ໂຄງການ ເສຖກິຈໃໝ່ ສີທັນດອນ ຍັງບໍ່ຮູ້ຄ່າ ຊົດເຊີຍ

ໂຄງການພັທນາ ເສຖກິຈໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈຳປາສັກ ຂອງບໍຣິສັດ ລາວມະຫານະທີ ສີທັນດອນ ຈຳກັດ ຊຶ່ງເປັນຂອງນັກລົງທຶນຈີນ ກຳລັງຢູ່ໃນໄລຍະເຣີ່ມຕົ້ນ ການກໍ່ສ້າງ ພ້ອມທັງມີແຜນ ພັທນາ ສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຄາຊິໂນ, ໂຮງແຮມ ແລະ ອື່ນໆ.

ນ້ຳຕົກຕາດຄອນພະເພັງ ແຂວງຈຳປາສັກ ໄຂ່ມຸກແຫ່ງເອເຊັຽ (ຈຣສ) RFA

ປັດ​ຈຸ​ບັນ ໂຄງ​ການ​ພັ​ທ​ນາເສ​ຖ​ກິ​ຈໃໝ່ ສີ​ທັນ​ດອນ ຢູ່​ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ຂອງ​ບໍ​ຣິ​ສັດ ລາວ​ມະ​ຫາ​ນະ​ທີ ສີ​ທັນ​ດອນ ຈຳ​ກັດ ຫຼື STD  ຊຶ່ງ​ເປັນ​ຂອງ​ນັກ​ລົ​ງ​ທຶນ​ຈີນ ກຳ​ລັງຢູ່​ໃນ​ໄລ​ຍະ​ເຣີ່ມ​ຕົ້ນ​ການ​ກໍ່​ສ້າງ ພ້ອມ​ທັງ​ມີ​ແຜນ​ເຮັດ​ໂຄງ​ການ ​ພັ​ທ​ນາສິ່ງ​ອຳ​ນວຍ​ຄວາມ​ສະດວກ ເປັນ​ຕົ້ນ ຄາ​ຊິ​ໂນ, ໂຮງ​ແຮມ ແລະ ອື່ນໆ.

ເຈົ້າ​ໜ້າ​ທີ່​ເມືອງ​ໂຂງ ແຂວງ ຈຳ​ປາ​ສັກ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 17 ກຸມ​ພາ 2022 ວ່າ:

ຫາກໍ່ເຣີ່ມ ຍັງບໍ່ທັນໄດ້ເປັນຕົ້ນ ເປັນໂຕ ບໍ່ທັນ ໄດ້ມີຫຍັງ ຈີນຫັ້ນແຫຼະ ເປັນຜູ້ສຳປະທານ ທີ່ເຂົາເຮັດ ເພິ່ນຊິເຮັດພວກຄາຊິໂນພຸ້ນແຫຼະ ແລ້ວກະຊິເຮັດໂຮງແຮມເຮືອນພັກ ແຕ່ວ່າ ຢູ່ໃນບ່ອນຣີສອດຫັ້ນ ບ່ອນເກົ່າຂ້າງຄອນພະເພັງນີ້ ເພິ່ນກະເຣີ່ມປັບປຸງ ພໍໄດ້ເຮັດແລ້ວ ແຕ່ວ່າ ຍັງບໍ່ທັນໄດ້ສາມາດຮອງຮັບເປັນທີ່ພັກໄດ້.”

ທ່ານ ກ່າວ​ຕື່ມ​ວ່າ ສ່ວນ​ລາຍ​ລະ​ອຽດ​ກ່ຽວ​ກັບ​ຊາວ​ບ້ານ ທີ່​ຖືກ​ຜົ​ລ​ກະ​ທົບ​ຈາກ​ໂຄງ​ການ ​ຍັງ​ບໍ່​ທັນ​ຮູ້​ລາຍ​ລະ​ອຽດ ເທື່ອ​ວ່າ ມີ​ຈັກ​ຄອບ​ຄົວ ແລະ ຈ​ະ​ໄດ້​ຮັບ​ການ​ທົດ​ແທນ​ແນວ​ໃດ ​ໂດຍ​ຕ້ອງ​ລໍ​ຖ້າ​ໃຫ້​ທາ​ງ​ບໍ​ຣິ​ສັດ ​ເປັນ​ຜູ້​ຊີ້​ແຈງ ແລະ ດຳ​ເນີນ​ຕາມ​ຂັ້ນ​ຕອນ ຂອງ​ພວກ​ເຂົາ.

