ຣັຖບານລາວ ຮ່ວມກັບເອກຊົນ ພັທນາໂຄງການໄຟຟ້າ ພະລັງງານລົມ ຢູ່ເຊກອງ
ຣັຖບານລາວ ເຊັນສັນຍາ ພັທນາໂຄງການໄຟຟ້າ ພະລັງງານລົມ ເພີ່ມອີກ 1,000 ເມກະວັດ ຢູ່ແຂວງເຊກອງ ສ່ວນເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມເບື້ອງຕົ້ນ ຍັງມີປະຊາຊົນລາວ ຖືກຜົລກະທົບ ໂຍກຍ້າຍອອກຈາກພື້ນທີ່ ແຕ່ຫາກມີພາກສ່ວນໃດ ມີຄວາມສ່ຽງ.
-
ພອນ ພູມມີທອນ
2023-09-14 -
-
-
Your browser doesn’t support HTML5 audio
ຣັຖບານລາວ ເຊັນສັນຍາ ພັທນາໂຄງການໄຟຟ້າ ພະລັງງານລົມ ຂນາດ 1,000 ເມກະວັດ ຢູ່ເມືອງລະນາມ ແລະ ເມືອງດາກຈຶງ ແຂວງເຊກອງ ຫລື ໂຄງການເຊກອງ ວິນຟາມ (Sekong Wind Farm) ໂດຍບໍຣິສັດ Impacts Energy Asia Development (IEAD) ເປັນຜູ້ພັທນາ ໂຄງການ ໃນມື້ວັນທີ 8 ກັນຍາ 2023 ນີ້ ທີ່ນະຄອນຫລວງວຽງຈັນ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ບໍຣິສັດ Monsoon Wind Power ສໍານັກງານໃຫຍ່ ປະເທດໄທຍ ກ່າວວ່າ ການເຊັນສັນຍາ ພັທນາໂຄງການໄຟຟ້າພະລັງງານລົມ ກໍາລັງຕິດຕັ້ງ 1,000 ເມກະວັດ ໃນຄັ້ງນີ້ ແມ່ນເປັນການຂຍາຍເພີ່ມ ຈາກເດີມທີ່ມີກໍາລັງຕິດຕັ້ງ 600 ເມກະວັດ ເຊິ່ງຢູ່ພາຍໃຕ້ບໍຣິສັດ ມອນຊູນວິນ ພາວເວີຣ໌ ຈຶ່ງເຮັດໃຫ້ໂຄງການພັທນາດັ່ງກ່າວ ມີກໍາລັງຕິດຕັ້ງລວມ 1,600 ເມກະວັດ.
ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 14 ກັນຍາ ນີ້ວ່າ:
(ໄທຍ) “ໂຄງການດຽວກັນ ຫາກໍ ເບິ່ງປວັດຂອງບໍຣິສັດທີ່ລາວ ວ່າມັນປະມານ 1,600 ເມກະວັດ.”
ສໍາລັບ ໂຄງການພັທນາໄຟຟ້າ ພະລັງງານລົມ ໃນໄລຍະທໍາອິດ ຈະມີກໍາລັງຕິດຕັ້ງ 600 ເມກະວັດ ນໍາໃຊ້ກັງຫັນລົມ ທັງໝົດ 133 ຕົ້ນ ກວມເອົາເນື້ອທີ່ປະມານ 1,000 ເຮັກຕ້າຣ໌ ຈຸດທີ່ຕັ້ງຂອງໂຄງການ ຈະຢູ່ໃນເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື.
ສ່ວນໂຄງການພັທນາ ໄຟຟ້າພະລັງງານລົມ ໄລຍະທີ່ ສອງ ມີກໍາລັງຕິດຕັ້ງ 1,000 ເມກະວັດ ຈຸດທີ່ຕັ້ງຈະຢູ່ໃນເມືອງລະນານ ແລະ ເມືອງດາກຈຶງ ແຂວງເຊກອງ ແຕ່ຍັງບໍ່ມີການເປີດເຜີຍວ່າ ຈະນໍາໃຊ້ເນື້ອທີ່ຈັກເຮັກຕ້າ ແຕ່ໂຄງການໄດ້ມີການຂໍສັມປະທານ ເນື້ອທີ່ກັບ ຣັຖບານລາວແລ້ວ 68,000 ເຮັກຕ້າຣ໌.
