ເອກຊົນໄທຍ ສັມປະທານ ໂຄງການພລັງງານລົມ ຢູ່ເຊກອງ
ທາງການລາວ ແລະ ບໍຣິສັດໄທຍ ເຊັນສັນຍາສັມປະທານ ໂຄງການໄຟຟ້າ ພລັງງານລົມ ຂນາດ 600 ເມກາວັຕ ຢູ່ເຊກອງ ແລະອັດຕະປື ເພື່ອສົ່ງໄຟຟ້າ ຂາຍໃຫ້ປະເທດວຽດນາມ.
-
ພອນ ພູມມີທອນ
2022-12-12 -
-
-
Your browser doesn’t support HTML5 audio
ກະຊວງແຜນການ ແລະການລົງທຶນ ຕາງໜ້າໃຫ້ຣັຖບານລາວ ໄດ້ເຊັນສັນຍາສັມປະທານ ໂຄງການໄຟຟ້າພລັງງານລົມ ທີ່ມີກໍາລັງການຜລິຕ 600 ເມກາວັຕ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ແລະເມືອງຊານໄຊ ແຂວງອັດຕະປື ກັບບໍຣິສັດ ມອນຊູນວິນ ພາວເວີ້ ຈໍາກັດ ຫລື Monsoon wind Power ຂອງນັກລົງທຶນໄທຍ ໃນມື້ວັນທີ 1 ທັນວາ 2022 ທີ່ຜ່ານມາ.
ພາຍຫລັງຈາກທີ່ໄດ້ເຊັນສັນຍາສັມປະທານໄປແລ້ວ ບໍຣິສັດຜູ້ພັທນາໂຄງການ ໄຟຟ້າພລັງງານລົມແຫ່ງນີ້ ກໍໄດ້ເຣີ່ມເຂົ້າ ໄປໃນພື້ນທີ່ ເພື່ອດໍາເນີນການກໍ່ສ້າງ ໂຄງຮ່າງພື້ນຖານທີ່ຈໍາເປັນ ເປັນຕົ້ນແມ່ນ ອາຄານ ສໍານັກງານ ແລະ ກັງຫັນລົມຕາມລໍາດັບ ຄຽງຄູ່ກັນນັ້ນ ກໍໄດ້ຕຽມ ການຊົດເຊີຍ ຜົລກະທົບຊາວບ້ານນໍາດ້ວຍ.
ດັ່ງ ເຈົ້າໜ້າທີ່ ໂຄງການໄຟຟ້າພລັງງານລົມ Monsoon wind ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເວຣີ ໃນມື້ວັນທີ 12 ທັນວາ ນີ້ວ່າ:
“ໂດຍແມ່ນ ກໍາລັງເຣີ່ມເຈົ້າ ຢູ່ໃນຊ່ວງກໍ່ສ້າງ ມີທັງເຊກອງ ແລະ ອັດຕະປື ເປັນທັງສອງແຂວງ, (ຜົລກະທົບຊາວບ້ານ) ໂຕນີ້ມັນ ກະບໍ່ເຫັນວ່າຊິຖືກຜົລກະທົບຫລາຍເຈົ້າ ຂະເຈົ້າກະຍັງຢູ່ຫັ້ນໄດ້ ບໍ່ເຖິງຂັ້ນວ່າໂຍກຍ້າຍ.”
ເຈົ້າໜ້າທີ່ທ່ານນີ້ ກໍໄດ້ກ່າວຕື່ມວ່າ ການກໍ່ສ້າງໂຄງການໄຟຟ້າພລັງງານລົມແຫ່ງນີ້ ຈະມີກັງຫັນລົມຈໍານວນ 133 ຕັນ ແຕ່ລະຕັນ ຈະຜລິດໄຟຟ້າໄດ້ 4-4.5 ເມກາວັຕ ໂດຍເຣີ່ມດຳເນີນການກໍ່ສ້າງ ນັບແຕ່ໄລຍະທ້າຍປີ 2022 ນີ້ ແລະ ຈະກໍ່ສ້າງສຳເຣັດ ພາຍໃນກາງປີ 2025 ແລະ ສົ່ງໄຟຟ້າຂາຍໃຫ້ວຽດນາມໃນທ້າຍປີ 2025 ຕາມສັນຍາການຊື້ຂາຍໄຟຟ້າ ຫລື Power Purchases Agreements (PPA) ເປັນໄລຍະເວລາ 25 ປີ.
