ແຫ້ງແລ້ງ ນ້ຳຖ້ວມ ດິນເຈື່ອນ ຢູ່ ລາວ

ການແຫ້ງແລ້ງດົນ ແລະ ນ້ຳຖ້ວມ ກະທັນຫັນ ຢູ່ ປະເທດລາວ ໃນຊຸມປີ ຜ່ານມາ ແລະ ໃນປີນີ້ ມີສາເຫດ ຕົ້ນຕໍ ມາຈາກຫຍັງ ກັນແທ້ ແລະ ມີຜົນກະທົບ ແນວໃດຕໍ່ ປະຊາຊົນ.

ເມື່ອເຫັນສະພາບນໍ້າຂອງ ທີ່ ບົກແຫ້ງ ປະຊາຊົນຫວາດຫວັ່ນວິຕົກ ກັງວົນ ເພາະສາຍນໍ້າຂອງ ປຽບສະເໝືອນທຸກຢ່າງ ໃນການຢູ່ລອດ ຂອງປວງປະຊາຣາສດອນ RFA/TS

ໃນຊຸມປີຜ່ານມາ ແລະໃນປີນີ້ ຢູ່ປະເທດລາວ ມີພັຍແຫ້ງແລ້ງດົນ, ນ້ຳຖ້ວມກະທັນຫັນ ແລະນ້ຳຂອງ ກໍບົກແຫ້ງລົງຫລາຍ ເຮັດໃຫ້ມີ ຜົນກະທົບໜັກ ຕໍ່ຊີວິດການເປັນຢູ່ ແລະການທຳມາຫາກິນ ຂອງປະຊາຊົນ. ພັຍແຫ້ງແລ້ງເຮັດໃຫ້ ການປູກຝັງບໍ່ໄດ້ ແລະ ການປະມົງ ລຳບາກ ອັນພາໃຫ້ເຂົ້າປາ ແລະ ອາຫານອື່ນໆແພງຂຶ້ນ ແລະນ້ຳຖ້ວມກະທັນຫັນ ເຮັດໃຫ້ບ້ານເຮືອນ ປະຊາຊົນເພພັງ, ຊັບສິນ, ສັດລ້ຽງ, ໄຮ່ນາ, ຮົ້ວສວນເສັຍຫາຍ ໃນຂນະທີ່ຜູ້ໄດ້ ຮັບຜົນກະທົບ ແລະຜູ້ທີ່ກ່ຽວຂ້ອງ ກັບ ເຣຶ່ອງທີ່ວ່ານີ້ ໃຫ້ເຫດຜົນແຕກຕ່າງກັນ ຄືຜູ້ໄດ້ຮັບ ຜົນກະທົບ ເວົ້າວ່າ ສາເຫດ ຂອງບັນຫານັ້ນ ແມ່ນເປັນຍ້ອນທັງພັຍ ທຳມະຊາດ, ປາກົດການໂລກຮ້ອນ El Nino ເຮັດໃຫ້ປະຣິມານນ້ຳ ແທກໄດ້ໃນປີນີ້ ໜ້ອຍທີ່ສຸດໃນຮອບ 100 ປີ ແລະ ທັງນ້ຳ ທີ່ໄຫລລົງມາຈາກ ເຂື່ອນໄຟຟ້າຫຼາຍແຫ່ງ ເປັນຕົ້ນເຂື່ອນຈິງຫົງ ຊຶ່ງເປັນ ເຂື່ອນ ຂນາດໃຫຍ່ ຂອງຈີນ ກັກເກັບນ້ຳໄວ້ ໃນປະຣິມານມະຫາສານ ແຕ່ປ່ອຍນ້ຳລົງມາພຽງ 60% ຂອງ ປະຣິມານນ້ຳ ໃນແມ່ນ້ຳຂອງ ແລະຍ້ອນເຂື່ອນໄຟຟ້າ ໄຊຍະບູລີ ກັ້ນແມ່ນ້ຳຂອງ ກັກເກັບນ້ຳ ເອົາໄວ້. ກ່ຽວກັບເຣຶ່ອງທີ່ວ່ານີ້ ທ່ານ ນິວັດ ຣ້ອຍແກ້ວ ປະທານ ກຸ່ມຮັກ ຊຽງຂອງ ຂອງໄທ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ສິງຫາວ່າ ດຽວນີ້ມັນຖ້ວມ ມັນແລ້ງ:

