ການພັທນາແລະການອະນຸຮັກ ໃນລາວ
ຄວາມສົມດູນ ຣະຫວ່າງ ການພັທນາ ແລະ ການ ອະນຸຮັກ ຊັພຍາກອນ ທັມມະຊາດ ເປັນບັນຫາ ທ້າທາຍ ໃນລາວ.
-
2013-08-26 -
-
-
Your browser doesn’t support HTML5 audio
ຄວາມສົມດູນ ຣະຫວ່າງ ການພັທນາ ແລະ ການ ອະນຸຮັກ ຊັພຍາກອນ ທັມມະຊາດ ເປັນບັນຫາ ທ້າທາຍ ໃນລາວ.
ນັກຄົ້ນຄວ້າ ຈາກ ປະເທດອອສເຕເຣັຽ ທ່ານນື່ງ ເວົ້າວ່າ ການປັບປຸງ ຊິວິດການເປັນຢູ່ ຂອງ ປະຊາຊົນ ຜູ້ທຸກຍາກ ໃນເຂດ ຊົນນະບົດ ຂອງລາວ ຖ້າມກາງ ການອະນຸຮັກ ສີ່ງແວດລ້ອມ ແລະ ຊັພຍາກອນ ທັມມະຊາດ ເປັນບັນຫາ ທີ່ທ້າທາຍ ຕໍ່ ສປປລາວ.
ນາງ Michelle Smith ນັກສຶກສາ ຂັ້ນ ປະຣີນຍາໂທ ຈາກ ມະຫາວີທຍາລັຍ ອອສເຕຣເລັຽ ໄດ້ເຂົ້າມາ ເຮັດຄົ້ນຄວ້າ ກ່ຽວກັບ ຄວາມ ສົມດູນ ຣະຫວ່າງ ການພັທນາ ແລະ ການອະນຸຮັກ ທັມມະຊາດ ໃນລາວ ເວົ້າວ່າ ການທີ່ີຈະສ້າງ ຄວາມສົມດູນ ຣະຫວ່າງ ການອະນຸຮັກ ທັມມະຊາດ ກັບການພັທນາ ເສຖກິດ ແລະ ປະເພນີ ວັທນະທັມ ດັ້ງເດີມ ເປັນບັນຫາ ທີ່ທ້າທາຍ ໃນພື້ນທີ່ ປ່າສງວນ ແຫ່ງຊາດ ໃນ ປະເທດ ດ້ອຍພັທນາ ດ່ັງ ສປປລາວ.
ນາງວ່າ ເຂດປ່າສງວນ ຫລື ປ່າປົກປ້ອງ ເປັນພື້ນທີ່ສຳຄັນ ໃນການ ອະນຸຮັກ ພືກສາຊາດ ແລະສັດປ່າ ທີ່ກຳລັງຈະສູນພັນ ທີ່ເປັນບ່ອນ ຢູ່ອາສັຍ ຂອງ ພວກຂະເຈົ້າ ຈາກ ການສູນພັນ. ແຕ່ໃນຂນະ ດຽວກັນ ເຂດປ່າສງວນ ແລະ ປ່າປົກປ້ອງ ສ່ວນໃຫຍ່ ໃນປະເທດ ກໍາລັງ ພັທນາ ແລະ ໃນລາວ ຫລົ້ມເຫລວ ໃນການປົກປ້ອງ ຊີວະນານາພັນ ເນື່ອງຈາກ ຄວາມຂັດແຍ່ງ ຣະຫວ່າງ ຄວາມທຸກຈົນ, ສິດທິ ການ ໃຊ້ພື້ນທີ່, ການຄວບຄຸມ ທາງດ້ານການເມືອງ ແລະ ການສວຍໃຊ້ ຊັພຍາກອນ ທັມມະຊາດ ແບບບໍ່ຍືນຍົງ ເຖີງແມ່ນວ່າ ຈະມີກົດຣະບຽບ ແຫ່ງຊາດ ກຳນົດໃວ້ ໃນພື້ນທີ່ ດັ່ງກ່າວ ມາແຕ່ ຕົ້ນ ແລ້ວກໍຕາມ. ແຕ່ຂາດ ການບັງຄັບໃຊ້.