ຜູ້ປະສົບພັຍ ເຂື່ອນແຕກ ຍັງມີການເປັນຢູ່ ບໍ່ດີຂຶ້ນເທົ່າທີ່ຄວນ

ຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ຍັງມີຊິິວິຕການເປັນຢູ່ ບໍ່ດີຂຶ້ນເທົ່າທີ່ຄວນ, ຫຼາຍຄົນຍັງຢູ່ເຮືອນພັກຊົວຄາວ ຍ້ອນເຮືອນຖາວອນຍັງສ້າງ ບໍ່ທັນແລ້ວໝົດເທື່ອ ສໍາລັບການກໍ່ສ້າງເຮືອນຖາວອນ ໃຫ້ຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊນັ້ນ ປັດຈຸບັນ ສ້າງສໍາເຣັດພຽງແຕ່ 322 ຫຼັງ ບໍ່ຮອດເຄິ່ງນຶ່ງ ຂອງຈໍານວນທັງໝົດ 700 ຫຼັງ.

ເຮືອນຖາວອນ 700 ຫຼັງ ຂອງປະຊາຊົນ ຜູ້ປະສົບພັຍ ເຂື່ອນແຕກ ກໍາລັງເຣີ່ມກໍ່ສ້າງ ໂດຍເຈົ້າຂອງໂຄງການ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ທີ່ຍັງສ້າງບໍ່ສຳເຣັດ ແລະ ເລື່ອນໄລຍະເວລາການກໍ່ສ້າງອອກໄປຕື່ມອີກ. ນັກຂ່າວ ພົລເມືອງ

ຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ຍັງມີຊິິວິຕການເປັນຢູ່ ບໍ່ດີຂຶ້ນເທົ່າທີ່ຄວນ  ຫຼາຍຄົນຍັງຢູ່ເຮືອນພັກຊົວຄາວຢູ່ ຍ້ອນເຮືອນຖາວອນຍັງສ້າງບໍ່ທັນແລ້ວໝົດເທື່ອ.

ສໍາລັບການກໍ່ສ້າງເຮືອນຖາວອນ ໃຫ້ຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊນັ້ນ ປັດຈຸບັນ ສ້າງສໍາເຣັດພຽງແຕ່ 322 ຫຼັງ ບໍ່ຮອດເຄິ່ງນຶ່ງ ຂອງຈໍານວນທັງໝົດ 700 ຫຼັງ.

ສ່ວນເງິນອັດຕຣາກິນ ແລະເງິນແຮຖົງ ຈໍານວນ 250,000 ກີບ ຕໍ່ຄົນຕໍ່ເດືອນ ຮວມທັງເຂົ້າສານ ທີ່ທາງພັກ-ຣັຖ ເຄີຍຈ່າຍໃຫ້ນັ້ນ ກໍຖືກຕັດມາດົນແລ້ວ ເຮັດໃຫ້ຊີວິດການເປັນຢູ່ຂອງຊາວບ້ານ ຜູ້ປະສົບພັຍເຂື່ອນແຕກໃນທຸກມື້ນີ້ ຍິ່ງລໍາບາກຫຼາຍ ສໍາລັບຜູ້ທີ່ຍັງເຮືອນພັກຊົ່ວຄາວ ເພື່ອລໍຖ້າໃຫ້ເຮືອນຢູ່ຖາວອນນັ້ນສ້າງສໍາເຣັດ ບາງຄອບຄົວ ຈົນໄດ້ຍ້າຍອອກໄປປຸກຕູບນ້ອຍ ຢູ່ໄຮ່ຢູ່ສວນເປັນການຖາວອນ ຍ້ອນເຮືອນພັກຊົ່ວຄາວເກົ່າ ແລະຄັບແຄບນໍາດ້ວຍ ແລະວັນທີ່ 23 ກໍຣະກະດາ ທີ່ຈະມາເຖິງນີ້ ກໍຈະຄົບຮອບ ເຂື່ອນແຕກ 4 ປີແລ້ວ ແຕ່ຊິິວິດການເປັນຢູ່ ຂອງຊາວບ້ານຜູ້ປະສົບພັຍ ຍັງບໍ່ດີຂຶ້ນເທົ່າທີ່.