"ດຽວນີ້ນີ່ ມັນຖ້ວມມັນແລ້ງ ນີ້ອະພິປົກກະຕິ ເຣື່ອງນີ້ມັນເກີດຂຶ້ນມາດົນ ພໍສົມຄວນແລ້ວ ພຽງແຕ່ວ່າຄວາມຮຸນແຮງ ມັນເພີ່ມຂຶ້ນໃນປີນີ້ ມີຄວາມຊັດເຈນ ກໍຄືມີການສ້າງເຂື່ອນ ຫລາຍ ບົນສາຍນໍ້າໂຂງ ທາງຕອນເໜືອ ທາງປະເທດຈີນ. ເພາະສະນັ້ນ ອັນການ ເກັບກັກນໍ້າ ເພື່ອຜລິດກະແສໄຟຟ້າ ເພື່ອການເດີນເຮືອ ພານິດຂນາດໃຫຍ່ຈາກຈີນ ລົງມາຫລວງພະບາງ ນີ້ຮະ ມັນກະທໍາໃຫ້ການຈັດການນໍ້ານີ້ຮະ ຖືກຈັດການ ໂດຍເຂື່ອນ ແມ່ນໍ້າກໍຂຶ້ນລົງບໍ່ເປັນ ທັມຊາດຕາມຣະດູການ. ອັນນີ້ຄືສິ່ງທີ່ ມັນເກີດຂຶ້ນ ຢູ່."

ພ້ອມກັນນັ້ນທ່ານກໍເວົ້າວ່າ ປັດຈຸບັນ ໂລກເຮົາກໍເລິ່ມຮ້ອນ:

"ປັດຈຸບັນນີ້ ໂລກເຮົານີ້ກະເລີ່ມຮ້ອນ ຣະດູການກໍຜິດແຜກໄປຫລາຍສິ່ງ ຫລາຍຢ່າງ ມັນກໍເກີດຂຶ້ນ ເພາະສະນັ້ນນີ້ຫັ້ນ ເຂື່ອນກໍເປັນຕົວທີ່ ອັນຕະລາຍ ມາກສໍາລັບຜູ້ຄົນ ທີ່ຢູ່ທ້າຍເຂື່ອນ."

ແລະອາດີດເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ຜູ້ຂໍສະຫງວນຊື່ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນອາທິດນີ້ວ່າ ພັຍແຫ້ງແລ້ງ ນ້ຳຂອງ ບົກແຫ້ງ ຍ້ອນຝົນບໍ່ຕົກ ຕາມຣະດູການ ແລະຍ້ອນເຂື່ອນຈີນ ກັກເກັບນ້ຳໄວ້:

"ໂຕແຫ້ງແລ້ງນີ້ ມັນຄືວ່າແຫລະ ຝົນບໍ່ມາຕາມຣະດູການ ລະນໍ້າຂອງ ນີ້ບົກແຫ້ງ ຜິດປົກກະຕິ ທັງຝົນບໍ່ຕົກແດ່ ພວກສະພາກາເຟ ແມ່ນຫຍັງຫັ້ນ ກະເວົ້າໄດ້ຫັ້ນ ອິຫຍັງເກາະວ່າຈີນ ຕັນເຂື່ອນຕັນຫຍັງຫັ້ນແຫລະ. ປ່ອຍລົງມາໄດ້ທິດນຶ່ງ ມານີ້ພະຍຸ ເຂົ້າພາກເໜືອ ຣາຍດຽວນີ້ ເອົາໜັກໄດ໋ຫັ້ນ ພາກໃຕ້ກໍຖ້ວມ ຝົນຕົກແຮງໃດ໋ ພະຍຸເຂົ້າຫັ້ນ."

ເວົ້າເຖິງນ້ຳຖ້ວມກະທັນຫັນ ຕົ້ນຕໍກໍແມ່ນຍ້ອນການຕັດໄມ້ທຳລາຍປ່າຫລາຍ. ດັ່ງອາດີດເຈົ້າໜ້າທີ່ ທ່ານດຽວກັນນີ້ເວົ້າວ່າ:

