ການຊ່ອຍເຫຼືອຜູ້ປະສົພພັຍ ເຂື່ອນແຕກ ຍັງຊັກຊ້າ

ຂະບວນການ ຊ່ອຍເຫຼືອ ຜູ້ປະສົພພັຍ ເຂື່ອນແຕກ ທີ່ ເມືອງສະຫນາມໄຊ ຍັງດຳເນີນໄປ ຢ່າງຊັກຊ້າ ໃນຂນະທີ່ ບັນຫາ ດັ່ງກ່າວ ໄດ້ຖືກຍົກຂຶ້ນມາ ເວົ້າຢູ່ໃນກອງປະຊຸມ ສະພາແຫ່ງຊາຕ ທີ່ພວມດຳເນີນ ໄປຢູ່ນີ້.

ເມືອງສະໜາມໄຊ ແຂວງອັດຕະປື RFA/PN

ໃນຣະຫວ່າງກອງປະຊຸມສພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 7 ຂອງສພາແຫ່ງຊາຕຊຸດທີ 8 ທີ່ພວມດຳເນີນໄປຢູ່ນີ້, ສສຊ ຈຳນວນນຶ່ງ ກໍໄດ້ຍົກປະເດັນການຊ່ອຍເຫຼືອປະຊາຊົນຜູ້ປະສົພພັຍເຂື່ອນເຊປຽນ-ເຊນ້ຳນ້ອຍແຕກທີ່ເຂດເມືອງສນາມໄຊ ຂຶ້ນມາເວົ້າ. ຫຼາຍບັນຫາຂອງ ຊາວບ້ານ ຍັງຂາດຄວາມເຫັນໃຈຢ່າງເລິກເຊິ່ງຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ການຊ່ອຍເຫຼືອຊາວບ້ານ ແມ່ນເປັນໄປຢ່າງຊັກຊ້າ ແລະ ຂາດໆເຂີນໆ.

ໜັງສືພິມເສຖກິຈ-ການຄ້າ ໄດ້ເຜີຍແຜ່ການຕັ້ງຄຳຖາມຂອງທ່ານ ກົງຈີ ຢ່າງຈື, ສມາຊິກສພາແຫ່ງຊາຕລາວ ຈາກເຂດເລືອກຕັ້ງທີ 2 ແຂວງ ຜົ້ງສາລີ ທີ່ໄດ້ລຸກຂຶ້ນຖາມຣັຖບານລາວ ເຖິງມາຕການໃນການຊ່ອຍເຫຼືອຊາວບ້ານຜູ້ປະສົພພັຍເຂື່ອນແຕກວ່າ ເປັນຫຍັງຈຶ່ງຍັງບໍ່ ອະນຸຍາດໃຫ້ເຂົາເຈົ້າກັບໄປຢູ່ ຫຼືໃຊ້ປໂຍດໃນທີ່ດິນເຂດບ້ານເກົ່າ ຍ້ອນມັນບໍ່ປອດພັຍ ຫຼືແນວໃດ? ທັງທີ່ດິນເຂດດັ່ງກ່າວ ຖືເປັນທີ່ດິນທີ່ ອຸດົມສົມບູນ ດິນດຳນ້ຳຊຸ່ມ.

“ຢູ່ໃນຈຸດນີ້ ຂພຈ ຢາກໃຫ້ທາງຣັຖບານມາຊີ້ແຈງວ່າ ມັນຢ້ານບໍ່ຮັບປະກັນບໍຈຶ່ງບໍ່ອະນຸຍາດໃຫ້ປະຊາຊົນກັບໄປຢູ່ບ້ານເກົ່າ ຫຼືວ່າດ້ວຍ ເຫຕຜົລອັນໃດ? ດຽວນີ້ມີປະຊາຊົນທຸກຍາກຫຼາຍ. ຂພຈ ໄປເລາະເບິ່ງຊື່ໆຢູ່ເຮືອນພັກຂອງປະຊາຊົນນີ້ ປານກັບເຕົາອົບ ຄັນໃຫ້ ຂພຈ ຢູ່ນີ້ ບໍ່ກາຍ 3 ຄືນ ຂພຈ ກະບໍ່ໄຫວ. ແລ້ວຊິໃຫ້ປະຊາຊົນຢູ່ຕັ້ງເປັນຫຼາຍເດືອນມາແລ້ວນີ້ນ່າ ຂພຈ ຄຶດວ່າ ບັນຫານີ້ຄວນແກ້. ດຽວນີ້ປະຊາຊົນ ໝົດກຳລັງໃຈ ບໍ່ຮູ້ວ່າ ຊິສືບຕໍ່ສ້າງສາພັທນາຄືແນວໃດ?”

