ພະຍຸວູຕິບຈະຜ່ານລາວ

ລົມພະຍຸ ວູຕີບ ຈະຜ່ານ ລາວ ວັນທີ 30 ກັນຍາ ຈະມີຝົນ ຕົກຫນັກ ປະຊາຊົນ ໃນ ແຂວງ ອັດຕະປື ແລະ ເຊກອງ ຄວນຣະມັດ ຣະວັງ.

ອ່າງນໍ້າເຊກອງ International river

 

ເຈົ້າຫນ້າທີ່ ອຸຕຸນິຍົມວິທຍາ ເປີດເຜີຍວ່າ ໃນປັດຈຸບັນ ວຽດນາມໄດ້ເປີດປະຕູຣະບາຍນໍ້າ ຈາກເຂື່ອນອາເລື່ອຍ ທີ່ຈະສົ່ງຜົລກະທົບເຮັດໃຫ້ ນໍ້າເຊກອງທີ່ແຂວງເຊກອງ ແລະແຂວງອັດຕະປື ສູງຂື້ນກວ່າເກົ່າຍ້ອນລົມພະຍຸວູຕິບ ທີ່ຈະພາໃຫ້ ເກີດຝົນຕົກຫນັກກໍາລັງຈະເຄື່ອນເຂົ້າມາ ໃຫ້ປະຊາຊົນໃນສອງແຂວງດັ່ງກ່າວ ຣະມັດຣະວັງ ເປັນພິເສດ:

"ຄວາມຄືບຫນ້າ ອິງຕາມພະຍຸເຂົ້າມາວຽດນາມຫັ້ນ ເຂົ້າທາງເວ້ ເຂົ້າທາງດານັງຫັ້ນ ແລະດຽວນີ້ນີ້ ທາງອາເລື່ອຍຂະເຈົ້າປ່ອຍເຂື່ອນລົງມາ  ເນາະຕາມລາຍງານສື່ສານຫາມື້ເຊົ້ານີ້ ແລະຄາດ ວ່ານໍ້າຈະຂື້ນໃນຕອນເພນມື້ນີ້ ຫລືວ່າມື້ອື່ນ".

ທ່ານກ່າວຕື່ມວ່າ ໃນມື້ນີ້ຕອນແລງ ປະຊາຊົນໃນເມືອງກະລຶມ ແລະເມືອງລະມາມ ແຂວງເຊກອງ ຊື່ງມີນໍ້າເຊກອງ ໄຫລຜ່ານ ຄວນຣະມັດ ຣະວັງເປັນພິເສດເນື່ອງຈາກເຂື່ອນໄຟຟ້າ ທີ່ເມືອງອາເລື່ອຍແຂວງເຖື່ອທຽນເວ ຂອງວຽດນາມ ໄດ້ເປີດປະຕູຣະບາຍນໍ້າລົງສູ່ນ້ຳເຊກອງ ໃນ ມື້ວັນທີ 30 ກັນຍານີ້ ນໍ້າດັ່ງກ່າວຈະໄຫລເຂົ້າສູ່ລາວ ເມື່ອປະກອບກັບນໍ້າຝົນ ອາດຈະເຮັດໃຫ້ນໍ້າຖ້ວມໄດ້ ປະຊາຊົນຜູ້ທີ່ອາສັຍຢູ່ຕາມລໍານໍ້າ ເຊກອງ ຕ້ອງຣະມັດຣະວັງ ເປັນພິເສດ.

ຕາມການພຍາກອນອາກາດ ພະຍຸວູຕິບ ຊື່ງເປັນລົມພະຍຸໃຕ້ຝຸ່ນ ທີ່ມີຄວາມ ແຮງຂອງລົມສຸງປະມານ 120 ກິໂລແມດ ຕໍ່ຊົ່ວໂມງຈະເຂົ້າມາ ເຖິງຝັ່ງວຽດນາມໃນມື້ວັນທີ 30 ກັນຍາ ແລະກໍອາດຈະຜ່ານເຂົ້າມາລາວໃນຍາມແລງຫລືໃນຄືນ ວັນດຽວກັນຈະເຮັດໃຫ້ຝົນຕົກຫນັກໃນຫຼາຍ ພື້ນທີ່ໃນລາວ ໂດຍສະເພາະ ທີ່ແຂວງຄໍາມ່ວນ ສວັນນະເຂດ ສາຣະວັນ ຈໍາປາສັກ ເຊກອງແລະອັດຕະປື.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org