ທາງການວ່າທາງດ່ວນ ວຽງຈັນ-ວັງວຽງ ປອດພັຍ
ປະຊາຊົນຜູ້ໃຊ້ ທາງດ່ວນ ວຽງຈັນ-ວັງວຽງ ຈຳນວນນຶ່ງ ຍັງເປັນຫ່ວງເຣື່ອງ ຄວາມປອດພັຍ ຍ້ອນຍັງພົບເຫັນ ມີການປ່ອຍສັດລ້ຽງ ຂຶ້ນມາທາງດ່ວນຢູ່.
-
ພູວົງສ໌
2020-12-23 -
-
-
Your browser doesn’t support HTML5 audio
ປະຊາຊົນ ຜູ້ໃຊ້ເສັ້ນທາງດ່ວນວຽງຈັນ-ວັງວຽງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ພາຍຫຼັງທົດລອງຂັບຣົດ ຂຶ້ນທາງດ່ວນເສັ້ນດັ່ງກ່າວ ກໍຮູ້ສຶກສະດວກສະບາຍ ກັບທາງດ່ວນເສັ້ນນີ້ ຍ້ອນມີເຈົ້າໜ້າທີ່ ອຳນວຍຄວາມສະດວກຢູ່ຫຼາຍຈຸດ ແລະ ມີປ້າຍບອກທາງ ແລະ ປ້າຍເຕືອນຢູ່ຫຼາຍບ່ອນ. ດັ່ງຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ທັນວາ ນີ້ວ່າ:
“ກະ OK ຢູ່, ກະມີຕຳຣວດສາຍກວດເຂົາເຈົ້າ, ແຕ່ລະຈຸດ ເຂົາເຈົ້າຈະມີຄົນກວດ. ເຂົາເຈົ້າກະຈະມີປ້າຍບອກ ປ້າຍເຕືອນທຸກຢ່າງ. ຈຸດໃດມີທາງຂຶ້ນ-ທາງລົງ ບ່ອນໃດຣົດເພ ເຂົາເຈົ້າໃຫ້ຈອດບ່ອນໃດ? ປ້າຍຊິງ, ແຊງ, ຄວາມໄວ. ມັນຈະມີເຈົ້າໜ້າທີ່ທາງດ່ວນ ອຳນວຍຄວາມສະດວກ. ມັນມີຮົ້ວກັ້ນ ມີຮາວກັ້ນ ບໍ່ໃຫ້ສັດຂຶ້ນ.”
ເຖິງຢ່າງໃດກໍຕາມ, ກໍມີຜູ້ທີ່ໃຊ້ທາງດ່ວນຈຳນວນນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າ ຍັງຮູ້ສຶກກັງວົນ ຕໍ່ຄວາມປອດພັຍຢູ່ ຍ້ອນເຫັນວ່າ ຍັງປະກົດມີສັດລ້ຽງ ຂອງຊາວບ້ານໃນເຂດລຽບຕາມທາງດ່ວນ ລົງໄປຍ່າງຕາມທາງດ່ວນ, ເຊິ່ງອາຈເຮັດໃຫ້ ມີອຸບັດຕິເຫດ ທີ່ຮ້າຍແຮງໄດ້. ດັ່ງຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:
“ກະເຫັນຮູບຢູ່ວ່າ ມີງົວຂຶ້ນໄປເດີນຢູ່ເທິງທາງດ່ວນ, ແຕ່ກະບໍ່ຮູ້ວ່າເປັນຮູບເກົ່າ ຫຼືບໍ່? ແຕ່ວ່າດຽວນີ້ ເພິ່ນກະສ້າງຮົ້ວກັ້ນ ຕາມແຄມ ທາງແລ້ວ ລະກະມີເຈົ້າໜ້າທີ່ຢູ່ປະຈຳຈຸດ ກະຄິດວ່າໜ້າຊິປອດພັຍຢູ່ຫັ້ນແຫຼະ.”
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກໍຢັ້ງຢືນວ່າ ທາງດ່ວນວຽງຈັນ-ວັງວຽງ ມີຄວາມປອດພັຍແນ່ນອນ ຍ້ອນມີ ກົດຣະບຽບຕ່າງໆ ແລະ ມີເຈົ້າໜ້າທີ່ຢູ່ຕລອດທາງ. ສ່ວນເຣື່ອງທີ່ສື່ສັງຄົມອອນລາຍ ແບ່ງປັນວ່າມີຮູບງົວ, ຄວາຍ ແລະ ແບ້ ລົງມາຍ່າງຢູ່ເທິງທາງດ່ວນນັ້ນ, ເປັນພຽງແຕ່ຮູບເກົ່າ ຕັ້ງແຕ່ເມື່ອທາງດ່ວນຍັງສ້າງບໍ່ທັນແລ້ວ. ດັ່ງທ່ານໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນ ນີ້ວ່າ:
“ເປີດແຕ່ວັນທີ 20 ເດືອນ 12 ປີ 2020. ພວກສາຍກວດ ສາຍອັນນັ້ນ ມັນກະມີໝົດຫັ້ນແຫຼະ, ກະຣະບົບການຈະຣາຈອນທາງດ່ວນ ຫັ້ນແຫຼະ. ຮູບເກົ່າ ໂຕນັ້ນຫັ້ນ ໂຕຄວາຍ, ໂຕແບ້ ໄລຍະກໍ່ສ້າງພຸ້ນ ເພິ່ນຫາກຖ່າຍມາ ລະກະລົງຕາມໂຊຊ້ຽວກັນຫຍັງລະ. ອັນນີ້ມັນ ເຂົາກະເຮັດອ້ອມຮົ້ວ ອ້ອມນັ້ນ ລະກະເຂົາກະເປີດໃຊ້ ລະເຂົາກະບໍ່ໃຫ້ເຂົ້າແລ້ວ.”
ເມື່ອບໍ່ດົນມານີ້, ຜູ້ໃຊ້ສື່ສັງຄົມອອນລາຍໃນລາວ ພາກັນແບ່ງປັນຮູບພາບ ແລະ ຂໍ້ຄວາມ ພາຍຫຼັງທີ່ມີພິທີເປີດນຳໃຊ້ທາງດ່ວນ ວຽງຈັນ-ວັງວຽງ ເມື່ອວັນທີ 20 ທັນວາ ທີ່ຜ່ານມາວ່າ ຍັງພົບເຫັນຊາວບ້ານຈຳນວນນຶ່ງ ພາກັນໃຊ້ຣົດໄຖນາ ແລ່ນຕາມທາງດ່ວນ ແລະ ຍັງມີສັດລ້ຽງປະເພດ ງົວ, ຄວາຍ ແລະ ແບ້ ຫຼາຍໂຕ ແລ່ນຕັດໜ້າຣົດ ຢູ່ເທິງທາງດ່ວນ ເຮັດໃຫ້ຜູ້ໃຊ້ຣົດໃຊ້ຖນົນ ທີ່ຈະໄປ ໃຊ້ບໍຣິການທາງດ່ວນ ມີຄວາມກັງວົນ ແລະ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫາມາຕການແກ້ໄຂ ເພື່ອປ້ອງກັນ ບໍ່ໃຫ້ເກີດເຫດການ ທີ່ບໍ່ເພິ່ງປຣາຖນາ ເກີດຂຶ້ນກັບຜູ້ຂັບຂີ່ ທີ່ໃຊ້ບໍຣິການທາງດ່ວນວຽງຈັນ-ວັງວຽງນີ້.