ສາກົນເຕືອນເຣື້ອງຊັພຍາກອນ ທັມຊາຕ

ນາໆຊາດ ເຕືອນ ຣັຖບາລ ລາວ ກ່ຽວກັບ ການຂຸດຄົ້ນ ຊັພຍາກອນ ທັມຊາດ ຢ່າງບໍ່ມີ ການວາງແຜນ ເຮັດໃຫ້ ປະຊາຊົນ ສ່ວນໃຫຍ່ ບໍ່ໄດ້ຮັບ ຜົລປໂຍຊນ໌.

ການຂຸດຄົ້ນແຮ່ທາຕ ຢູ່ເຊໂປນ GEOVIA Video Case Study - Phu Bia Mining

 

ເຈົ້າໜ້າທີ່ກະຊວງແຜນການແລະການລົງທຶນ ຜູ້ບໍ່ປະສົງອອກຊື່ທ່ານ ນຶ່ງເປີດເຜີຍຕໍ່ເອເຊັຍເສຣີໃນທ້າຍສັປດາຜ່ານມານີ້ວ່າບັນດາອົງການ ຈັດຕັ້ງສາກົນແລະປະເທສຜູ້ບໍຣິຈາກ ໃຫ້ການຊ່ວຍເຫລືອ ຣັຖບາລ ລາວ ຊຶ່ງໄດ້ເຂົ້າຮ່ວມກອງປະຊຸມໂຕະມົນຣະດັບສູງ ຄັ້ງທີ 11 ຢູ່ນະ ຄອນຫລວງວຽງຈັນໃນທ້າຍເດືອນພຶສຈິກາຜ່ານມາໄດ້ເຕືອນຣັຖບາລ ລາວ ກ່ຽວກັບການຂຸດຄົ້ນຊັພຍາກອນທັມຊາດ ເປັນສິນຄ້າສົ່ງອອກ ຕ່າງປະເທສຢ່າງບໍ່ມີການວາງແຜນແລະເປັນການຂຸດຄົ້ນ ແບບບໍ່ຍືນ ຍົງນັ້ນຈະເຮັດໃຫ້ມີຜົລກະທົບທາງລົບຕໍ່ລາວຢ່າງຫຼວງຫຼາຍໃນຣະຍະ ຍາວ.

ໃນທີ່ຜ່ານມາ ກໍໄດ້ຮັບຜົລກະທົບແລ້ວ ຄືພັຍນໍ້າຖ້ວມຢ່າງໜັກໜ່ວງ ໃນຣະຍະຫ້າປີມານີ້ແລະປາກົດວ່າຣາຍຮັບທີ່ໄດ້ຈາກການສໍາປະທານ ຕ່າງໆນັ້ນກໍຍັງບໍ່ຕົກໄປເຖິງການພັທນາຊົນນະບົດຢ່າງທົ່ວເຖິງ ແລະ ຜົລທີ່ຕາມມາກໍຄືປະຊາຊົນຍັງທຸກຍາກຢູ່ ດັ່ງທີ່ທ່ານກ່າວວ່າ:

"ບັນດາຜູ້ໃຫ້ທຶນໄດ້ເຕືອນພວກເຮົາວ່າ ໃນການພັທນາເສຖກິດທີ່ອີງໃສ່ແຕ່ຊັພຍາກອນທັມຊາດເປັນຕົ້ນຕໍນັ້ນ ພວກເຮົາຕ້ອງໄດ້ມີຄວາມຣະ ມັດຣະວັງ ພວກເຮົາຈະເຄີຍເຫັນບົດຮຽນຂອງບັນດາປະເທສຢູ່ອາຟຣິກາ ທີ່ຂຸຸດຄົ້ນເອົາແຮ່ໄປນໍາໃຊ້ເປັນວັດຖຸດິບ ເປັນຫຍັງອອກໄປຂາຍ ຢູ່ທາງນອກ ແຕ່ໃນທີ່ສຸດກະບໍ່ມີ ຄວາມຈະເຣີນ ແຮ່ໝົດ ຄວາມທຸກຍາກ ກະຍັງມີຢູ່ຄືເກົ່າ".

ປັດຈຸບັນຣັຖບາລລາວໄດ້ອະນຸມັດໃຫ້ບໍຣິສັດເອກຊົນລາວ ແລະຕ່າງປະເທສ ສໍາປະທານຂຸດຄົ້ນແຮ່ທາດ ຫລາຍກວ່າ 300 ໂຄງການ ແລະ ໃຫ້ສໍາປະທານທີ່ດິນໃນເນື້ອທີ່ 4 ແສນກວ່າເຮັກຕາແລະອະນຸມັດໃຫ້ ສໍາປະທານຕັດໄມ້ເຖິງຈະມີການຄວບຄຸມບໍ່ໃຫ້ເກີນ 5 ແສນແມັດກ້ອນ ໃນແຕ່ລະປີ ແຕ່ໃນຄວາມເປັນຈິງ ຍັງຕັດເກີນຈໍານວນ ທີ່ວ່ານັ້ນ ຢູ່ເລື້ອຍມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org