ເຊັ່ນດຽວກັນ, ໜັງສືພິມເສຖກິຈ-ການຄ້າ ກໍໄດ້ເຜີຍແຜ່ການສແດງຄວາມເປັນຫ່ວງເປັນໃຍຂອງທ່ານ ສາຍທອງ ແກ້ວດວງດີ, ສມາຊິກສພາ ແຫ່ງຊາຕລາວ ຈາກເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທີ່ໄດ້ລຸກຂຶ້ນຖາມຣັຖບານລາວໃນທຳນອງດຽວກັນກັບທ່ານ ກົງຈີ ຢ່າງຈື ວ່າ ເປັນຫຍັງຈຶ່ງບໍ່ຄຶດຫາວິທີຊ່ອຍເຫຼືອຊາວບ້ານໃຫ້ດີກວ່ານີ້ ທັ້ງໆທີ່ເປັນເຣື້ອງທີ່ສາມາດເຮັດໄດ້.

“ອັນນີ້ການໂຍກຍ້າຍທີ່ຢູ່ອາໃສ, ໂຮງຮຽນ, ສຸຂສາລາ ການຈັດສັນທີ່ດິນປູກຝັງ ທີ່ດິນການຜລິຕ. ທີ່ດິນປູກຝັງກັບບ່ອນເຮືອນຢູ່ຫັ້ນໄກກັນ 20 ກິໂລແມັດ. ໂອ້ຍ! ຂພຈ ກະຍັງລອດຕາຍ ຄຶດວ່າກະຍັງຊິຍ່າງໄປເຮັດນາຫັ້ນນ່າ ຕາງປະຊາຊົນຂະເຈົ້າ. ເຮັດໃດມັນຊິໄດ້? ລະເສັຽດາຍຣົດຂົນສົ່ງຣົດຮຸນດອກຮຸນໄດ໋ ຣົດໄຖ ຣົດຫຍັງ ອັນຂີ້ຕົມຖົມຫຸ້ມຢູ່ທົ່ງນາຫັ້ນນ່າ ເປັນຫຍັງບໍ່ຂຽນໃສ່ແດ່ວ່າຊິໃຊ້ຂະເຈົ້າແນວໃດ ດຽວນີ້ນ່າ? ໃຜໄປເຫັນກະພໍນ້ຳຕາອອກ. ຊາວນາຈັ່ງຊັ້ນກ່ອນຊິໄດ້ຣົດໄຖຄັນນຶ່ງ ຣົດຮຸນໄດ໋ແກ່ເຄື່ອງຄັນນຶ່ງ ນ້ຳຕາພໍຢາກອອກກ່ອນຊິໄດ້. ມາບາດນີ້ິ້ປະຢູ່ໃນຂີ້ຕົມທົ່ງນາເປັນ 6 ເດືອນມາແລ້ວ, ພວກເຮົາບໍ່ຄົ້ນບັນຫາຊ່ວຍຂະເຈົ້າເລີຍ!”

ເຖິງຢ່າງໃດກໍດີ, ຕໍ່ຄຳຖາມດັ່ງກ່າວຈາກ ສສຊ ທັງ 2 ທ່ານນັ້ນ, ຣັຖບານລາວ ກໍຍັງບໍ່ທັນໄດ້ຊີ້ແຈງໃດໆ ໃນຣະຫວ່າງກອງປະຊຸມ ໃນເທື່ອນີ້.

