ຊາວນາເມືອງຊໍາໃຕ້ ເຮັດນາແຊງບໍ່ໄດ້ ຍ້ອນເຂື່ອນນ້ຳຊຳ 3 ເຣີ່ມຕັນນ້ຳ

ຊາວບ້ານ ໃນບາງບ້ານ ທີ່ເມືອງຊໍາໃຕ້ ແຂວງຫົວພັນ ບໍ່ສາມາດ ເຮັດນາແຊງໄດ້ ຍ້ອນເຂື່ອນນ້ຳຊຳ 3 ເຣີ່ມຕັນນ້ຳ

ໂຕຢ່າງ ຊາວນາ ພວມດຳນາ ໃນເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, (TS) ເດືອນກໍຣະກະດາ 2022 RFA

ໃນວັນທີ 15 ທັນວາ ປີ 2023, ທ່ານ ດຣ. ຄໍາແພງ ໄຊສົມແພງ, ເຈົ້າແຂວງ ແຂວງຫົວພັນ, ທ່ານ ທອງຫວັງ ຄູນທອນຮຸ່ງມີໄຊ, ເຈົ້າເມືອງ ເມືອງຊຳໃຕ້, ທ່ານ ສົມລັດ ເມກອາກາດ, ຜູ້ອຳນວຍການ ກຸ່ມບໍຣິສັດ ພົງທະວີຊັບ ຈຳກັດຜູ້ດຽວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພີທີຕັນເຂື່ອນ ເພື່ອກັກເກັບນ້ຳ ໂຄງການກໍ່ສ້າງ ເຂື່ອນໄຟຟ້ານໍ້າຊໍາ 3 ຢູ່ເມືອງຊຳໃຕ້ ແຂວງຫົວພັນ.

ກ່ຽວກັບເຣື່ອງນີ້ ເນື່ອງຈາກທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການຕັນເຂື່ອນ ເພື່ອກັກເກັບນໍ້າ ໃນໄລຍະຣະດູແລ້ງ ເຮັດໃຫ້ພໍ່ແມ່ປະຊາຊົນ ທີ່ປູກເຂົ້ານາແຊງ ບໍຣິເວນທາງລຸ່ມ ຂອງເຂື່ອນດັ່ງກ່າວນີ້ ບໍ່ສາມາດ ເຮັດການຜລິຕໄດ້ ຍ້ອນແຫຼ່ງນໍ້າໃນພື້ນທີ່ ແຫ້ງ ບໍ່ມີນໍ້າໃຊ້ພຽງພໍ. ດັ່ງຊາວບ້ານ ຢູ່ອ້ອມຂ້າງ ຕິດກັບໂຄງການ ເຂື່ອນນໍ້າຊໍາ 3 ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ທັນວາ ປີ 2023 ນີ້ວ່າ:

“ໂດຍ, ກໍແລ້ງຫຼາຍເດີ້, ແຕ່ວ່າ ຄືຊ່ວງນີ້ ມັນກໍຫຍຸ້ງຍາກໄດ໋. ນາແຊງ ຄືເບິ່ງສະພາບນີ້ ຄືຊິບໍ່ໄດ້ແລ້ວ ເພາະວ່າ ອັນນີ້ຢູ່ໃຕ້ເຂື່ອນ, ຫັ້ນນ່າ. ເທິງເຂື່ອນ ຫັ້ນແບບວ່າ ບໍ່ຢາກມີສະຖານທີ່ ທີ່ເຂົາເຮັດຫຼາຍ, ມີແຕ່ທາງໃຕ້ດອກ. ຖ້າວ່າ ທຽບໃສ່ທຸກໆປີ ເຂົາເຮັດນາແຊງ ມັນກໍໄດ້. ປີນີ້ແຫຼະ ຖືວ່າຄືຊ່ວງນີ້ແທ້ໆ ມັນຄືບໍ່ໄດ້. ຄືຊ່ວງນີ້ ຂະເຈົ້າຫາ ກໍກຳລັງສ້າງເຂື່ອນ. ແລ້ວບາດນີ້ ເຂົາກັກນໍ້ານ່າ ເຂົາອັດເຂື່ອນເດ້ ແລ້ວນໍ້າຊໍາ ມັນກໍແຫ້ງໄປ.”

ໃນໄລຍະ ເດືອນພຶສຈິກາ ຫາເດືອນພຶສພາ ຂອງແຕ່ລະປີ ພໍ່ແມ່ປະຊາຊົນ ໃນຫຼາຍບ້ານ ພາຍໃນເມືອງຊໍາໃຕ້ ຈຳເປັນຕ້ອງຜະເຊີນກັບ ບັນຫາພັຍແລ້ງ, ແຕ່ສຳລັບຣະດູແລ້ງ ໃນປີ 2023 ນີ້, ຊາວບ້ານໃນພື້ນທີ່ ກໍໄດ້ເຫັນວ່າ ບັນຫາພັຍແລ້ງ ໃນພື້ນທີ່ ມີຄວາມຮຸນແຮງ ຫຼາຍກ່ວາເກົ່າ ພາຍຫຼັງທີ່ບໍຣິສັດ ເຈົ້າຂອງໂຄງການ ກໍ່ສ້າງເຂື່ອນ ເຣີ່ມດຳເນີນການຕັນເຂື່ອນ ເພື່ອກັກເກັບນໍ້າ. ຊາວບ້ານ ບ້ານດ່ານຊາຍ ເມືອງຊໍາໃຕ້ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:

“ນໍ້າຊໍາ ມັນແຫ້ງຫຼາຍໂອ້ດຽວນີ້. ແມ່ນ, ມີແຕ່ເຮັດສວນຜັກ ສວນຫຍັງນີ້ ໄດ້ຢູ່. ຄືເຮັດນາແຊງ ກໍບໍ່ໄດ້ເຮັດນາແຊງນີ້ບໍ່ໄດ້, ແຕ່ວ່າ ເຮັດສວນຜັກນີ້ໄດ້. ເປັນເພາະຣະດູແລ້ງແດ່ ແລ້ວກໍເຂົາຕັນເຂື່ອນແດ່, ມັນເປັນແນວນີ້ ທຸກປີນ່າ ຍາມແລ້ງ. ເດືອນ 11-12 ຂຶ້ນຮອດ ເດືອນພຶສພາ ເດືອນ 5 ພຸ້ນ.”

ໂຄງການ ເຂື່ອນໄຟຟ້ານໍ້າຊໍາ 3 ເຣີ່ມຕັນເຂື່ອນ ສໍາລັບກັກເກັບນໍ້າ ເພື່ອກຽມຜລິຕໄຟຟ້າ ໄລຍະກາງປີ 2024 ໄດ້ເຮັດໃຫ້ປະຣິມານນໍ້າ ໃນແຫຼ່ງນໍ້າ ຢູ່ເຂດອ້ອມຂ້າງ ຫຼຸດລົງຫຼາຍ ຈົນກະທັ້ງ ພໍ່ແມ່ປະຊາຊົນ ໃນພື້ນທີ່ ບໍ່ສາມາດຊອກຫາປາ ເພື່ອນຳມາກິນ ເປັນອາຫານ ໃນຄົວເຮືອນໄດ້. ດັ່ງແມ່ຄ້າ ຂາຍເຄື່ອງຍ່ອຍ ຢູ່ຕລາດ ໃນເຂດເທສບານ ເມືອງຊໍາໃຕ້ ແຂວງຫົວພັນ ກ່າວວ່າ:

“ກັນແລ້ວ ກັນນໍ້າແລ້ວ. ປາຫວາ, ເອີບ້ານພວກເຮົາ ອ່າວໝົດຫຼາຍແລ້ວໄດ໋, ນໍ້າມັນແຫ້ງລົງແລ້ວບໍ. ນໍ້າແຫ້ງລົງ ເຂົາອັດເຂື່ອນ ແລ້ວນໍ້າແຫ້ງ. ປະຊາຊົນຊອກປາ ກໍໄດ້ຫຼາຍຢູ່. (ແຕ່ປັດຈຸບັນນີ້ ຊອກປາບໍ່ຄ່ອຍໄດ້ແລ້ວບໍ່) ແມ່ນ.”

