ຊາວນາວ່າຜົນເກັບກ່ຽວ ຕົກຕໍ່າຍ້ອນ ພັຍຖ້ວມ ພັຍແລ້ງ
ຊາວກະສິກອນ ໃນຫຼາຍແຂວງ ຂອງລາວ ໄດ້ຮັບຜົນຜລິດ ການກະເສດ ຫຼຸດໜ້ອຍລົງ ເນື່ອງຈາກ ປະສົບພັຍ ນໍ້າຖ້ວມ ແລະ ຕໍ່ມາກັບເປັນແຫ້ງແລ້ງ ຂາດເຂີນນໍ້າ.
-
ສຸພັດຕາ
2021-03-11 -
-
-
Your browser doesn’t support HTML5 audio
ຜົນຜລິດທາງການກະເສດ ຂອງຊາວກະສິກອນ ໃນຫຼາຍແຂວງລາວ ເມື່ອປີກາຍເປັນຕົ້ນ: ເຂົ້ານາປີ ແລະຜັກສວນຄົວໄດ້ຮັບຜົນ ຜລິດຫຼຸດລົງ ເນື່ອງຈາກປະສົບກັບພັຍນໍ້າຖ້ວມ ແລະ ບາງພື້ນທີ່ ກັບຂາດເຂີນນໍ້າ.
ສະເພາະຊາວນາ ຢູ່ບ້ານນາກະເຈີນ ເມືອງຕຸ້ມລານ ແຂວງສາຣະວັນ ທີ່ເຮັດນາປີ ໃນປີ 2020 ມີເນື້ອທີ່ທັງໝົດ 290 ເຮັກຕາ ໃນນັ້ນ 170 ເຮັກຕາ ຂາດເຂີນນໍ້າ ເຮັດໃຫ້ຜົນຜລິດ ຫຼຸດລົງ ຈາກທີ່ເຄີຍໄດ້ເຂົ້າ 3 ຕັ້ນປາຍ ຕໍ່ເຮັກຕາ, ຕົກມາໃນປີ 2020 ໄດ້ເຂົ້າພຽງແຕ່ 2 ຕັ້ນ ຕໍ່ເຮັກຕາເທົ່ານັ້ນ, ອີງຕາມຄວາມເວົ້າຂອງຊາວນາ ຢູ່ບ້ານນາກະເຈີນ ຜູ້ນຶ່ງຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ມີນາ ນີ້:
“ຕ້ອງການຢາກໄດ້ນໍ້າຝົນ ຫັ່ນບໍ່ມີ ບາດສຸດທ້າຍດໍາແລ້ວ ຝົກຕົກອີກ ຕົກຕລອດມື້, ຕອນກິນເຂົ້າກໍຕົກແຮງຕລອດ ໂອ້ມັນຊິ ເຂົ້າສຸກກໍເສັຽອີກ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ເມືອງຕຸ້ມລານ ແຂວງສາຣະວັນ ກ່າວວ່າ ເມືອງຕຸ້ມລານ ເປັນເມືອງທີ່ ບໍ່ມີນໍ້າ ຫ້ວຍໃຫຍ່ ມີແຕ່ອາສັຍນໍ້າຫ້ວຍນ້ອຍ ພໍຮອດຍາມແລ້ງ ກໍເຮັດໃຫ້ບໍ່ມີນໍ້າພຽງພໍ ເຂົ້າໃນການກະເສດຂອງປະຊາຊົນ. ແຕ່ປັດຈຸບັນ ພາກສ່ວນກ່ຽວຂ້ອງ ກໍຣະດົມໃຫ້ ປະຊົນຂຸດໜອງໃຫຍ່ ເພື່ອເກັບນໍ້າໄວ້ໃຊ້ ໃນການຜລິດ ໃນຣະດູ ແລ້ງ, ດັ່ງທ່ານກ່າວວ່າ:
“ທາງເມືຶອງຕຸ້ມລານເຮົານິ່ ມັນຈະບໍ່ມີນໍ້າຫ້ວຍໃຫຍ່ຫັ້ນແຫຼະ ສ່ວນຫຼາຍກະອາສັຍນໍ້າຫ້ວຍ ເວລາແຫ້ງແລ້ງເນາະ ເຮົາບໍ່ສາມາດ ຊິເກັບນໍ້າໄດ້ ຖ້າວ່າຟ້າຝົນ ປົກກະຕິ ກໍສາມາດໄດ້ດີ ຜົນຜລິດເຮົາ, ອັນນະ ພວກເຮົາໄດ້ລົງຣະດົມເຂົາເຈົ້າ ກ່ຽວກັບຈົກໜອງ ທີ່ວ່າໃຫຍ່ ເພິ່ນກໍໄດ້ທົດລອງເຮັດ, ແຕ່ວ່່າ ຍັງບໍ່ທັນໄດ້ຈັດຕັ້ງ ປະຕິບັດ ເຮົາກໍຂັ້ນເລີ່ມຕົ້ນ ທີ່ໄດ້ຈົກໜອງ ຫັ້ນ.”