ສ່ວນເຣຶ່ອງການປະເມີນຜົລກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການດັ່ງກ່າວນີ້ ມາຮອດປັດຈຸບັນ ໄດ້ເກັບຮີບໂຮມຂໍ້ມູນຄົບຖ້ວນແລ້ວ ໂດຍຈະບໍ່ມີການໂຍກຍ້າຍຊາວບ້ານອອກຈາກພື້ນທີ່ໄປຢູ່ບ່ອນອື່ນ ແຕ່ຈະມີບ້ານທີ່ໄດ້ຮັບຜົລກະທົບສູນເສັຍທີ່ດິນທໍາການກະເສຕ ແລະຜົລປູກບາງສ່ວນ ຈໍານວນທັງໝົດ 23 ບ້ານ ມີເກືອບ 400 ຄອບຄົວ ຢູ່ໃນເມືອງດາກຈຶງ ແຂວງເຊກອງ ແລະເມືອງຊານໄຊ ແຂວງອັດຕະປື.
ກ່ຽວກັບເຣຶ່ອງນີ້ ຊາວບ້ານຜູ້ນຶ່ງ ທີ່ໄດ້ຣັບຜົລກະທົບ ໃນເມືອງດາກຈຶງ ແຂວງເຊກອງ ກ່າວວ່າ ຮູ້ສຶກດີໃຈ ທີ່ບໍ່ມີຄອບຄົວໃດ ຖືກໂຍກຍ້າຍອອກຈາກພື້ນທີ່ ແລະດີໃຈ ທີ່ມີບໍຣິສັດຕ່າງຊາຕ ເຂົ້າມາພັທນາດ້ານພລັງງານສະອາດ ເຊິ່ງຈະຊ່ວຍສົ່ງເສີມດ້ານເສຖກິຈ-ສັງຄົມໃນພື້ນທີ່ ໃຫ້ມີການຂຍາຍໂຕເພີ່ມຂຶ້ນໃນອານາຄົດ.
ສ່ວນເຣຶ່ອງເງິນຊົດເຊີຍ ທາງບໍຣິສັດຜູ້ພັທນາໂຄງການ ແລະທາງການລາວ ກໍຈະຊົດເຊີຍໃຫ້ສະເພາະ ຜົລເສັຍຫາຍເນື້ອທີ່ການຜລິຕ, ຜົລປູກ ແລະອື່ນໆ ລວມທັງ ການຄິດໄລ່ມູນຄ່າການຊົດເຊີຍຂອງຊາວບ້ານ ທີ່ໄດ້ຮັບຜົລກະທົບຈາກໂຄງການ ປະມານ 90,000-170,000 ກີບ ຕໍ່ກິໂລກຣັມ ແຕ່ກໍຍັງບໍ່ທັນຮູ້ວ່າ ຈະໄດ້ຮັບເງິນຊົດເຊີຍໃນມື້ໃດ.
ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ອັນປະຊາຊົນຢູ່ອອ້ມຂ້າງຫັ້ນເບາະ ແມ່ນບໍ່ໄດ້ໂຍກຍ້າຍ ເພາະວ່າ ຫ່າງຈາກຊຸມຊົນວ່າຊັ້ນສາ ເອິ... ຊົດເຊີຍກະສ່ວນຫລາຍ ເພາະວ່າດິນມັນບໍ່ມີໃບແຈ້ງ ສ່ວນຫລາຍເຂົາຊົດເຊີຍ ມີແຕ່ຜົລຜລິຕຄ່າແຮງງານ ຄ່າທາງ ຊິບໍ່ຫລາຍດອກ.”
