ຝົນຕົກໜັກ ນໍ້າຖ້ວມຫຼາຍບ້ານ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ
ຝົນຕົກໜັກ ນໍ້າຖ້ວມຫລາຍບ້ານ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ແລະ ບ້ານທີ່ໄດ້ຮັບຜົລກະທົບ ຫລາຍກວ່າໝູ່ແມ່ນບ້ານແທ່ນຄໍາ ແລະ ບ້ານສີບຸນເຮືອງ, ແຕ່ໂດຍລວມແລ້ວ ນໍ້າຖ້ວມບໍ່ໜັກ, ແລະ ຍັງບໍ່ມີຣາຍງານ ຜົລເສັຍຫາຍ ຢ່າງເປັນທາງການ.
-
ຈຳປາທອງ
2023-07-31 -
-
-
Your browser doesn’t support HTML5 audio
ໃນມື້ວັນທີ 29 ກໍຣະກະດາ 2023 ນີ້ ມີຝົນຕົກໜັກ ເຮັໃຫ້ນໍ້າລົ້ນຫ້ວຍນໍ້າແກນ ໄຫລຖ້ວມເສັ້ນທາງ, ໄຮ່ນາ ແລະບ້ານເຮືອນປະຊາຊົນ ເປັນຕົ້ນບ້ານແທ່ນຄໍາ ແລະບ້ານສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູຣີ ທີ່ໄດ້ຮັບຜົລກະທົບຫລາຍກວ່າໝູ່. ນໍ້າຖ້ວມຄັ້ງນີ້ ຖ້ວມບໍ່ແຮງຫລາຍປານໃດ.
ດັ່ງຊາວບ້ານສີບຸນເຮືອງ ຜູ້ນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 31 ກໍຣະກະດາວ່າ:
“ຕົກວັນນຶ່ງ ຄືນນຶ່ງ ແລ້ວນໍ້າຖ້ວມບ້ານແທນຄໍາ. ໜັກແທ້ກະມີແຕ່ບ້ານແທນຄໍາຫັ້ນແຫລະ. ເຂດຫົງສາເຮົານີ້ແຫລະ ຖ້ວມໄປເສີຍໆ ບໍ່ໄດ້ແຮງຖັ່ງຄືນໍ້າປ່າປານໃດ. ບໍ່ຄ່ອຍເສັຽຫາຍດອກ ມັນກະເລີຍກະຈາຍໄປທົ່ວ ແບບກະຈາຍຖ້ວມແລ້ວກະລົດໄປ. ມື້ນຶ່ງ ຄືນນຶ່ງ ແລ້ວກະບໍ່ເສັຽຫາຍເທົ່າໃດ.”
ທ່ານກ່າວຕື່ມວ່າ ນໍ້າຖ້ວມຕອນກາງເວັນ ພໍຮອດຍາມແລງມານໍ້າກໍລົດລົງເທື່ອລະໜ້ອຍ ເຮັດໃຫ້ທັງບ້ານເຮືອນ, ສັດລ້ຽງ, ໄຮ່ນາ ບໍ່ໄດ້ຮັບຄວາມເສັຍຫາຍຫລາຍປານໃດ ແລະຊາວບ້ານຜູ້ນຶ່ງ ຢູ່ບ້ານດອນໄຊ ເມືອງຫົງສາ ເວົ້າວ່າ ນໍ້າຖ້ວມຄັ້ງນີ້ ແມ່ນຖ້ວມທັງໄຮ່ນາ ຊາວບ້ານຢູ່ບ້ານດອນໄຊ, ບ້ານສີບຸນເຮືອງ ແລະບ້ານແທ່ນຄໍາ, ແຕ່ບໍ່ໄດ້ຮັບຄວາມເສັຍຫາຍຫລາຍ , ມີແຕ່ຖ້ວມໄຮ່ນາຈໍານວນນຶ່ງເທົ່ານັ້ນ.
ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ໂດຍ. ແມ່ນນໍ້າຖ້ວມແຖວໃກ້ໆ ໄຮ່ນາຕາກ້າກະເສັຽຢູ່ໄດ໋ ທາງຫລັງບ້ານຖ້ວມກະຊິບໍ່ເສັຽຫາຍດອກ ນໍ້າມັນລົ້ນຝັ່ງແລ້ວມັນລົ້ນເຂົາມາເນາະ.”
ຊາວບ້ານຜູ້ນຶ່ງ ຢູ່ບ້ານໂພນສະອາດ ຊຶ່ງເປັນບ້ານທີ່ຢູ່ແຖບດຽວກັນນັ້ນເວົ້າວ່າ ໃນເຂດເທສບານເມືອງຫົງສາ ນໍ້າບໍ່ໄດ້ຖ້ວມ ເຖິງແມ່ນວ່າມັນຈະຢູ່ຕິດກັບແຄມຫ້ວຍນໍ້າແກນ ຍ້ອນວ່າທາງການ ໄດ້ສ້າງກັນເຈື່ອນໄວ້ ຂ້ອນຂ້າງສູງ ສ່ວນສາມບ້ານທີ່ນໍ້າຖ້ວມນັ້ນ ແມ່ນຢູ່ຕໍ່າກວ່າ.
ສໍາລັບບ້ານແທ່ນຄໍານັ້ນ ເປັນບ້ານທີ່ຢູ່ຕິດກັບຫ້ວຍແກນ ແລະຢູ່ຕີນພູ, ເວລາຝົນຕົກໜັກ ໄດ້ຮັບຜົລກະທົບກ່ອນທຸກບ້ານ ແລະຖືກນໍ້າຖ້ວມເກືອບທຸກປີ.
ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 31 ກໍຣະກະດາວ່າ:
“ໂອ. ບໍ່ເປັນຫຍັງທາງເຮົາ ເຮືອນເຮົາສູງຢູ່ ເຈົ້າ. ຖ້ວມແຕ່ບ້ານແທນຄໍາຊື່ໆດອກ ແລ້ວຕາມວັດສີບຸນເຮືອງຫັ້ນເນາະ ມັນໃກ້ຫ້ວຍ. ບໍ່ຖ້ວມຫລາຍປານໃດດອກ.”
ກ່ຽວກັບຄວາມເສັຍຫາຍ ທີ່ເກີດຈາກພັຍນໍ້າຖ້ວມຄັ້ງນີ້ ຍັງບໍ່ທັນມີຣາຍງານເທື່ອ. ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ຫ້ອງການໄຟຟ້າ, ນໍ້າປະປາ, ໂຍທາທິການ ແລະຂົນສົ່ງ ໄດ້ໄປເກັບກໍາຂໍ້ມູນແລ້ວ.
ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງເມືອງ ຫົງສາ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ທາງເຮົາບໍ່ໄດ້ສັງລວມເທື່ອເນາະເພາະວ່າມື້ນັ້ນ ເປັນວັນເສົາອາທິດແດ່ເນາະ ພໍດີອ້າຍນ້ອງເຮົາຍັງອອກວຽກ ແລ້ວຫັ້ນເພິ່ນຍັງບໍ່ໄດ້ຣາຍງານກັນເທື່ອນ່າ.”
ໃນຂະດຽວກັນ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງໄຊຍະບູຣີ ກໍກ່າວວ່າ ນໍ້າຖ້ວມຢູ່ໃນເຂດເມືອງຫົງສາຄັ້ງນີ້ ແມ່ນຖ້ວມທັມມະດາ, ຖ້ວມໜ້ອຍນຶ່ງ. ພາຍຫລັງທີ່ໄດ້ຮັບແຈ້ງ ກໍມີທະຫານຈາກກອງບັນຊາການ ທະຫານຈໍານວນນຶ່ງ ໄປຊ່ອຍເຫລືອຊາວບ້ານ ເກັບມ້ຽນຊັພສິນໄປໄວ້ບ່ອນສູງ ເພື່ອຄວາມປອດພັຍ ແລະວ່າ ສາເຫດທີ່ເຮັດໃຫ້ເກີດນໍ້າຖ້ວມ ຢູ່ເມືອງຫົງສາເກືອບທຸກປີ ແມ່ນເປັນຍ້ອນຝົນຕົກໜັກ ແລະທໍ່ລະບາຍນໍ້າ ໃນເມືອງນີ້ ລະບາຍນໍ້າບໍ່ທັນ.