ຊາວນາ ຢູ່ບ້ານວັດທາດ ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ເວົ້າວ່າ ປີກາຍ ຊາວນາ ຢູ່ບ້ານນີ້ເຮັດນາປີທັງໝົດ 20 ປາຍເຮັກຕາ ໃນນັ້ນ ຖືກນໍ້າຖ້ວມ ໄປ 10 ເຮັກຕາ ຖືວ່າໄດ້ຮັບ ຜົລຜລິດພຽງແຕ່ເຄິ່ງດຽວ:
“ກໍຈໍານວນນຶ່ງ ຈໍານວນນັ້ນກໍ 50 ເປີເຊັນ (ໄດ້ເຂົ້າບໍ່ງາມ) ວ່າຊັ້ນສາ ຄັນນໍ້າຖ້ວມຫັ້ນປີທີ່ຜ່ານມາ ກໍຖືວ່າມັນຖ້ວມຢູ່, ແຕ່ວ່າມັນ ບໍ່ຕາຍ ກໍກຸ້ມຢູ່ກຸ້ມກິນ ບ້ານເຮົານະ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ກ່າວວ່າ ຈະມີການປະຊຸມ ກັບພາກສ່ວນ ກ່ຽວຂ້ອງ ເພື່ອຫາທາງແກ້ໄຂ ບັນຫານໍ້າຖ້ວມ ຢູ່ເມືອງບໍຣິຄັນ ບາງທີອາຈເຮັດຝາຍກັ້ນນໍ້າ ເພື່ອປີຕໍ່ໄປ ນໍ້າຈະບໍ່ໄດ້ຖ້ວມນາ ຂອງປະຊາຊົນ, ດັ່ງທ່ານກ່າວວ່າ:
“ກໍຍາກຢູ່ ຄັນວ່າເຮົາລົງທຶນສູງ ເຮັດຝາຍກັ້ນນໍ້າ ຈັ່ງຊີ້ເນາະ ກໍຕ້ອງໃຊ້ກົງຈັກສູບນໍ້າອອກ ເວລາຝົນມາແຮງ ມັນເປັນອ່າງເດ້ ແຖວວັດທາດ ນາແຮ່ນ ຕ້ອງໄດ້ໃຊ້ຈັກສູບນໍ້າດູດອອກ ຄິດວ່າຕ້ອງໄດ້ເຮັດແນວນັ້ນ ວິທີການພວກເຮົາ ຈັ່ງຊີ້ນ່າຄັນວ່າແຜນບໍ່ມີ ໂຄງການອັນນັ້ນອັນນີ້ ບໍ່ຫາລືຄົ້ນຄວ້າກັນຕໍ່ໄປ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ສໍາລັບເມືອງບໍຣິຄັນ, ໃນປີ 2020 ທີ່ຜ່ານມາ ຜົນຜລິດເຂົ້ານາປີ ຂອງປະຊາຊົນ ຮວມທັງໝົດໄດ້ 16-17 ພັນຕັນ ຖືວ່າໄດ້ຫຼາຍກວ່າປີ 2019 ຊຶ່ງໄດ້ແຕ່ 15 ພັນຕັນ ແລະປີ 2021 ນີ້ ຄາດວ່າ ຜົນຜລິດເຂົ້ານາປີ ຂອງປະຊາຊົນ ເມືອງບໍຣິຄັນ ຈະເພີ້ມຂຶ້ນນໍາອີກ ເນື່ອງຈາກປະຊາຊົນ ປູກເຂົ້ານາປີຫຼາຍຂຶ້ນ ເປັນ 240 ເຮັກຕາ ຈາກປີ 2020 ເນື້ອທີ່ປູກເຂົ້ານາປີ ມີພຽງແຕ່ 200 ເຮັກຕາ.
