ລະບຽບໜັກໜາ ຄົນງານຈຳໃຈລາ ຈາກສວນກ້ວຍ
ຄົນງານລາວ ທີ່ເຮັດວຽກຢູ່ສວນກ້ວຍຈີນ ຢູ່ເມືອງບໍຣິຄັນ ພາກັນອອກວຽກ ຈົນເຫຼືອຈຳນວນບໍ່ຮອດ 100 ຄົນ ຍ້ອນຖືກນາຍຈ້າງ ຕັ້ງກົດລະບຽບຫຼາຍເກີນໄປ ແລະ ມີບັນອື່ນໆນຳດ້ວຍ
-
ພູວົງສ໌
2021-10-22 -
-
-
Your browser doesn’t support HTML5 audio
ຄົນງານລາວ ທີ່ເຮັດວຽກຢູ່ສວນກ້ວຍ ຂອງນັກລົງທຶນຈີນ ບໍຣິສັດວິເອສ ອຸດສາຫະກັມການຄ້າ ແລະ ກະສິກັມຄົບວົງຈອນ ຈຳກັດຜູ້ດຽວ ຢູ່ເຂດບ້ານທ່າເຮືອ-ບ້ານຫາດຍືນ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ພາກັນລາອອກຈາກວຽກ ຈົນເຫຼືອຄົນງານລາວ ຈຳນວນບໍ່ຮອດ 100 ຄົນ ໃນປັດຈຸບັນ ຈາກທີ່ເຄີຍມີເຖິງປະມານ 600 ຄົນ ໃນປີ 2019-2020 ຍ້ອນຖືກນາຍຈ້າງຊາວຈີນ ຕັ້ງກົດລະບຽບຫຼາຍເກີນໄປ ເປັນຕົ້ນວ່າ ບໍ່ໃຫ້ຄົນງານລາວ ອອກໄປຊື້ເຄື່ອງຈາກຮ້ານຄ້າ ນອກສວນກ້ວຍ ແລະ ບັງຄັບໃຫ້ຊື້ແຕ່ເຄື່ອງ ແລະ ອາຫານ ຈາກຮ້ານຄ້າ ຂອງສວນກ້ວຍ, ເຊິ່ງມີລາຄາແພງກວ່າຕລາດ. ຄັນຄົນງານລາວຄົນໃດ ລັກອອກໄປຂ້າງນອກ ກໍຈະຖືກໄລ່ອອກທັນທີ. ດັ່ງຄົນງານລາວ ນາງນຶ່ງ ທີ່ເຮັດວຽກຢູ່ສວນກ້ວຍດັ່ງກ່າວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ຕຸລາ ນີ້ວ່າ:
“ກະບໍ່ຫຼາຍແລ້ວດຽວນີ້ ເຂົາໜີ 70-80 ຄົນນີ້ແຫຼະ, ເຂົາບໍ່ໃຫ້ອອກໄປ ຕິດໂຄວິດ-19 ນຳພວກແມ່ຄ້າ, ວ່າຊັ້ນ. ຄົນລາວກະບໍ່ໃຫ້ຊື້ ໃຫ້ຊື້ນຳຄົນຈີນ ຂາຍກະຂາຍແພງ ບໍ່ໃຫ້ອອກ ເຂົາອອກໄດ້ ເຮົາອອກບໍ່ໄດ້ ຫຼາຍຄົນຢູ່ກະຢາກເມືອ, ຫັ້ນນ່າ. ຖ້າແມ່ນບໍ່ແມ່ນໂຄວິດ-19 ເຂົາເມືອໝົດສວນແລ້ວ.”
ຍານາງກ່າວອີກວ່າ ນອກຈາກນາຍຈ້າງ ຈະຕັ້ງກົດລະບຽບຫຼາຍຢ່າງແລ້ວ, ທາງເທື່ອ ກໍຍັງໃຫ້ເງິນຄ່າຈ້າງແກ່ຄົນງານລາວ ແບບຫຼ້າຊ້າ ເຮັດໃຫ້ເປັນສາເຫດນຶ່ງ ທີ່ເຮັດໃຫ້ຄົນງານລາວ ທີ່ມາຈາກຕ່າງແຂວງ ພາກັນຕັດສິນໃຈລາອອກຈາກວຽກ ໄປຊອກຫາວຽກຢ່າງອື່ນແທນ ເນື່ອງຈາກຫຼາຍຄົນເຫັນວ່າ ການເຮັດວຽກຢູ່ສວນກ້ວຍແຫ່ງນີ້ ເຮັດໃຫ້ຂະເຈົ້າຖືກກົດຂີ່ຫຼາຍເກີນໄປ. ໃນຂະນະທີ່ຄົນງານ ອີກທ່ານນຶ່ງ ທີ່ຍັງເຮັດວຽກຢູ່ສວນກ້ວຍຈີນແຫ່ງນີ້ ກ່າວວ່າ ອີກບັນຫານຶ່ງ ທີ່ລາວກຳລັງປະເຊີນໃນເວລານີ້ ຄືເຮືອນພັກຄົນງານ ທີ່ລາວອາສັຍຢູ່ພາຍໃນສວນກ້ວຍ ກໍມີສະພາບເປ່ເພຫຼາຍ ພ້ອມດຽວກັນ ຢູ່ພາຍໃນສວນກ້ວຍແຫ່ງນີ້ ກໍຍັງມີການໃຊ້ສານເຄມີຫຼາຍ ເພື່ອໃຫ້ຜົລຜລິຕ ມີສະພາບດີ.
