ເຝົ້າຣະວັງ ເຂື່ອນຫ້ວຍລຳພັນໃຫຍ່ ປ່ອຍນ້ຳ
ເຕືອນ ປະຊາຊົນ ທີ່ຢູ່ເຂດໃຕ້ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ໃຫ້ຕຽມພ້ອມຣະວັງນ້ຳຖ້ວມກະທັນຫັນ, ໃຫ້ຍ້າຍສັດລ້ຽງອອກຈາກແຄມຫ້ວຍ ເພາະທາງ ບໍຣິສັດຜລິດໄຟຟ້າລາວມະຫາຊົນ ຈະໄດ້ລະບາຍນ້ຳໃນເຂື່ອນອອກ.
-
ໄຊຍາ
2021-10-19 -
-
-
Your browser doesn’t support HTML5 audio
ບໍຣິສັດ ຜລິດໄຟຟ້າລາວມະຫາຊົນ ໄດ້ອອກແຈ້ງການເຖິງຫຼາຍພາກສ່ວນ ໃນແຂວງເຊກອງຮວມທັງປະຊາຊົນໃນພື້ນທີ່ 7 ບ້ານ ຂອງເມືອງທ່າແຕງ ແລະ ເມືອງລະມາມ ໃຫ້ຕຽມຄວາມພ້ອມຮັບມືຈາກການປ່ອຍນໍ້າອອກຈາກ ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ນັບແຕ່ວັນທີ 17-22 ຕຸລາ 2021 . ຊາວບ້ານທີ່ອາສັຍຢູ່ ແລະຫາກິນຕາມສາຍຫ້ວຍລຳພັນໃຫຍ່ ໃຫ້ຫຼີກລ້ຽງການຫາປາ ຢູ່ໃນສາຍນໍ້າຫ້ວຍລຳພັນ ແລະໃຫ້ຍ້າຍສັດລ້ຽງອອກຈາກແຄມຫ້ວຍ ເພື່ອຄວາມປອດພັຍ.
ຊາວບ້ານຫຼາຍຄອບຄົວ ໃນເມືອງທ່າແຕງແຂວງເຊກອງ ທີ່ໄດ້ຮັບຮູ້ຂ່າວແຈ້ງການ ພາກັນເຝົ້າຣະວັງແລະຕຽມພ້ອມຍ້າຍເຄື່ອງຂອງ ຖ້າເກີດກໍຣະນີນໍ້າຖ້ວມກະທັນຫັນ. ແຕ່ປັຈຈຸບັນຣະດັບນໍ້າ ໃນຫ້ວຍລຳພັນ ຍັງຢູ່ໃນຣະດັບປອດພັຍ. ດັ່ງຊາວບ້ານໃນເມືອງທ່າແຕງ ໄດ້ກ່າວວ່າ:
“ກະກຽມຄວາມພ້ອມ ວິທີການຮັບມືຫັ້ນແຫຼະ ຜູ້ໃດຕິດນໍ້າແມ່ນຫຍັງຕ່າງ ໆ ກໍໃຫ້ຂື້ນ ມັນເປັນນໍ້າທັມຊາດຢູ່ລຸ່ມເດ້ເນາະເຮົາຢູ່ສູງເດ້.”
ໃນຂນະດຽວກັນ ຊາວບ້ານເມືອງທ່າແຕງອີກທ່ານນຶ່ງກ່າວວ່າ ເຂື່ອນໄຟຟ້າຈຳເປັນຕ້ອງປ່ອຍນໍ້າ ເນື່ອງຈາກໄລຍະນີ້ຝົນຕົກຫຼາຍ. ເພື່ອຮັກສາຣະດັບນໍ້າ ໃນໜ້າເຂື່ອນຊຶ່ງຊາວບ້ານ ອີກຫຼາຍຄົນກຳລັງຕິດຕາມ ຣະດັບນໍ້າໃນຫ້ວຍລຳພັນຢູ່.
“ໂອເຂົາຣະບາຍນໍ້າອອກ ເພາະວ່ານໍ້າມັນຫຼາຍ ຣະບາຍອອກທີ່ເຂົາເຈົ້າປ່ອຍນໍ້າ ເປັນຕົ້ນບ້ານທົ່ງຫວາຍພຸ້ນ ປີກາຍກໍບໍ່ໄດ້ຖ້ວມຕິ ມັນເນື່ອງມາຈາກນໍ້າຝົນ ມັນຕົກມັນລົ້ນຊື່ໆ ນໍ້າຝົນປີນີ້ເພິ່ນປ່ອຍ.”
ພາຍຫຼັງທີ່ມີແຈ້ງການ ປ່ອຍນໍ້າອອກຈາກເຂື່ອນ ຊາວບ້ານອີກຄົນນຶ່ງກ່າວວ່າ ບໍ່ມີຊາວບ້ານຄົນໃດລົງໄປຫາປາ ຢູ່ຫ້ວຍລຳພັນອີກ. ຍ້ອນໄລຍະນີ້ ນ້ຳແຮງຜິດປົກກະຕິ ຢ້ານວ່າບໍ່ປອດພັຍ ແຕ່ຖ້ານໍ້າໄດ້ໄຫຼເຂົ້າຖ້ວມແທ້ ກໍຈະເຮັດໃຫ້ເນື້ອທີ່ການຜລິດຂອງຊາວບ້ານ ເສັຽຫາຍຫຼາຍ.