ຫຼາຍຄົນຕັ້ງຂໍ້ສັງເກດຜ່ານສື່ສັງຄົມອອນລາຍວ່າ ມັນເປັນສິ່ງທີ່ໜ້າແປກໃຈຫຼາຍ ທີ່ໃນຣະຫວ່າງກອງປະຊຸມສພາແຫ່ງຊາຕລາວ ໃນເທື່ອນີ້ ບໍ່ປະກົດເຫັນ ສສຊ ຈາກແຂວງອັຕປືຈັກຄົນເລີຍ ທີ່ຈະອອກມາເປັນປາກເປັນສຽງໃຫ້ກັບຊາວບ້ານ ທີ່ໄດ້ຮັບ ຜົລກະທົບນັ້ນ ແລ້ວມີການ ເຜີຍແຜ່ຜ່ານສື່ມວນຊົນ ທັ້ງໆທີ່ບັນຫາດັ່ງກ່າວ ເປັນບັນຫາຂອງປະຊາຊົນໃນພື້ນທີ່ແຂວງຂອງໂຕເອງ ແລະ ໂຕເອງຮັບຜິດຊອບແທ້ໆ.
ເມື່ອຕົ້ນເດືອນມິຖຸນາ ທີ່ຜ່ານມານີ້ ຊາວບ້ານທ່ານນຶ່ງ ໄດ້ໃຫ້ສຳພາດແກ່ຜູ້ສື່ຂ່າວເອເຊັຽເສຣີວ່າ ຫຼາຍຄອບຄົວ ບໍ່ໄດ້ຮັບເງິນເບັ້ຽລ້ຽງມາ 2 ເດືອນແລ້ວ ເຮັດໃຫ້ປະຊາຊົນບໍ່ມີເງິນຊື້ເຂົ້າປາອາຫານທີ່ຈຳເປັນ ເປັນຕົ້ນວ່າ ເກືອ, ນ້ຳຕານ ແລະ ເຄື່ອງປຸງອາຫານອື່ນໆ ທີ່ຊາວບ້ານ ບໍ່ສາມາດຫາໄດ້ຕາມທຳມະຊາດ.

“ຊ່ວງນີ້ໂອ້ຍ…ອັດຕຣາກິນບໍ່ມີແລ້ວຊ່ວງນີ້ ຢູ່ໄປລ້າໆນີ້ໂອ້ອຸກໃຈຢູ່, ມັນບໍ່ອອກ 2 ເດືອນລະເດ ຊິ 3 ເດືອນລະ. ເຂົ້າກິນຫັ້ນໄດ້ຢູ່, ແຕ່ເງິນເດ ຊື້ກິນຊື້ຢາກມັນບໍ່ໄດ້ ບໍ່ຈ່າຍນີ້ິ້ ຈົ່ມຢູ່ແຕ່ລະຄອບຄົວດຽວນີ້. ຄັນແມ່ນເພິ່ນແຈກຫັ້ນກະພໍໄດ້ກິນ ພໍກຸ້ມຢູ່ ເຮົາກະອົດໄປນຳແນ່ ກິນໄປນຳແນ່, ຫັ້ນນ່າ. ອັນນີ້ບໍ່ຈ່າຍມັນ 2 ເດືອນປາຍ ຊິພໍ 3 ເດືອນລະເດ, ທຸກຢ່າງເຮົາກະຊື້ເດ. ຍັງວ່າໂອ້ຍ…ລູກຊາຍຫຼ້າແອ່ວ ຢາກກິນໝີ່ ໂອ້ຍພໍ່ວ່າບໍ່ໄດ້ແຫຼະລູກ ໄປຂໍໃນໃສແນວຂ້ອຍກະຢູ່ພີ້ຫວ່ະ. ຢູ່ບ້ານພໍໍ່ເອງ ພໍ່ກະຊິພໍຫາຂໍໃຫ້ລູກໄດ້ຢູ່ດອກຈັກແກັດ. ແຕ່ກ່ອນມັນກະມາຈ່າຍເນາະ ນີ້ມັນກະສນຸກກິນຫັ້ນຕິ໋, ດຽວນີ້ໃຜກະບໍ່ມາໃກ້.”

