ສັມພາດ ດຣ. ອຽນ ແບ໊ດ (Dr. Ian Baird) ຕອນທີ 2

ການຫລຸດລົງ ຂອງ ປາຂ່າ ທີ່ຫາຍາກ ແລະ ໃກ້ຈະສູນພັນນັ້ນ ເຂື່ອນດອນສະໂຮງ ທີ່ກໍາລັງສ້າງຢູ່ນີ້ ມີສ່ວນ ຫລືບໍ່.

ປາຂ່າ ຢູ່ແມ່ນ້ຳຂອງ ພາກໃຕ້ ຂອງ ປະເທດລາວ ກຳລັງຖືກນາບຂູ່ Photo credit: world wild life

ປາຂ່າ ຫລື ປາ dolphin ນໍ້າຈືດ ທີ່ຫາຍາກ ແລະ ໃກ້ຈະສູນພັນ ມີຢູ່ໃນແມ່ນໍ້າຂອງ ເຂດບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ ພາກໃຕ້ຂອງລາວ, ເປັນວັງປາຂ່າ ບ່ອນດຽວ ຂອງລາວ, ປັດຈຸບັນ ມີການສັນນິຖານວ່າ ຍັງເຫລືອພຽງ 3 ໂຕ ຂະນະທີ່ ຢູ່ໃຕ້ລົງໄປ ໃນເຂດກັມພູຊາ ມີເຖິງ 90 ໂຕ, ຕາມຣາຍງານ ຂອງກອງທຶນ ສັດປ່າໂລກ WWF.

ແລະ ຂະນະນີ້ ເຂື່ອນດອນສະໂຮງ ທີ່ຢູ່ໃກ້ກັນນັ້ນ ຢູ່ຣະຫວ່າງການກໍ່ສ້າງ ຕັນຮູສະໂຮງ ທີ່ເປັນຮູປາ ເຄີຍລອຍຂຶ້ນລົງ, ຊຶ່ງກັງວົນກັນວ່າ ຈະສົ່ງຜົລກະທົບ ຕໍ່ປາຂ່າໄດ້. Dr. Ian Baird, ສາສດາຈານ ປະຈໍາ ຢູ່ມະຫາວິທະຍາລັຍ Wisconsin ສະຫະຣັຖອາເມຣິກາ ໃຫ້ສັມພາດ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ( RFA) ກ່ຽວກັບ ເຣື່ອງນີ້ວ່າ ປາຂ່າ ມັນກະຢູ່ລຸ່ມເຂື່ອນ ມັນກະບໍ່ເຄີຍ ຂຶ້ນເໜືອ ຢູ່ແລ້ວ.

(ສຽງ​ສັມ​ພາດ)

.......

ນັ້ນຄືການສັມພາດ Dr. Ian Baird ສາສດາຈານ ຢູ່ມະຫາວິທະຍາລັຍ Wisconsin ສະຫະຣັຖອາເມຣິກາ ຜູ້ທີ່ໄດ້ໄປສຶກສາ ເຣື່ອງປາຂ່າ ໄປເຫັນສະພາບ ປາຂ່າ ໂຕຈິງ ໃນເຂດບ້ານຫາງຄອນ ເປັນເວລາດົນຫລາຍປີ ຈົນວ່າ ເວົ້າຄວາມລາວ ໄດ້ຫລ່ຽນໄຫລ ຄືກັບເປັນຄົນລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org