ສ້າງທາງດ່ວນ ແຕ່ ໄປພັງຖນົນ ຊາວບ້ານ
ຊາວບ້ານ ໃນ ເມືອງຫິນເຫີບ ເດືອດຮ້ອນ ຍ້ອນການກໍ່ສ້າງ ທາງດ່ວນ ວຽງຈັນ-ວັງວຽງ ເຮັດໃຫ້ເສັ້ນທາງ ຢູ່ ກ້ອງທາງດ່ວນ ເປ່ເພ.
-
ພູວົງສ໌
2020-08-15 -
-
-
Your browser doesn’t support HTML5 audio
ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ຢູ່ ເຂດເມືອງຫິນເຫີບ ແຂວງວຽງຈັນ ກໍ່ໃຫ້ເກີດບັນຫາ ເສັ້ນທາງເປ່ເພ, ໂດຍສະເພາະເສັ້ນທາງ ຢູ່ກ້ອງທາງດ່ວນ ເຂດເມືອງຫິນເຫີບ ຫາ ເມືອງເຟືອງ ກາຍເປັນຂຸມ ມີນ້ຳຂັງ ແລະ ເຕັມໄປດ້ວຍຂີ້ຕົມ ໄດ້ສ້າງຄວາມລຳບາກໃຫ້ແກ່ ຊາວບ້ານ ຢູ່ເມືອງຫິນເຫີບ ທີ່ໃຊ້ເສັ້ນທາງດັ່ງກ່າວ, ຕາມຄວາມເວົ້າ ຂອງຊາວບ້ານ ເມືອງຫິນເຫີບ ຜູ້ນຶ່ງ ເມື່ອວັນທີ 14 ສິງຫາ ນີ້ວ່າ:
“ມີເຈັບມີເປັນ ຢາກຟ້າວອອກໄປຈັ່ງຊີ້ ກະຕ້ອງໄດ້ມາເສັຽອາຣົມ ກັບການຖ້າ ທີ່ວ່າຣົດໃຫຍ່ໆເຂົາເຈົ້າມາຂວາງທາງ ແລ້ວເຮົາກໍໄປບໍ່ໄດ້. ຊິໃຫ້ເຮັດແນວໃດ ກະເຮັດໃຫ້ມັນໄປໄດ້ຫັ້ນລະ ກະບໍ່ໃຫ້ມັນມີ ເຫດການທີ່ວ່າ ມານັ່ງຖ້າ ກັບຫົນທາງທີ່ເປື້ອນ. ບາງເທື່ອ ມາຮອດຫັ້ນ 1 ໂມງ 2 ໂມງ ບາງເທື່ອກະໄດ້ນອນໃນຣົດ. ບາງເທື່ອກະຈົນ 4-5 ຊົ່ວໂມງ ຈັ່ງແລ້ວ, ຊົ່ວຣົດເຄນ ຣົດຫຍັງ ເຂົາຈະມາດຶງກັນອອກ.`
ຊາວບ້ານ ຢູ່ບ້ານຫິບເຫີບໃຕ້, ເມືອງຫິນເຫີບ ແຂວງວຽງຈັນ ອີກຜູ້ນຶ່ງກໍເວົ້າວ່າ ຕ້ອງໄດ້ປະສົພກັບ ຄວາມຫຍຸ້ງຍາກຣົດຕິດ, ທາງແດງ ເປື້ອນ, ເປັນຂຸມ, ຂີ້ຕົມຫຼາຍ ແລະ ຕ້ອງຖ້າເຫິງເຕີບ ຈຶ່ງສາມາດເດີນທາງໄປເຖິງຈຸດໝາຍໄດ້.