ຕໍ່ມາຕການໃນການຊ່ອຍເຫຼືອຊາວບ້ານຜູ້ປະສົພພັຍເຂື່ອນແຕກນີ້ ຜູ້ສື່ຂ່າວເອເຊັຽເສຣີ ກໍເຄີຍສຳພາດທ່ານ ດຣ. ອ່ຽນ ແບ່ຣ ເມື່ອບໍ່ດົນ ມານີ້ວ່າ ຜູ້ພັທນາເຂື່ອນເຊປຽນ-ເຊນ້ຳນ້ອຍ ຍັງພຍາຍາມປະຕິເສດຄວາມຮັບຜິດຊອບ ແລະ ການຊ່ອຍເຫຼືອ ເພື່ອຟື້ນຟູຊີວິຕການເປັນຢູ່ ຂອງປະຊາຊົນຜູ້ເຄາະຮ້າຍເຫຼົ່ານັ້ນ ຍັງບໍ່ມີຄວາມກະຕືລືລົ້ນ ຫຼືເປັນພຽງການແກ້ໄຂສະເພາະໜ້າໄປກ່ອນ.

“ອັນນີ້ຄືຍົກໂຕຢ່າງ ແມ້ກະທັ້ງຢູ່ເມືອງສນາມໄຊ ແຂວງອັຕປືນີ້ນ່າ, ຢູ່ແຖວເຮືອນປະສົພພັຍນີ້ນ່າ ທີ່ປະຊາຊົນຢູ່ນີ້ນ່າ. ຂະເຈົ້າກະບໍ່ເຫັນ ຫົວໜ້າ ຫຼືວ່າຂັ້ນນຳຂອງບໍຣິສັດລົງມາຈັກເທື່ອໄດ໋ ປະຊາຊົນເຂົາກະຢາກເຫັນຢູ່ໄດ໋ ເຂົາກະຢາກເວົ້ານຳ, ແຕ່ກະບໍ່ເຫັນຂະເຈົ້າມາໄດ໋. ມາແຕ່ຄົນລາວ ມີແຕ່ລູກຈ້າງຂອງເຂົາມາ, ແຕ່ວ່າເຈົ້າຂອງແທ້ໆກະບໍ່ມາ. ສະແດງວ່າຂະເຈົ້າກະບໍ່ມີຄວາມສົນໃຈປານໃດ ລະກະບໍ່ມີ ຄືວ່າບໍ່ກະຕືລືລົ້ນນີ້ນ່າ ທີ່ຊິເບິ່ງແຍງປະຊາຊົນນີ້ນ່າ ຜູ້ທີ່ເຂົາປະສົພກັບບັນຫາຈາກໂຄງການໂຕນີ້. ຂະເຈົ້າໜ້າຈະໜ້າອາຍໂຕເອງນີ້ນ່າ ທີ່ຂະເຈົ້າຍັງປະຕິເສດຄວາມເປັນຈິງນີ້ນ່າ ລະກະເພື່ອຜົລປໂຍດຂອງຂະເຈົ້າ ໃນເວລາທີ່ປະຊາຊົນທຸກຍາກທີ່ສຸດຢູ່ໃນໝູ່ບ້ານນີ້ນ່າ.”

