ນໍ້າຖ້ວມ 9 ບ້ານ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ເສຍຫາຍຫຼາຍສົມຄວນ
ຊາວເມືອງຊຽງຮ່ອນ ແຂວງໄຊຍະບູລີ 1,300 ປາຍຄົນ ໄດ້ຮັບຜົນກະທົບຫຼາຍ ຈາກໄພນໍ້າຖ້ວມ ໃນມື້ວັນທີ 20 ແລະ 21 ສິງຫານີ້ ລວມເຖິງຖ້ວມເນື້ອທີ່ການຜະລິດ ແລະບ້ານເຮືອນຂອງປະຊາຊົນ 300 ປາຍຄອບຄົວ.
-
ຈຳປາທອງ
2024-08-26 -
-
-
Your browser doesn’t support HTML5 audio
ປະຊາຊົນ 9 ບ້ານ ຢູ່ເມືອງ ຊຽງຮ່ອນ ແຂວງໄຊຍະບູລີ 1,300 ປາຍຄົນ ໄດ້ຮັບຜົນກະທົບຫຼາຍສົມຄວນ ຈາກໄພນໍ້າຖ້ວມໄຫລຊຸ ໃນມື້ວັນທີ 20 ແລະ 21 ສິງຫານີ້ ຍ້ອນມີຝົນຕົກໜັກ ຕິດຕໍ່ກັນຫລາຍມື້ ເຮັດໃຫ້ນໍ້າໃນລໍານໍ້າໃຫຍ່ ຄືນໍ້າມ່າວ, ນໍ້າຄ່ອມ, ນໍ້າແໜ່ນ ແລະນໍ້າສາຍ ຮວມເຖິງນໍ້າໃນຫ້ວຍ ຢູ່ແຕ່ລະບ້ານ ມີປາລິມານເພີ້ມຂຶ້ນຫຼາຍ ແລະໄຫລຖ້ວມເນື້ອທີ່ການຜະລິດ ແລະບ້ານເຮືອນຂອງປະຊາຊົນ 300 ປາຍຄອບຄົວ. 9 ບ້ານທີ່ວ່ານີ້ ມີຮວມທັງບ້ານນາອອນ, ດອນເຟືອງ ແລະບ້ານປົ່ງ.
ນໍ້າຖ້ວມຄັ້ງນີ້ ມີໃຫ້ນໍ້າໄຫລເຂົ້າເຮືອນ, ຖ້ວມສວນ, ໄຮ່ນາ ແລະໜອງປາຂອງປະຊາຊົນ, ແຕ່ມາຮອດມື້ນີ້ ນໍ້າໄດ້ບົກລົງໝົດແລ້ວ, ປະຊາຊົນ ທີ່ໄດ້ຮັບຜົນກະທົບ ກໍພາກັນອະນາໄມ ທໍາຄວາມສະອາດ, ເກັບມ້ຽນຂີ້ເຫຍື້ອ ທີ່ນໍ້າພັດມາໃສ່. ແລະທາງຫ້ອງການປົກຄອງເມືອງຊຽງຮ່ອນ ແລະແຂວງໄຊຍະບູລີ ກໍໄດ້ຊ່ວຍເຫລືອ ໂດຍມອບເຂົ້າສານ, ນໍ້າດື່ມ ແລະອາຫານແຫ້ງ ໃຫ້ປະຊາຊົນ ທີ່ໄດ້ຮັບຄວາມເດືອດຮ້ອນນັ້ນ, ນໍ້າຖ້ວມຄັ້ງນີ້ ຖືວ່າເສຽຫາຍໜັກສົມຄວນ, ອີງຕາມຄໍາເວົ້າຂອງຊາວບ້ານບ້ານທາດ ເມືອງຊຽງຮ່ອນ ຜູ້ນຶ່ງຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 26 ສິງຫານີ້.
“ປີນີ້ກໍຂ້ອນຂ້າງວ່າໜັກເຕີບຫັ້ນແຫລະ ນໍ້າ ປັດຈຸບັນແທ້ກະຫລຸດລົງເບິດແລ້ວ ກັບສູ່ປົກກະຕິແລ້ວດຽວນີ້ຫັ້ນນ່າ ເຂົາເຈົ້າອະນາໄມຄວາມສະອາດຫລັງເກັບມ້ຽສ້ອມແຊມ ເຮື່ອນອີ່ຫຍັງຕ່າງໆ ຫັ້ນແຫລະ ທົ່ງນາເສັຽຫາຍຫລາຍປີນີ້ຫັ້ນນ່າ ຈໍານວນນຶ່ງກໍຖິ້ມໄປເລີຍຫັ້ນແຫລະ ຈໍານວນນຶ່ງມັນກໍຄືນມາ ສັດລ້ຽງຫັ້ນແມ່ນ ກໍມີແຕ່ສັດນ້ອເນາະ ໂຕນີ້ບໍ່ມີສັດໃຫຍ່ທີ່ເສັຽຫາຍຫລາຍປີນີ້ຫັ້ນນ່າ ໜອງປາເສຍຫາຍຫລາຍເຕີບຫັ້ນແຫລະປີນີ້ ທີ່ຜ່ານມາການນໍາຂັ້ນເມືອງ ເພິ່ນກໍລົງມາຊ່ວຍເຫລືອບັນເທົາທຸກ ຈໍານວນນຶ່ງໄປແລ້ວ ທີ່ຜ່ານມາແທ້ ມັນກໍບໍ່ມີແຫລະເນາະ ການຊົດເຊີຍກໍບໍ່ມີຫັ້ນແຫລະ.”
