ຫຼັງເຂື່ອນແຕກ 4 ປີ ປະຊາຊົນ ທຸກກວ່າເກົ່າ
ເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຜ່ານໄປເປັນເວລາ 4 ປີ ແລ້ວ, ແຕ່ ຊີວິຕການເປັນຢູ່ ຂອງປະຊາຊົນ ຢູ່ເມືອງສນາມໄຊ ແຂວງອັດຕະປື ຍັງບໍ່ສາມາດຟື້ນຟູ ໃຫ້ກັບຄືນໄປ ສະພາບເກົ່າ ກ່ອນເຫດການເຂື່ອນແຕກ.
-
ອຸ່ນແກ້ວ
2022-08-05 -
-
-
Your browser doesn’t support HTML5 audio
ປະຊາຊົນ ຢູ່ເມືອງສນາມ ໄຊແຂວງອັດຕະປື ຈຳນວນຫຼາຍ 1,000 ຄອບຄົວ ຜູ້ທີ່ໄດ້ຮັບຜົລກະທົບຈາກເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍ ມາເປັນເວລາ 4 ປີ ຍັງບໍ່ສາມາດຟື້ນຟູຊີວິຕ ການເປັນຢູ່ຂອງເຂົາເຈົ້າໄດ້.
ປະຊາຊົນບາງຄົນ ກໍບອກວ່າ ຊີວິຕການເປັນຢູ່ ຂອງເຂົາເຈົ້າຍັງບໍ່ດີຂຶ້ນ ແຕ່ຍິ່ງທຸກກວ່າເກົ່າ, ບາງຄົນກໍບອກວ່າ ຊີວິຕການເປັນຢູ່ເຂົາ ບໍ່ມີວັນທີ່ຈະກັບໄປດີຄືກັບຊີວິຕການເປັນຢູ່ ກ່ອນເຫດການເຂື່ອນແຕກ.
ປະຊາຊົນຊາວເມືອງ ສນາມໄຊ ທ່ານນຶ່ງ ໄດ້ໃຫ້ສຳພາດຕໍ່ວິທຍຸເອເຊັຽເສຣີ ວ່າ:
“ເວົ້າເຣື່ອງຄວາທຸກ ຫຼັງເຂື່ອນແຕກມາ ມັນກະທຸກກວ່າເກົ່າຫັ້ນແຫຼ ກະສ່ວນຫຼາຍກະແມ່ນຍັງທຸກຫັ້ນແຫຼ ນາບ້ານເກົ່າ ກະຍັງເຮັດບໍ່ໄດ້ ມັນຫຼົ່ມມັນຂີ້ຕົມ ເຂື່ອນແຕກມາໃສ່ ກະຜູ້ໃດເຮັດໄດ້ ກະຫອຍກິນແດ່.
ດິນທີ່ເພິ່ນມອບໝາຍໃຫ້ ດິນທີ່ເພິ່ນປັນໃຫ້ ກະໄດ້ແຕ່ໃບຕາດິນ, ໃບຕາດິນຂອບທອງຄັກແນ່ແຫຼ ເພິ່ນໃຫ້ ຫາກແຕ່ວ່າດິນບໍ່ໄດ້, ບ້ານເຂົາເອົາ ບ້ານເຂົາກະວ່າ ໄປບຸກລຸກບ້ານເຂົາ ເຂົາກະບໍ່ໃຫ້ ໃຜໄປເຮັດເຂົາກະຊິຂ້າຊິຟັນ ໄປບຸກເບີກເຂດບ້ານເຂົາ ເຂົາບໍ່ໃຫ້.”
ນັກຂ່າວ: ຊີວິຕຫຼັງຈາກ 4 ປີ ມັນຈະສາມາດກັບຄືນໄປ ດີຄືເກົ່າບໍ່?