ດັ່ງຊາວບ້ານຄົນນຶ່ງ ທີ່ໄດ້ຮັບຜົລກະທົບເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 20 ກໍຣະກະດາ ນີ້ວ່າ:

“ອີກ 3 ມື້ ກະຄົບຮອບແລ້ວ ໄຄຂຶ້ນອີກໜ້ອຍນຶ່ງ ກະໄດ້ຫາເງິນຫາຫຍັງເຮັດເຮືອນເອງ ຊື້ເຂົ້າຊື້ຫຍັງກິນເອງຈັ່ງຊີ້ ກະແບບຍັງລໍາບາກຄືເກົ່າຢູ່ ເງິນເດືອນທີ່ພັກຣັຖເພິ່ນໃຫ້ມາ ອີ່ຫຍັງກະດຽວນີ້ກະບໍ່ໄດ້ແລ້ວຫັ້ນນ່າ.”

ໃນຂະນະດຽວກັນ ຊາວບ້ານອີກຄົນນຶ່ງ ຢູ່ເມືອງສນາມໄຊ ກ່າວວ່າ ໄລຍະ 4 ປີມານີ້ ຖືວ່າ ເປັນການດີ້ນຮົນ ສູ້ຊົນຊີວິຕຢ່າງແທ້ຈິງ ເພາະທຸກຄອບຄົວ ຕ້ອງເຣີ່ມຕົ້ນຊີວິຕໃໝ່ໝົດ ທັງເຣື່ອງການປັບໂຕ ໃຫ້ເຂົ້າກັບສະພາບແວດລ້ອມແບບໃໝ່ ການຊອກຫາວຽກເຮັດງານທໍາ ເພື່ອຫາລາຍໄດ້ມາລ້ຽງຊີວິຕ ແລະ ຄົນໃນຄອບຄົວ ເນື່ອງຈາກທາງການລາວ ໄດ້ຢຸດເຊົາ ການຈ່າຍເງິນເບັ້ຽລ້ຽງປະຈໍາເດືອນໃຫ້ແລ້ວ.

ໄລຍະຜ່ານມາ ມີບາງຄອບຄົວທີ່ໄດ້ຮັບ-ມອບເຮືອນຢູ່ຖາວອນໄປແລ້ວ ແຕ່ກໍຍັງຕ້ອງມາສ້ອມແປງ, ປັບປຸງ ແລະຕົບແຕ່ງເພີ່ມຕື່ມ ເພື່ອໃຫ້ຢູ່ແບບສະບາຍໃຈ ແລະເຂົ້າກັບວິຖີຊີວິຕຂອງຄົນ ໃນຄອບຄົວ ຂະນະທີ່ອີກຫຼາຍຄອບຄົວ ກໍຍັງລໍຖ້າເຮືອນຖາວອນສ້າງສໍາເຣັດ ເພາະຈະໄດ້ໂຍກຍ້າຍເຂົ້າໄປຢູ່ແບບຖາວອນ ຈະໄດ້ມີຄວາມສະດວກສະບາຍຂຶ້ນ ທັງເຣື່ອງນໍ້າກິນນໍ້າໃຊ້ ແລະໄຟຟ້າ.

ດັ່ງຊາວບ້ານຄົນນຶ່ງ ທີ່ໄດ້ຮັບຜົລກະທົບເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 20 ກໍຣະກະດາ ນີ້ວ່າ:

“ບາດນີ້ຮອດປັດຈຸບັນນີ້ ປາກທ້ອງຂອງປະຊາຊົນຫັ້ນແຫຼະ ການດໍາລົງຊີວິຕນີ້ແຫຼະ ການຢູ່ການກິນດຽວນີ້ຊິຕາຍກ່ອນ (ເຮືອນຈັດສັນ) ບໍ່ມີ ບໍ່ມີຄົນຊິເຮັດແລ້ວນ່າ ດຽວນີ້ນ່າ ເຂົາຍາມໄຮ່ຍາມນາ ເງິນບໍ່ສະດວກ ເຂົາກະເມືອເຮັດໄຮ່ເຮັດນາແຫຼະ.”