ເຈົ້າໜ້າທີ່ບໍຣິສັດ (Impact Energy Asia Development (IEAD) ຜູ້ພັທນາໂຄງການ ທີ່ມີ ສໍານັກງານຢູ່ປະເທດໄທຍ ກ່າວວ່າ ການພັທນາໂຄງການໄຟຟ້າ ພະລັງງານລົມ ກໍາລັງຕິດຕັ້ງ 1,600 ເມກະວັດ ຢູ່ເມືອງລະນາມ, ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ແມ່ນໄດ້ຮັບທຶນກູ້ຍືມ ຈາກທນາຄານພັທນາເອເຊັຽ ຫລື ADB ໂດຍມີເປົ້າໝາຍ ທີ່ຈະຜລິດ ພະລັງງານໄຟຟ້າສະອາດ ເພື່ອສົ່ງຂາຍໃຫ້ປະເທດວຽດນາມ ເປັນຫລັກ.
ສ່ວນເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມເບື້ອງຕົ້ນ ຍັງມີປະຊາຊົນລາວ ຖືກຜົລກະທົບ ໂຍກຍ້າຍອອກຈາກພື້ນທີ່ ແຕ່ຫາກມີພາກສ່ວນໃດ ມີຄວາມສ່ຽງ ຫລື ຈະໄດ້ຮັບຜົລກະທົບ ທາງຜູ້ພັທນາໂຄງການ ກໍພ້ອມທີ່ຈະຊົດເຊີຍຢ່າງເໝາະສົມ ແລະ ຈະພັທນາ ຄຸນນະພາບຊີວິດ ແລະການເປັນຢູ່ຂອງປະຊາຊົນ ໃນພື້ນທີ່ ໃນທຸກໆດ້ານ.
ດັ່ງ ເຈົ້າໜ້າທີ່ ບໍຣິສັດ Impact Energy Asia Development (IEAD) ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
(ໄທຍ) “ເຮົາເຮັດ project finance ທີ່ມີ ADB ເປັນ Lead ບ່ອນນີ້ ເຊິ່ງເຂົາໃຫ້ຄວາມສໍາຄັນຢູ່ແລ້ວ ສິ່ງແວດລ້ອມ ຫລື ແມ່ນຫຍັງເອົາໃຈໃສ່ຢູ່ແລ້ວ ລວມເຖິງການພັທນາ ຄຸນນະພາບຊີວິດຊຸມຊົນ ທີ່ຢູ່ອ້ອມຂ້າງໂຄງການ ເຮົາໃຫ້ຄວາມສໍາຄັນບ່ອນນີ້. ໂຄງການເຮົາ ອະນຸມັດ ໂດຍ ADB ເຊິ່ງເຂົາໃຫ້ຄວາມສໍາຄັນ.”
ທາງດ້ານເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ກ່າວວ່າ ແຂວງເຊກອງ ແລະ ແຂວງອັດຕະປື ຖືເປັນ ແຂວງທີ່ມີລົມຫລາຍຕລອດທັງປີ ເພາະມີລັກສະນະ ພູມປະເທດ ເປັນພູສູງ ບວກກັບ ມີອ່າງເກັບນ້ໍາຂນາດໃຫຍ່ ເຊິ່ງເອື້ອຕໍ່ການພັທນາ ໂຄງການໄຟຟ້າພະລັງງານລົມ ແລະ ດ້ວຍເຫດນີ້ ໂຄງການເຊກອງ ວິນຟາມ ຂອງບໍຣິສັດ ມອນຊູນວິນ ພາວເວີຣ໌ ຈຶ່ງໄດ້ມີການເພີ່ມກໍາລັງຕິດຕັ້ງ.
ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນ ຢູ່ພຸ້ນມັນເປັນພູສູງ ລົມມັນກະຫລາຍ ຢູ່ຫັ້ນກໍມັນຊິມີລົມຫລາຍຫັ້ນ ມັນມີອ່າງນ້ໍາເຊກະຫມານໃຫຍ່ໆເດ້ຢູ່ຫັ້ນ ເພາະວ່າມັນມີອ່າງແລ້ວ ມັນມັກມີລົມເດ້ ກະເອົາສົ່ງອອກວຽດນາມ ເພາະວ່າມັນມີຕາຂ່າຍແຫລະ.”
ເຈົ້າໜ້າທີ່ຜແນກຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງເຊກອງ ກ່າວວ່າ ການສຶກສາ, ສໍາຣວດ ຄວາມເປັນໄປໄດ້ ຂອງການພັທນາໂຄງການໄຟຟ້າ ພະລັງງານລົມ ຂອງບໍຣິສັດ ມອນຊູນວິນ ພາວເວີຣ໌ ຖືວ່າມີເນື້ອທີ່ ສັມປະທານ ກວ້າງໃຫຍ່ຫລາຍ ແຕ່ສ່ວນໃຫຍ່ ຈະກວມເອົາເນື້ອທີ່ປ່າໄມ້ເປັນຫລັກ. ການປະເມີນ ຜົລກະທົບໃນເບື້ອງຕົ້ນ ພົບວ່າ ຈະມີຊາວບ້ານ ເມືອງດາກຈຶງ ແຂວງເຊກອງ ຈໍານວນ 22 ບ້ານ ແລະ ເມືອງຊານໄຊ ແຂວງອັດຕະປື ມີ 4 ບ້ານ ຈະສູນເສັຍທີ່ດິນລວມທັງໜົດ 1,260 ເຮັກຕ້າຣ໌ ໃນນັ້ນ ຈະສູນເສັຍທີ່ດິນແບບຖາວອນ 195 ເຮັກຕ້າຣ໌ ແລະ ສູນເສັຍທີ່ດິນແບບຊົ່ວຄາວ 1,260 ເຮັກຕ້າຣ໌.
ເຖິງແນວໃດກໍຕາມ ເຣື່ອງການຊົດເຊີຍຜົລກະທົບ ໃຫ້ຊາວບ້ານນັ້ນ ໂດຍທາງການແຂວງເຊກອງ ແລະ ທາງການແຂວງອັດຕະປື ຈະເປັນຜູ້ຮັບຜິດຊອບ ເຊິ່ງຄາດວ່າ ຈະມີການຈ່າຍເງິນຊົດເຊີຍ ໃຫ້ກັບຊາວບ້ານ ໃນອີກບໍ່ດົນນີ້ ແຕ່ບໍ່ມີຣາຍງານວ່າ ມື້ໃດແທ້.
ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ພວກເຮົາໄປສໍາຣວດເຊົ່າ ສັມປະທານດິນ ມັນມີ 2-3 ຈຸດ ຕິດແປະກັບຊານໄຊ (ອັດຕະປື) ຫັ້ນແນ່ ໂຕອາຄານບ້ານເຮືອນບໍ່ມີ ຖືກແຕ່ດິນ ກສິກັມ ຂະເຈົ້າ ດິນຜລິດຫັ້ນນ່າ ແລ້ວກະປ່າໄມ້ ບໍ່ມີກາຍໂຢກຍ້າຍອິຫຍັງດອກ.”