ປະຊາຊົນ: “ບໍ່ດີດອກ ຍັງບໍ່ທັນດີ ຍັງບໍ່ທັນໄດ້ ເພາະວ່າ ບາງຄອບຄົວນີ້ ເຂົາຊິກິນກະຍັງບໍ່ມີ ເຂົາຊິກິນເງິນຊິໃຊ້ຍັງບໍ່ມີ ຍິ່ງຕື່ມ ຄືເສຖກິຈ ສູ່ມື້ນີ້ ແຕ່ວ່າ ຄອບຄົວ ມີທ່າແຮງຂະເຈົ້າ ໄປຫາເຮັດສວນແບບວ່າບໍ່ແມ່ນ ຂອງຣັຖຊ່ອຍ ໄປຫາເອງ ໄປຫາຊື້ດິນຊື້ດອນ ຢູ່ນຳນອກນຳນາຫັ້ນ. ກະຍັງໄຄແດ່ ພວກອອກຈາກສູນ ໄປຫາຢູ່ບ້ານອື່ນ ເຮື່ອນທີ່ເພິ່ນເຮັດໃຫ້ຈຳນວນນຶ່ງ ຈຳນວນກະຍັງບໍ່ທັນແລ້ວ ເຂົາກະໄປປຸກຕຸບປຸກສັງຢູ່ ສູນພັກຊົ່ວຄາວ ເຂົາກະໃຫ້ອອກໝົດ.”
ນັກຂ່າວ: ຊີວິຕການເປັນຢູ່ ຂອງປະຊາຊົນລາວ ທັງເຮົາເອງນີ້ ຊິສາມາດກັບຄືນໄປດີ ຄືກັນກັບຊີວິຕກ່ອນເຂື່ອນແຕກບໍ່?
ປະຊາຊົນ: “ກະຊິບໍ່ໄດ້ດອກ ໄດ້ກະຊິໃຊ້ເວລາຍາວ ຄູ່ມື້ນີ້ເສຖກິຈກະຄື ໄດ້ຍິນນຳກັນ ແຕ່ວ່າ ຄ່າຂອງ 5,000 ກີບ ກະຊິຂຶ້ນ 10,000 ກີບ ຄືນານີ້ ກະເຮັດບໍ່ໄດ້ແຫຼ ຄື ນາບ້ານເກົ່ານີ້ກະດາຍ.
ລາຄາເຂົ້າໂລນຶ່ງກະ 10 ປາຍພັນ ລະສູ່ມື້ນີ້ 15,000 ລະໃດ ເຂົາສານ ຄືເຮົາຢູ່ບ້ານເກົ່າ ຍັງວ່າ ຫາເກັບຜັກຫັກໜໍ່ໄມ້ ຍັງວ່າ ເຮົາເຮັດນາກະໄດ້ຫຼາຍເດ້ເຂົ້າແຕ່ກ່ອນ.”
ນັກຂ່າວ: ທຽບໃສ່ ເຮັດສວນມັນຕົ້ນ ກັບເຮັດນາ ອັນໃດມັນດີກ່ອນນິ?
ປະຊາຊົນ: “ເຮັດມັນຕົ້ນຫັ້ນແຫຼ ມັນດີກ່ອນ ແຕ່ວ່າ ມັນກະທ່າແຮງອີກ ເຮົາຊິໄປຊອກຫາດິນ ເພາະມັນບໍ່ມີດິນເປັນຂອງໂຕເອງ ສ່ວນຫຼານຂະເຈົ້າກະໄປຫາເຊົ່າຂອງໝູ່ ເພາະວ່າ ຊາມຊິໄດ້ດິນເປັນຂອງໂຕເອງ ມັນກະໄດ້ລົງທຶນຫຼາຍ.”
ນັກຂ່າວ: ຖືວ່າ 4 ປີນີ້ ຍັງບໍ່ຄືເກົ່າເນາະ?
ປະຊາຊົນ: “ຍັງຍັງ ຖືວ່າຍັງທຸກຄືເກົ່າ ຜູ້ທູກກວ່າເກົ່າກໍມີ.”
ນັກຂ່າວ: ອັນທຸກນີ້ ມັນທຸກຈັ່ງໃດກັນແທ້ ເວົ້າສູ່ຟັງແດ່ ທຸກແນວໃດ?