ສ່ວນຊາວບ້ານອີກຄົນນຶ່ງ ຢູ່ເມືອງສນາມໄຊກ່າວວ່າ ມີຊາວບ້ານຈໍານວນຫຼາຍຄອບຄົວ ບໍ່ຢາກພໍໃຈ ຕໍ່ການດໍາເນີນວຽກງານການຟື້ນຟູ ແລະຊີວິຕການເປັນຢູ່ ຂອງທາງໂຄງການລາວປານໃດ ເພາະໄດ້ຜ່ານມາ 4 ປີແລ້ວ ແຕ່ຊາວບ້ານຍັງບໍ່ໄດ້ຮັບເຮືອນຢູ່ຖາວອນ ຂະນະທີ່ ການພັກເຊົາຢູ່ເຮືອນພັກຊົ່ວຄາວໃນປັດຈຸບັນ ແມ່ນມີຄວາມຫຍຸ້ງຍາກຫຼາຍຢ່າງ ທັງເຣື່ອງນໍ້າກິນ ນໍ້າໃຊ້ ບໍ່ພຽງພໍໃນຊ່ວງຣະດູຮ້ອນ.

ສ່ວນການຊົດເຊີຽເງິນ ໃຫ້ແກ່ຊາວບ້ານ ຣາຍການທີ່ 6 ປະເພດສິ່ງປຸກສ້າງ, ເງິນສົດ, ຄໍາ ແລະ ວັດຖຸມີຄ່າອື່ນໆ ກໍຍັງບໍ່ໄດ້ຮັບເທື່ອ ທັ້ງໆທີ່ມີການເກັບຂໍ້ມູນໄປດົນແລ້ວ ແລ້ວກໍຍັງບໍ່ທັນຮູ້ວ່າ ຈະໄດ້ຮັບເງິນຊົດເຊີຽມື້ໃດ້ແທ້.

ດັ່ງຊາວບ້ານຄົນນຶ່ງ ທີ່ໄດ້ຮັບຜົລກະທົບເຂື່ອນແຕກ ຢູ່ເມືອງສານາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 20 ກໍຣະກະດາ ນີ້ວ່າ:

“ຄັນຊິວ່າແລ້ວ ເຂື່ອນແຕກພ້ອມກັນໃດ໋ ບາງຄົນລະໄດ້ເຮືອນໃໝ່ແລ້ວ ບາງຄົນກະຍັງຢູ່ເຮືອນເຫຼັກຢູ່ ເຂົາກະຢາກວ່າໂຈມຕີຄືກັນໃດ໋ ກັບເງິນຊົດເຊີຽຣາຍການທີ່ 6 ທີ່ວ່າ ແຍກໄປ ຈັກມື້ໃດ້ແຫຼະ ເພາະວ່າ ມັນຖ້າ ບໍ່ທັນໄດ້ຊົດເຊີຽແລ້ວ ເຂົາກະຍັງໄດ້ລ້ຽງເຂົ້າລ້ຽງນໍ້າເນາະ ບາດນີ້ເຂົ້ານໍ້າ ເງິນເດືອນເຂົາກະຕັດອອກ.”

