າສງວນແຫ່ງຊາດຫລາຍ ແລະຕັ້ງຢູ່ໃກ້ ແລະ ມີຊາຍແດນຕິດກັບປະເທດກັມພູຊາ ຊຶ່ງມີຊາວບ້ານລັກຕັດໄມ້ໃຊ້ເອງ ແລະຂາຍໃຫ້ພວກພໍ່ຄ້າໄມ້ຫລາຍ.

ເຈົ້າໜ້າທີ່ ປະສານງານ ໂຄງການຮ່ວມມື ລາວ-ສະຫະຣັຖອາ ເມຣິກາ ຕ້ານແລະສະກັດກັ້ນການລັກຕັດໄມ້ ແລະ ການຄ້າຂາຍໄມ້ ຜິດກົດໝາຍ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 26 ມົກກະຣານີ້ວ່າ:

ກໍເຫັນໄດ້ເນາະ ທີ່ວ່າມີການເຄື່ອນຍ້າຍ ລັກໄມ້ ມັນກໍໄປຕາມຊາວບ້ານ ເຂົາເຈົ້າທີ່ວ່າມັນຕິດຈອດ ເຂດປ່າສງວນ ປ່າປ້ອງກັນ ປ່າຜະລິດຂອງເຂົາເຈົ້ານໍາເນາະ ມັນຈະມີວຽກງານຝຶກອົບຮົມ ປັບປຸງນິຕິກັມເນາະ ວຽກງານ ກວດລາຕເວນ ແລະວຽກງານຈັດຊື້-ຈັດຈ້າງ ກໍມີ ອຸປກອນ ມັນຈະມີເຄື່ອງແບບຄອມພິວເຕີ້ຣ໌, ນົດບຸກຄ໌, GPS, ໂດຣນ, ກ້ອງຖ່າຍຮູບ.

ເພື່ອຈຸດປະສົງດັ່ງກ່າວ ທີ່ຜ່ານມາກໍໄດ້ມີກິຈກັມບາງສ່ວນໄປແລ້ວ ຄືໄດ້ຝຶກອົບ ຮົມເຈົ້າໜ້າທີ່ ເຣື່ອງການສືບສວນ-ສອບສວນ, ການດໍາເນີນຄະດີ, ກົດໝາຍປ່າໄມ້ ແລະສັດປ່າ ແລະທັກສະການນໍາໃຊ້ເຄື່ອງມື ເທັກໂນໂລຢີ ໃນການສໍາຣວດ ພື້ນທີ່ ເຊັ່ນ GPS ແລະ ໂດຣນ.

ນອກຈາກນັ້ນ ທາງໂຄງການຍັງໄດ້ຝຶກອົບຮົມ ໃຫ້ເຈົ້າໜ້າທີ່ຂັ້ນບ້ານ ແລະເມືອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ ໃນການປະຕິບັດໜ້າທີ່ ແລະຄວາມຮູ້ໃນການບັງຄັບໃຊ້ກົດໝາຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກັບວຽກງານນີ້ ເວົ້າໃນມື້ດຽວກັນນີ້ວ່າ:

ເຂົາກໍສິຊ່ວຍເຮົາ ໃນເຣື່ອງການສ້າງຄວາມເຂັ້ມແຂງ ໃຫ້ແກ່ທ້ອງຖິ່ນຫັ້ນແຫລະເນາະ ໂດຍສະເພາະເບື້ອງເມືອງ ເມືອງບ້ານ ເຮັດໜ້າທີ່ໃນການເຝົ້າລະວັງປ່າຂອງໂຕເອງ ເຂົາຈະໃຫ້ຄວາມຮູ້ວ່າຊັ້ນສາ ບໍ່ແມ່ນເຂົາຈະໄປເຮັດເອງ ເພາະວ່າເພິ່ນຈະ ຊິສະນັບສນູນເຈົ້າໜ້າທີ່ ເຮົາຢູ່ທ້ອງຖິ່ນຫັ້ນແຫລະ ໃນການປະຕິບັດໜ້າທີ່ ມີທັງ 2 ວຽກ ທັງວຽກການກວດກາ ສະກັດກັ້ນການລະເມີດກົດໝາຍ ອັນ 2 ລະແມ່ນວຽກບັງຄັບໃຊ້ກົດໝາຍ  ຄືການດໍາເນີນຄະດີ ກັບຜູ້ລະເມີດ ຄັນມັນມີ.

ຢູ່ແຂວງຈໍາປາສັກ ມີປ່າສງວນແຫ່ງຊາດ 2 ແຫ່ງ ທີ່ຕິດກັບຊາຍແດນກັມພູຊາ ຄືປ່າສງວນດົງຫົວສາວມີເໜື້ອທີ່ 110,000 ເຮັກຕ້າຣ໌ ແລະປ່າສງວນເຊປຽນ- 240,000 ເຮັກຕ້າຣ໌. ປີ 2021 ຢູ່ເມືອງໂຂງ ຊາວບ້ານ 12 ບ້ານ 317 ຄອບ ຄົວ ໄດ້ບຸກລຸກປ່າສງວນເຊປຽນ ເພື່ອທໍາການປູກຝັງ-ລ້ຽງສັດ 389 ເຮັກຕ້າຣ໌.