ປະຊາຊົນ: “ນຶ່ງມາມັນບໍ່ແມ່ນ ບ້ານໂຕເອງ ທີ່ເຄີຍຢູ່ ບ່ອນຫາຢູ່ຫາກິນມັນກະໄກ ອອກຈາກບ້ານເກົ່າມາ ມັນກະ 10 ຫຼັກ ຈັ່ງມີບ່ອນຫາກິນ ເຂົ້າກິນກະບໍ່ມີ ເພາະວ່າ ເຮົາເຮັດນາບໍ່ໄດ້ ບໍ່ຄືຢູ່ບ້ານເກົ່າໃດ ມັນບໍ່ຄືເກົ່າໃດແຕ່ກີ້. ເພາະວ່າ ມັນບໍ່ມີດິນທຳການຜລິຕ ດິນທຳການຜລິຕ ເພິ່ນເບີກໃຫ້ຈ່າຍໃຫ້ ມັນກະຍັງບໍ່ໄດ້ ມັນກະຍາດແຍ່ງກັນຢູ່.”
ນັກຂ່າວ: ມີຈັກຄອບຄົວ ທີ່ຍັງບໍ່ທັນໄດ້ດິນ ເຮັດການຜລິຕນີ້?
ປະຊາຊົນ: “ຂ້ອຍໄດ້ຍິນເພິ່ນປະຊຸມຢູ່ວ່າ ມີແຕ່ 10 ຄອບຄົວ ນຶ່ງໃດ ໄດ້ເຮັດ. ບ້ານ 200 ປາຍຄອບຄົວ, 2 ບ້ານ ມັນກະ 400 ປາຍຄອບຄົວ ບໍ່ເຖິງ 50 ຄອບຄົວໃດ ໄດ້ໄປເຮັດ.”
ນັກຂ່າວ: ໂດຍສເລັ່ຽ ເຂົາເຈົ້າຊົດເຊີຍ ດິນການຜລິດໃຫ້ຈັກຄອບຄົວນີ້ ໂດຍສເລັ່ຽທັງໝົດນີ້?
ປະຊາຊົນ: “ເພິ່ນກະໃຫ້ໝົດບ້ານນິ. ຂັ້ນ 3 ຄົນ ເພິ່ນກະໃຫ້ 2 ເຮັກຕ້າຣ໌. ຂັ້ນ 2 ຄົນ ເພິ່ນກະໃຫ້ 2 ເຮັກຕ້າຣ໌ ຄືກັນ, ຜູ້ດຽວ ເພິ່ນຈັ່ງໃຫ້ ເຮັກຕ້າຣ໌ 5 ຄົນຂຶ້ນໄປ ເພິ່ນໃຫ້ 3 ເຮັກຕ້າຣ໌, ມັນບໍ່ໄດ້ດິນຫັ້ນອີກ ມັນກະໄດ້ແຕ່ ຊື້ໃບທະບຽນມາໄວ້ຊື່ໆ.”
ນັກຂ່າວ: ເພິ່ນຄືວ່າ ເພິ່ນແຈກຢາຍໃຫ້ຫຼາຍ 1,000 ເຮັກຕ້າຣ໌ລະ?
ປະຊາຊົນ: “ກະແມ່ນ ດິນທີ່ວ່າ ເພິ່ນໃຫ້ ຫາກແຕ່ວ່າ ມັນບໍ່ໄດ້ໂຕຈິງ ມັນໄດ້ຕັ້ງແຕ່ຊື່ມັນ ຄືເວົ້າ ຄັນມັນໄດ້ດິນໂຕນັ້ນ ກະໄດ້ລົງໄປເຮັດກະໄຄແດ່.”
ຊີວິດການເປັນຢູ່ ເຂົາເຈົ້າ ຍັງບໍ່ສາມາດກັບຄື ໄປເປັນປົກກະຕິໄດ້ ແລະ ຍາກທີ່ຈະກັບຄືນໄປໃຫ້ໄດ້ດີຄືເກົ່າ ເພາະວ່າ ເຂົາເຈົ້າບໍ່ສາມາດເຮັດນາໄດ້.
ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ໂອ້ໂຕນີ້ ອ້າຍວ່າ ຢ້ານບໍ່ທໍ່ເກົ່າ ເພາະວ່າ ເຮົາມາໃຊ້ຊີວິຕແບບນີ້ ມັນບໍ່ຄົງທີ່ ແຕ່ຄວາມຈິງກະຢາກໃຫ້ມັນ ເຂົ້າສູ່ເດີມຫັ້ນແຫຼ ໂດຍສະເພາະແມ່ນ ທຳມາຫາກິນຫັ້ນນ່າ ໄຮ່ນາຕາກ້າຄືເກົ່າຫັ້ນແຫຼ.
ນັບແຕ່ເກີດເຫດມາ ໄຮ່ນາຕາກ້າ ຍັງບໍ່ທົດເຮັດຈັກເທື່ອນ່າ ສະເພາະນາ ຂອງມັນເຮັດບໍ່ໄດ້.”
ນັກຂ່າວ: ມັນຄາຫຍັງ ຄ່ອຍເຮັດບໍ່ໄດ້?
ປະຊາຊົນ: “ແບບວ່າ ເພິ່ນຫັ້ນກູ້ໃຫ້ເຮົາບໍ່ໄດ້ຫັ້ນນ່າ ມັນເປັນຫຼຸບ ເປັນໂນນ ເປັນໜອງ ຄວນທີ່ເພິ່ນຊິກວາດ ຊິສ້ອມ ຊິແປງໃຫ້ເຮົາ ໃຫ້ມັນຄືນສະພາບເດີມ ອັນນີ້ ເພິ່ນລອກແຕ່ທາງໜ້າມັນ ລະກະວ່າໝົດທຶນ.
ມາຮອດປັດຈຸບັນນີ້ ພໍ່ແມ່ປະຊາຊົນນີ້ ອົດຢາກໝາກແຄ້ນກະຫຼາຍ ຂອງໄຮ່ນາຕາກ້າເພິ່ນຟື້ນຟູໃຫ້ກະບໍ່ແລ້ວ ແລ້ວແຕ່ຄອງເໝືອງຝາຍເນາະ ຄອງຊົລປະທານ ບາດນີ້ ນາເຂົາພັດເຮັດບໍ່ໄດ້.”
ນັກຂ່າວ: ມີຫຼາຍຄອບຄົວປານໃດ ທີ່ບໍ່ສາມາດເຮັດນາໄດ້ຕອນນີ້?
ປະຊາຊົນ: “ໂອ້ຢາກວ່າ ຄັນເຮົາທຽບເປັນເປີເຊັນ 85 ເປີເຊັນ ຂອງມັນໝັກກວ່າໝູ່ ຄອງຊົລປະທານເພິ່ນແລ້ວ ຫາກແຕ່ວ່າ ພື້ນທີ່ເຮົາບໍ່ສາມາດນຳໃຊ້ໄດ້ ຢ້ານວ່າ ເພິ່ນຟື້ນຟູໃຫ້ເຮົາບໍ່ທັນເຕັມ 100 ຫັ້ນແຫຼ.”
ນັກຂ່າວ: ຄືວ່າ ແຂວງເພິ່ນວ່າ ເພິ່ນຟື້ນຟູໃຫ້ລະໂຕນີ້?
ປະຊາຊົນ: “ກະເພິ່ນເບີກໄປຊື່ໆ ເບີກໄປຊື່ໆ ແຕ່ບ່ອນມັນທັບຖົມໄປແຮງໆ ກໍຍັງຄືເກົ່າ ເບີກແບບວ່າ ເສດເຫຼືອຍູ້ໄປຊື່ໆ ແຕ່ວ່າ ສິ່ງທີ່ມັນຝັງຢູ່ໃນດິນ ເປັນໝາມໝາກຈັບ ເປັນເສົາໄຟຟ້າ ເປັນໄມ້ນອນຂອນຕາຍ ມັນຍັງຄືເກົ່າ ປະຊາຊົນເຂົາກະບໍ່ສາມາດເຮັດໄດ້.”