"ຕົ້ນເຫດຕົ້ນຕໍ ບໍ່ມີປ່າໄມ້ເກັບນໍ້າເກັບໃນໄວ້ ບໍ່ມີອັນຮັບໄວ້ ບາດຕົກແລ້ວມັນກະເຊິ ມາແຫລ້ວ. ບັນຫານີ້ເປັນບັນຫາຕົ້ນຕໍ ຫາກຕັດໄມ້ ທໍາລາຍປ່ານີ້ແຫຼະ ບໍ່ເຮັດໃຫ້ປ່າໄມ້ອູ້ມນໍ້າອູ້ມໃນ ບາດເວລາຝົນຕົກມາ ມັນເຊິມາໂລດ ມັນບໍ່ມີແນວເກາະ ແນວບັງ. ແຕ່ກີ້ມັນໂລດອາໃສ ຮາກໄມ້ ມັນດູດຊຶມໄວ້ເດ໊ ມັນເປັນທໍ່ໃດເຮັກຕາ ພຸ້ນເວີ໊ຍ ມັນດູດມັນຊຶມນໍ້າໄວ້ໃນ ແຕ່ລະບ່ອນກະດາຍ. ບາດນີ້ຮ໋ວຍ ຝົນຕົກບໍ່ມີຫຍັງ ແນວໄປດູດໄປຊຶມ ໄວ້ມັນກະໄຫລລົງມາເບິດ ໂລດແຫລວ."

ໃນຂນະດຽວກັນ ທ່ານ ນິວັດ ກໍເວົ້າວ່າ ມີການຕັດໄມ້ຫລາຍ ເຮັດໃຫ້ນ້ຳຖ້ວມ:

"ການທໍາລາຍປ່າ ຊຶ່ງເປັນແຫລ່ງເກັບກັກນໍ້າ ເປັນເຣື່ອງສໍາຄັນ ໃນເມື່ອບໍ່ມີຕົ້ນ ໄມ້ດູດຊັບນໍ້າໄວ້ ອັນນີ້ກະເປັນສາເຫດນຶ່ງ ມັນຖ້ວມ ແຕ່ວ່າສິ່ງທີ່ມັນສໍາຄັນທີ່ສຸດ ກໍຄືເຣື່ອງຂອງເຂື່ອນ ເພາະວ່າເຂື່ອນ ຖືເປັນຕົວ ທໍາໃຫ້ເກີດວິກິດໄດ້ ມາກທີ່ສຸດ. ເຂື່ອນນີ້ມັນ ໄປທໍາໃຫ້ ຂັດຕໍ່ຣະດູການ ຫລືວ່າການເປັນທັມຊາດ ຂອງແມ່ນໍ້າ."

ສ່ວນຜູ້ທີ່ກ່ຽວຂ້ອງ ກັບເຣຶ່ອງທີ່ວ່ານີ້ ເວົ້າພຽງແຕ່ວ່າ ນ້ຳຂອງບົກແຫ້ງ ແລະ ນ້ຳຖ້ວມກະທັນຫັນ ແມ່ນເປັນຍ້ອນພັຍທຳມະຊາດ. ທ່ານ ບຸນເຕີມ ສີສຸພັນທະວົງ ຫົວໜ້າຜແນກ ພຍາກອນອາກາດ ແລະ ແຈ້ງເຕືອນໄພ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັພຍາກອນ ທັມຊາດ ແລະສິ່ງແວດລ້ອມ ກ່າວໃນມື້ວັນທີ 25 ກໍຣະກະດາ ທີ່ຜ່ານມາ ກ່ຽວກັບສະພາບແຫ້ງແລ້ງໃນປີນີ້ ທີ່ສົ່ງຜົນຕໍ່ຣະດັບນ້ຳຂອງ ແລະແມ່ນ້ຳສາຂາແຫ້ງ ຜິດປົກກຕິວ່າ ໃນເດືອນມິຖຸນາ ສະພາບນ້ຳຂອງແຕ່ເໜືອເຖິງໃຕ້ ແຫ້ງຕ່ຳກວ່າປົກກະຕິ ຫຼືຕ່ຳກວ່າຣະດັບ ເກນສະເສັ່ຍ ທຽບໃສ່ເກນປົກກະຕິແຕ່ປີ 2006 ຫາປີ 2018 ປະມານ 10 ຫາ 40%.

ອີງຕາມການຣາຍງານຂອງກົມອຸຕຸນິຍົມ ແລະອຸທົກກະສາດຂອງລາວ ວັນທີ 18 ກໍຣະກະດາ ທີ່ຜ່ານມາ, ຣະດັບນ້ຳ ໃນແມ່ນ້ຳຂອງ ທີ່ ເຂດຫລັກ 4 ນະຄອນຫລວງວຽງຈັນ ຢູ່ທີ່ 70 ຊັງຕີແມັດ ຄືຢູ່ໃນຣະດັບຕ່ຳທີ່ສຸດ ຈົນເຮັດໃຫ້ແນມເຫັນ ຮາກເສົາຂົວມິດຕະພາບ ວຽງຈັນ -ໜອງຄາຍ.ແລະໃນມື້ດຽວກັນນັ້ນ ຜແນກອຸທົກວິທຍາ ແຂວງໜອງຄາຍຂອງໄທ ກໍຣາຍງານວ່າ ຣະດັບນ້ຳຂອງຢູ່ທີ່ 84 ຊັງຕີແມັດ, ຖືວ່າຕ່ຳທີ່ສຸດໃນຮອບ 50 ປີ.