“ມີແຕ່ບອກບໍ່ໃຫ້ລົງອັນນັ້ນເດ້ ບໍ່ໃຫ້ລົງຫ້ວຍລຳພັນ ຄັນມັນຊິຖ້ວມກໍຖ້ວມ ແຕ່ອັນນີ້ຫັ້ນແຫຼະ ຢູ່ບ່ອນຫ້ວຍພຸ້ນແຫຼະ ຢູ່ແຄມຫ້ວຍ.”
ເຈົ້າໜ້າທີ່ເມືອງທ່າແຕງ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ ມາຮອດວັນທີ 19 ຕຸລາ ນີ້ຊຶ່ງເປັນມື້ທີ່ 3 ແລ້ວ ທີ່ປ່ອຍນໍ້າອອກຈາກເຂື່ອນໄຟຟ້າ ຫ້ວຍລຳພັນໃຫຍ່ ແຕ່ຣະດັບນໍ້າໃນຫ້ວຍລຳພັນ ຍັງບໍ່ເພີ່ມຂຶ້ນສູງແຕ່ແຈ້ງການກໍເນັ້ນໜັກ ໃຫ້ຊາວບ້ານຕ້ອງເຝົ້າຣະວັງຢ່າງໃກ້ຊິດ.
“ເພິ່ນໄດ້ຕຽມພ້ອມ ບ້ານທີ່ຢູ່ລຸ່ມເຂື່ອນນີ້ແຫຼະ ບໍ່ທັນຮູ້ຣາຍລະອຽດ ແທ້ເພາະວ່າບໍຣິສັດບໍ່ໄດ້ປະສານຫາ ມີແຕ່ແຈ້ງການອອກ ການຊອກຫາຢູ່ ຫາກິນຂອງປະຊາຊົນ ກໍພໍໄດ້ຢູ່ ບາງຄອບຄົວເຂົາເຈົ້າກໍຊອກຫາກິນ ຢູ່ຕາມລຸ່ມເຂື່ອນ.”
ທ່ານໄດ້ກ່າວຕື່ມວ່າເມື່ອປີ 2020 ທີ່ຜ່ານມາ ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ໄດ້ມີການປ່ອຍນໍ້າອອກຈາກເຂື່ອນເຊັ່ນກັນ ແຕ່ກໍບໍ່ເຮັດໃຫ້ນໍ້າໃນຫ້ວຍລຳພັນ ໄຫຼລົ້ນຝັ່ງຈົນເຂົ້າຖ້ວມເຮືອນ ແລະເນື້ອທີ່ຂອງຊາວບ້ານແຕ່ຢ່າງໃດ ຊຶ່ງການປ່ອຍນໍ້າອອກຈາກເຂື່ອນດັ່ງກ່າວ ທີ່ເຮັດໃຫ້ນໍ້າຖ້ວມນັ້ນເກີດຂື້ນ ຄັ້ງຫຼ້າສຸດເມື່ອປີ 2019 ເປັນຍ້ອນພະຍຸເຂົ້າແລະມີຝົນຕົກໜັກ.
ເຈົ້າໜ້າທີ່ ຜແນກພລັງງານແລະບໍ່ແຮ່ ແຂວງເຊກອງກ່າວວ່າ ທາງໜ່ວຍງານຂອງຜແນກ ກໍໄດ້ລົງພື້ນທີ່ຕິດຕາມການປ່ອຍນໍ້າ ຈາກເຂື່ອນຫ້ວຍລຳພັນໃຫຍ່ ແລະ ຕິດຕາມຣະດັບນໍ້າ ພາຍຫຼັງທີ່ໄດ້ຮັບແຈ້ງການຈາກບໍຣິສັດ ຜລິດໄຟຟ້າລາວ ມະຫາຊົນ.
“ເບິ່ງເພີ່ນແຈ້ງການຫັ້ນແຕ່ວ່າບໍ່ຮູ້ອັນນັ້ນນ່າບໍ່ໄດ້ຕິດຕາມເພິ່ນໃດ ບໍ່ໄດ້ ໄປຮ່ວມນຳເພິ່ນ.”
ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ຫາ ບໍຣິສັດຜລິດໄຟຟ້າລາວມະຫາຊົນ ເພື່ອສອບຖາມລາຍຣະອຽດເພີ່ມຕື່ມກ່ຽວກັບການປ່ອຍນໍ້າຈາກ ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ສັມພາດ.
ອີງຕາມແຈ້ງການຂອງ ບໍຣິສັດຜລິດໄຟຟ້າມະຫາຊົນ ຣະບຸວ່າ ໄລຍະວັນທີ 17 ຕຸລາ ຫາ 22 ຕຸລາ ນີ້ຈະປ່ອຍນໍ້າອອກຈາກ ອ່າງເກັບນໍ້າພາຍໃນເຂື່ອນ ໄຟຟ້າຫ້ວຍລຳພັນໃຫຍ່ 55.47 ແມັດກ້ອນຕໍ່ວິນາທີແລະນັບແຕ່ຫຼັງເວລາ 24:00 ໂມງ ຂອງວັນທີ 22 ຕຸລາ ຈົນ ຮອດວັນທີ 25 ຕຸລາ 2021 ຈະມີການຣະບາຍນໍ້າຕາມປະລິມານນໍ້າທີ່ເຂົ້າອ່າງແລະນໍ້າ ຜ່ານກັງຫັນໂຕຈິງເພື່ອຮັກສາຣະດັບນໍ້າໃຫ້ຢູ່ໃນຣະດັບປອດພັຍ.