ນໍ້າຖ້ວມຈໍາປາສັກ-ສາຣະວັນ

ນໍ້າຖ້ວມ ຢ່າງໜັກ ຢູ່ແຂວງ ຈຳປາສັກ ແລະ ສາຣະວັນ ປະຊາຊົນ ເກືອບ ແສນ ຕ້ອງລໍາບາກ.

ຈໍານວນ 68 ໝູ່ບ້ານ ໃນເມືອງຄົງເຊໂດນ ຖືກພັຍນໍ້າຖ້ວມ VT

 

ນໍ້າຖ້ວມຢ່າງໜັກ ຢູ່ແຂວງຈຳປາສັກ ແລະ ສາຣະວັນ. ຢູ່ຈຳປາສັກ ນໍ້າຂອງລົ້ນຝັ່ງຖ້ວມບ້ານເຮືອນ ແລະທົ່ງນາປະຊາຊົນ ຫຼາຍພັນຄົນ ຈຳເປັນຕ້ອງ ໂຍກຍ້າຍ ອອກຈາກ ບໍຣິເວນ ແຄມຂອງ ໄປຢູ່ໃກ້ກັບ ຖນົນເລກທີ່ 13. ດັ່ງເຈົ້າໜ້າທີ່ ແຂວງຈຳປາສັກທ່ານນຶ່ງ ກ່າວວ່າ:

“ຈໍານວນ ຄອບຄົວ ນີ່ມີ 10,271 ຄອບຄົວ; ຈຳນວນຄົນ ນີ່ມີ 73, 751 ຄົນ ຖືວ່າເນື້ອທີ່ ທີ່ຖືກນໍ້າຖ້ວມ ນີ່ແມ່ນ 10,505 ເຮັກຕາຣ໌ ວ່າຊັ່ນຊະ ຖືກຍ້າຍ ອອກຈາກ ຈຸດສ່ຽງ ແຄມແມ່ນ້ຳຂອງ ນີ່ 99 ຄອບຄົວ ໄດ້ຍ້າຍອອກ ຈາກຈຸດສ່ຽງໄພ ວ່າຊັ່ນຊະ.”

ເຈົ້າໜ້າທີ່ເວົ້າອີກວ່າ ຣະດັບນໍ້າຂອງ ສູງຂື້ນເກີນເຂດ ອັນຕະຣາຍ ຕາມປົກກະຕິ ເຂດອັນຕະຣາຍ ແມ່ນ 16 ແມັດ; ແຕ່ເມື່ອວັນທີ່ 24 ກັນຍາ ນີ້ ສູງຂື້ນເປັນ 16.79 ແມັດ; ນໍ້າຈຶ່ງລົ້ນຝັ່ງ ຖ້ວມຫລາຍ ພື້ນທີ່ ໃນແຂວງ ຈໍາປາສັກ. ໃນຂນະດຽວກັນ ເຈົ້າໜ້າທີ່ ທ່ານນີ້ກໍໄດ້ ຮຽກຮ້ອງ ຂໍໃຫ້ ເອກກະຊົນ ອົງການແລະຣັຖບານ ໃຫ້ການຊ່ວຍ ເຫລືອ ແກ່ຜູ້ປະສົພພັຍ ໂດຍດ່ວນ ໂດຍສະເພາະ ອາຫານ ແລະ ນ້ຳດື່ມ.

ຢູ່ແຂວງສາຣະວັນ ກໍເຊັ່ນດຽວກັນ ນໍ້າຖ້ວມຫລາຍເມືອງ ໂດຍສະເພາະ ເມືອງຄົງເຊໂດນ ວາປີ ແລະ ເມືອງສາຣະວັນ; ຫລາຍບ້ານ ໄດ້ ໂຍກຍ້າຍ ໄປຢູ່ເຂດປອດພັຍ. ດັ່ງເຈົ້າໜ້າທີ່ ແຂວງສາຣະວັນ ທ່ານນຶ່ງ ເວົ້າວ່າ:

“ວິກິດໜັກໜ່ວງເລີຍ ຍ້າຍຄົນອອກມາ 30-40 ບ້ານ ມາເຕັມຢູ່ ແຄມທາງນີ່ຫລະນະ ມັນຂື້ນວັນທີ່ 17-18 ມັນຂື້ນແລ້ວ ທີ່ນຶ່ງ ຂື້ນແລ້ວມັນ ເຕັມອັດຕຣາມັນລົງລົງໄປແລ້ວຕົວນີ້ມາໃໝ່ມາຊໍ້າທີ່ມີແລ້ວຫະນະ ເມືອງ ຄົງເຊໂດນ ວາປີ 3 ເມືອງ ແຕ່ວ່າໝັກກວ່າໝູ່ ແມ່ນ ຄົງເຊໂດນ ມັນ 68 ບ້ານເດີ ເສັຍຫາຍ ຢູ່ເມືອງຄົງ ສະເພາະ ເມືອງຄົງ ກໍຍັງເກັບກໍາ ຣາຍລະອຽດຢູ່.”

ເຈົ້າໜ້າທີ່ ແຂວງສາຣະວັນ ທ່ານນີ້ ເວົ້າອີກວ່າ ບໍ່ພຽງແຕ່ນໍ້າຂອງ ເທົ່ານັ້ນ ລົ້ນຝັ່ງ ນໍ້າເຊໂດນ ກໍລົ້ນຝັ່ງ ເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org