ມ.ຫົງສາ ເພັ້ຽໄຟຣະບາດ ເຂົ້າໃນນາ ເສັຽຫາຍ

ເພັ້ຽໄຟ ຣະບາດ ຢູ່ ເມືອງຫົງສາ ແຂວງໄຊຍະບູຣີ ເຮັດໃຫ້ ເຂົ້າອ່ອນໃນນາ ຂອງ ປະຊາຊົນ ເສັຽຫາຍ.

ຫ້ອງການກະສິກັມ ແລະປ່າໄມ້ ເມືອງຫົງສາ ແຂວງໄຊຍະບູຣີ ອອກກວດກາ ເຂົ້າໃນນາ ທີ່ເສັຽຫາຍ ຈາກສັດຕູພືດ ເພັ້ຽໄຟລະບາດ ຢູ່ 7 ບ້ານ ຂອງ ເມືອງຫົງສາ ພາບຈາກ: ໜັງສືພິມວຽງຈັນທາມສ໌

ສັດຕູພືດ ເພັ້ຽໄຟ ຣະບາດ ຢູ່ 7 ບ້ານ ທີ່ ເມືອງຫົງສາ ແຂວງໄຊຍະບູຣີ ເຮັດໃຫ້ ເຂົ້າອ່ອນໃນນາ ຂອງ ປະຊາຊົນ 61 ຄອບຄົວ 67 ເຮັກຕາ ເສັຽຫາຍ.

ກ່ຽວກັບເຣື່ອງນີ້ ຊາວບ້ານ ບ້ານກິ່ວມ່ວງ ເມືອງຫົງສາ ຊຶ່ງເປັນບ້ານທີ່ ເຂົ້າໃນນາ 47 ເຮັກຕາ ຂອງຊາວບ້ານ 32 ຄອບຄົວທີ່ຫາ ກໍປູກໄດ້ເດືອນປາຍນັ້ນ ໄດ້ຮັບຄວາມເສັຽຫາຍ ຈາກ ເພັ້ຽໄຟ ໜັກກວ່າໝູ່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ສິງຫາ ນີ້ວ່າມາ ເຖິງປັດຈຸບັນ ເພັ້ຽໄຟກໍຍັງຣະບາດຢູ່, ເຂົ້າອ່ອນໃນນາ ເປັນເພັ້ຽເສັຍຫາຍ ເຖິງແມ່ນວ່າເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ສີດຢາຂ້າເພັ້ຽ ເພື່ອບໍ່ໃຫ້ມັນແຜ່ຣະບາດ ອອກໄປເຂດອື່ນແລ້ວກໍຕາມ; ຄາດວ່າປີນີ້ຜົລຜລິດຈະບໍ່ໄດ້ເລີຍ ຍ້ອນເພັ້ຽໄຟເຮັດໃຫ້ເຂົ້າໃນນາເສັຍຫາຍ ຈົນວ່າທົ່ງນາ ເປັນສີເຫລືອງໝົດ ດັ່ງທີ່ທ່ານກ່າວວ່າ:

“ເຂົ້າກໍເປັນເຫຼືອງແລ້ວ ຈັກມັນເປັນແນວໃດ ແມງອັນນັ້ນ ກໍຄືວ່າຫັ້ນແລ້ວ ບໍ່ເຄີຍເຫັນຈັກເທື່ອ ຕັ້ງແຕ່ເກີດມາ ແບບວ່າມັນຕາຍ, ຕາຍຢູ່ແລ້ວເຂົາມາສີດ ແນວໃດກໍຖິ້ມເຂົ້າແລ້ວ ເບິ່ງນ່າ.”

ທ່ານກ່າວຕື່ມວ່າ ສານຊີວະພາບ ທີ່ໄດ້ສີດຂ້າເພັ້ຽໄຟຕາມທົ່ງນານັ້ນ ແມ່ນຊາວນາຊື້ມາຈາກ ຫ້ອງການກະສິກັມ ແລະ ປ່າໄມ້ເມືອງ ຫໍ່ລະ 5 ພັນກີບ ທີ່ປະສົມກັບນໍ້າໄດ້ 20 ລິດ, ໄດ້ຮັບຄໍາແນະນໍາ ກ່ຽວກັບວິທີໃຊ້ ຈາກເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ເມືອງຫົງສາ ແລະກໍສີດດ້ວຍຕົນເອງ.