ກ່ອນປີ 1993 ຄືກ່ອນທາງການປະກາດ ປ່າດົງຫົວສາວ ເປັນປ່າສງວນແຫ່ງຊາດ, ຍ້ອນບໍ່ມີດິນທໍາກິນ ຊາວບ້ານທີ່ທຸກຍາກ ຢູ່ແຂວງຈໍາປາສັກ ແລະແຂວງໃກ້ຄຽງ ໄດ້ບຸກລຸກປ່ານັ້ນເພື່ອປູກກາເຟ ແລະປັດຈຸບັນໄດ້ບຸກລຸກ ເພື່ອປູກມັນຕົ້ນຕື່ມອີກ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຈໍາປາສັກ ກ່າວໃນມື້ວັນທີ 26 ມົກກະຣານີ້ວ່າ:

ກໍານົດປ່າສງວນແຕ່ປີ 1993 ດຽວນີ້ມັນເວົ້າເຣື່ອງການບຸກລຸກ ເນື້ອທີ່ເປັນກະສິກັມນີ້ ມັນເປັນບັນຫາຫລັກເາະ ມັນບໍ່ເວົ້າສິຕັດເອົາໄມ້ໄປຂາຍ ໄປອັນນັ້ນອັນນີ້. ດຽວນີ້ໂຄຕ້າໄມ້ ເພິ່ນກໍບໍ່ອອກ ບໍ່ມີການຂຸດ ການອັນນັ້ນນ່າ ຄັນຂຸດຄົ້ນ ກໍຂຸດຄົ້ນ ເປັນວຽກໂຄ່ງລ່າງ ວຽກທີ່ເພິ່ນອະນຸຍາດຫັ້ນເນາະ ຄັນເວົ້າເຣື່ອງການຄຸ້ມຄອງເຮົານີ້ ເຮົາກໍເຮັດກັນມາຢູ່ ແຕ່ວ່າເວົ້າເຣື່ອງອຸປກອນຮັບໃຊ້ນີ້  ຄັນມີຊຸມຫັ້ນມັນກໍເປັນການດີແຫລະ ເພາະວ່າເຮັດຜ່ານມາກໍບໍ່ມີ ມີແຕ່ຄົນ ຄັນຕິດຕາມກວດກາ ມັນກໍບໍ່ທົ່ວບໍ່ເຖິງ.

ທ່ານກ່າວຕື່ມວ່າ ປັດຈຸບັນ ໂຄງການຮ່ວມມືລະຫວ່າງລາວ ແລະສະຫະຣັຖອາເມຣິກາ ດັ່ງກ່າວ ຢູ່ໃນຂັ້ນຕອນການວາງແຜນເຄື່ອນໄຫວ ຢູ່ສາມເມືອງເປົ້າໝາຍ ແລະການຈັດຕັ້ງຄະນະກັມມະການຂັ້ນແຂວງ, ຂັ້ນເມືອງ ຮັບຜິດຊອບໂຄງການນີ້ ແລະຄາດວ່າ ຫລັງຈາກເດືອນມິນາ ທີ່ຈະມາເຖິງນີ້ ກໍຈະດໍາເນີນການໄດ້.

ປັດຈຸບັນ ຊາວບ້ານ ທີ່ຢູ່ຕິດກັບປ່າສງວນແຫ່ງຊາດ ດົງຫົວສາວ ຍັງລັກຕັດໄມ້ຢູ່ປ່ານັ້ນ ໄປຂາຍໃຫ້ພວກນັກທຸຣະກິຈຢູ່ ແຕ່ບໍ່ຫລາຍ ຍ້ອນໄດ້ມີຄໍາສັ່ງໃຫ້ຍຸຕິໂຮງງານໄມ້ ຈໍານວນນຶ່ງ ທີ່ຮັບຊື້ໄມ້ຜິດກົດໝາຍນັ້ນແລ້ວ.

ເຈົ້າໜ້າທີ່ປະຈໍາ ປ່າສງວນແຫ່ງຊາດ ດົງຫົວສາວ ກ່າວໃນມື້ດຽວກັນນີ້ວ່າ ປະຕິເສດບໍ່ໄດ້ ຍັງມີການລັກຕັດໄມ້ໄປຂາຍຢູ່ ແຕ່ບໍ່ຫລາຍ, ໄດ້ໃຊ້ GPS ແລະໂດຣນ ຕິດຕາມ ກວດກາ.