ພ້ອມດຽວກັນນັ້ນ ຊາວບ້ານຢູ່ບ້ານປົ່ງ ເມືອງຊຽງຮ່ອນ ຜູ້ນຶ່ງ ກໍເວົ້າວ່າ ຢູ່ເຂດບ້ານປົ່ງນີ້ ນໍ້າຫລຸດລົງໄດ້ 3-4 ມື້ແລ້ວ. ສ່ວນຄວາມເສຽຫາຍຢູ່ໃນບ້ານນີ້ ແມ່ນທົ່ງນາ, ເຂົ້າຕາຍສ່ວນນຶ່ງ ຍ້ອນຖືກດິນຖົມ, ຫຼາຍຄອບຄົວ ທີ່ມີສັດລ້ຽງ ເປັນເປັດ, ໄກ່ ແລະໝູ ຈົມນໍ້າຕາຍ ຍ້ອນເອົາຍ້າຍອອກບໍ່ທັນ. ຫາກເວົ້າເລື້ອງການຊ່ວຍເຫຼືອ ໃນເຂດບ້ານປົ່ງນີ້ ກໍມີນໍ້າດື່ມ ໃຫ້ຊາວບ້ານ ຕັ້ງແຕ່ເລີ້ມຖືກນໍ້າຖ້ວມ. ແລະວ່າ ທີ່ຜ່ານມາ ເຂດບ້ານນີ້ ກໍຖືກລົມພະຍຸພັດເຮືອນ ໄດ້ຮັບຄວາມເສຽຫາຍ ແຕ່ບໍ່ມີໜ່ວຍງານໃດໃຫ້ການຊ່ວຍເຫລືອ ດັ່ງທີ່ທ່ານກ່າວວ່າ:
“ຕອນນີ້ ນໍ້າມັນຫລຸດລົງແລ້ວເນາະ ຖືວ່າກັບມາປົກກະຕິແລ້ວ ທົ່ງນາ ຍັງພໍມີສ່ວນທີ່ໃຊ້ໄດ້ຢູ່ ບາງກໍຖືກດິນຖົມ ໄປນີ້ນໍ ບໍ່ ສ່ວນຫຼາຍກໍບໍ່ມາຊົດເຊີຍດອກນໍ ຄືຊ່ວງລົມພັດຫລັງຈະແລ້ວນີ້ ເຮືອນຂ້ອຍນີ້ຫຼັງຄາໄປເບິດຫຼັງ ກໍບໍ່ເຫັນຊ່ວຍເຫຼືອຫຍັງຈັກຢ່າງ.”