ນັກຂ່າວ: ຂັ້ນບໍ່ໄດ້ເຮັດໄຮ່ ເຮັດນາກິນ ເຮົາຢູ່ຈັ່ງໃດຊັ້ນນະ?
ປະຊາຊົນ: “ໂອ້ຍນ້ອງເອີຍ ເພິ່ນແບ່ງເນື້ອທີ່ກະສິກັມໃຫ້ ເຮັດສວນມັນຕົ້ນ ຜູ້ລະນຶ່ງເຮັກຕ້າຣ໌ໄປກ່ອນ ຄັນຊັ້ນລະ ມັນບໍ່ກຸ້ມກິນດອກ ໝົດມັນນຶ່ງເຮັກຕ້າຣ໌ ມັນກະໝົດເຂົ້າກິນ ອີ່ຫຍັງກະຢູ່ໃນຫັ້ນ.”
ນັກວິຊາການເຫັນວ່າ ການຟື້ຟູຊີວິຕການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ ຍ້ອນວ່າ ເຂົາເຈົ້າບໍ່ສາມາດເຮັດນາໄດ້ ເຊິ່ງປະຊາຊົນສ່ວນນຶ່ງ ກໍໃຊ້ດິນ ຫຼື ເຊົ່າດິນປູກມັນຕົ້ນ,
ສາສຕຣາຈານ Ian Baird ຈາກມະຫາວິທຍາໄລ Wisconsin-Madison ຢູ່ຣັຖ Wisconsin ສະຫະຣັຖອາເມຣິກາ ໄດ້ໃຫ້ສັມພາດວ່າ:
“ຖ້າເວົ້າເຖິງແຜນແຕ່ກ່ອນຫັ້ນນ່າ ມັນກະຄື ປະຊາຊົນ ທີ່ຖືກຜົລກະທົບໄດ້ໜ້ອຍ ໄດ້ໜ້ອຍຫຼາຍ ເພາະວ່າ ມັນ ມັນເກີດຜົລກະທົບຕໍ່ຊີວິດຕ ຂອງເຂົາຫຼາຍພໍສົມຄວນ. ແຕ່ວ່າ ການຊົດເຊີຍນີ້ ມັນບໍ່ຄ່ອຍ ຖ້າຄຶດເຣື່ອງເສັຽເວລາຂອງເຂົາເຈົ້າ ເສັຽໄປຢູ່ໃນແບບສູນອົພຍົບໃຫ້ຫັ້ນ ໃນເວລາຫຼາຍປີເນາະ ອັນນີ້ ໜ້າຈະມີຄ່າຊົດເຊີຍຫຼາຍກວ່ານີ້.”
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍອ້າງວ່າ ໄດ້ດຳເນີນການຟື້ນຟູຊີວິຕ ການເປັນຢູ່ຂອງປະຊາຊົນແລ້ວ, ບໍ່ວ່າຈະເປັນການຈັດສັນທີ່ດິນ ແລະ ການສ້າງຊົລປະທານ ໃຫ້ປະຊາຊົນສາມາ ດຜລິຕກະສິກັມໄດ້.
ທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງສນາມໄຊ ແຂວງອັດຕະປື ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ເຮືອນນີ້ ກະຖືວ່າ ໄດ້ 90 ປາຍກວ່າເປີເຊັນ.”
ນັກຂ່າວ: ເຈົ້າແລ້ວຈັກຫຼັງລະ ປັດຈຸບັນນີ້?
ເຈົ້າເມືອງ: “90 ປາຍເປີເຊັນ ກະຊິບໍ່ທັນເຖິງ 700 ປະມານ 500 ປາຍຫຼັງ.”
ນັກຂ່າວ: ແຕ່ວ່າໂຕທີ່ນາຄົງທີ່ເຂົາເຈົ້າເດ້ ເຂົາເຈົ້າຄືວ່າ ບໍ່ໄດ້ເຮັດນາ ປັດຈຸບັນນີ້ ເຂົາເຈົ້າຊິມີເຂົ້າກິນໄດ້ແນວໃດ ທ່ານ?