“ອັນຫຍຸ້ງຍາກນີ້ ກະຄືໄປບໍ່ເຖິງຕາມເວລາຫັ້ນແຫຼະ. ຄືໄປຕິດຣົດຕິດບໍ່ ຫຼືວ່າການໄປມາ ຂອງປະຊາຊົນ ທຽວໄປໄຮ່ໄປນາ ໄປຫາຢູ່ຫາກິນ ມັນກະອາຈຍາກ. ທາງແດງ ລະກະຝົນຕົກ ມີຂຸມມີຫຍັງ ເປັນບວກເປັນອັນນັ້ນ ຣົດຂົນສົ່ງຫຼາຍ ແບບລັກສະນະຣົດຂົນສົ່ງ ຂອງໂຮງງານ ຜາບ່ອງ ພັທນາເດ້ ໄລຍະນີ້ເນາະ.”
ຊາວບ້ານ ຢູ່ເມືອງຫິນເຫີບ ອີກຜູ້ນຶ່ງ ເວົ້າວ່າ ບໍ່ສະເພາະແຕ່ຍາມຝົນ ທີ່ຊາວບ້ານ ຈະໄປມາຫຍຸ້ງຍາກ, ແຕ່ຍາມແລ້ງ ຊາວບ້ານກໍຕ້ອງ ປະສົພກັບຂີ້ຝຸ່ນໄງ່ ທັງຮ່າງກາຍ ແລະ ຣົດ ກໍເປື້ອນ ຍ້ອນໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ.
“ກະຊິແມ່ນຂີ້ຝຸ່ນຫັ້ນແຫຼະ ເພາະວ່າ ໄລຍະກໍ່ສ້າງ ຊິແມ່ນເປັນຂີ້ຝຸ່ນ ຫຼືວ່າທາງແດງ. ຖ້າຣົດຕິດຫັ້ນ ກະຖືວ່າ ບໍ່ມີທາງທຽວ, ມັນຜ່ານແຕ່ ເມືອງຫິນເຫີບ.”
ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ ດຽວກັນນີ້ວ່າ ເສັ້ນທາງດັ່ງກ່າວເປ່ເພ ຍ້ອນຣົດ ບັນທຸກຂົນຊີມັງ ແລະ ຂົນຫິນ ບັນທຸກນ້ຳໜັກເກີນ ແລ່ນຜ່ານເສັ້ນທາງດັ່ງກ່າວ.
“ຖືກໄລຍະຝົນຕົກແດ່, ໄທເຮົາກະແກ້ຢູ່, ຊັ້ນໄດ໋. ມື້ນີ້ກະຊິແກ້ອີກຫັ້ນແຫຼະ ຊິເອົາຫິນເອົາຫຍັງໄປໃສ່ ໃຫ້ຜູ້ຮັບເໝົາທາງດ່ວນຫັ້ນແກ້ຢູ່, ກະຍັງບໍ່ທົນ. ເພາະວ່າດຽວນີ້ຫັ້ນ ຈຸດຫຼັກໆ ລະແມ່ນຣົດບັນທຸກຫິນຜານ່າ ມາຈາກຜາບ່ອງຫັ້ນ, ບັນທຸກຊີມັງ ມາຈາກຜາບ່ອງຫັ້ນ. ລະແມ່ນຫຼາຍ, ນ້ຳໜັກເກີນ ແລ້ວເຮັດໃຫ້ທາງຫັ້ນ ຮັບບໍ່ໄຫວ.”
ນອກຈາກນີ້, ເຈົ້າໜ້າທີ່ຫ້ອງການແຜນການ ແລະການລົງທຶນ ເມືອງຫິນເຫີບ ກ່າວວ່າທາງພາກສ່ວນ ທີ່ກ່ຽວຂ້ອງໄດ້ມີການສເນີບັນຫາ ດັ່ງກ່າວ ໄປຍັງຂັ້ນເທິງແລ້ວ ໃຫ້ລົງມາກວດກາ ເຣື່ອງນ້ຳໜັກຣົດບັນທຸກ ແກ່ຫິນ ແລະ ຊີມັງແລ້ວ, ແຕ່ກໍບໍ່ສາມາດແກ້ໄຂໄດ້ເທື່ອ.