ຫຼ້າ​ສຸດ ມີ​ຣາຍ​ງານ​ເພີ່ມ​ຕື່ມ​ວ່າ ບໍ​ຣິ​ສັດ ລາວ​ມະ​ຫາ​ນະ​ທີ ສີ​ທັນ​ດອນ ຈຳ​ກັດ ມີ​ແຜນ​ຈະ​ສືບ​ຕໍ່​ພັ​ທ​ນາໂຄງ​ສ້າງ​ພື້ນ​ຖານ ແລະ ທົດ​ແທນ​ຄືນ​ທີ່​ດິນ​ຈຳ​ນວນ 1,000 ເຮັກ​ຕ້າຣ໌ ໃຫ້​ແກ່​ຊາວ​ບ້ານ ທີ່​ຖືກ​ຜົ​ລ​ກະ​ທົບ​ດ້ານ​ທີ່​ດິນ ພາຍ​ໃນ​ປີ 2022 ແລະ ເຮັດ​ຫຼາຍ​ໂຄງ​ການ ເປັນ​ຕົ້ນ ສ້າງ​ບ້ານ​ຈັດ​ສັນ, ສືບ​ຕໍ່​ສ້າງ​ແນວ​ກັນ​ຕາ​ຝັ່ງ​ເຈື່ອນແຄມ​ແມ່​ນ້ຳ​ຂອງ ແລະ ປັບ​ປຸງ​​ແຫຼ່ງທ່ອງ​ທ່ຽວ​ນ້ຳ​ຕົກ​ຄອນ​ພະ​ເພັງ.

ເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ໄປ​ຫາ​ບໍ​ຣິ​ສັດ ລາວ​ມະ​ຫາ​ນະ​ທີ​ສີ​ທັນ​ດອນ ຈຳ​ກັດ ເພື່ອ​ສອບ​ຖາມ​ຣາຍ​ລະ​ອຽດ​ເພີ່ມ​ຕື່ມ ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ ແລະ ແຜນ​ການ​ທົດ​ແທນ​ຄືນ​ທີ່​ດິນ​ຫ້​ຊາວ​ບ້ານ ແຕ່​ຍັງ​ບໍ່​ທັນ​ສາ​ມາດ​ຕິດ​ຕໍ່​ ໄປ​ຫາ​ເຈົ້າ​ໜ້າ​ທີ່​ຜູ້​ຮັບຜິດ​ຊອບ ​ວຽກ​ງານ​ດັ່ງ​ກ່າວໄດ້.

ຊາວ​ບ້ານ​ທີ່​ຖືກ​ຜົ​ລ​ກະ​ທົບ​​ ທີ່​ດິນ​ຈາກ​ໂຄງ​ການ ​ເຂດ​ເມືອງ​ໂຂງ ມີ​ຈຳ​ນວນ​ຫຼາຍ​ພໍ​ສົມ​ຄວນ ແຕ່ບໍ່​ຮູ້​ຈຳ​ນວນ​ຄັກ​ແນ່.

ຊາວ​ບ້ານ​ທີ່​ຖືກ​ຜົ​ລ​ກະ​ທົບ​ ຈາກ​ໂຄງ​ການດັ່ງ​ກ່າວ ໄດ້​ກ່າວ​ວ່າ:

ກະຫຼາຍພໍສົມຄວນ ຢູ່ທີ່ມັນຖືກຢູ່ໂຄງການ ຖືກເປັນຕົ້ນ ບ້ານຄອນດອນເດດ, ດອນສະດຳແຖວນັ້ນ ໄກບ້ານນ້ອງໄກຫຼາຍເຕີບ ແຕ່ບ້ານນ້ອງໄປກະ 30 ກວ່າຫຼັກພຸ່ນແຫຼະ.”