ດັ່ງທີ່ທ່ານກ່າວວ່າ:
“ເອີ. ມັນຖ້ວມທັມມະດາຊື່ໆດອກ. ມັນຖ້ວມໜ້ອຍນຶ່ງ, ບໍ່ຖ້ວມໜັກ. ຕົກເຫິງແດ່ໜ້ອຍນຶ່ງ, ແຫ້ງແລ້ວດຽວນີ້. ແຖວຫົງສານີ້ ມັນຈະໄຫລອອກທໍ່ລະບາຍ ໄປບໍ່ທັນເດ໋.”
ກົມອຸຕຸຍິຍົມວິທຍາ ແລະອຸທົກກະສາດ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງ ແວດລ້ອມ ໄດ້ຣາຍງານກ່ຽວກັບສະພາບອາກາດ ປະຈໍາວັນທີ 31 ກໍຣະກະດາ 2023 ນີ້ວ່າ ຄວາມກົດດັນອາກາດຕໍ່າ ຍັງຜ່ານຢູ່ເຂດພາກເໜືອ ຂອງປະເທດລາວ ສົມທົບກັບລົມມໍຣະສຸມ ຕາເວັນຕົກສ່ຽງໃຕ້ ຍັງມີກໍາລັງແຮງ ພັດປົກຄຸມ ຈຶ່ງເຮັດໃຫ້ມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມ ໃນລະດັບຄ່ອຍຫາປານກາງ ຢູ່ແຕ່ລະພາກ, ຝົນຕົກໜັກ ແລະທັງມີລົມແຮງເປັນບາງໄລຍະ ຢູ່ບາງທ້ອງຖິ່ນໃນແຂວງພາກກາງ ແລະພາກໃຕ້. ພາກເໜືອຈະມີຝົນຕົກ ປົກຄຸມປະມານ 50-60% ຂອງພື້ນທີ່, ພາກກາງ ແລະພາກໃຕ້ຈະມີຝົນຕົກປົກຄຸມປະມານ 70% ຂອງພື້ນທີ່.
ດັ່ງນັ້ນ ປະຊາຊົນ ເປັນຕົ້ນຊາວກະເສຕກອນ ຈຶ່ງຄວນເອົາໃຈໃສ່ຕິດຕາມ ສະພາບການປ່ຽນແປງ ຂອງອາກາດຢ່າງໃກ້ຊິດ ໃນຂະນະທີ່ມີຝົນຕົກ ແລະອາກາດຮ້ອນອົບເອົ້າຢູ່ນີ້. ຣາຍງານນັ້ນເວົ້າວ່າ ລະຫວ່າງວັນທີ 31 ກໍຣະກະດາ ໄປຫາວັນທີ 6 ສິງຫາ 2023 ແລະ 1 ອາທິດຂ້າງໜ້າ ແມ່ນມີຄວາມສ່ຽງ ອາກາດຮ້ອນອົບເອົ້າ ຊາວກະສິກອນ ຮວມທັງຢູ່ໃນເຂດເມືອງປາກຊ່ອງ ແຂວງຈໍາປາສັກ ຄວນເອົາໃຈໃສ່ຕິດຕາມສະພາບ ການປ່ຽນແປງຂອງອາກາດຢ່າງໃກ້ຊິດ ແລະເພີ່ມມາຕການຮັບມື ທີ່ເໝາະສົມ ຕໍ່ອາກາດຮ້ອນອົບເອົ້າ ທີ່ມີຄວາມສ່ຽງປານກາງນັ້ນ.