ຊາວບ້ານນໍ້າຖ້ວມຕ້ອງການ ໃຫ້ຊ່ອຍເຫຼືອ
ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກ ນໍ້າຖ້ວມ ໃນ ເມືອງສອງຄອນ ແລະ ເມືອງຈໍາພອນ ແຂວງ ສວັນນະເຂດ ຍັງຕ້ອງການ ການຊ່ອຍເຫຼືອ ຫຼາຍຢູ່.
-
ສຸພັດຕາ
2020-10-22 -
-
-
Your browser doesn’t support HTML5 audio
ບ້ານທີ່ຖືກນໍ້າຖ້ວມ ຢູ່ເມືອງສອງຄອນ ແລະ ເມືອງຈໍາພອນ ແຂວງສວັນນະເຂດ ນັ້ນມີ 38 ບ້ານ, ມີຊາວບ້ານ 3,494 ຄອບຄົວໄດ້ຮັບຜົລ ກະທົບ ແລະຕ້ອງການ ການຊ່ອຍເຫຼືອເປັນຕົ້ນ: ນໍ້າດື່ມແລະອາຫານ ເນື່ອງຈາກຊາວບ້ານ ຈໍານວນນຶ່ງ ບໍ່ໄດ້ອອກຈາກເຮືອນ, ໃນຂນະທີ່ ການຊ່ອຍເຫຼືອຈາກທາງການ ກໍຍັງບໍ່ພຽງພໍ ແລະ ບາງຈຸດ ກໍຍັງບໍ່ໄດ້ຮັບການ ຊ່ອຍເຫຼືອເທື່ອ, ດັ່ງຊາວບ້ານ ບ້ານລະຫານໍ້າ ເມືອງສອງ ຄອນ ທີ່ໄດ້ຮັບຜົລກະທົບຈາກນໍ້າຖ້ວມ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 22 ຕຸລາ ນີ້ວ່າ:
“ແມ່ນນໍ້າຖ້ວມຫຼາຍໃດ໋ ຮອດຊັ້ນເທິງລະເດ້ ຄັນມັນຮອດຈໍາກະຈໍາ ກະໄປພັກ ຢູ່ບ່ອນສູງນໍາພີ່ນ້ອງ, ກະມີຢູ່ຫາກບໍ່ຫຼາຍຫັ້ນນ່າ ມັນກະບໍ່ ທົ່ວເຖິງ ຄືພວກເຮົາກະຍັງ ບໍ່ທັນໄດ້ອິຫຍັງຫັ້ນນ່າ ຍັງບໍ່ທັນໄດ້ເຫັນ ບ້ານມັນກະໃຫຍ່ ແຕ່ນໍ້າກະຍັງຂຶ້ນຢູ່ໃດ໋ລະ.”
ຊາວບ້ານຜູ້ນີ້ເວົ້າວ່າ ນໍ້າຖ້ວມໜັກຫຼາຍ ມາໄດ້ເກືອບນຶ່ງອາທິດແລ້ວ ເຮືອນບາງຫຼັງ ຖືກນໍ້າຖ້ວມຈົນມິດຫຼັງຄາ ຊາວບ້ານຕ້ອງຍ້າຍອອກ ໄປຢູ່ ເຮືອນພີ່ນ້ອງຂອງໃຜລາວ, ຈໍານວນນຶ່ງ ກໍຍ້າຍອອກໄປ ຢູ່ບ່ອນ ທີ່ທາງການເພິ່ນຈັດສັນໃຫ້ ເພື່ອພັກອາສັຍຢູ່ຊົ່ວຄາວ ຈົນກວ່ານໍ້າ ຖ້ວມນັ້ນ ຈະບົກແຫ້ງລົງ ຈຶ່ງຈະໄດ້ກັບເມືອເຮືອນ ສິ່ງທີ່ຕ້ອງການໃນຕອນນີ້ ແມ່ນນໍ້າດື່ມ, ເຂົ້າສານແລະອາຫານ ເນື່ອງວ່າຊາວບ້ານ ສ່ວນຫຼາຍ ບໍ່ສາມາດອອກໄປ ມາໃສໄດ້ເລີຍ.
ໃນຂນະທີ່ ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງສອງຄອນ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ຣະດັບນໍ້າໃນຕອນເຊົ້າ ຂອງມື້ວັນທີ່ 22 ຕຸລານີ້ ແທກໄດ້ 18 ແມັດປາຍ ເຮັດໃຫ້ບ້ານສອງຄອນ ແລະ ບ້ານລະຫານໍ້າຖືກນໍ້າຖ້ວມ ໜັກທີ່ສຸດ:
“ມີ 5-6 ກຸ່ມນີ້ແຫຼະ ໜັກຫັ້ນແຫຼ້ວ ສາຍນັ້ນຖ້ວມໝົດ ລະຫານໍ້າ, ສອງຄອນ 18 ແມັດປາຍ.”
ແລະເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງສອງຄອນ ອີກທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກໍກ່າວໃນມື້ດຽວກັນນີ້ວ່າ ດຽວນີ້ ສະພາບນໍ້າຖ້ວມ ຢູ່ເມືອງສອງຄອນ ໃນປັດຈຸບັນ ຖືວ່າຢູ່ໃນຣະດັບຮ້າຍແຮງ ແລະ ເຝົ້າຣະວັງຕລອດ 24 ຊົ່ວໂມງ, ສ່ວນຊາວບ້ານ ທີ່ເຮືອນຖືກນໍ້າຖ້ວມໜັກນັ້ນ ໄດ້ຍ້າຍອອກໄປຢູ່ນໍາ ຍາດພີ່ນ້ອງແລ້ວ ອີກຈໍານວນນຶ່ງ ກໍພັກເຊົາຢູ່ເຕັ້ນ ທີ່ທາງການຈັດສັນ ໃຫ້ຢູ້ຊົ່ວຄາວ ຊຶ່ງບໍ່ໄກຈາກ ບ້ານພໍປານໃດ.
ທ່ານກ່າວຕື່ມວ່າ ສິ່ງທີ່ຕ້ອງການຫຼາຍທີ່ສຸດ ຄືນໍ້າດື່ມ, ເຂົ້າສານ ແລະອາຫານແຫ້ງ ເພື່ອນໍາໄປແຈກຈ່າຍໃຫ້ຊາວບ້ານ ທີ່ບໍ່ໄດ້ຍ້າຍອອກ ຈາກເຮືອນ ແລະເອົາໄວ້ກິນໃນຕໍ່ໜ້າ ເນື່ອງຈາກວ່າ ເຂົ້ານາປີຂອງ ຊາວບ້ານ ຖືກນໍ້າຖ້ວມຈົນໝົດ:
“ບາງຄອບຄົວ ກະໄປຢູ່ນໍາພີ່ນ້ອງບ່ອນສູງ ຜູ້ບາງຄົນ ບາງບ່ອນກະລິບຫຼັງຄາ ກະມີ ກະມີຫຼາຍພາກສ່ວນມາລະ ໄດ້ເປັນວັດຖຸ ຫຼືວ່າ ເປັນເງິນ ກະມີຫັ້ນນ່າ ຊ່ວງຟື້ນຟູນີ້ ກະມີແຕ່ເປັນປະເພດ ອາຫານແຫ້ງ ເຮົາຢາກໄດ້ ເປັນເຂົ້າຫັ້ນແຫຼະ ເພາະວ່າມັນນໍ້າຖ້ວມພື້ນທີ່ນາໝົດ.”
ຊາວບ້ານໃນເມືອງຈໍາພອນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່ານໍ້າຖ້ວມປີນີ້ ຖືວ່າໜັກຫຼາຍ ແລະຍັງບໍ່ເຫັນທາງການ ມາໃຫ້ ການຊ່ອຍເຫຼືອຫຍັງເທື່ອ, ສິ່ງທີ່ຊາວບ້ານຕ້ອງການ ທີ່ສຸດໃນຕອນນີ້ ກໍແມ່ນນໍ້າດື່ມ ແລະອາຫານ, ເພາະຊາວບ້ານອອກໄປໃສມາໃສບໍ່ໄດ້:
“ໜັກຢູ່ ໜັກຫຼາຍ ບ່ອນມັນຕໍ່າເດ້ ເຫັນແຕ່ຫຼັງຄາເຮືອນ ຍັງບໍ່ເຫັນຊ່ວງນີ້ (ການຊ່ວຍເຫຼືອ ຈາກພາກຣັຖ) ເຫັນແຕ່ເພິ່ນມາຖ່າຍຮູບ ແປ໊ບນຶ່ງ ເພິ່ນກະໄປ, ອໍ...ຢາກໄດ້ຢູ່ (ການຊ່ວຍເຫຼືອ) ມັນຫາກບໍ່ມີພາກຣັຖ ມາຊ່ວຍເດ້ ເຂດໂຕມັນຖ້ວມຫຼາຍໆ ເຂົາອອກມາບໍ່ໄດ້.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງການເມືອງຈໍາພອນ ແຂວງສວັນນະເຂດ ທ່ານນຶ່ງ ທີ່ຂໍສງວນສື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ສະເພາະເມືອງຈໍາພອນ ບ້ານທີ່ຖືກນໍ້າຖ້ວມ ທັງໝົດ ມີ 17 ບ້ານ, ມີ 1,066 ຄອບຄົວ ໄດ້ຮັບຜົລກະທົບ ແລະ ບ້ານທີ່ໄດ້ຮັບຜົລກະທົບ ໜັກທີ່ສຸດ ແມ່ນບ້ານແກ້ງກອກ ແລະບ້ານກາງ ນໍ້າຖ້ວມເກືອບມິດ ຫຼັງຄາເຮືອນ.