ປະຊາຊົນບຸກລຸກປ່າສງວນ ເພື່ອຕັດໄມ້ໄປຂາຍໃຫ້ນັກທຸຣະກິຈ ກໍປະຕິເສດບໍ່ໄດ້ ກໍມີເນາະ ກໍມີຈໍານວນໜ້ອຍ ເພາະວ່າດຽວນີ້ເຮົາຮັດກຸມທາງໂຮງງານເນາະ. GPS ນີ້ເຮົາອາສັຍຈັບຈຸດພິຄັດ ເຮົາເດີນສໍາຣວດ ແລ້ວບາດນີ້ ເຮົາໄດ້ຂໍ້ມູນພຸ້ນແລ້ວ ເຮົາມາເອົາແຜນທີ່ງ່າຍເນາະ ມັນເປັນເຄື່ອງມືຮັບໃຊ້ຄູ່ກັນເດ້. ໂດຣນນີ້ ໄດ້ເບິ່ງເນື້ອທີ່ກວ້າງເນາະ ໃຊ້ເວລາຍ່າງ ໃຊ້ເວລາໄປເບິ່ງຕົວຈິງເປັນມື້ ແລ້ວເຮົາໃຊ້ໂດຣນບິງເບິ່ງເນາະ. ບາງຄັ້ງເຮົາອາຈເຫັນພາບຢູ່ໂດຣນຫັ້ນເລີຍເນາະ ເຮົາເຫັນແລ້ວແລ້ວເຮົາໄປ ເຮົາຖືກເປົ້າໝາຍໂລດນ່າ ເຮົາໄດ້ທັນເຫດການວ່າຊັ້ນສາ.  

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຈໍາປາສັກ ແລະທີ່ປະຈໍາ ຢູ່ປ່າສງວນແຫ່ງຊາດ ດົງຫົວສາວ ກ່າວວ່າ ການຊ່ອຍເຫລືອ ຂອງສະຫະຣັຖອາເມຣິການີ້ ແນ່ນອນເປັນສິ່ງທີ່ດີ ແຕ່ກໍຢາກສເນີແນະ ໃຫ້ເອົາວຽກງານຂອງຂແນງກວດກາປ່າໄມ້ ແລະຂແນງສົ່ງເສີມ ກະສິກັມ ຮວມເຂົ້າກັນ ເພື່ອໃຫ້ຊາວບ້ານມີດິນທໍາກິນ, ບໍ່ບຸກລຸກປ່າ ໂດຍການຈັດສັນທີ່ດິນໃຫ້ ຍ້ອນວ່າ ປະຊາກອນຂຍາຍໂຕຫລາຍຂຶ້ນ, ບ້ານທີ່ເຄີຍມີ 10 ຄອບຄົວ ກໍມີເຖິງ100 ຄອບຄົວແລ້ວ. ບ້ານໜອງປາແຂກ ແລະບ້ານນໍ້າຟ້າ ຊາວບ້ານບຸກລຸກເນື້ອທີ່ປ່າເພື່ອທໍາການກະເສຕ ບ້ານລະ 300-400 ເຮັກຕ້າຣ໌.

ມາເຖິງປັດຈຸບັນ ກົມກວດກາປ່າໄມ້ ຂອງລາວ ຍັງບໍ່ສາມາດເວົ້າໄດ້ວ່າ ຈະມີການຈັດສັນ ທີ່ດິນທໍາກິນໃຫ້ປະຊາຊົນ ທີ່ບຸກລຸກປ່າເພື່ອທໍາການກະເສຕ ຫລືບໍ່ ຊຶ່ງປັດຈຸບັນ ຈະເນັ້ນໃສ່ວຽກງານ ກວດກາປ່າ ຕາມຈຸດປະສົງ ຂອງໂຄງການທີ່ວ່ານີ້ກ່ອນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ກະຊວງ ກະສິກັມ ແລະປ່າໄມ້.

ໂຄງການທີ່ ສະຫະຣັຖອາເມຣິກາ ຊ່ອຍເຫລືອນີ້ ມີກໍານົດແຕ່ປີ 2023 ຫາປີ 2025 ໂດຍປະມານ. ຖ້າຫາກທາງການລາວ ຈັດຕັ້ງປະຕິບັດໄດ້ດີ ທາງສະຫະຣັຖອາເມຣິກາ ກໍຈະສືບຕໍ່ໃຫ້ງົບປະມານຕື່ມ, ອີງຕາມຂໍ້ມູນ ຈາກກະຊວງກະສິກັມ ແລະປ່າໄມ້ ແລະອົງການ ຣີຄອຟ ປະຈໍາລາວ ຫຼື RECOFTC (The Regional Community Forestry Training Center (Asia and the Pacific)) ສູນຝຶກອົບຮົມດ້ານປ່າໄມ້ຊຸມຊົນ ໃນພາກພື້ນເອເຊັP ແລະປາຊິຟິກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org