“ອັນນີ້ເຮົາກະຢາກໃຫ້ຫຼຸດຜ່ອນ ເຣື່ອງແກ່ຫິນແກ່ຊີມັງຫັ້ນ ຫຼຸດຜ່ອນນ້ຳໜັກນີ້ ແຕ່ເຮົາລົມບໍ່ໄດ້ນ່າ ມັນຕ້ອງແມ່ນຂັ້ນເທິງ ຄືພວກຄຸ້ມຄອງ ນ້ຳໜັກ. ເປັນຫຍັງກະໄປຕັ້ງດ່ານຢູ່ຫັ້ນເດ ຢູ່ບ້ານວຽງທອງ ກະບໍ່ເຫັນເຮັດຫຍັງເນາະ.”
ທ່ານກ່າວຕື່ມວ່າ ຫາກປະຊາຊົນຜູ້ໃດ ມີຣົດຈັກ ແລ້ວຕ້ອງການເດີນທາງຫຼີກເວັ້ນ ກໍສາມາດນຳໃຊ້ທາງຫິນໂງກ ແລະ ບ້ານວຽງທອງ ວັດຫິນເໜືອ ແລະໂຮງຮຽນປະຖົມຫິນເໜືອ ທົດແທນໄດ້ຄືກັນ. ທັງຄາດວ່າ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຈະລົງມືກໍ່ສ້າງທາງເບຕົງ ເຂດເມືອງຫິບເຫີບ ຫາ ເມືອງເຟືອງ ແຂວງວຽງຈັນ ພາຍໃນ ເດືອນຕຸລາ ເປັນຕົ້ນໄປ.
ທີ່ຜ່ານມາ, ຊາວບ້ານ ຢູ່ບ້ານໜອງປຸ່ງ ບ້ານແຈ້ງສະຫວ່າງ ແລະ ບ້ານໂພນຄ້ອງ, ເມືອງໂພນໂຮງ ແຂວງວຽງຈັນ ກໍໄດ້ຂີ່ຣົດຈັກ ມື່ນ ຂີ້ຕົມຕິດຣົດ ຣົດເຈືອກລົ້ມ ແລ້ວໄດ້ຮັບບາດເຈັບ ເລັກໜ້ອຍ ຫຼາຍຄົນແລ້ວ, ພາຍຫຼັງໂຄງການ ກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ -ວັງວຽງ ສະເພາະຫຼັກກິໂລແມັຕທີ 50 ທາງແຍກເຂົ້າໂຮງຮຽນນາຍທະຫານ ວິທຍາຄານກົມມະດຳ ຂຸດທາງປົກກະຕິ ລົງ ເພື່ອໃຫ້ ຣົດ ສາມາດແລ່ນຜ່ານກ້ອງທາງດ່ວນ ແລ້ວບໍ່ແປງທາງເທເບຕົງ, ພໍຝົນຕົກມານ້ຳເລີຍຖ້ວມຂັງ ຍ້ອນເປັນທາງດິນແດງ ບໍ່ມີຮ່ອງຣະບາຍນ້ຳ.
ໂຄງການທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຍາວທັງໝົດ 109 ກິໂລແມັຕ, ກວ້າງ 23 ແມັຕ ແລະ ມີມູລຄ່າການລົງທຶນ 1,3 ຕື້ໂດລ້າຣ ສະຫະຣັຖ. ເຣີ່ມກໍ່ສ້າງມາແຕ່ທ້າຍປີ 2018 ແລະ ຄາດວ່າ ຈະໃຫ້ສຳເຣັດພາຍໃນປີ 2021, ໂດຍນັກລົງທຶນຈີນເປັນຜູ້ ສັມປະທານ 50 ປີ, ອີງຕາມການເປີດເຜີຍ ຂອງເຈົ້າໜ້າທີ່ໂຄງການດັ່ງກ່າວ.