ຫິນຈາກການຣະເບີດພູ ປົກຄຸມ ພື້ນທີ່ປູກຝັງ

ປະຊາຊົນ ຫຼາຍບ້ານ ຢູ່ ເມືອງ ຫິນເຫີບ ແຂວງວຽງຈັນ ໄດ້ຮັບຜົນກະທົບ ຈາກ ການຣະເບີດຫິນ ຂອງ ບໍຣິສັດຈີນ.

ໂຮງງານຜລິດຊິເມັນ ຫົງຊີ ບ້ານຜາບ່ອງ ເມືອງຫີນເຫີບ ແຂວງວຽງຈັນ RFA/AS

ປະຊາຊົນ 4 ບ້ານ ຄື ບ້ານຜາບ່ອງ, ບ້ານນາຍຕ້າຍ, ບ້ານຫນອງຫຼວງ ແລະ ບ້ານໜອງເລື່ອງ ໄດ້ຮັບຜົນກະທົບ ຈາກການ ຣະເບີດຫິນ ຂອງບໍຣິສັດຈີນທີ່ເຂົ້າມາສ້າງໂຮງງານຊິເມັນ, ໂດຍສະເພາະປະຊາຊົນ ບ້ານຜາບ່ອງ 3 ຄອບຄົວທີ່ຢູ່ໃກ້ພື້ນທີ່ ຣະເບີດຫິນ ເສດສ້ຽນຫິນ ໄດ້ໄຫລລົງທັບນາ ຂອງເຂົາເຈົ້າ ຈົນເຮັດນາບໍ່ໄດ້.

ນອກນັ້ນ ເຮືອນຂອງປະຊາຊົນ ຈໍານວນນຶ່ງ ທີ່ຢູ່ໃກ້ພື້ນທີ່ ກໍມີຮອຍແຕກ ແລະ ຖືກຂີ້ຝຸ່ນຫຸ້ມປົກຄຸມຢ່າງໜາແໜ້ນ. ກ່ຽວກັບບັນຫານີ້ ທີ່ ຜ່ານມາປະຊາຊົນ ໄດ້ນໍາສເນີໃຫ້ທາງບໍຣິສັດແລ້ວ, ແຕ່ທາງບໍຣິສັດປະຕິເສດ, ອິງຕາມຄໍາເວົ້າຂອງປະຊາຊົນ ບ້ານຜາບ່ອງ ເມືອງຫິນເຫີບ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 13 ມົກກະຣາ ນີ້ວ່າ:

“ກໍມີແດ່ຫັ້ນແຫຼະ ຜົນກະທົບຫັ້ນເນາະ ເລີກທຸບເຂົ້າມາ ມັນກໍມຸ່ນ ມັນກະຈາຍມາແດ່ ມັນຖືກກະທົບ ເຂົາເຈົ້າທໍາການຜລິດກະເສດຫັ້ນ ປະມານ 3 ຄອບຄົວ ການຜລິດຍັງບໍ່ແລ້ວ ປັຈຈຸບັນນີ້ແມ່ນເຮືອນແຕກ ມີຫຼາຍຫຼັງຄາ ແລ້ວບ່ອນເລັກບ່ອນນ້ອຍ ລາງຄົນກໍແຕກພື້ນ ລາງຄົນກໍແຕກຝາ ທາງບໍຣິສັດ ຍັງປະຕິເສດວ່າ ບໍ່ແມ່ສາເຫດເກີດຈາກ ການຣະເບີດ ເປັນກ່ອນແລ້ວ ຍ້ອນສ້າງບໍ່ໄດ້ມາຕຖານ.”

ຂນະດຽວກັນ ປະຊາຊົນ ບ້ານໜອງຫຼວງເວົ້າວ່າ, ນອກຈາກຜົນກະທົບ ຈາກການຣະເບີດຫິນ ທີ່ສົ່ງສຽງດັງ ເຮັດໃຫ້ຂີ້ຝຸ່ນປົກຄຸມເຮືອນຂອງ ປະຊາຊົນ ແລ້ວຍັງສົ່ງຜົນກະທົບ ຕໍ່ສັດລ້ຽງຂອງປະຊາຊົນ ເປັນຕົ້ນງົວຄວາຍ ຕາຍປະມານ 30 ໂຕ ຍ້ອນໄປກິນ ຫຍ້າບ່ອນທີ່ ມີເສດສ້ຽນ ຫິນຣະເບີດ ແລະ ປົນເປື້ອນສານເຄມີ ສະນັ້ນຈຶ່ງຢາກຮຽກຮ້ອງໃຫ້ ເຈົ້າໜ້າທີ່ເຂົ້າມາຮັບຜິດຊອບ:

“ອັນນີ້ ຢາກສເນີໃຫ້ ພາກສ່ວນກ່ຽວຂ້ອງ ເວົ້ານໍາບໍຣິສັດ ແດ່, ຢາກໃຫ້ຫລຸດຜ່ອນ ການຣະເບີດຫັ້ນ, ສະເທືອນໜັກ ຄັນສະເທືອນຫຼາຍຄັ້ງ ຕໍ່ໄປ ມັນອາດຈະແຕກ ອັນທີ່ສອງນີ້ ຢາກໃຫ້ມາຮັບຜິດຊອບ ເຣື້ອງສັດລ້ຽງ ເຄີຍໄປກິນຫຍ້າ ຢູ່ກັບບ່ອນ ເຂົາເຈົ້າ ຣະເບີດຫິນ, ເຊັ່ນ; ງົວ ຄວາຍ ອັນນີ້ແມ່ນສັດລ້ຽງ ມັນຕາຍ ມັນມີເຄມີ ເຂົ້າມາຫາສັດລ້ຽງ.”

