ໄຟໄໝ້ຕລາດດາວເຮືອງ ມ.ປາກເຊ
ເກີດເຫດ ໄຟໄໝ້ ຕລາດດາວເຮືອງ ເມືອງປາກເຊ ແຂວງ ຈໍາປາສັກ ເຮັດໃຫ້ ຮ້ານຄ້າ 3 ຫ້ອງ ໄດ້ຮັບຄວາມ ເສັຽຫາຍ.
-
2013-11-20 -
-
-
Your browser doesn’t support HTML5 audio
ເກີດເຫດໄຟໄໝ້ ຕລາດດາວເຮືອງ ເມືອງປາກເຊ ແຂວງຈໍາປາສັກ ເຮັດໃຫ້ຮ້ານຄ້າ 3 ຫ້ອງໄດ້ຮັບຄວາມເສັຽຫາຍ. ເຫດໄຟໄໝ້ ເກີດຂຶ້ນ ຣະຫວ່າງຕອນ 9 ຫາ 10 ໂມງເຊົ້າຂອງວັນທີ່ 20 ພຶດສຈິກາ ຕາມການເປີດ ເຜີຽຂອງເຈົ້າໜ້າທີ່:
"ເມື່ອເຊົ້ານີ້ ປະມານ 9 ໂມງຫາ 10 ໂມງກໍມອດບໍ່ພໍ 30-40 ນາທີກໍມອດ ບໍຣິສັດ ບໍຣິການຕລາດ ເຈົ້າໜ້າທີ່ເຂົາກໍາລັງ ດໍາເນີນການສືບ ສວນສອບສວນຢູ່".
ທ່ານເລົ່າຕື່ມວ່າ ໄຟເລີ້ມຕົ້ນໄໝ້ຮ້ານຂາຍກະປ໋ອງປລາສຕິກ ຊຶ່ງເປັນຕຶກແຖວດ້ານໃນຂອງຕລາດດາວເຮືອງ ກ່ອນໄຟຈະລາມໄປໄໝ້ ຮ້ານ ຂາຍເຄື່ອງອີກ 2 ຮ້ານທີ່ເປັນຫ້ອງແຖວຕິດກັນ. ຫລັງຈາກໄຟໄໝ້ບໍ່ດົນ ລົດຕໍາຣວດດັບໄຟກໍໄປຮອດ ແລະສາມາດຄວບຄຸມໄຟໄໝ້ ໃນເວ ລາບໍ່ກາຍ 1 ຊົ່ວໂມງ. ສາເຫດເກີດໄຟໄໝ້ນັ້ນປັດຈຸບັນ ເຈົ້າໜ້າທີ່ວ່າ ຍັງບໍ່ສາມາດຮູ້ໄດ້ ແຕ່ເຈົ້າໜ້າທີ່ ກັບບໍຣິສັດ ການຄ້າປາກເຊຈໍາກັດ ທີ່ເປັນຜູ້ຄຸ້ມຄອງ ບໍຣິຫານຕລາດ ກໍາລັງຮ່ວມມືກັນສືບສວນຢູ່.
ຕລາດດາວເຮືອງຕັ້ງຢູ່ໃກ້ໆຫົວຂົວຂ້າມນໍ້າຂອງ ລາວ-ຍີ່ປຸ່ນ ເປັນຕລາດ ທີ່ປະກອບດ້ວຍ ຮ້ານຂາຍເຄື່ອງໃຊ້ຂອງສອຍ ເສື້ອຜ້າ ອາຫານ ທຸກຊນິດ. ໃນເວລາເກີດເຫດໄຟໄໝ້ ຊາວເມືອງປາກເຊ ຫລາຍຄົນໄດ້ ຖ່າຍຮູບ ແລ້ວລົງໃສ່ສື່ສັງຄົມທາງອິນເທີເນັດ ຢ່າງໄວວາ.
ເມື່ອອາທິດ ທີ່ແລ້ວນີ້ ກໍເກີດເຫດໄຟໄໝ້ ເຮືອນປະຊາຊົນ 1 ຫລັງຢູ່ຫລັກ 3. ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ເຕືອນປະຊາຊົນ ໃຫ້ລະມັດລະວັງ ໃນການໃຊ້ອຸປກອນ ໄຟຟ້າຕ່າງໆທີ່ຊຸດໂຊມແລ້ວ ຊຶ່ງອາດເກີດໄຟຟ້າລັດ ວົງຈອນໄດ້.