ເຂື່ອນໄຟຟ້ານໍ້າຫີນບູນ ຈະຈ່າຍ ຄ່າຊົດເຊີຍ
ເຂື່ອນໄຟຟ້າ ນໍ້າຫີນບູນ ກຽມຈ່າຍ ຄ່າຊົດເຊີຍ ແລະ ໂຍກຍ້າຍ ປະຊາຊົນ ອອກຈາກ ບ່ອນ ທີ່ມີຄວາມສ່ຽງ.
-
ໄຊຍາ
2019-10-28 -
-
-
Your browser doesn’t support HTML5 audio
ໂຄງການເຂື່ອນໄຟຟ້າ ນໍ້າຫີນບູນ ກຽມຊົດເຊີຍ ແລະຈັດສັນທີ່ຢູ່ໃໝ່ ໃຫ້ກັບປະຊາຊົນ 4 ບ້ານທີ່ໄດ້ຮັບຜົລກະທົບ ຈາກໂຄງການໃນນັ້ນມີ ບ້ານ ໂພນທອງ, ໜອງຫານ, ຜາຄ້ອງ ແລະ ນາຊ້າງຂາມ ຈຳນວນ 441 ຫຼັງຄາເຮືອນຮວມມີ 575 ຄອບຄົວ. ດັ່ງເຈົ້າໜ້າທີ່ຫ້ອງການ ປົກຄອງເມືອງຄູນ ຄຳແຂວງຄຳມ່ວນ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 28 ຕຸລາ ວ່າ:
"ການຊົດເຊີຍຫັ້ນຈະມີສອງຫ່ວງເນາະ ຫ່ວງທີນຶ່ງລະແມ່ນ ເວົ້າເຣື່ອງ ການຊົດເຊີຍທີ່ດິນຫັ້ນນ່າ ເຂົາສຳເຣັດໝົດແລ້ວ ດຽວນີ້ແມ່ນກຳລັງ ອັນນັ້ນ ໂຍກຍ້າຍປະຊາຊົນຫັ້ນນ່າ ອອກບ່ອນທີ່ມີຄວາມສ່ຽງຫັ້ນ ຍັງໜ້ອຍດຽວນຶ່ງ ທີ່ວ່າຍັງບໍ່ທັນໂຍກຍ້າຍ."
ເຈົ້າໜ້າທີ່ເມືອງຄູນຄຳ ກ່າວຕື່ມວ່າ ມູລຄ່າການກະກຽມຊົດເຊີຍ ທັງໝົດນັ້ນ 33 ຕື້ກີບ ນອກຈາກນີ້ທາງໂຄງການ ໄດ້ບຸກເບີກເນື້ອທີ່ດິນ ຕັ້ງເປັນບ້ານໃໝ່ ຄູນມະນີ ເຊິ່ງມີເນື້ອທີ່ 108 ເຮັກຕ້າ ປັຈຈຸບັນ ດຳເນີນການສຳເຣັດແລ້ວ 99%.
ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງຄຳມ່ວນ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີວ່າ ປັຈຈຸບັນການກໍ່ສ້າງເຂື່ອນໄຟຟ້າ ນໍ້າຫີນບູນ ມີຄວາມຄືບໜ້າແລ້ວ 80% ຖ້າທຽບໃສ່ແຜນການ ແມ່ນຫຼ້າຊ້າມາຫຼາຍປີແລ້ວຍ້ອນແກ້w0ບັນຫາ ເຣື່ອງການຕັນນໍ້າທີ່ຍັງບໍ່ໄດ້ ມາຕຖານ.
"ເພາະວ່າທຳອິດການຕັນຫ້ັນນ່າ ຂອງມັນຕັນຍາກເພາະວ່າ ເຂົາເຈົ້າ ເອົາຫົວຜາກັບຫົວຜາຊົນກັນ ນໍ້າມັນສິບໍ່ໄປທາງໜ້າໜ້າ ພຸ້ນເດ ຂະເຈົ້າໄດ້ວາງແຜນ ແລະ ຊອກວິທີການໃໝ່ເຮັດ."
ທ່ານກ່າວຕື່ມວ່າ ຄວາມສູງຂອງໂຕເຂື່ອນໄຟຟ້າ ນໍ້າຫີນບູນ ສູງເຖິງ 27 ແມັດ ເມື່ອກໍ່ສ້າງສຳເຣັດ ແລະ ບາດເວລາຕັນນໍ້າຈະເຮັດໃຫ້ ພື້ນທີ່ໜ້າເຂື່ອນໄຟຟ້າ ກາຍເປັນອ່າງເກັບນໍ້າ ຂນາດໃຫຍ່ກວມເອົາເນື້ອທີ່ 9,750 ກິໂລຕາແມັດ.
ໂຄງການເຂື່ອນໄຟຟ້ານໍ້າຫີນບູນຂນາດ 30 ເມກາວັດເຣີ້ມກໍ່ສ້າງມາແຕ່ປີ 2015 ເປັນໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າລົ້ນ ເພື່ອຜລິດກະແສ ໄຟຟ້າ ໃນໄລຍະຣະດູແລ້ງ ເປັນຫຼັກ ໂດຍນໍາໃຊ້ນໍ້າ ທີ່ໄຫຼມາຈາກທ້າຍ ໂຮງງານຜລິດໄຟຟ້າພລັງງນໍ້າ ນໍ້າເທີນ-ຫີນບູນ ເປັນໂຄງການ ລົງທຶນຂອງຣັຖບານລາວ 100% ໂດຍມອບໃຫ້ຣັຖວິສາຫະກິດໄຟຟ້າລາວ ຮັບຜິດຊອບ ມູລຄ່າການກໍ່ສ້າງ 700 ກວ່າຕື້ກີບ ໂດຍໄດ້ຮັບ ການສນັບສນູນ ຈາກທະນາຄານກຸງໄທ ປະເທດໄທ ສ່ວນຜູ້ຮັບຊອບຮັບເໝົາກໍ່ສ້າງ ແມ່ນບໍຣິສັດ JV Power.