ບ້ານວຽງແກ້ວ ເມືອງຫົງສາ ຊາວບ້ານເວົ້າວ່າມາເຖິງວັນທີ 9 ສິງຫາ ຢູ່ບ້ານນີ້ເຂົ້າໃນນາຂອງຊາວບ້ານ 6 ຄອບຄົວ ໄດ້ເສັຽຫາຍ ຈາກເພັ້ຽໄຟທັງໝົດ 6 ເຮັກຕາ ປັດຈຸບັນເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ເອົາຢາຂ້າເພັ້ຽມາສີດ ຕາມທົ່ງນາໃຫ້ແລ້ວ ແລະຄາດວ່າຜົລຜລິດ ເຂົ້າໃນປີນີ້ ຈະບໍ່ໄດ້ເຕັມເມັດເຕັມໜ່ວຍ ຍ້ອນເຂົ້າອອກຮວງຈະບໍ່ສົມບູນ, ເຂົ້າລີບ ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ແບບວ່າມັນແດງເລີຍໝົດທັງນາຫັ້ນ ມັນແດງໃບແດງໃບຕາຍນ່າ ເພິ່ນວ່າຍັງຟື້ນຟູໄດ້ຢູ່ ແຕ່ວ່າມັນສິບໍ່ເຕັມຮ້ອຍຫັ້ນແຫຼະ ເຮົາກໍຍັງ ປະເມີນຜົລບໍ່ທັນໄດ້ ຍ້ອນວ່າກໍາລັງສີດຢາ ວ່າມັນສິຟື້ນຟູຢູ່ຣະດັບໃດເນາະ.”

ຊາວບ້ານບ້ານສີບຸນເຮືອງ ເມືອງຫົງສາ ກໍເວົ້າເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 13 ສິງຫາ ນີ້ວ່າຢູ່ບ້ານນີ້ ມີ 3 ຄອບຄົວໄດ້ຮັບ ຜົລກະທົບຈາກການຣະບາດຂອງເພັ້ຽໄຟນີ້, ປີນີ້ຊາວບ້ານຕົກກ້າຊ້າ ຍ້ອນຝົນມາຊ້າບໍ່ໄດ້ເຮັດຕາມຣະດູການ ຍ້ອນບໍ່ມີຊົລປະທານ ບໍ່ສາມາດປູກເຂົ້າຍາມໃດກໍໄດ້ ດັ່ງນັ້ນ ເພັ້ຽໄຟຈຶ່ງເຮັດໃຫ້ເຂົ້າອ່ອນໃນນາ ເປັນເພັ້ຽເສັຍຫາຍ ຍ້ອນແດດກ້າ ຝົນກໍບໍ່ຕົກ.

ກ່ຽວກັບຄວາມເສັຍຫາຍ ຂອງເຂົ້າໃນນາ ທີ່ເກີດຈາກເພັ້ຽໄຟນັ້ນ ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ເມືອງຫົງສາ ເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດປະເມີນໄດ້ເທື່ອ ຍ້ອນຕ້ອງໄດ້ລໍຖ້າເຂົ້າອອກຮວງ ຫລືເຂົ້າຕາຍກ່ອນ ຈຶ່ງຈະປະເມີນໄດ້, ມີ ເຈົ້າໜ້າທີ່ໃຊ້ສານຊີວິພາບ ສີດຂ້າເພັ້ຽຕາມທົ່ງນາ.

