ນໍ້າບໍ່ພໍໃຊ້ ຢູ່ບ້ານຫ້ວຍເຮັຽ
ຊາວບ້ານຫ້ວຍເຮັຽ ແຂວງຫຼວງພຣະບາງ ມີນໍ້າໃຊ້ ບໍ່ພຽງພໍ ມາ 3-4 ເດືອນແລ້ວ.
-
ໄມຊຸລີ
2019-11-06 -
-
-
Your browser doesn’t support HTML5 audio
ປະຊາຊົນ ຈໍານວນ 124 ຄອບຄົວ ຢູ່ ບ້ານຫ້ວຍເຮັຽ ເມືອງຊຽງເງິນ ແຂວງຫຼວງພຣະບາງ ບໍ່ມີນໍ້າໃຊ້ ພຽງພໍ ມາເປັນເວລາ 3-4 ເດືອນແລ້ວ, ຍ້ອນນໍ້າບາດານ ມີໜ້ອຍ. ນໍ້າໃນຫ້ວຍເຮັຽ ແລະ ຫ້ວຍປວກ ກໍ ມີໜ້ອຍ ໄດ້ໃຊ້ ແຕ່ຍາມເຊົ້າ ຍາມບ່າຍ ແລະ ຍາມຄໍ່າ ບໍ່ມີນໍ້າໃຊ້ເລີຍ, ອີງຕາມຄໍາເວົ້າ ຂອງຊາວບ້ານ ບ້ານຫ້ວຍເຮັຽ ຜູ້ນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ່ 5 ພຶສຈິການີ້:
“ເອີ ມີແຕ່ ເປີດເຊົ້າ ເປີດແລງ ນະ 3-4 ເດືອນແລ້ວ ຖືວ່າ ເປີດແຕ່ເຊົ້າ ແລ້ວໝົດລະ ຫຍຸ້ງຍາກແທ້ ນໍ້າໃຊ້ບໍ່ສະດວກ ເພາະວ່າ ບ່ອນນໍ້າມັນໜ້ອຍເນາະ ບໍ່ພຽງພໍ ຍ້ອນວ່ານໍ້າ ບໍ່ພຽງພໍ.”
ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ພວກເຂົາເຈົ້າ ມີນໍ້າໃຊ້ ບໍ່ພຽງພໍ ເປັນບັນຫາ ຫຍຸ້ງຍາກ ໃນການດໍາຣົງຊີວິດ ປະຈໍາວັນ, ຊາວບ້ານຫ້ວຍເຮັຽ ປະເຊີນກັບ ບັນຫາ ດັ່ງກ່າວ ທຸກປີ ໃນໄລຍະຣະດູແລ້ງ, ພວກເຂົາເຈົ້າ ທົນບໍ່ໄຫວ ແລະ ໄດ້ສເນີໄປຫາ ຂັ້ນເມືອງ ແລະ ຂັ້ນແຂວງ ໃຫ້ເຈາະນໍ້າບາດານ ແຫ່ງໃໝ່ຕື່ມອີກ, ແຕ່ຂັ້ນເທິງ ບອກວ່າ ໃຫ້ລໍຖ້າທາງເມືອງສົ່ງ ເຈົ້າໜ້າທີ່ ລົງໄປ ສໍາຣວດກ່ອນ ວ່າໃນບ້ານນັ້ນ ສາມາດ ເຈາະນໍ້າບາດານ ໄດ້ຫຼືບໍ ແຕ່ມາຮອດ ປັດຈຸບັນ ຊາວບ້ານ ກໍຍັງລໍຖ້າຢູ່:
“ເອີ ກໍສເນີແລ້ວ ແຕ່ເພິ່ນ ບໍ່ຕອບສນອງ ເພິ່ນກໍລົງກວດ ເພາະການເຈາະ ນໍ້າບາດານ ຕ້ອງໄດ້ສໍາຣວດ ກ່ອນ ກໍລໍຖ້າຢູ່ ເພິ່ນກໍ ບໍ່ໃຫ້ ຄໍາຕອບເລີຍ.”
ຊາວບ້ານ ຜູ້ດຽວກັນນີ້ ເວົ້າອີກວ່າ ນອກຈາກ ຊາວບ້ານ ບ້ານຫ້ວຍເຮັຽ ບໍ່ມີນໍ້າໃຊ້ພຽງພໍແລ້ວ ຍັງພົບບັນຫາ ຫຍຸ້ງຍາກ ໃນການເດິນທາງ ຈາກບ້ານໄປຫາເມືອງອີກ ຍ້ອນຢູ່ພູດອຍ ແຕ່ກໍບໍ່ຖືວ່າ ເປັນບັນຫາ ໜັກໜ່ວງ ຄືກັບ ບັນຫາ ນໍ້າບໍ່ພຽງພໍ ຍ້ອນຊາວບ້ານ ຕ້ອງໄດ້ຍ່າງໄປ ຕັກນໍ້າ ມາກິນມາໃຊ້ ໄກເປັນຫຼາຍຊົ່ວໂມງ ໃນແຕ່ລະມື້ ສ້າງຄວາມລໍາບາກ ໃຫ້ແກ່ ເຂົາເຈົ້າຫຼາຍ.