ຊາວລາວຜູ້ນຶ່ງ ໃນເມືອງດາກຈຶງ ແຂວງເຊກອງ ກ່າວວ່າ ຢາກໃຫ້ທາງການລາວ ແລະ ບໍຣິສັດຜູ້ພັທນາໂຄງການ ມີການສືກສາ, ສໍາຣວດຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດຮອບດ້ານ ເພື່ອບໍ່ໃຫ້ເກີດຜົລກະທົບຕາມມາ ແລະ ຫາກໂຄງການດັ່ງກ່າວ ມີຜົລກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມຂຶ້ນ ກໍຕ້ອງແກ້ໄຂຢ່າງຮີບດ່ວນ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄື ໂຄງການມາ ກະ ຕ້ອງເກັບກໍາດ້ານຜົລກະທົບ ໃຫ້ມັນລະອຽດ ກະເພື່ອ ບໍ່ໃຫ້ມີຜົລກະທົບ ມີຫຍັງກະປົກປ້ອງສິດ ຜົລປະໂຍດ ຂອງປະຊາຊົນແດ່ ຖ້າວ່າ ບັນຫາມັນເກີດຂຶ້ນມານໍາຫລັງຫັ້ນນ່າ ມັນຈະຍາກເຮົາ.”
ໂຄງການໄຟຟ້າພະລັງງານລົມ ດັ່ງກ່າວນີ້ ເປັນໂຄງການໄຟຟ້າ ພະລັງງານລົມແຫ່ງທໍາອິດ ຂອງປະເທດລາວ ທັງເປັນໂຄງການ ໄຟຟ້າພະລັງງານລົມ ທີ່ໃຫຍ່ທີ່ສຸດ ໃນຂົງເຂດ ເອເຊັຽຕາເວັນອອກ ສ່ຽງໃຕ້.
ປັດຈຸບັນ ໂຄງການຢູ່ລະຫວ່າງການກໍ່ສ້າງ, ຕິດຕັ້ງເສົາກັງຫັນລົມ ເຊິ່ງຄາດວ່າ ຈະສໍາເຣັດຕາມແຜນທີ່ວາງໄວ້ ໃນປີ 2025 ແລະມີເປົ້າໝາຍ ສົ່ງໄຟຟ້າອອກຂາຍໃຫ້ປະເທດວຽດນາມ ເປັນຫລັກ ຕາມສັນຍາຂໍ້ຕົກລົງ ໃນໄລຍະເວລາ 25 ປີ.
ໂຄງການໄຟຟ້າພະລັງງານລົມ ໄລຍະທໍາອິດ ທີ່ມີກໍາລັງຜລິດ 600 ເມກະວັດ ຈະມີກັງຫັນລົມທັງໝົດ 133 ຕົ້ນ, ມີ່ມູນຄ່າລົງທຶນ 950 ລ້ານໂດລ້າຣ໌ສະຫະຣັຖ ສ່ວນພາກຂຍາຍເພີ່ມອີກ 1,000 ເມກະວັດ ຍັງບໍ່ມີການເປີດເຜີຍ ຣາຍລະອຽດເທື່ອ.
ໂຄງການດັ່ງກ່າວນີ້ ພັທນາໂດຍ ບໍຣິສັດ ມອນຊູນວິນ ພາວເວີຣ໌ (Monsoon Wind Power) ເຊິ່ງຢູ່ພາຍໃຕ້ບໍຣິສັດ ອິມແພດ໌ເອເນີຈີ່ ເອເຊັຽ ດີເວີລອບເມັນ (Impact Energy Asia Development ຫຼື IEAD) ທີ່ຈົດທະບຽນ ຢູ່ປະເທດໄທຍ ແລະ ມີປະເທດ ທີ່ເຂົ້າຮ່ວມລົງທຶນ 5 ປະເທດ ແລະ 1 ເຂດ ຄື ໄທຍ, ຮອງກົງ, ເນເທແລນດ໌, ສິງກະໂປຣ໌, ຍີ່ປຸ່ນ ແລະ ລາວ ເຊິ່ງບໍຣິສັດ Power China ເຂົ້າມາຮັບເຫມົາກໍ່ສ້າງ ແລະ ຖືຫຸ້ນໃນບໍຣິສັດ ມອນຊູນວິນ ພາວເວີຣ໌ຈໍາກັດ.