“ໂອ່ຍ, ບ້ານພັກບໍ່ດີແລ້ວ ຊິລົ້ມແລ້ວ ເກົ່າແລ້ວ, ແຕ່ວ່າເພິ່ນກຳລັງສ້າງໃໝ່ ສິ່ງຈຳເປັນແຫຼະ ເຮົາເຝົ້າກ້ວຍເປັນປີນ່າ ຢູ່ບ່ອນນີ້ ມັນບໍ່ຢາກເປັນປານໃດ. ໄດ້ສີດຢາໃສ່ຫຼາຍຂນາດ ເມືອບໍ່ໄດ້ແລ້ວ ເຮັດແຮງງານບໍ່ໄດ້ແລ້ວ ກະຈຳເປັນແຫຼະ ຕາຍກະຕາຍຢູ່ນີ້.”
ສ່ວນຊາວບ້ານທ່ານນຶ່ງ ທີ່ອາສັຍຢູ່ໃກ້ຄຽງກັບສວນກ້ວຍແຫ່ງດັ່ງກ່າວ ກໍຢືນຢັນວ່າ ປັດຈຸບັນ ການເຮັດວຽກຢູ່ໃນສວນກ້ວຍຈີນ ແຫ່ງດັ່ງກ່າວ ຕ້ອງຢູ່ພາຍໃຕ້ ກົບຣະບຽບຫຼາຍຢ່າງ ຈົນເຮັດໃຫ້ຄົນງານລາວຫຼາຍຄົນ ຮັບບໍ່ໄດ້ ຈຶ່ງເປັນສາເຫດ ໃຫ້ພາກັນລາອອກຈາກວຽກໄປ.
“ກົດຣະບຽບມັນກໍຊິເຄັ່ງເຂົ້າໜ້ອຍນຶ່ງ ມັນບໍ່ຄືແຕ່ເກົ່າຜ່ານມາແລ້ວ, ຫັ້ນນ່າ. ກົດຣະບຽບແຕ່ລະປີ ມັນກະຈະບໍ່ຄືກັນ, ຫັ້ນນ່າ. ຄົນອອກມາຊື້ເຄື່ອງກະບໍ່ໄດ້ ມັນຍາກໜ້ອຍນຶ່ງ ຂະເຈົ້າບໍ່ໃຫ້ອອກ, ຫັ້ນນ່າ, ແຕ່ວ່າຄົນທາງນອກເຂົ້າໄປ ແບບວ່າໄປໄຮ່ໄປສວນຫັ້ນໄດ້.”
ແຕ່ຄະນະຜູ້ບໍຣິຫານ ຂອງສວນກ້ວຍ ບໍຣິສັດວີເອສ ອຸດສາຫະກັມການຄ້າ ແລະ ກະສິກັມຄົບວົງຈອນ ຈຳກັດຜູ້ດຽວ ທີ່ບໍ່ປະສົງອອກຊື່ ແລະ ສຽງ ທ່ານນຶ່ງ ກ່າວວ່າ: “ປັດຈຸບັນ, ຄົນງານພາຍໃນສວນກ້ວຍ ມີຈຳນວນໜ້ອຍລົງພໍສົມຄວນ ຍ້ອນໄລຍະນີ້ ຍັງບໍ່ໄດ້ສົ່ງກ້ວຍອອກໄປຈີນ ຕາມປົກກະຕິ ຈຶ່ງບໍ່ມີຄົນງານຫຼາຍ ເຫຼືອພຽງແຕ່ຈຸຄົນງານ ທີ່ເຮັດວຽກເຝົ້າສວນກ້ວຍ ແລະ ພັກເຊົາຢູ່ໃນສວນກ້ວຍ ແລະ ຢືນຢັນວ່າ ຢູ່ພາຍໃນສວນກ້ວຍ ຂອງບໍຣິສັດ ບໍ່ມີບັນຫາອື່ນໆ ຕາມທີ່ຄົນງານລາວອ້າງເຖິງ ແຕ່ຢ່າງໃດ.”