ທ່ານ ບຸນເຕີມ ເວົ້າວ່າ ສາເຫດທີ່ເຮັດໃຫ້ນ້ຳຂອງ ແລະນ້ຳສາຂາແຫ້ງລົງຕ່ຳກວ່າເກນສເລັ່ຍ ແມ່ນຍ້ອນຝົນໃນປີ 2018 ເຊົາຕົກໄວ ແລະ ຍ້ອນຜົນກະທົບ ຈາກປະກົດການໂລກຮ້ອນ ແອນ ນິນໂຢ້ ເຮັດໃຫ້ມີຝົນຕົກນ້ອຍ ແລະອາກາດຮ້ອນອົບເອົ້າ ຕໍ່ເນື່ອງຫລາຍມື້ຕິດຕໍ່ກັນ ແລະລົມມໍຣະສຸມຕາເວັນຕົກສ່ຽງໃຕ້ ທີ່ມີກຳລັງອ່ອນຕົວ ປົກຫຸ້ມທົ່ວທຸກພາກຂອງລາວ ເຮັດໃຫ້ຝົນຕົກໜ້ອຍ ແລະ ບາງທ້ອງຖິ່ນ ຝົນຕົກ ຂາດຊ່ວງ.

ແລະສື່ມວນຊົນຂອງທາງການລາວ ກໍຣາຍງານວ່າ ແຕ່ເດືອນມົກກະຣາຫາ ເດືອນກໍຣະກະດາ ຢູ່ໃນເຂດມະຫາສະໝຸດປາຊີຟິກຕອນກາງ ປົກຄຸມໄປດ້ວຍປາກົດການ ໂລກຮ້ອນ ແອນ ນິນໂຢ້ ທີ່ເຮັດໃຫ້ອຸນນະພູມຢູ່ໃນເຂດມະຫາສະໝຸດ ຕອນກາງສູງ ກວ່າເກນປົກກະຕິ; ຕລອດໄລຍະເດືອນມິນາ ຫາເດືອນກໍຣະກະດາ ອຸນນະພູມໜ້ານ້ຳທະເລ ສເລັ່ຍຮ້ອນຂຶ້ນກວ່າເກນ ປົກກະຕິປະມານ 0.7 ອົງສາ ເຮັດໃຫ້ປາກົດການຂອງ ແອນໂຊ (ENSO) ຍັງຢູ່ໃນສະພາວະຂອງ ແອນ ນິນໂຢ້ ທີ່ກຳລັງອ່ອນຕົວ. ເມື່ອມີປາກົດການ ຄືແນວນັ້ນ ຈຶ່ງເຮັດໃຫ້ລາວ ມີອາກາດຮ້ອນ ແລະຝົນຕົກໜ້ອຍ.

ໃນຂນະດຽວກັນ ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸຣະກິດພລັງງານ ກະຊວງພລັງງານ ແລະບໍ່ແຮ່ ກໍໄດ້ເວົ້າໃນມື້ວັນທີ 1 ສິງຫານີ້ວ່າ ນ້ຳຂອງບົກແຫ້ງ ໃນໄລຍະຜ່ານມາ ບໍ່ແມ່ນເປັນຍ້ອນ ການບໍຣິຫານຈັດການນ້ຳຂອງ ເຂື່ອນໄຊຍະບູລີ.

ທ່ານເວົ້າວ່າ ຄວາມສົງສັຍທີ່ວ່າ ນ້ຳຂອງບົກແຫ້ງເກີດຈາກເຂື່ອນໄຊຍະບູລີ ກັກເກັບນ້ຳເພື່ອຮັກສາຣະດັບນ້ຳ ແລ່ນທົດລອງເຄື່ອງຈັກ ປັ່ນໄຟນັ້ນ ແມ່ນບໍ່ມີຄວາມເປັນຈິງ ເນື່ອງຈາກສະພາບນ້ຳຂອງເ  ບື້ອງເທິງ ແລະເບື້ອງລຸ່ມເຂື່ອນ ບົກແຫ້ງເຊັ່ນກັນ.