ຢູ່ເຂດບ້ານປ່າຫວ້ານ ເມືອງຊຽງຮ່ອນ ນໍ້າກໍໄດ້ບົກລົງແລ້ວ ແຕ່ຍັງມີນໍ້າຂັງຢູ່ໃນທົ່ງນາ ແລະເຂດບ້ານ ໂດຍສະເພາະ ບໍລິເວນແຄມນໍ້າ ຊຶ່ງຊາວບ້ານກໍຢ້ານວ່າ ຫາກມີຝົນຕົກລົງມາຕື່ມອີກ ກໍອາດຈະເຮັດໃຫ້ນໍ້າຖ້ວມຕື່ມອີກ, ຫາກທຽບ ໃສ່ປີກາຍ ຖືວ່າປີນີ້ ນໍ້າຖ້ວມໜັກກວ່າ ຍ້ອນນໍ້າໄດ້ໄຫລຖ້ວມເຂດ ທີ່ປີກາຍນໍ້າບໍ່ຖ້ວມ. ສ່ວນຫົນທາງ ທີ່ໄດ້ຮັບຄວາມເສຽຫາຍນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ແກ້ໄຂ ຍົກເວັ້ນບາງຈຸດ ທີ່ຍັງມີດິນເຈື່ອນ, ຍານຫາຫານະກໍພໍແລ່ນໄດ້ ດັ່ງຊາວບ້ານ ຢູ່ບ້ານປ່າຫວ້ານນາງນຶ່ງເວົ້າວ່າ:
“ຫຼຸດລົງແລ້ວເຈົ້າ ກໍຫຼຸດຫຼາຍມື້ແລ້ວໄດ໋ ເພາະຝົນມັນບໍ່ຕົກແລ້ວ ຫົນທາງກໍຖ້ວມແລ້ວ ມີແຕ່ວ່າມັນຂັງຢູ່ນາເຂົ້າ ບາດນີ້ກໍບົດໆມືດໆມາ ຖ້າວ່າຝົນລົງຊໍ້າ ກໍໜ້າຈະຖ້ວມງ່າຍກວ່າເດີມ ເພາະວ່ານໍ້າມັນບໍ່ລົງ ຫຼາຍຢູ່ ຫຼາຍເຮັກຕາຢູ່ ແມ່ນ ລຽບນໍ້າແມ່ນປີນີ້ທ້ວມຫຼາຍກວ່າທຸກປີຫັ້ນນະ ເຂົ້າຕາຍເບິດ ຂະເຈົ້າແກ້ໄຂສ້ອມແປງເບິດແລ້ວ ແຕ່ວ່າມັນຈະມີຫົນທາງດິນສະໄລລົງມາເປັນຈຸດໆ ທີ່ຍັງແກ້ໄຂໄດ້ແຕ່ເລຍດຽວ.”
ກ່ຽວກັບເລື້ອງການຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຄັ້ງນີ້ ເຈົ້າໜ້າທີ່ ຫ້ອງການປົກຄອງເມືອງຊຽງຮ່ອນ ທ່ານນຶ່ງກ່າວຕໍ່ວິທະຍຸເອເຊັຽເສຣີໃນມື້ວັນທີ 26 ສິງຫານີ້ວ່າ ເຈົ້າເມືອງເມືອງຊຽງຮ່ອນ ໄດ້ລົງຕິດຕາມກວດກາ ແລະມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບນັ້ນແລ້ວ ຊຶ່ງເຄື່ອງຊ່ວຍເຫລືອ ກໍມີຫຼາຍຢ່າງ ເປັນຕົ້ນກໍແມ່ນອາຫານແຫ້ງ ມຸນຄ່າ 30 ລ້ານປາຍກີບ ແລະນໍ້າດື່ມ 100 ແພັກ ມູນຄ່າ 4 ລ້ານກີບ.
“ຫລຸດແລ້ວໆຄົບເບິດແລ້ວ ຊ່ວຍເຫລືອເບິດແລ້ວເດ້ ຊ່ວຍເຫລືອເບິດແລ້ວ ເອີ ມີຫລາຍຢ່າງມີຫລາຍຢ່າງເນາະ ດັ່ງທີ່ຂ້າພະເຈົ້າໄດ້ລົມມື້ນັ້ນແລ້ວເດ້ເນາະ.”
ເມື່ອກ່ອນໜ້ານີ້ ກົມອຸຕຸນິຍົມວິທະຍາ ແລະອຸທົກກະສາດ ໄດ້ແຈ້ງເຕືອນວ່າ ວັນທີ 23 ແລະ 24 ສິງຫານີ້ ໃຫ້ລະວັງຝົນຕົກໜັກ ດິນເຈື່ອນ, ຕົ້ນໄມ້ໃຫຍ່ຫັກລົ້ມ, ນໍ້າຖ້ວມໄຫຼຊຸ, ນໍ້າຖ້ວມຍື່ງ ແລະທາງສັນຈອນຂາດ ຢູ່ແຂວງໄຊຍະບູລີ, ຫຼວງພຣະບາງ, ບໍ່ແກ້ວ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ວຽງຈັນ ແລະແຂວງຫຼວງນໍ້າທາ ຍ້ອນພະຍຸຝົນ ຍັງຈະສືບຕໍ່ພັດຜ່ານ ເຂດພາກເໜືອ ຂອງລາວ.
ຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ລະດັບນໍ້າ ໃນແມ່ນໍ້າຂອງ ແລະລໍານໍ້າສາ ຂາ ທີ່ໄຫຼຜ່ານຫຼາຍເມືອງ ຂອງແຂວງໄຊຍະບູລີ ສູງຂື້ນປະມານ 2 ແມັດ ເຮັດໃຫ້ເຂື່ອນໄຟຟ້າໄຊຍະບູລີ ເປີດປະຕູລະບາຍນໍ້າ ເຮັດໃຫ້ນໍ້າຖ້ວມຜົນລະ ປູກຂອງປະຊາຊົນ ຕາມແຄມຂອງ ບາງສ່ວນຂອງເມືອງປາກລາຍ.