ຊາວ​ບ້າ​ນ​ທີ່​ຖືກ​ຜົ​ລ​ກະ​ທົບ ຈາກ​ໂຄງ​ການ​ ສ່ວນ​ຫຼາຍຈະ​ຢູ່​ເບື້ອງ​ ນ້ຳ​ຕົກ​ຕາດ​ຄອນ​ພະ​ເພັງ ແລະ ເຂື່ອນດອນ​ສະ​ໂຮງ ໃກ້​ກັບ​ຊາຍ​ແດນ​ລາວ-ກໍ​າ​ພູ​ຊາ. ຊາ​ວ​ບ້ານ​ຢູ່​ເມືອງ​ໂຂງ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ຢູ່ແຖວເຂດນັ້ນ ແຫຼະເຈົ້າ ຢູ່ບ້ານນຶ່ງ ຈະຢູ່ຝັ່ງຂອງຄອນພະເພັງຫັ້ນແຫຼະເຈົ້າ ດອນສະໂຮງຫຍັງຫັ້ນນ່າ.”

ກ່ອນ​ໜ້າ​ທີ່ນີ້ ໂຄງ​ການ​ດັ່ງ​ກ່າວ ກໍ​ມີ​ແຜນ​ຈະ​ກວມ​ເອົາ​ທີ່​ດິນ​ ຂອງ​ຊາວ​ບ້ານ​ໃນ​ເຂດ​ບ້ານ​ເມ​ອືງ​ແສນ​ນຳ​ດ້ວຍ ແຕ່​ຫຼັງ​ຈາກ​ການ​ສຳ​ຣວດ ແລະ ປະ​ເມີນ​ຜົ​ລ​ກະ​ທົບ​ແລ້ວ ​ບໍ​ຮິ​ສັດ ເຈົ້າ​ຂອງ​ໂຄງ​ການ​ດັ່ງ​ກ່າວ ໄດ້​ຍົກ​ເລີກກວມ​ເອົາ​ທີ່​ດິນ ​ຢູ່​ເຂດ​ບ້ານ​ເຂົາ​ເຈົ້າ ແລະ ໄດ້​ປັກ​ຫຼັກເຮັດ​ຢູ່​ໃນ​ເຂດ​ຄອນ​ພະ​ເພັງ ແລະ ເຂດ​ໃກ້​ຄຽງ.

ຊາວ​ບ້ານ​ເມືອງ​ແສນ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ໄດ້​ກ່າວ​ວ່າ: 

ບໍ່ເພິ່ນເຊົາໝົດແລ້ວ ເພິ່ນບໍ່ເອົາແລ້ວນີ້ ດຽວນີ້ ບໍ່ເອົາດອກມັນດິນບໍ່ມີ ເຂົາບໍ່ເອົາດອກ ເພິ່ນໃຫ້ເຮັດຢູ່ບ່ອນດຽວພຸ້ນໝົດ ຢູ່ແຖວນັ້ນ ແຖວຄອນພະເພັງ ພຸ້ນນ່າ ແຖວຝັ່ງທາງນັ້ນ.”

ໂຄງ​ການ​ດັ່ງ​ກ່າວ ​ເປັນ​ຂອງ​ນັກ​ລົງ​ທຶນ​ຈີນ ແລະ ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າ​ມາ​ຫຼາຍ ຊຶ່ງ​ຈະ​ໄດ້​ຮັບ​ສິດ​ທິ​ຫຼາຍ​ກວ່າ​ຄົນ​ລາວ ຄື​ກັບ​ກໍ​ລະ​ນີ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຂວງ.