ຊາວບ້ານຜູ້ນີ້ກ່າວຕື່ມອີກວ່າ ເຖິງຈະບໍ່ມີຊາວບ້ານຖືກໂຍກຍ້າຍອອກຈາກພື້ນທີ່ ແຕ່ບໍຣິສັດຜູ້ພັທນາໂຄງການ ກໍຕ້ອງສົ່ງເສີມຊີວິຕການເປັນຢູ່ຂອງຊາວບ້ານໃນພື້ນທີ່ ໃຫ້ດີຂຶ້ນກວ່າເກົ່າ ທັງເຣຶ່ອງອາຊີບ, ສົ່ງເສີມ ການສຶກສາ, ສົ່ງເສີມ ສຸຂພາບອະນາມັຍ ຂອງຄົນໃນຊຸມຊົນ ແລະຊ່ວຍເຫລືອດ້ານອື່ນໆ ຫາກຊາວບ້ານຕ້ອງການຄວາມຊ່ວຍເຫລືອ.
ຊາວບ້ານອີກຜູ້ນຶ່ງ ໃນເມືອງດາກຈຶງ ກ່າວວ່າ ເຖິງຊາວບ້ານທີ່ໄດ້ຮັບຜົລກະທົບ ຈະໄດ້ຮັບເງິນຊົດເຊີຍ ທີ່ສົມເຫດສົມຜົລກໍຕາມ ແຕ່ກໍຍັງເປັນກັງວົນເຣຶ່ອງເນື້ອທີ່ທໍາການກະເສຕ ແລະລ້ຽງສັຕ ຈະບໍ່ພຽງພໍ ເຊິ່ງອາຈເປັນຜົລກະທົບຕໍ່ຊາວບ້ານໃນໄລຍະຍາວ ແລະຢາກໃຫ້ບໍຣິສັດຜູ້ພັທນາໂຄງການ ຊ່ວຍສົ່ງເສີມອາຊີບ ໃຫ້ກັບຊາວບ້ານ ໃຫ້ມີຊີວິຕການເປັນຢູ່ທີ່ດີຂຶ້ນກ່ວາເກົ່າ.
ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບາດນີ້ເວົ້າເຣຶ່ອງຂອງຊາວບ້ານ ເຂດການກິນການຢູ່ການຫາ ການທ່ອງທ່ຽວຫາກິນ ໂຕນີ້ມັນກະຫຍຸ້ງຍາກທີ່ສຸດໄດ໋ ແລ້ວປະຊາຊົນໃຫ້ມີການພັທນາຫັ້ນເນາະ.”
ສ່ວນຊາວບ້ານອີກຜູ້ນຶ່ງ ໃນເມືອງຊານໄຊ ແຂວງອັດຕະປື ກ່າວວ່າ ຫາກບໍຣິສັດຜູ້ພັທນາໂຄງການໄດ້ປະເມີນຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ແລະໄກ່ເກັ່ຍເງິນຊົດເຊີຍກັບຊາວບ້ານຢ່າງເໝາະສົມແລ້ວ ຊາວບ້ານກໍພ້ອມ ໃຫ້ສນັບສນູນໂຄງການດັ່ງກ່າວ ເນື່ອງຈາກ ເປັນໂຄງການທີ່ຜົລກະທົບບໍ່ຮຸນແຮງ.
ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ກໍບໍ່ມີບັນຫາຫຍັງດອກ ເພາະວ່າກະເຫັນດີຫັ້ນນ່າ ໄດ້ໃຊ້ພລັງງານໂຕນີ້ ສໍາຄັນແຕ່ວ່າ ມີແຕ່ເຮົາໄດ້ເຄັຍພື້ນທີ່.”