ນອກຈາກນີ້ ຊາວສວນປູກຜັກສວນຄົວ ຢູ່ບ້ານໂນນໄຮ ເມືອງໝື່ນ ແຂວງວຽງຈັນ ເວົ້າວ່າ 4 ປີ ທີ່ຜ່ານມາ ໂຕເອງປູກຜັກສວນຄົວ ເປັນຕົ້ນ: ໝາກແຕງ, ໝາກສາລີຫວານ ແລະ ຜັກຫອມບົ່ວ, ແຕ່ຕົກມາ 2-3 ປີນີ້ ບໍ່ຮູ້ວ່າເປັນຍ້ອນຫຍັງ ຜັກສວນຄົວ ຈຶ່ງບໍ່ງາມ ຂາຍກໍໄດ້ຣາຄາຖືກ:
“ໄດ້ 2-3-4 ປີ ມານີ້ນິ່ ກໍຖືວ່າ ນໍ້າຈາກເປັນແນວນັ້ນ ເຮົາກໍບໍ່ເຂົ້າໃຈວ່າ ມາເຮັດສວນຜັກ ບໍ່ວ່າແຕ່ລະດູໃນເນາະ ໄປເຮັດສວນຜັກ ເຮັດຫຍັງກໍບໍ່ງາມແລ້ວນາ ຈັກເປັນແນວໃດລະ ເພາະວ່າມັນຈະມີດິນທີ່ວ່າເຈື່ອນ ຫຼືວ່າດິນທີ່ວ່າ ເຂົາເຈົ້າຂຸດຄົ້ນບໍ່ຫັ້ນນະມັນຈະມາຕັນ ລະບາງເທື່ອກໍແຫ້ງ ບາງເທື່ອ ກໍປ່ອຍມາຫຼາຍ ນໍ້າຫັ່ນກໍຂຸ່ນສເມີເລີຍ.”
ຊາວສວນ ປູກຜັກສວນຄົວ ຢູ່ບ້ານທ້ຽວ ເມືອງໄຊ ແຂວງອຸດົມໄຊ ເວົ້າວ່າພາຍໃນບ້ານ ມີປະຊາຊົນປູກຜັກສວນຄົວ ຫຼາຍຄອບຄົວ ໂຕເອງ ກໍປູກສາລີຫວານ ແລະໝາກແຕງ ປູກພືດໃຫ້ຖືກກັບສະພາບ, ສະພາບອາກາດ ກໍຖືວ່າມີຣາຍຮັບ ໄດ້ພໍກຸ້ມຢູ່ກຸ້ມກິນ ຢູ່:
“ຄັນປີໃດ ມັນໜາວຫຼາຍນິ່ ບາງພືດມັນກໍໄດ້ເພີ້ມຂຶ້ນ ບາງພືດນິ່ມັນຊິຖືກກັບອາກາດໜາວຫັ້ນ ມັນໄດ້ເພີ້ມ ບາງເທື່ອທີ່ມັນບໍ່ຖືກ ກັບອາກາດໜາວ ກໍຫຼຸດລົງ ກໍຫາກພໍກຸ້ມກິນຢູ່.”
ເມື່ອປີກາຍເມືອງເຊໂປນ ແລະ ເມືອງວິຣະບູຣີ ແຂວງສວັນນະເຂດ ກໍຖືກນໍ້າຖ້ວມ ໃຫ້ນາເຂົ້າ ຂອງປະຊາຊົນຖືກເສັຍຫາຍຫຼາຍ ຮ້ອຍເຮັກຕາ.