ພົບສົບຜູ້ທີ່ສູນຫາຍຢູ່ນໍ້າຊອງ
ເຈົ້າໜ້າທີ່ ເມືອງ ວັງວຽງ ເປີດເຜີຍ ວ່າ ພາຍຫລັງ ການຄົ້ນຫາ ຜູ້ທີ່ ສູນຫາຍ ໃນຊ່ວງ ນໍ້າຖ້ວມ ກະທັນຫັນ ຈຶ່ງໄດ້ພົບ ສົບ ຜູ້ກ່ຽວ ແລ້ວ ຢູ່ ນ້ຳຊອງ.
-
ມະນີຈັນ
2014-08-15 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ເມືອງ ວັງວຽງ ແຂວງ ວຽງຈັນ ເປີດເຜີຍ ວ່າ ພາຍຫລັງ ອອກ ຊອກຫາ ຜູ້ທີ່ ສູນຫາຍໄປ ໃນຊ່ວງ ນໍ້າຖ້ວມ ກະທັນຫັນ ຈຶ່ງ ໄດ້ພົບ ສົບ ຜູ້ກ່ຽວ ແລ້ວ ຢູ່ ນ້ຳຊອງ ແລະ ຈໍານວນ ຜູ້ ເສັຽຊີວິດ ຈາກພັຍ ນ້ຳຖ້ວມ ໃນລາວ ປີນີ້ຮວມ 4 ຄົນ ແລ້ວ:
"ຄົນຕົກນ້ຳ ຄົນສູນຫາຍ ຢູ່ນ້ຳ ພົບແລ້ວ ເສັຽຊີວິດ ເຂດຜາຕັ້ງ ເລກທີ 13 ນີ້ແຫລະ ບ້ານໂພໄຊ".
ທ່ານກ່າວ ຕື່ມວ່າ ເມື່ອວັນທີ 5 ສິງຫາ 2014 ຜູ້ເສັຽຊີວິດ ໄດ້ອອກໄປ ຫາປາ ຢູ່ຕາມນ້ຳຊອງ ເຂດ ບ້ານໂພໄຊ ຂນະທີ່ ຝົນ ຕົກໜັກ ແລະ ເກີດນ້ຳໄຫລຊຸ ເຮັດໃຫ້ຜູ້ກ່ຽວ ຖືກນ້ຳ ພັດໄປ ຈົນເຖິງ ວັນທີ 13 ສິງຫາ ຈຶ່ງ ພົບສົບ.
ນ້ຳຖ້ວມ ເມືອງວັງວຽງ ຄັ້ງນີ້ ທ່ານວ່າ ມີ ປະຊາຊົນ ໄດ້ຮັບ ຜົລກະທົບ ປະມານ 700 ຄອບຄົວ ຫົນທາງ ຫລາຍສາຍ ເປ່ເພ ເສົາໄຟຟ້າ ຫັກ ເຮັດໃຫ້ ປະຊາຊົນ ບໍ່ມີ ໄຟຟ້າໃຊ້ ແລະ ເນື້ອທີ່ ປູກຝັງ ໄດ້ຮັບຄວາມ ເສັຽຫາຍ.
ໃນຈຳນວນ 4 ຄົນ ທີ່ ເສັຽຊີວິດ ຈາກ ພັຍນ້ຳຖ້ວມ ໃນລາວ ປີນີ້ 2 ຄົນ ຢູ່ແຂວງ ຈຳປາສັກ ເປັນເດັກນ້ອຍ 1 ຄົນ. ສ່ວນອີກ 2 ຄົນ ເສັຽຊີວິດ ຢູ່ນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ.