ແມ່ຍິງລາວກັບຈາກ ຈີນ ບອກເຕືອນ

ແມ່ຍິງລາວ ທີ່ ກັບມາ ຈາກ ຈີນ ເຕືອນແມ່ຍິງ ຄົນອື່ນໆ ທີ່ຢາກໄປເຮັດວຽກ ຢູ່ຈີນ ໃຫ້ມີສະຕິ ລະວັງຕົວ.

ນໍ້າຄານ ຫລວງພຣະບາງ ຍາມແລງ Marcel

ນາງໜູ ນາມສົມມຸດ ແມ່ຍິງລາວອາຍຸ 20 ປີ ຢູ່ບ້ານນາຕານ ເມືອງແລະແຂວງ ຫລວງ ພຣະບາງ ທີ່ຖືກຄົນຈີນ ຊວນໄປເຮັດວຽກ ຢູ່ຈີນ 6 ເດືອນ ແລ້ວບໍ່ໃຫ້ກັບບ້ານ ຈົນນາງໄດ້ຂໍ ຄວາມຊ່ວຍເຫລືອ ຈາກເຈົ້າໜ້າທີ່ ແລະ ຖືກສົ່ງກັບເມືອບ້ານ ແລ້ວນັ້ນ, ໄດ້ເຕືອນໄປຍັງ ແມ່ຍິງລາວ ຄົນອື່ນໆ ທີ່ຢາກໄປເຮັດວຽກ ຢູ່ຈີນ ຕາມຄໍາຊັກຊວນ ຂອງຄົນຈີນນັ້ນ ໃຫ້ມີສະຕິລະວັງຕົວ ຫລາຍຂຶ້ນ ຍ້ອນການໄປຢູ່ຈີນ ຈະບໍ່ສະດວກສະບາຍ ຄືຢູ່ລາວ ແລະອາດຖືກນໍາໄປ ຂາຍກໍເປັນໄດ້. ດັ່ງ ນາງເວົ້າຕໍ່ RFA ໃນວັນທີ 30 ມິນາ 2017 ນີ້ວ່າ:

"ກະບໍ່ຕ້ອງໃຫ້ເຊື່ອຄົນງ່າຍ ຕອນທີ່ຢູ່ປະເທດເຮົາ ຂະເຈົ້າອາດຈະເວົ້າແນວນຶ່ງ ແບບເອົາໄປແລ້ວ ກະສິເປັນແນວນຶ່ງ ເພາະສັງຄົມຂອງເຂົາ ກັບຂອງເຮົາ ມັນບໍ່ຄືກັນ ເບິ່ງແລ້ວມັນ ຢູ່ບໍ່ໄດ້ ໄປຢູ່ພຸ້ນ ມັນອາກາດ ກະບໍ່ຄືກັນ ແລະກະໃຊ້ຊີວິດ ກະບໍ່ຄືກັນ".

ຄົນຈີນທີ່ມາຊັກຊວນ ນາງໄປນັ້ນ ບໍ່ໄດ້ຕົວະໄປ ແຕ່ຢ່າງໃດ ນາງສມັກໃຈໄປເອງ. ເມື່ອໄປຮອດແຂວງ ຢຸນນ່ານແລ້ວ ຄົນຈີນຜູ້ນັ້ນ ກໍພາ ນາງໄປຢູ່ຮ້ານແປງເຄື່ອງ ບໍ່ໄດ້ຖືກກັກຂັງ ຫລືບັງຄັບໃຫ້ ເຮັດວຽກໜັກ ແຕ່ຢ່າງໃດ ແຕ່ນາງ ຢູ່ໃນສັງຄົມຈີນ ບໍ່ໄດ້ ຈຶ່ງຂໍຄວາມຊ່ວຍເຫຼືອ ມາຍັງຄອບຄົວ ໃຫ້ຊ່ວຍພົວພັນ ກັບຕໍາຣວດຈີນ ແລະກົງສຸນລາວ ແລະໃນທີ່ສຸດ ກໍຖືກສົ່ງກັບບ້ານຢ່າງປອດພັຍ. ເມື່ອມາຮອດບ້ານແລ້ວ ຕົນກໍບໍ່ໄດ້ຕິດຕໍ່ ກັບຄົນຈີນ ຜູ້ນັ້ນເລີຍ.

ນາງເວົ້າອີກວ່າ ຕາມຂ່າວທີ່ໄດ້ຍິນມາ ຄາດວ່າແມ່ຍິງລາວ ທີ່ຖືກ ຊັກຊວນໄປເຮັດວຽກ ຢູ່ຈີນ ມີປະມານ 2 ພັນປາຍຄົນ. ນາງເວົ້າວ່າ ນາງຈະບໍ່ໄປຈີນອີກ ເພາະຢ້ານ ຈະບໍ່ໂຊກດີ ເປັນຄັ້ງທີ 2. ແຕ່ຄົນຈີນ ທີ່ເຂົ້າມາລາວ ເພື່ອຊັກຊວນ ແມ່ຍິງລາວໄປ ເຮັດວຽກ ຢູ່ຈີນນັ້ນ ກໍຍັງມີຢູ່ເລື້ອຍໆ ໃຫ້ລະມັດລະວັງ ຫລາຍຂຶ້ນ.

ກ່ຽວກັບເຣື່ອງນີ້ RFA ໄດ້ຕິດຕໍ່ໄປຍັງ ຫ້ອງການແມ່ຍິງ ແລະຫ້ອງການ ແຮງງານ ແລະ ສວັດດີການສັງຄົມ ເມືອງຫລວງພຣະບາງ ແຕ່ ເຈົ້າໜ້າທີ່ ບໍ່ຮູ້ກ່ຽວກັບຂ່າວ ເຣື່ອງທີ່ເກີດຂຶ້ນ ແລະວ່າບໍ່ທັນໄດ້ ຮັບຣາຍງານຫຍັງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org