ຜູ້​ປະ​ກອບ​ການ​ທ່ອງ​ທ່ຽວ ຢູ່​ແຂວງ​ຈຳ​ປາ​ສັກ ທ່ານ​ນຶ່ງ ໄດ້ກ່າວ​ວ່າ:

ມັນກໍມີທັງດີ ທັງບໍ່ດີຫັ້ນແຫຼະ ຖ້າວ່າ ເອົາແຕ່ຈີນຫຼາຍ ຄື ຈັ່ງຂ້ອຍໄດ້ພາແຂກໄປທ່ຽວທາງເໜືອເນາະ ຄືຈັ່ງວັງວຽງ ແຖວຊຽງຂວາງ ຫລວງຣະບາງ ກະຄືຄົນຈີນຈະມີສິດທິຫຼາຍກວ່າຄົນລາວ ເຂົ້າໄປນັ່ງກິນເຂົ້າກິນຫຍັງນີ້ ເຮົາເຂົ້າໄປກ່ອນມັນ ມັນມານຳຫຼັງມັນມາສັ່ງເມນູ ມັນໄດ້ກິນກ່ອນຄົນລາວ.”

ໂຄງ​ການ​​ພັ​ທ​ນາ​ເສ​ຖ​ກິຈ​ໃໝ່ ສີ​ທັນ​ດອນ ຈຳ​ກັດ ມີ​ມູນ​ຄ່າ ​ປະ​ມານ 9 ຕື້​ໂດ​ລາຣ໌ ໂດຍ ກວມ​ເອົາ​ເນື້ອ​ທີ່​ດິນ​ເກືອບ 10,000 ເຮັກ​ຕ້າຣ໌ ຊຶ່ງ​ໄດ້​ເຣີ່ມ​ລົງ​ສຳ​ຣວດ ແລະ ເກັບ​ກຳ​ຂໍ້ມູນ​ແຕ່​ປີ 2018 ອີງ​ຕາມ​ຂໍ້​ມູນ​ຈາກ​ເຈົ້າ​ຂອງ​ໂຄງ​ການ.

ໂຄງ​ການ​ດັ່ງ​ກ່າວ​ຈະ​ປະ​ກອບ​ມີ ຖານ​ສ້າງ​ຕຶກ​ກາ​ຄານ​ທີ່​ທຳ​ການ​ຕ່າງໆ, ສ້າງ​ແຫຼ່ງ​ທ​ອ່ງ​ທ່ຽວ, ທະ​ນາ​ຄານ, ສ​ຖານ​ບັນ​ການ​ເງິນ, ສ​ຖານ​ສຶກ​ສາ, ສາ​ທາ​ລະ​ນະ​ສຸ​ຂ, ພັ​ທ​ນາ​ບຸກ​ຄະ​ລາ​ກອນ ແລະ ສີ​ມື​ແຮງ​ງານ, ສ​ຖານ​ທີ່​ບັນ​ເທີງ, ຄາ​ຊິ​ໂນ ແລະ ອື່ນໆ.

ປັດ​ຈຸ​ບັນ ໃນ​ເຂດ​ດັ່ງ​ກ່າວ ໄດ້​ສຳ​ເລັດການກໍ່​ສ້າງ​ບາງ​ໂຄງ​ການ ເປັນ​ຕົ້ນໂຮງ​ແຮມເມ​ສ​ເວດອນ​ ຕັ້ງ​ຢູ່​ລະ​ຫວ່າງ ຊາຍ​ແດນ​ແຂວງ​ຈຳ​ປາ​ສັກ ແລະ ແຂວງ​ສະ​ຕຶງ​ເຕ​ຣງ ຫຼື ຊຽງ​ແຕ​ຣງ ຂອງ​ກຳ​ພູ​ຊາ ແລະ ເສັ້ນ​ທາງຄອນກ​ຣີດ​ອ້ອມດອນ​ໂຂງ ຄວາມ​ຍາວ​ປະ​ມານ 40 ກິ​ໂລ​ແມັດ ແລະ ຄາດ​ວ່າ​ການ​ພັ​ທ​ນາ​ໂຄງ​ການ​ລວມ ຈະ​ສຳ​ເຣັດ​ໃນ​ເວ​ລາ 2-3 ປີ ຕໍ່​ໜ້າ ອີງ​ຕາມ​ການ​ຣາຍ​ງານ ​ຂອງໜັງ​ສື​ພິມ​ປະ​ຊາ​ຊົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org