ຄົນງານຜິດກົດໝາຍໃນລາວ
ຄົນງານ ຕ່າງປະເທສ ເປັນຕົ້ນ ຄົນງານ ວຽດນາມ ຢູ່ ນະຄອນຫລວງ ວຽງຈັນ ຈໍານວນ ຫລວງຫລາຍ ບໍ່ມີ ໃບອະນຸຍາດ ເຮັດວຽກ.
-
2013-11-01 -
-
-
Your browser doesn’t support HTML5 audio
ປັດຈຸບັນ ຢູ່ນະຄອນຫລວງວຽງຈັນ ມີຄົນງານຕ່າງປະເທສ ຈໍານວນຫຼວງຫລາຍ ຄື 7,500 ຄົນ. ໃນນັ້ນເກືອບເຖິງ 4,900 ຄົນ ບໍ່ມີໃບອະ ນຸຍາດເຮັດວຽກ ຂນະທີ່ຄົນງານລາວ ທີ່ອາສັຍແຕ່ແຮງງານ ຈໍານວນບໍ່ໜ້ອຍ ຕ້ອງໄດ້ ໄປຂາຍແຮງງານ ຢູ່ປະເທສເພື່ອນບ້ານ ເຊັ່ນຢູ່ປະ ເທສໄທ. ຄົນງານຕ່າງປະເທສ ຢູ່ນະຄອນຫລວງ ຫລາຍກວ່າໝູ່ ກໍແມ່ນ ຄົນງານວຽດນາມ ຮອງລົງມາ ກໍແມ່ນຄົນງານຈີນ ທີ່ເຮັດວຽກ ຢູ່ ຕາມສະຖານທີ່ຕ່າງໆຮວມທັງເປັນ ກັມກອນກໍ່ສ້າງແລະຕາມຮ້ານບໍຣິການຕ່່າງໆ. ດັ່ງເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດິການສັງຄົມ ຂອງລາວ ທ່ານນຶ່ງເວົ້າໃນວັນທີ 31 ຕຸລາ 2013 ນີ້ວ່າ:
"ສລຸບສັງລວມທັງໝົດມີ 7,500 ຄົນ ແຮງງານຕ່າງປະເທສ ຕໍ່ກັບບັນຫາທີ່ວ່າ ຜູ້ບໍ່ມີເງື່ອນໄຂສ່ວນຫລາຍ ກໍແມ່ນຢູ່ໃນກິຈການກໍ່ສ້າງ ຕັດ ເລັບ ເສີມສວຍ ແລ້ວບັນດາຮ້ານກິນດື່ມ ເປັນຮ້ານກາຝອກກາເຟ ຖືວ່າແຮງງານ ວຽດນາມມີ ຫລາຍກວ່າໝູ່ໝົດ".
ທ່ານໄດ້ເປີດເຜີຍ ໂຕເລກ ຈາກກອງປະຊຸມແກ້ໄຂບັນຫາ ຄົນງານຕ່າງປະເທສ ໃນນະຄອນຫລວງວຽງຈັນ ເມື່ອບໍ່ນານມານີ້ວ່າ ໃນຈໍານວນ 7,500 ຄົນທີ່ວ່ານັ້ນມີຄົນງານວຽດນາມ 3,200 ກວ່າຄົນ, ຄົນງານຈີນ 2,500 ກວ່າຄົນແລະຄົນງານໄທ 600 ກວ່າຄົນ.
ເຈົ້າໜ້າທີ່ທ່ານນີ້ ເວົ້າອີກວ່າ ຄົນງານຕ່າງປະເທສ ທີ່ບໍ່ມີໃບອະນຸຍາດ ເຮັດວຽກ ຫລືບໍ່ມີໃບອະນຸຍາດ ອອກແຮງງານນັ້ນ ສ່ວນຫລາຍແມ່ນ ເຂົ້າມາ ໂດຍໃຊ້ວີຊາທ່ອງທ່ຽວ ບໍ່ໄປຂໍໃບອະນຸຍາດເຮັດວຽກ ແລ້ວໄປເປັນກັມກອນກໍ່ສ້າງ ແລະ ເປັນພະນັກງານຮ້ານອາຫານ. ຈໍານວນນຶ່ງ ກໍລັກຂ້າມຊາຍແດນເຂົ້າມາ ອັນເປັນບັນຫາທີ່ເກີດ ຂຶ້ນເລື້ອຍໆ. ສາເຫດທີ່ບໍ່ໄປຂໍໃບອະນຸຍາດເຮັດວຽກນັ້ນ ຄົນງານຕ່າງປະເທສມັກໃຫ້ເຫດ ຜົລວ່າ ມີຄວາມຫຍຸ້ງຍາກ ແລະ ຣະບຽບການ ສັບສົນ ຊຶ່ງທາງກະຊວງແຮງງານ ແລະສວັດດິການສັງຄົມ ກໍກໍາລັງຫາວິທີ ແກ້ໄຂຢູ່.