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ເມືອງຫິນເຫີບ ທ່ານນຶ່ງກ່າວວ່າ ຈະລົງໄປຕິດຕາມ ກັບທາງບໍຣິສັດ ອີກເທື່ອນຶ່ງ ຊຶ່ງໃນແຕ່ລະເທື່ອ ກ່ອນຈະມີ ການຣະເບີດຫິນ ທາງເຈົ້າໜ້າທີ່ ກໍໄດ້ແຈ້ງເຕືອນ ໃຫ້ປະຊາຊົນ ທີ່ຢູ່ໃກ້ຄຽງ ອອກຈາກພື້ນທີ່ເສັຍກ່ອນ, ຫລັງຈາກ ຝຸ່ນລະອອງ ຈາງລົງ ຈຶ່ງກັບບ້ານ:

“ເຂົາເຈົ້າຣະເບີດຫິນ ເຂົາເຈົ້າກໍໄດ້ຍົກຍ້າຍ ປະຊາຊົນ ອອກໄປຢູ່ ບ່ອນປອດພັຍ ກໍໄດ້ຣະເບີດ ແລ້ວ ກໍໃຫ້ກັບມາຢູ່ເຮືອນຄືເກົ່າ ເຣື້ອງ ຝຸ່ນລະອອງ ອິຫຍັງ ໂອ້ກໍແນ່ນອນ ລະເນາະໄດ້ຢູ່ໃນ ໄທບ້ານ ໄທຊ່ອງຫັ້ນແຫຼະ ແຕ່ວ່າເຮັດແນວໃດ ມັນກໍຈໍາເປັນ ແລ້ວເດ້ ເຂົາເຈົ້າໄດ້ ຣະເບີດ ໄປແລ້ວເດ້ ແມ່ນຣັຖໃຫ້ເພິ່ນ ສັມປະທານແລ້ວເດ້.”

ສ່ວນເຈົ້າໜ້າທີ່ ສວັດດິການແຮງງານ ເມືອງຫິນເຫີບ ກ່າວວ່າບັນຫາການຣະເບີດຫິນ ນີ້ຈະຕ້ອງລົງຕິດຕາມ ແລະແກ້ໄຂກັບທາງບໍຣິສັດ ຢ່າງແນ່ນອນ ຮວມທັງເຣື້ອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ແຕ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ນັ້ນ:

“ຖ້າຫາກວ່າ ເຣື້ອງເຂົາເຈົ້າປະຕິເສດ ນີ້ກໍເພິ່ນຈະແຈ້ງ ຄະນະກັມມະການ ພາກສ່ວນກ່ຽວຂ້ອງ ເນາະ, ລົງມາແກ້ໄຂ ລົງຊຸກຍຸ້ ຕິດຕາມ ມາຈັດຕັ້ງປະຕິບັດແລ້ວມີກໍຣະນີເກິດຂຶ້ນ ກໍຕ້ອງໄດ້ຮັບຜິດຊອບ ຣະດົມໃຫ້ບໍຣິສັດ ຕ້ອງໄດ້ເຄື່ອນຍ້າຍຫິນ ອອກຈາກ ປະຊາຊົນຫັນນະ ເນາະ, ຄັນວ່າບໍ່ເຄື່ອນຍ້າຍ ກໍຕ້ອງມີການຊົດເຊີຍ ເນາະ.”

ຢ່າງໃດກໍຕາມ ບໍຣິສັດ ວຽງຈັນ ຫົງຊື່ ຈໍາກັດ ເປັນບໍຣິສັດຂອງຈີນ ໄດ້ຮັບສັມປະທານ ໃນການຄຸດຄົ້ນ 60 ປີ ເພື່ອຜລິດປູນຊິເມັນ ໃຫ້ໄດ້ 2 ລ້ານ ຕັນຕໍ່ປີ ມູນຄ່າລົງທຶນ 300 ຮ້ອຍລ້ານ ດອນລາ ສະຫະຣັຖ ແລະ ໄດ້ຈ້າງບໍຣິສັດ ຊີໂນ ມາຣະເບີດຫິນ ເພື່ອສົ່ງ ໃຫ້ໂຮງງານ ຊິເມັນ. ນອກຈາກນັ້ນ ໂຮງງານຊິເມັນ ດັ່ງກ່າວຍັງໄດ້ ຜລິດປູນຊິເມັນ ໃຫ້ແກ່ໂຄງການກໍ່ສ້າງ ເສັ້ນທາງຣົຖໄຟ ລາວ-ຈີນ ແລະ ທາງ ດ່ວນສາຍ ນະຄອນຫລວງ ວຽງຈັນ-ວັງວຽງ ນໍາອີກ, ອີງຕາມຣາຍງານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org