ທ່ານກ່າວອີກຕື່ມວ່າ ສ່ວນການຊ່ອຍເຫຼືອ ຊາວບ້ານນັ້ນ ທາງການເມືອງ ໄດ້ສົ່ງເຈົ້າໜ້າທີ່ ທະຫານ ແລະຕໍາຣວດ ລົງໄປກ່ຽວເຂົ້ານາຊ່ອຍ ຊາວບ້ານແລ້ວ ເພື່ອບໍ່ໃຫ້ເຂົ້າເນົ່າເປື່ອຍ, ຂນະທີ່ ການຊ່ອຍເຫຼືອ ເຣື້ອງນໍ້າດື່ມ, ອາຫານ ແລະອື່ນໆນັ້ນ ຍັງບໍ່ໄດ້ຊ່ອຍເຫຼືອ ຫຍັງເທື່ອ ເນື່ອງຈາກ ບໍ່ມີໜ່ວຍງານໃດ ມາບໍຣິຈາກເຄື່ອງ ຂອງໃຫ້:
“ຍັງຕ້ອງການຢູ່ ກະ 17 ບ້ານ ມີ 1,066 ຄອບຄົວ, ດຽວນີ້ຫັ້ນ ນໍາໃຊ້ແຮງງານທີ່ວ່າ ຊ່ວຍເຫຼືອປະຊາຊົນຫັ້ນ ເຣື່ອງກ່ຽວກັບເຂົ້າ ຂົນເຂົ້ານາປີ ເຂົາຫັ້ນນ່າ ແຕ່ພວກເຮົາ ບໍ່ໄດ້ຊ່ວຍປະຊາຊົນ ໂດຍຕົງ.”
ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສວັນນະເຂດ ຣາຍງານຕໍ່ສື່ມວນຊົນ ທ້ອງຖິ່ນ ໃນມື້ວັນທີ່ 21 ຕຸລາຜ່ານມານີ້ວ່າ ປັດຈຸບັນ ນໍ້າຖ້ວມໃນບາງເມືອງ ໄດ້ບົກແຫ້ງລົງແລ້ວ, ແຕ່ຍັງບໍ່ປົກກະຕິ ແລະ ຍັງມີ 2 ເມືອງ ທີ່ຍັງຖືກນໍ້າຖ້ວມໜັກ ຄືເມືອງຈໍາພອນ ແລະເມືອງສອງຄອນ ໂດຍຄາດວ່າ ພາຍໃນອາທິດນີີ້ ນໍ້າຈະບົກແຫ້ງລົງ ຫາກບໍ່ມີຝົນຕົກ ມາຕື່ມອີກ.
ສ່ວນເມືອງອື່ນໆທີ່ນໍ້າຖ້ວມ ແລະນໍ້າບົກແຫ້ງລົງແລ້ວນັ້ນ ທາງການເມືອງຈະໄດ້ລົງໄປ ເກັບກໍາຂໍ້ມູນ ຄວາມເສັຍຫາຍ ແລະສ້ອມແປງ ເຮືອນ ທີ່ເປ່ເພ ໃຫ້ຊາວບ້ານໃນເບື້ອງຕົ້ນກ່ອນ ແຕ່ຜົລເສັຍຫາຍຮວມ ທັງໝົດ ກ່ຽວກັບພື້ນຖານໂຄງຮ່າງ, ຜົນຜລິດກະສິກັມ ແລະອື່ນໆ ໃນ 8 ເມືອງ ທີ່ນໍ້າຖ້ວມນັ້ນ ກໍາລັງຢູ່ໃນການເກັບກໍາຂໍ້ມູນ ແລ້ວ ຈະມີການຣາຍງານ ຕາມພາຍຫຼັງ.
ອີງຕາມການຣາຍງານຂ່າວ ຂອງ ສື່ທ້ອງຖິ່ນໃນລາວ ໃນມື້ວັນທີ 22 ຕຸລາ 2020 ນີ້ວ່າ ເຫດການນໍ້າຖ້ວມ ທີ່ຖ້ວມຢູ່ 8 ເມືອງ ຂອງ ແຂວງສວັນນະເຂດ, ຈາກເຫດການອຸທົກກະພັຍ ທີ່ເກີດຂຶ້ນ ເຮັດໃຫ້ ປະຊາຊົນ ໄດ້ຮັບຜົລກະທົບຢ່າງໜັກ.
ຜ່ານການລົງສໍາຣວດ ເບື້ອງຕົ້ນ ນໍ້າຖ້ວມ ທີ່ຢູ່ອາສັຍ ຂອງປະຊາຊົນ 149 ບ້ານ ມີຜູ້ໄດ້ຮັບຜົລທົບ ທັງໝົດ 7,768 ຫຼັງຄາເຮືອນຫຼາຍ ກວ່າ 1 ໝື່ນຄອບຄົວ ແລະ ພົລເມືອງ ຫຼາຍກວ່າ 5 ໝື່ນ 2 ພັນຄົນ.