ແຕ່ເຖິງຢ່າງໃດກໍຕາມ ທ່ານ ສົມກຽດ ປຣະຈຳວົງ ເລຂາທິການສຳນັກງານຊັພຍາກອນນ້ຳ ແຫ່ງຊາດຂອງໄທ ກໍໄດ້ເວົ້າໃນມື້ວັນທີ 19 ກໍຣະກະດາ ທີ່ຜ່ານມາວ່າ ມີ 3 ປັດໃຈທີ່ເຮັດໃຫ້ ຣະດັບນ້ຳຂອງຫລຸດລົງຫລາຍ ຄື:

ປະຣິມານນ້ຳຝົນທີ່ຕົກລົງມາໜ້ອຍກວ່າເກນປົກກະຕິ ທັງຢູ່ປະເທດຈີນ, ຢູ່ລາວແລະໄທ; ເຂື່ອນໄຟຟ້າຈິງຫົງຂອງຈີນຫຼຸດການລະບາຍ ນ້ຳລົງມາ ເພື່ອບຳລຸງຮັກສາສາຍສົ່ງໄຟຟ້າ ແລະເຂື່ອນໄຊຍະບູລີ ໄດ້ເກັບກັກນ້ຳບາງສ່ວນໄວ້ ເພື່ອທົດລອງແລ່ນເຄື່ອງປັ່ນໄຟຟ້າຂອງຕົນ.

ພ້ອມກັນນັ້ນ ອາດີດເຈົ້າໜ້າທີ່ກະຊວງກະສິກຳ ແລະປ່າໄມ້ ຜູ້ຂໍສະຫງວນຊື່ ກໍເວົ້າເຖິງຜົນຮ້າຍຂອງພັຍແຫ້ງແລ້ງ ແລະນໍ້າຂອງບົກແຫ້ງວ່າ ສ້າງຄວາມຫຍຸ້ງໃຫ້ປະຊາຊົນ ທັງການຫາຢູ່ຫາກິນ ແລະຣາຄາເຂົ້າກໍແພງຂຶ້ນຫລາຍ:

"ໂດຍສະເພາະໃນເຂດນໍ້າຂອງນີ້ ພວກຫາກິນນີ້ຍາກແຫລະ ປີນີ້. ນໍ້າບໍ່ມີ ປາບໍ່ມີ ນໍ້າແຫ້ງທໍ່ໃດ ແຫລ່ງປາບໍ່ມີແຫລວ. 2-3 ມື້ມານີ້ໄຄ ຄືວ່າໄດ້ກິນປາ ຫາກບໍ່ໄດ້ຄືເກົ່າແຫລວ. ເຂົ້າສານນີ້ ໂອ໋ ຂຶ້ນຫລາຍໃດ໋ ເຄີຍຊື້ນີ້ ເປົ໋ານຶ່ງ 50 ກິໂລນີ້ນະ ເຄີຍຊື້ນີ້ ສອງແສນແປດ ດຽວນີ້ຂຶ້ນ ສາມແສນແປດພຸ້ນໃດ໋ ຂຶ້ນຫລາຍ ເຂົ້າຂຶ້ນຫລາຍ ເປັນຣາຄາຫລາຍປີນີ້ ຢູ່ລາວນີ້ ຊໍ້າພັດພາກັນເຊົາໃດ໋ ເຮັດໄຮ່ໃສ່ນາ ວ່າມັນຖືກ ເຂົ້າຖືກ ຕົ້ນທຶນການຜລິດສູງອິຫຍັງ ຫັ້ນແຫລະ ແລ້ວໆກໍພາກັນປູກບາດນີ້ ອາໃສແຕ່ວຽດ ນາມສົ່ງມາບໍ່ ໄທສົ່ງມາໃຫ້ກິນ ມັນແພງໃດບາດນີ້.

ນ້ຳໃນແມ່ນ້ຳຂອງບົກແຫ້ງລົງຫລາຍຜິດປົກກະຕິ ແລະທັງນ້ຳສາຂາ ກໍບົກລົງຫລາຍ ເຮັດໃຫ້ຫລາຍທ້ອງຖິ່ນຂາດນ້ຳເຮັດການຜລິດ ເປັນຕົ້ນນາ ທີ່ຕ້ອງການນ້ຳ ເປັນຕົ້ນນ້ຳຝົນ, ຊົນລະປະທານກໍບໍ່ມີນ້ຳເຂົ້ານາ, ນ້ຳປະປາກໍຫຍຸ້ງຍາກ, ການປູກຝັງ ພືດພັນຕ່າງໆກໍລຳບາກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org