ມ.ຊຽງເງິນຂົວນໍ້າຄານຂາດ
ຂົວ ຂ້າມນໍ້າຄານ ຂາດ, ຊາວບ້ານດອນໄຊ ແລະ ບ້ານ ສາມັກຄີໄຊ ເມືອງຊຽງເງິນ ແຂວງ ຫຼວງພຣະບາງ ລໍາບາກ ໃນການສັນຈອນ.
-
ມະນີຈັນ
2016-08-24 -
-
-
Your browser doesn’t support HTML5 audio
ການສັນຈອນໄປມາ ຂອງປະຊາຊົນ ຫລັງນໍ້າຖ້ວມ ຢູ່ເມືອງຊຽງເງິນ ແຂວງ ຫຼວງພຣະບາງ ຫຍູ້ງຍາກ ລໍາບາກຫຼາຍ ໂດຍສະເພາະ ບໍຣິເວນ ບ້ານ ທີ່ຢູ່ແຄມນໍ້າຄານ ເປັນຕົ້ນ ບ້ານດອນໄຊ ແລະ ບ້ານສາມັກຄີໄຊ ຍ້ອນນໍ້າຖ້ວມ ຂົວຂ້າມ ນໍ້າຄານ ຂາດ ເມື່ອ ສັປດາ ທີ່ຜ່ານມາ ເຮັດໃຫ້ ປະຊາຊົນ ເສັຽເວລາ ຕ້ອງໃຊ້ທາງອ້ອມ ໄປໄກ ກ່ອນຈະໄປເຖິງ ພື້ນທີ່ ການຜລິດ ຫາຢູ່ຫາກິນ ທີ່ຢູ່ອີກ ຟາກນຶ່ງ ຂອງນໍ້າຄານ. ຕາມຄໍາເວົ້າ ຂອງ ປະຊາຊົນ ທ່ານນຶ່ງ ຕໍ່ RFA ໃນວັນທີ 24 ສິງຫາ ນີ້:
"ເອີ໊ ຂົວນັ້ນແຫຼະ ຂົວຂ້າມນໍ້າ ເສັຽຫຼາຍແທ້ ຕອນນັ້ນ ມັນສະບາຍແລ້ວວ່າ ຂ້າມໄປ ຂ້າມມາ ແລະ ດຽວນີ້ກໍເບິ່ງ ເຫັນກັນຢູ່ ຫາກແຕ່ ໄປຫາກັນ ບໍ່ໄດ້ ການໄປ ການມາ ມັນສະດວກ ສະບາຍນີ້ ຂະເຈົ້າ ກໍທຽວມາ ທໍາການຜລິດຢູ່ ເຮົານີ້ ລະເຮົາກໍ ເອົາເຄື່ອງ ເອົາຂອງບໍ່ ໄປຊື້ໄປຂາຍ ຢູ່ຝັ່ງນັ້ນ ມີທັງໄປ ຣັຖການ ເພິ່ນກໍທຽວ ໄປການ ໄປຫຍັງ ມັນກໍສະດວກ ຫຼາຍອັນນະ".
ທ່ານກ່າວຕື່ມວ່າ ປັດຈຸບັນ ປະຊາຊົນ ບ້ານດອນໄຊ ຈະໄປຮອດບ້ານ ສາມັກຄີໄຊ ນັ້ນກໍຕ້ອງໄດ້ ໄປທາງອ້ອມ ຜ່ານຕົວ ເມືອງຊຽງເງິນ ຊຶ່ງ ໄປໄກເຖິງ 7 ກິໂລແມັຕ ປາຍ. ຈຶ່ງຢາກໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ຮີບມາ ສ້ອມແປງ. ບ້ານດອນໄຊ ແລະບ້ານ ສາມັກຄີໄຊ ເປັນ ບ້ານທີ່ຢູ່ ບໍຣິເວນ ນໍ້າຄານ. ປະຊາຊົນ 2 ບ້ານນີ້ ມີການຄ້າຂາຍ ນໍາກັນ ຊຶ່ງ ບ້ານດອນໄຊ ນັ້ນແມ່ນ ປູກພືດຜັກ ແລະ ເຮັດນາ ຊຶ່ງ ປັດຈຸບັນ ບໍ່ສາມາດ ເຮັດໄດ້ ຍ້ອນຂົວ ຂ້າມນໍ້າຄານ ຂາດ ແລະ ການເດີນທາງ ໄປມາ ກໍລໍາບາກ ຫຼາຍ.
ຂົວແຫ່ງນີ້ ກໍ່ຫາສ້າງແລ້ວ ເມື່ອທ້າຍປີ 2015 ໂດຍ ບໍຣິສັດ ແສງເພັດ ກໍ່ສ້າງ ຂົວ-ທາງ ເປັນ ຜູ້ກໍ່ສ້າງ. ກ່ຽວກັບ ເຣື່ອງນີ້ ທາງ RFA ໄດ້ຖາມ ໄປຍັງ ຜແນກໂຍທາ ເມືອງຊຽງເງິນ, ເຈົ້າໜ້າທີ່ ບອກວ່າ ດຽວນີ້ ໄດ້ລົງໄປ ເກັບຂໍ້ມູນ ແລ້ວ ແລະໄດ້ ມອບໝາຍ ໃຫ້ຝ່າຍ ວິຊາການ ເຂື່ອນໄຟຟ້າ ນໍ້າຄານ 3 ເປັນຜູ້ ດໍາເນີນການ ໃນເຣື່ອງນີ້.