ເຈົ້າເມືອງ: “ເຮັດຢູ່ໃດ໋ນາ ໃຜໃຜວ່າບໍ່ໄດ້ເຮັດ ເຮັດແຕ່ລະປີ ປີກາຍນີ້ ກະໄດ້ເຂົ້າໝາກຫຼາຍໆ.”
ນັກຂ່າວ: ລະບົບຊົລປະທານ ເປັນແນວໃດ?
ເຈົ້າເມືອງ: “ລະບົບຊົລປະມານ ກະປົກຕິ ຖືວ່າສຳເຣັດແລ້ວ.”
ນັກຂ່າວ: ແຕ່ວ່າ ນານີ້ ໄດ້ເຮັດຈັກຄອບຄົວ ທັງໝົດນີ້ນະ ມັນສາມາດເຮັດໄດ້ໝົດຫວະ?
ເຈົ້າເມືອງ: “ມີຈຳນວນນຶ່ງມັນກະເຮັດບໍ່ໄດ້ ແນວວ່າ ນ້ຳມັນທະລຸລົງມາແກ່ຂີ້ຫິນ ຫຼືວ່າ ຂີ້ຊາຍຫັ້ນນ່າ.”
ນັກຂ່າວ: ແກ້ໄຂໃຫ້ເຂົາເຈົ້າແນວໃດ ຖ້າເຂົາເຈົ້າເຮັດບໍ່ໄດ້ ທ່ານ?
ເຈົ້າເມືອງ: “ແກ້ໄຂນີ້ກະແບບດຽວກັບ ຜ່ານມາທີ່ເຮົາເຄີຍໄດ້ຍິນຫັ້ນແຫຼະ ທາງພາກຣັຖຂອງເຮົາກະໄດ້ບຸກເບີກເນື້ອທີ່ດິນ ທີ່ທຳການຜລິດຕ ໃຫ້ຈຳນວນນຶ່ງ ໃຫ້ແກ່ພໍ່ແມ່ປະຊາຊົນຫັ້ນແຫຼະ ເພື່ອເຂົາເຮັດຊົດເຊີຍ ໂຕທີ່ເຂົາເຮັດບໍ່ໄດ້ຫັ້ນ.”
ນັກຂ່າວ: ຫຼາຍປານໃດລະ ບຸກເບີກເນື້ອທີ່ ທ່ານ?
ເຈົ້າເມືອງ: “ເນື້ອທີ່ທຳການຜລິດຕ ຂອງພວກເຮົາກະປະມານ 1,000 ປາຍກວ່າ ເຮັກຕ້າຣ໌.”
ນັກຂ່າວ: ໃຫ້ຈັກຄອບຄົວນີ້?
ເຈົ້າເມືອງ: “ຄອບຄົວທີ່ຢູ່ໃນບ້ານປະສົບພັຍນີ້ 4-5 ບ້ານນີ້ແຫຼວ ມີຈຳນວນນຶ່ງ ເຂົາກະເຮັດນາເກົ່າ ຈຳນວນນຶ່ງ ເຂົາກະຍ້າຍໄປຢູ່ບ່ອນໃໝ່.”
ນັກຂ່າວ: ໃຫ້ເຂົາເຈົ້າມັນຕົ້ນນີ້ ຫຼາຍຄອບຄົວນີ້ປູກມັນຕົ້ນນີ້ ມັນທົດແທນການເຮັດນາ ໄດ້ຢູ່ຫວະທ່ານ?
ເຈົ້າເມືອງ: “ຖ້າທຽບໃສ່ຜົລຜລິຕ ທີ່ພວກເຮົາເຮັດ ປັດຈຸບັນນີ້ ກະຖືວ່າໄດ້ຫັ້ນແຫຼະ ຫາກແຕ່ວ່າ ເຮັກຕ້າຣ໌ນຶ່ງ ເຂົາກະໄດ້ 20-30 ລ້ານກີບ ເຂົາກະສາມາດຊື້ໄດ້ກະກຸ້ມ.”
