ບໍ່ເກືອກາລີຂອງວຽດນາມຢູ່ ຂ.ຄໍາມ່ວນ

ການຂຸດຄົ້ນ ເກືອ ກາລີ ຂອງ ບໍຣິສັດ ວຽດນາມ ທີ່ ແຂວງຄໍາມ່ວນ ຈະສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ແມ່ນໍ້າ ລໍາທານ.

ນໍ້າຫີນບູນ ແຂວງຄໍາມ່ວນ ourweb.info

 

ເຈົ້າຫນ້າທີ່ກະຊວງ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເປີດເຜີຍວ່າໂຄງການສໍາຣວດ ແລະຂຸດຄົ້ນເກືອກາລີ ຂອງບໍຣິສັດວຽດນາມ ທີ່ເມືອງຫນອງບົກ ແຂວງຄໍາມ່ວນ ຈະສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ຫາກບໍຣິສັດບໍ່ເອົາໃຈໃສ່ ໃນການແກ້ໄຂ. ທ່ານເວົ້າວ່າ:

"ມັນບໍ່ໄດ້ເປີດຫນ້າດິນ ຄືອັນອື່ນເນາະ ມັນເອົາຢູ່ໃຕ້ດິນ ຄົນວ່າຜົລກະທົບກໍຄືເກີດ ຈາກການຂຸດຄົ້ນ ຢູ່ໃຕ້ດິນພຸ້ນລະ ແຕ່ວ່າມັນກໍມີເທກນິກ ຂອງເຂົາສະເພາະໃນການຂຸດຄົ້ນ ມີການຖົມຄືນ ແຕ່ມາຕຖານເຂົາຊີ່ຊໍ່າໃດເນາະ".

ທ່ານເວົ້າຕໍ່ໄປວ່າ ນອກຈາກບັນຫາທີ່ຈະສົ່ງຜົລກະທົບ ຕໍ່ສະພາບດິນໃນບໍຣິເວນທີ່ຂຸດແລ້ວ ຍັງຈະມີບັນຫາຕາມມາຫລັງຈາກຕັ້ງໂຮງງານປຸງ ແຕ່ງເນື່ອງຈາກວ່າໂຮງງານອາດຈະສົ່ງມົລພິດໂດຍສະເພາະຫາກໂຮງງານຕັ້ງໃກ້ແຫລ່ງນໍ້າ ທັມມະຊາດມັນອາດຈະເຮັດໃຫ້ສັດນໍ້າ ສະພາບ ນໍ້າ ແລະຊາວບ້ານບໍ່ສາມາດໃຊ້ນໍ້າໃນສະຖານທີ່ແຫ່ງນັ້ນໄດ້.

ໂຄງການຂຸດເກືອກາລີທີ່ແຂວງຄໍາມ່ວນ ບໍຣິສັດເຄມີຂອງວຽດນາມ ເປັນຜູ້ລົງທຶນປະມານ 520 ລ້ານໂດລາ ແຕ່ແຫລ່ງຂ່າວຈາກຫນັງສືພິມ ວຽດນາມລາຍງານວ່າ ມີການລົງທຶນປະມານ 450 ລ້ານໂດລາ ໄດ້ເຊັນສັນຍາກັບຣັຖບານລາວ 25 ປີ ໃນມື້ວັນທີ 4 ຕຸລາ ຜ່ານມາ ໂຄງ ການນີ້ຈະເລີ້ມລົງມື ໃນເດືອນພຶສຈິກາ ປີນີ້ ໃນການສໍາຣວດຂຸດຄົ້ນເກືອ ໃນເນື້່ອທີ່ປະມານ 1 ພັນເຮັກຕາ ໂດຍຄາດວ່າຈະສາມາດ ຜລິດ ເກືອໄດ້ 3 ແສນ 2 ໝື່ນຕັນຕໍ່ປີ ຈະສາມາດຫລຸດການນໍາເກືອ ເຂົ້າມາລາວໄດ້. ໂຄງການດັ່ງກ່າວ ຈະສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ແມ່ນໍ້າລໍາທານໃນບໍຣິເວນໃກ້ຄຽງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org