ອົງການສາກົນຕໍານິ ທາງການລາວ

ກຸ່ມປົກປ້ອງ ສະພາບແວດລ້ອມ ຕ່າງພາກັນ ບໍ່ພໍໃຈ ຕໍ່ທາງການ ລາວ ໃນໂຄງການ ເຂື່ອນ ເທີນຫີນບູນ ພາກຂຍາຍ.

ເຂື່ອນ ເທີນຫີນບູນ ພາກຂຍາຍ ໃນຕອນກໍ່ສ້າງ Tractebel-Engineering

ການເລີ່ມເປີດໃຊ້ ເຂື່ອນ ໄຟຟ້າ ເທີນຫີນບູນ ພາກຂຍາຍ ຢູ່ນໍ້າເຍືອງ ໃນພາກກາງ ຂອງລາວ ຈະສົ່ງ ຜົນກະທົບໃສ່ ປະຊາຊົນ ຫລາຍພັນຄົນ. ຍານາງ Tania Lee ຜູ້ປະສານງານ ເຄືອຂ່າຍ ແມ່ນໍ້າສາກົນ ເວົ້າວ່າ ໂຄງການ ເທີນຫີນບູນ ພາກຂຍາຍ ໄດ້ເຮັດໃຫ້ມີ ຜູ້ຖືກໂຍກຍ້າຍ ເຖິງ 7500 ຄົນ ແລະ ສົ່ງຜົນ ກະທົບກະເທືອນ ໃສ່ວິຖີຊີວິດ ຂອງ ປະຊາຊົນ ທີ່ຢູ່ໃຕ້ເຂື່ອນ ນັ້ນຕື່ມອີກ ຫລາຍພັນຄົນ. ໂຄງການເຂື່ອນ ພາກຂຍາຍ ທີ່ມີມູນຄ່າ 585 ລ້ານ ໂດລາ ສະຫະຣັຖ ໄດ້ຊ່ວຍເພີ່ມ ກໍາລັງແຮງ ຂອງເຂື່ອນ ເທີນຫີນບູນ ທີ່ເປີດໃຊ້ ມາແຕ່ປີ 1998 ນັ້ນເຖິງ 2 ເທົ່າ.

ເຄືອຂ່າຍ ແມ່ນໍ້າສາກົນ ໄດ້ຕິຕຽນທາງການ ທີ່ບໍ່ສາມາດ ຈ່າຍຄ່າຊົດເຊີຍ ທົດແທນ ຄວາມເສັຽຫາຍ ແກ່ຊາວບ້ານ ທີ່ໄດ້ຮັບຜົນ ກະທົບ ຈາກໂຄງການຂັ້ນ ທໍາອິດ ຫລື first phase ແລະ ໄດ້ສະແດງຄວາມ ເປັນຫ່ວງ ເຣື່ອງ ຄ່າຊົດເຊີຍ ສໍາລັບ ໂຄງການເຂື່ອນ ພາກຂຍາຍນີ້. ນາງ Tania Lee ເວົ້າວ່າ ແຜນຟື້ນຟູຊີວິດ ການເປັນຢູ່ ຂອງຊາວບ້ານ ທີ່ໄດ້ຮັບ ຜົນກະທົບນັ້ນ ແມ່ນບໍ່ພຽງພໍ ຢ່າງໜ້າເສົ້າໃຈຫລາຍ. ບໍຣິສັດ ພະລັງງານ ເທີນຫີນບູນ ຊຶ່ງ ມີຣັຖບານລາວ ຣັຖວິສາຫະກິດ ຂອງປະເທດ Norway ແລະ ບໍຣິສັດ ພະລັງງານ GMS ແຫ່ງ ປະເທດໄທ ຮ່ວມຖືຮຸ້ນນັ້ນ ມີຜົນກໍາໄຣ ຢູ່ເທິງຄວາມສູນເສັຽ ຂອງ ປະຊາຊົນລາວ ທີ່ທຸກຍາກທີ່ສຸດ ຈໍານວນນຶ່ງ.

ຕາມຣາຍງານ ຂ່າວ DPA ໃນວັນທີ 13 ມົກກະຣາ 2013 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org