ທາງດ້ານ ເຈົ້າໜ້າທີ່ຜແນກພລັງງານແລະບໍ່ແຮ່ ແຂວງເຊກອງ ກ່າວວ່າ ຢາກໃຫ້ບໍຣິສັດຜູ້ພັທນາໂຄງການດັ່ງກ່າວ ປະເມີນຜົລກະທົບດ້ານສິ່ງແວດລ້ອມ-ສັງຄົມຢ່າງລະອຽດ ທັງເຣຶ່ອງທີ່ດິນ ທີ່ຖືກນໍາໃຊ້ແບບຊົ່ວຄາວ ແລະ ແບບຖາວອນ, ຜົລປູກ ລວມເນື້ອທີ່ 1,000 ເຮັກຕ້າ ແລະຊັພສິນອື່ນໆ ຈະຕ້ອງຊົດເຊີຍເງິນໃຫ້ກັບຊາວບ້ານ ຕາມຄວາມເໝາະສົມ ຂອງສະພາບເສຖກິຕໃນປັດຈຸບັນ ເພື່ອບໍ່ໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ເກີດຄວາມຫຍຸ້ງຍາກໃນການໃຊ້ຊີວິຕ.
ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍະເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕນີ້ ນີ້ (ການຊົດເຊີຍ)ຕ້ອງເອົາຣະບົບການ ເຫນັງຕືງ ເສຖກິຈ ເງິນເຟີ້ຕ່າງໆ ເຮົາຕ້ອງເບິ່ງກະເປັນຕາອີ່ຕົນປະຊາຊົນໄດ໋ ສົມມຸດວ່າ ບາງຄອບຄົວມີດິນສອງ-ສາມຕອນ ກະຖືກໝົດໂຄງການ ຊິເອົາຫຍັງໄປລ້ຽງລູກຫລານ ເຮົາຕ້ອງເບິ່ງຫລາຍແງ່ ເພື່ອຫຍັງ ກະເພື່ອບໍ່ໃຫ້ມີຜົລກະທົບນໍາຫລັງ ບໍ່ມີບັນຫານໍາຫລັງຫັ້ນ.”
ນອກຈາກນີ້ ກໍຢາກໃຫ້ບໍຣິສັດ ຜູ້ພັທນາໂຄງການດັ່ງກ່າວ ເອົາໃຈໃສ່ໃນເຣຶ່ອງຂອງ ບັນຫາທາງດ້ານຄຸນນະພາບສຽງ, ອາກາດ ໃນ ໄລຍະທີ່ມີການກໍ່ສ້າງ, ອຸບັດຕິເຫດຂອງກັມມະກອນ ແລະ ອຸບັດຕິເຫດໃນສນາມກໍ່ສ້າງ, ການຖີ້ມຂີ້ເຫຍື້ອຊະຊາຍ ແລະເສດວັດຖຸກໍ່ສ້າງ ທີ່ອາດສົ່ງກະທົບຕໍ່ສພາບດິນ ແລະ ຄຸນນະພາບຂອງນ້ໍາ ກໍຕ້ອງໄດ້ຕິດຕາມ-ກວດກາຢ່າງຕໍ່ເນື່ອງ.
ໂຄງການໄຟຟ້າພລັງງານລົມ ທີ່ມີກຳລັງຜລິຕ 600 ເມກາວັຕ ມີມູນຄ່າທຶນ 930 ລ້ານໂດລາ ສຫຣັຖ ຖືກພັທນາ ໂດຍ ບໍຣິສັດ ມອນຊູນວິນພາວເວີ້ ຈໍາກັດ ຫລື Monsoon wind power ເຊິງຢູ່ພາຍໃຕ້ບໍຣິສັດ ອິມແພຄ ເອັນເນີຣ໌ຈີ ເອເຊັຍ ດີເວລລອປເມັ້ນ ຫລື Impact Energy Asia Development (IEAD) ທີ່ຈົດທະບຽນຢູ່ປະເທດໄທຍ ແລະມີປະເທດຮ່ວມລົງທຶນ 5 ປະເທດ 1 ເຂດ ຄືໄທຍ, ຮ່ອງກົງ, ເນເທິແລນດ໌, ສິງຄໂປຣ໌, ຍີ່ປຸ່ນ ແລະ ລາວ.