ສ່ວນຣາຍລະອຽດອື່ນໆ ເປັນຕົ້ນວ່າ ປັດຈຸບັນ, ຍັງເຫຼືອຄົນງານລາວຈັກຄົນ, ຄົນຈີນຈັກຄົນ ແລະ ທາງບໍຣິສັດ ມີການເບິ່ງແຍງຄົນງານແນວໃດ ຕລອດຈົນການໃຊ້ສານເຄມີ ຂນາດເທົ່າໃດນັ້ນ ທ່ານບໍ່ສາມາດໃຫ້ຂໍ້ມູນ ຢ່າງລະອຽດໄດ້.
ທາງດ້ານເຈົ້າໜ້າທີ່ ຫ້ອງການແຮງງານ ແລະ ສວັດດີການສັງຄົມ ເມືອງບໍຣິຄັນ ກ່າວວ່າ ສຳລັບບັນຫາທີ່ເຄີຍເກີດຂຶ້ນ ຢູ່ສວນກ້ວຍຈີນດັ່ງກ່າວ ທາງເຈົ້າໜ້າທີ່ ກໍໄດ້ລົງໄປຕິດຕາມແກ້ໄຂແລ້ວ. ສ່ວນສາເຫດທີ່ທາງສວນກ້ວຍ ບໍ່ອະນຸຍາດໃຫ້ຄົນງານລາວ ອອກໄປຊື້ເຄື່ອງ ນອກສວນກ້ວຍນັ້ນ, ກໍຍ້ອນຢ້ານອອກໄປຕິດເຊື້ອໂຄວິດ-19.
“ອັນນີ້ລະແມ່ນທາງພວກເຮົາ ລົງໄປເວົ້າ ເພິ່ນກະແກ້ໄຂ ໄລຍະນີ້ລະແມ່ນໂຄວິດ-19 ຂະເຈົ້າລະບໍ່ຢາກໃຫ້ໄປນອກ.”
ຢ່າງໃດກໍຕາມ, ພາຍໃນປີນີ້ ຍັງໄດ້ເກີດເຫດການຄົນງານລາວ ເສັຽຊີວິຕ 2 ຄົນ ໃນສວນກ້ວຍແຫ່ງດັ່ງກ່າວ ຍ້ອນເປັນພະຍາດ ດ້ານລະບົບທາງເດີນຫາຍໃຈ, ເຊິ່ງໝູ່ຄົນງານລາວ ທີ່ເສັຽຊີວິຕ ແລະ ເຈົ້າໜ້າທີ່ ເຊື່ອວ່າ ອາຈໄດ້ຮັບສານເຄມີ ເຂົ້າຮ່າງກາຍຫຼາຍເກີນໄປ. ໃນຂະນະທີ່ບໍ່ມີຣາຍງານວ່າ ທາງຄອບຄົວ ໄດ້ຮັບຄ່າຊົດເຊີຍແນວໃດ ແລະ ມີຄົນງານລາວ ອີກຈຳນວນນຶ່ງ ທີ່ເຮັດວຽກໃນສວນກ້ວຍແຫ່ງນີ້ເຊັ່ນກັນ ກໍມີອາການປ່ວຍທາງຈິຕ ແລະ ຍາດພີ່ນ້ອງ ກໍໄດ້ມາຮັບໂຕກັບໄປບ້ານເກີດ ໃນຕ່າງແຂວງແລ້ວ.
ບໍຣິສັດ ວີເອສ ອຸດສາຫະກັມການຄ້າ ແລະ ກະສິກັມຄົບວົງຈອນ ຈຳກັດຜູ້ດຽວ ໄດ້ເຊັນສັນຍາ ກັບທາງການແຂວງບໍຣິຄຳໄຊ ພ້ອມກັບເຣີ່ມລົງທຶນປູກກ້ວຍຫອມ ຢູ່ເຂດບ້ານທ່າເຮືອ-ບ້ານຫາດຍືນ ມາຕັ້ງແຕ່ປີ 2019 ໃນເນື້ອທີ່ທັງໝົດ ປະມານ 500 ເຮັກຕ້າຣ, ໂດຍມີອາຍຸສັມປະທານ 15 ປີ.