ຍານາງ ເປຣມຣຶດີ ດາວເຣືອງ, ເຈົ້າໜ້າທີ່ອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ແລະ ຜູ້ປະສານງານເຄືອຂ່າຍເຝົ້າຣະວັງການລົງທຶນດ້ານ ເຂື່ອນໃນລາວ ຫຼື Lao Dam Investment Monitor (LDIM) ກໍໄດ້ໃຫ້ສຳພາດແກ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ ຫຼືພາຍຫຼັງ ທີ່ທາງການລາວ ໄດ້ອອກມາຊີ້ແຈງເຖິງຜົລການສຶກສາຫາສາເຫຕເຂື່ອນເຊປຽນ-ເຊນ້ຳນ້ອຍແຕກວ່າ ມີຄວາມເປັນໄປໄດ້ທີ່ຜົລການສຶກສາ ຫາສາເຫຕເຂື່ອນແຕກ ຍັງບໍ່ເປັນທີ່ຈະແຈ້ງ ແລະ ເປັນທີ່ຍອມຮັບຂອງທັງ 2 ຝ່າຍ ຈຶ່ງອາຈເຮັດໃຫ້ການຊົດເຊີຍມີຄວາມຫຼ້າຊ້າຄືແນວນີ້.

“ຜົລການສຶກສາມັນຈະມີຜົລເຣື້ອງອື່ນໆ ເຊັ່ນການຊົດເຊີຍ. ຄຳຖາມກໍຄືວ່າຖ້າຍັງສັບສົນກັນຢູ່ ເຮົາຈະຍຶດຖືເອົາອັນໃດເປັນຫຼັກ ແລ້ວທີ່ເຮົາ ເຫັນຖແລງທັ້ງທາງຣັຖບານລາວກໍຕາມ ທາງບໍຣິສັດກໍຕາມ ບໍ່ໄດ້ເວົ້າເຖິງເຣື້ອງພວກນີ້, ມີແຕ່ວ່າຖົກຖຽງກັນໃນເນື້ອຫາການສຶກສາ ເທົ່ານັ້ນເອງ. ຄືປະເດັນກໍຄືພວກເຮົາບໍ່ແນ່ໃຈວ່າ ທີ່ຜ່ານມາແລ້ວເກືອບ 1 ປີ ເກີດຫຍັງຂຶ້ນແດ່? ມີການເຮັດວຽກກັບຊາວບ້ານໃນພື້ນທີ່ນີ້ ເປັນການຊົດເຊີຍຫຼືບໍ່? ຫຼືວ່າເປັນການເອົງງົບປະມານຈາກສ່ວນໃດມາໃຊ້? ຄົນຂ້າງນອກບໍ່ເຂົ້າໃຈເລີຍ. ເພາະສະນັ້ນການຊົດເຊີຍ ຈະເກີດຂຶ້ນແລ້ວ ຫຼືບໍ່? ອາຈເກີດ ຫຼືບໍ່ເກີດກໍໄດ້.”

ນັ້ນແມ່ນຄຳໃຫ້ສຳພາດຂອງຍານາງ ເປຣມຣຶດີ ດາວເຣືອງ.

ທ່ານຜູ້ຟັງ, ເຖິງວ່າຫຼາຍຝ່າຍຈະອອກມາສແດງຄວາມເປັນຫ່ວງໄປໃຍ ທັງໃນສພາ ແລະ ນອກສພາກໍຕາມ, ແຕ່ສິ່ງນຶ່ງທີ່ເລັ່ງດ່ວນ ທີ່ສຸດທີ່ທຸກຝ່າຍເຫັນດີຮ່ວມກັນແລ້ວກໍແມ່ນວ່າ ຊີວິຕການເປັນຢູ່ຂອງຊາວບ້ານຜູ້ປະສົພພັຍເຂື່ອນແຕກຈຳນວນຫຼາຍ 1,000 ຊີວິຕນັ້ນ ແມ່ນພວມຕົກຢູ່ໃນສພາວະທີ່ລຳບາກຍາກແຄ້ນແສນເຂນ ຄວນໄດ້ຮັບການຊ່ອຍເຫຼືອຈາກທຸກພາກສ່ວນໃຫ້ດີກວ່າທີ່ເປັນຢູ່ນີ້ ຢ່າງບໍ່ຕ້ອງ ມີເງື່ອນໄຂໃດໆ ແລະ ບໍ່ສາມາດລໍຖ້າເວລາໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org