ທ່ານເວົ້າວ່າ ການຊ່ອຍເຫລືອຊາວນາ ໃນເບື້ອງຕົ້ນ ຈະມີພຽງການແນະນໍາໃຫ້ຊາວບ້ານ ໄປຊື້ສານຊີວິພາບ ມາສີດຕາມທົ່ງນາ, ສ່ວນວ່າ ຈະຍົກເວັ້ນພາສີນາ ຍ້ອນຜົລກະທົບຈາກ ເພັ້ຽໄຟນັ້ນ ແມ່ນຍັງຈະຕ້ອງໄດ້ມີການພິຈາຣະນາ ກັນຕື່ມອີກ ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ເຮົາປະເມີນບໍ່ທັນໄດ້ເທື່ອວ່າ ເສັຽຫາຍແນວໃດ ແນວໃດນ່າ ບາງເທື່ອເຮົາສີດໄປ ມັນຟື້ນຟູກໍໄດ້. ຄັນວ່າສີດໄປ ຟື້ນຟູບໍ່ທັນໄດ້, ກະສິມີນະໂຍບາຍ ດ້ານອື່ນກະສິມີ.”

ທ່ານກ່າວຕື່ມວ່າ ຍັງບໍ່ຮູ້ວ່າ ເພັ້ຽໄຟຣະບາດ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ໃນເທື່ອນີ້ ເກີດມາຈາກສາເຫດ ອັນໃດກັນແທ້ຍັງ ກໍາລັງສຶກສາຫາຂໍ້ມູນຢູ່. ທີ່ຜ່ານມາຊາວກະສິກອນ ຢູ່ເຂດພາກເໜືອ ເປັນຕົ້ນແຂວງຫລວງພຣະບາງ , ຊຽງຂວາງ, ຫົວພັນ ແລະ ແຂວງໄຊຍະບູຣີ ມັກຈະໄດ້ຮັບຜົລເສັຍຫາຍ ຈາກສັດຕູພືດ ເປັນປະຈໍາໃນແຕ່ລະປີ ເປັນຕົ້ນຈາກການ ຣະບາດຂອງຕັກແຕນໄມ້ປ່ອງ ທີ່ກັດກິນຜົລປູກ: ເຂົ້າ, ສາລີ, ຜັກຂອງຊາວບ້ານ.

ເວົ້າເຣື່ອງການຣະບາດຂອງຕັກແຕນ ຢູ່ເຂດພາກເໜືອທີ່ຜ່ານມາ, ອີງຕາມການຣາຍງານ ຂອງທາງການລາວ ແມ່ນເລີ່ມຣະບາດມາ ຕັ້ງແຕ່ປີ 2016 ຊຶ່ງໄດ້ສ້າງຜົລເສັຍຫາຍ ໃຫ້ຊາວກະສິກອນ ທັງຢູ່ແຂວງຫລວງພຣະບາງ, ຊຽງຂວາງ, ຫົວພັນ ແລະໄຊຍະບູລີ. ເປັນຕົ້ນ ຢູ່ ແຂວງຫົວພັນ ໃນປີ 2019 ມີຕັກແຕນ ຣະບາດຢູ່ 63 ບ້ານ, 9 ເມືອງ, ທຳລາຍເຂົ້າ, ສາລີ, ພືດຜັກ ເສັຍຫາຍຫລາຍ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ແຂວງຫົວພັນ.

ເມື່ອປີກາຍ ອີງຕາມຄໍາເວົ້າຂອງປະຊາຊົນ ບ້ານຫອຍ ເມືອງຄູນ ແຂວງຊຽງຂວາງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມິຖຸນາ ທີ່ ຜ່ານມາ, ບົ້ງຂຽວ ໄດ້ກັດກິນຜັກກະລໍ່າປີ, ຜັກກາດ ຕີນໝີ, ຜັກກາດຂາວ, ໝາກອຶ ຂອງປະຊາຊົນ ຢູ່ບ້ານຫອຍ 30 ປາຍຄອບຄົວ ທີ່ປູກໃນເນື້ອທີ່ ທັງໝົດ 15 ເຮັກຕາ, ເສັຍຫາຍ 8 ເຮັກຕາ, ເຮັດໃຫ້ຜົລປູກ ບໍ່ໄດ້ຮັບຜົລເຕັມເມັດ ເຕັມໜ່ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org