ນັກຂ່າວ: ສ່ວນວ່າ ອັນນາທີ່ເຂົາເຈົ້າບໍ່ສາມາດເຮັດໄດ້ ດິນທີ່ເຂົາເຈົ້າບໍ່ສາມາດໄປເຮັດໄດ້ເດ້ ເຂົາເຈົ້າກະວ່າ ມັນ ເປັນຈັ່ງໃດຄືວ່າ ບຸກເບີກໄປຊື່ໆ ຫັ້ນນ່າ ການຊັບຊົ່ວ ມັນກະຍັງບໍ່ຄົງທີ່ຢູ່ຫັ້ນນ່າ ໂຕນີ້ທ່ານເຈົ້າເມືອງເຫັນວ່າ ຈັ່ງໃດນີ້ນະ?
ເຈົ້າເມືອງ: “ມັນກະຄ່ອຍແກ້ກັນໄປແນວນັ້ນແຫຼະ ຈະໃຫ້ໄດ້ໝົດທັງເຣື່ອງຜົລກະທົບຫຍັງຕ່າງໆ ຊິໃຫ້ພຶບພັບບາດດຽວ ທ່ານ ກະຊິຮູ້ ທ່ານເຄີຍເຮັດວຽກວິຊາການ ທາງດ້ານອັນອື່ນມາແລ້ວເນາະ ໃຫ້ມັນຮອດດິນເໝືອນ ຂອງເກົ່ານີ້ ມັນກະເທວະດາເຮັດ ກະຍັງຢາກຍາກ. ກະຊິຄ່ອຍເຮັດໄປ ຄ່ອຍແກ້ໄຂໄປ ແຕ່ລະປີມັນເປັນຈັ່ງໃດ ພວກເຮົາກະຄ່ອຍເຮັດໄປຫັ້ນແຫຼະ.”
ນັກຂ່າວ: ຊີວິດການເປັນຢູ່ເຂົາເຈົ້າ ມັນຊິກັບຄືໄປເປັນປົກຕິ ຄືກັບ ກ່ອນເຫດການເຂື່ອນແຕກບໍ່ນິ?
ເຈົ້າເມືອງ: “ໂຕນີ້ສະພາບເມືອງສນາມໄຊ ຂອງພວກເຮົາ ທ່ານອາຈຮູ້ ເຫດການຫຼາຍອັນພວກເຮົາ ກະສະພາບດິນຟ້າອາກາດ ແຕ່ລະປີ. ແຕ່ລະປີ ໂດຍອີງໃສ່ແຜນຍຸທສາຕ ໃນການພັທນາ ຂອງພວກເຮົາ ກ້າວໄປໃສ່ຈຸດເດີມແຕ່ວ່າ ສະພາບດິນຟ້າອາກາດແຕ່ລະປີ ຊິມີຫຍັງກະທົບໃສ່ ຄືນ້ຳຖ້ວມ ຊິໃຫ້ມັນກ້າວໄປສູ່ຈຸດເດີມມັນກະຫາກຍາກ. ໂດຍລວມລະ ພວກເຮົາກະມີແຜນຫັ້ນແຫຼະ ແລະ ເຮືອນຊານບ້ານຊ່ອງພວກເຮົາກະປຸກໃຫ້ ບາງເທື່ອຜູ້ໄດ້ຊ່ຳເກົ່າ ບາງເທື່ອຜູ້ໄດ້ຫຼຸດເກົ່າ ລື່ນເກົ່າ ສະພາບການແກ້ໄຂ ສົ່ງເສີມອາຊີບຈຳນວນນຶ່ງ ໃຫ້ເຂົາຫັ້ນແຫຼະ.”
ເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເກີດຂຶ້ນໃນວັນທີ 23 ກໍຣະກະດາ 2018 ເຮັດໃຫ້ມີຜູ້ເສັຽຊີວິຕ 71 ຄົນ ແລະ ມີປະຊາຊົນ ໄດ້ຮັບຜົລກະທົບຫຼາຍ 1,000 ຄອບຄົວ.