ສໍາລັບການຕັນເຂື່ອນ ເພື່ອກັກເກັບນໍ້າ ດັ່ງກ່າວນີ້ ແມ່ນເປັນສ່ວນນຶ່ງ ຂອງຂັ້ນຕອນ ການກະກຽມພະລັງງານ ເພື່ອດຳເນີນການ ເປີດນໍາໃຊ້ໂຄງການ ເຂື່ອນໄຟຟ້ານໍ້າຊໍາ 3 ທີ່ກຳລັງຈະເກີດຂຶ້ນ ໃນໄລຍະກາງປີ 2024 ນີ້, ພາຍຫຼັງການແຜ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ໂຄງການກໍ່ສ້າງ ຊັກຊ້າ ຍ້ອນບໍ່ສາມາດ ນຳເຂົ້າວັດສະດຸ ເພື່ອນໍາໃຊ້ ໃນການກໍ່ສ້າງໄດ້. ດັ່ງຜູ້ທີ່ຮູ້ ກ່ຽວກັບເຣື່ອງນີ້ ກ່າວວ່າ:

“ເອີ່, ຊ່ວງໄລຍະນີ້ ເຮົາມີແຕ່ວ່າ ຕັນນໍ້າໄປກ່ອນ, ແຕ່ວ່າ ກະແສໄຟຟ້າ ແມ່ນຍັງບໍ່ທັນໄດ້ຜລິຕເນາະ. ຈະຕ້ອງແມ່ນ ປະມານປີໜ້າ ປະມານຊ່ວງອັນນ່າ ຊ່ວງເຣີ້ມກາງໆປີໜ້າ.”

ໂຄງການກໍ່ສ້າງ ເຂື່ອນໄຟຟ້ານໍ້າຊໍາ 3 ແມ່ນເປັນນຶ່ງ ໃນໂຄງການ ໄຟຟ້ານໍ້າຕົກ ທີ່ໃຫຍ່ທີ່ສຸດ ໃນແຂວງຫົວພັນ ແລະ ນອນໃນແຜນພັທນາ ດ້ານພລັງງານແຫ່ງຊາຕ ຂອງປະເທດລາວ. ເຣີ່ມກໍ່ສ້າງ ມາແຕ່ປີ 2019, ໂດຍບໍຣິສັດ SCI ຈາກປະເທດວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ເພື່ອສົ່ງອອກໄປຍັງວຽດນາມ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ:

“ຍັງ, ຍັງເທື່ອເດີ້. ໜ້າຈະແມ່ນ ຊ່ວງປີໃໝ່ຫັ້ນແຫຼະ ຊ່ວງເດືອນ 4 ເດືອນ 5 ຫັ້ນແຫຼະ ເພິ່ນຊິເຣີ່ມເຮັດ. ໂຕນີ້, ໜ້າຈະສົ່ງອອກ ໄປທາງ ສສ ວຽດນາມ, ມີແຕ່ສົ່ງໄປທາງວຽດ (ບໍ່ໄດ້ສົ່ງໄປໄທຍ ຫຼືໄປຈີນ). ໂຕນີ້, ໜ້າຈະມີແຕ່ຜລິຕໄຟຟ້າຊື່ໆ (ບໍ່ແມ່ນເຂື່ອນ ເພື່ອຊ່ອຍເຫຼືອ ຊົນລະປທານ ໃນພື້ນທີ່).”

ອີງຕາມການຣາຍງານ ຂອງທ່ານ ສົມລັດ ເມກອາກາດ, ຜູ້ອໍານວຍການ ກຸ່ມບໍຣິສັດ ພົງຊັບທະວີ ຈຳກັດຜູ້ດຽວ ລະບຸວ່າ ໂຄງການ ເຂື່ອນໄຟຟ້ານໍ້າຊຳ 3 ດັ່ງກ່າວນີ້ ມີມູລຄ່າການກໍ່ສ້າງ 357 ລ້ານໂດລ້າຣ໌ສະຫະຣັຖ, ມີຄວາມສູງ ຂອງເຂື່ອນ 120.5 ແມັຕ. ມີປະຕູປິດ-ເປີດ 3 ປ່ອງ, ອຸມົງ ມີຄວາມກ້ວາງ 6.5 ແມັຕ, ສູງ 7.5 ແມັຕ ແລະ ມີຄວາມຍາວ ຫຼາຍກ່ວາ 9 ກິໂລແມັຕ, ມີກຳລັງການຕິດຕັ້ງ 156 ເມກະວັຕ ແລະ ສາມາດຜລິຕ ກະແສໄຟຟ້າໄດ້ ສເລັ່ຽ 700 ກິໂລວັຕໂມງ/ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org