ທາງການຈະປິດສວນກ້ວຍ ຂອງຈີນ

ທາງການລາວ ຈະສັ່ງໃຫ້ ປີດ ສວນປູກກ້ວຍ ຂອງຈີນ 18 ແຫ່ງ ຍ້ອນຣະເມີດ ກົດຣະບຽບ ການໃຊ້ ສານເຄມີ.

ສວນປູກກ້ວຍ ຂອງນັກລົງທຶນຈີນ ຢູ່ແຂວງບໍ່ແກ້ວ RFA/AS

ທາງການ ແຂວງບໍ່ແກ້ວ ມີແຜນການໂຈະ ການດຳເນີນ ກິຈການ 18 ບໍຣິສັດ ຂອງຈີນ ທີ່ລົງທຶນ ປູກກ້ວຍ ໃນແຂວງບໍ່ແກ້ວ ຍ້ອນຣະເມີດ ກົດຣະບຽບ ການໃຊ້ ສານເຄມີ. ຫົວຫນ້າ ຄນະກັມມາທິການ ສືບສວນແຫ່ງຣັດ ແຂວງບໍ່ແກ້ວ ທ່ານຈັນເພັງ ເກີດກ່ອງ ກ່າວຕໍ່ຫນັງສືພິມ ວຽງຈັນທາມ ທາງ ໂທຣະສັບ ໃນວັນພະຫັດວ່າ ເຈົ້າຫນ້າທີ່ ແຂວງບໍ່ແກ້ວ ໄດ້ປັບໃຫມ ແລະສັ່ງໂຈະ ກຸ່ມນັກລົງທຶນ ປູກກ້ວຍຈີນ ຜູ້ທີ່ບໍ່ ປະຕິບັດ ຕາມກົດຣະບຽບ ແລະ ນະໂຍບາຍ ການໃຊ້ ສານເຄມີ. ການສັ່ງໃຫ້ໂຈະ ກິຈການ ຈະຖືກ ບັງຄັບໃຊ້ ຫລັງຈາກ ກຸ່ມດັ່ງກ່າວ ໄດ້ຕັດກ້ວຍ ອອກຫມົດ ໃນລະຍະ ນຶ່ງປີ ຫລື ສອງປີ.

ທ່ານວ່າ ນັກລົງທຶນຈີນ ໄດ້ເຂົ້າມາ ດຳເນີນການ ລົງທຶນ ປູກກ້ວຍ ຢູ່ແຂວງບໍ່ແກ້ວ ເປັນເວລາ 5 ປີ, ໃນປີ 2015 ມີປະມານ 11 ພັນ ເຮັກຕາ ແຕ່ໃນ ປັດຈຸບັນ ມີປະມານ 8 ພັນ ເຮັກຕາ ຊຶ່ງ ເປັນຂອງ 43 ບໍຣິສັດ ສ່ວນໃຫຍ່ ຈະຢູ່ໃນເຂດ ເມືອງຫວ້ຍຊາຍ ແລະ ຕົ້ນເຜີ້ງ.

ເນື້ອທີ່ ດັ່ງກ່າວ ໄດ້ຫລຸດ ການປູກກ້ວຍລົງ ໃຫ້ຂະເຈົ້າ ຫັນມາ ປູກພືດ ແນວອື່ນແທນ ເປັນຕົ້ນ ໝາກກ້ຽງ ໝາກອຶ ແລະ ໝາກມ່ວງ, ບາງສວນ ກໍບໍ່ປູກ ຫຍັງເລີຍ ຊຶ່ງໃນ ປັດຈຸບັນ ເນື້ອທີ່ ໃນເຂດນີ້ ປະມານ 500 ເຮັກຕາ ແມ່ນໃຊ້ຝຸ່ນ ທັມມະຊາດ ເພື່ອບຳບັດ ດິນ.

ທ່ານຈັນເພັງ ຜູ້ທັງເປັນ ເຈົ້າຫນ້າທີ່ ກວດກາ ສວນກ້ວຍ ທີ່ແຂວງບໍ່ແກ້ວ ເວົ້າວ່າ ອີງຕາມ ກົດຣະບຽບ ແລະ ນະໂຍບາຍ ການປູກກ້ວຍ ທີ່ແຂວງບໍ່ແກ້ວ ແມ່ນວ່າ ນັກລົງທຶນ ບໍ່ສາມາດ ປູກກ້ວຍ ໃສ່ນາ ປະຊາຊົນ ຫລື ໃກ້ກັບ ໂຮງຮຽນ ແລະ ຊຸມຊົນ ຮ່ວມທັງ ໃກ້ເຂດ ແຫລ່ງນ້ຳ ທັມມະຊາດ ແລະ ການໃຊ້ ສານເຄມີ ນັ້ນ ກໍຈຳກັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org