ສໍາລັບວຽກງານ ທາງດ້ານການສຶກສາ ໃນພື້ນທີ່ຜົລກະທົບເຂື່ອນແຕກ ເຊິ່ງມີເດັກນ້ອຍ ແລະ ເຍົາວະຊົນປະມານ 500 ປາຍຄົນ ຈາກທັງໝົດ 6 ບ້ານ ກໍຍັງຮຽນໜັງສືແບບບໍ່ເຕັມເມັດເຕັມໜ່ວຍ ເນື່ອງຈາກອາຄານຮຽນມີໜ້ອຍ, ຫ້ອງຮຽນຄັບແຄບແອອັດ ຈຶ່ງເຮັດໃຫ້ປະສິທທິພາບ ໃນການຮຽນ-ການສອນ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ.

ນອກຈາກນີ້ ໂຮງຮຽນຍັງມີພຽງແຕ່ແຫ່ງດຽວ ແລ້ວຍັງສອນສະເພາະ ແຕ່ລະດັບຊັນປະຖົມເທົ່ານັ້ນ ເຊິ່ງປັດຈຸບັນ ກໍມີບັນຫາວ່າ ເດັກນ້ອຍເຍົາວະຊົນຈໍານວນນຶ່ງ ໄດ້ອອກຈາກໂຮງຮຽນໂດຍບໍ່ຈໍາເປັນ ຍ້ອນມີຄວາມຫຍຸ້ງຍາກ ໃນເຣື່ອງການເດີນທາງ ແລະຄວາມທຸກຍາກຂອງຄອບຄົວ.

ສ່ວນນັກຮຽນໃນລະດັບຊັ້ນມັທຍົມ ຈະຕ້ອງເດີນທາງໄປຮຽນໜັງສື ຢູ່ໂຮງຮຽນໃນໂຕເມືອງສນາມໄຊ ເຊິ່ງມີໄລຍະທາງປະມານ 10 ກິໂລແມັດ ເຊິ່ງໄລຍະ 4 ປີຜ່ານມານີ້ ກໍມີນັກຮຽນຈໍານວນຫຼາຍ ບໍ່ຮຽນຕໍ່ມັທຍົມ ແລະເລືອກທີ່ຈະອອກ ໄປຊອກວຽກເຮັດງານທໍາ ເພື່ອຫາເງິນມາລ້ຽງຄອບຄົວ.

ດັ່ງເຈົ້າໜ້າທີ່ ຜແກນສຶກສາທິການ ແລະກິລາ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 20 ກໍຣະກະດາ ນີ້ວ່າ:

“ບາງບ່ອນກະມີແລ້ວເນາະ ແລະເຮັດກໍ່ສ້າງແລ້ວຫັ້ນນ່າ ບາງບ່ອນກະຍັງ ແຕ່ວ່າໃຫ້ມັນພຽງພໍ ມັນກະບໍ່ພຽງພໍດອກ ດຽວນີ້ນິ່ ມັນກະຍັງມີຫຼາຍບັນຫາ ເຣື່ອງຫ້ອງຮຽນ ອາຄານຮຽນເພີ່ມຫັ້ນແຫຼະເນາະ ແລະກະຫໍພັກແດ່ ບາດນີ້ຢູ່ໃນລະບ້ານຫັ້ນ ເຣື່ອງທຽວຮຽນໄກຢູ່ຫັ້ນນ່າ ບາງຄົນໄກ ເຂົາກະບໍ່ຢາກໄປຫັ້ນນ່າ.”

ຂະນະທີ່ ເຈົ້າໜ້າທີ່ ປົກຄອງເມືອງສນາມໄຊ ແຂວງອັດຕະປື ກ່າວວ່າ ປັດຈຸບັນ ການປະເມີນຜົລເສັຍຫາຍ ປະເພດສິ່ງປຸກສ້າງ, ເງິນສົດ ແລະວັດຖຸມີຄ່າອື່ນໆ ຍັງຢູ່ລະຫວ່າງການດໍາເນີນການ ຍັງບໍ່ທັນສໍາເຣັດ 100% ເທື່ອ ເພາະຈະຕ້ອງເກັບກໍຂໍ້ມູນໃຫ້ລະອຽດ ຈະແຈ້ງຕາມຫຼັກການສາກົລ ແລະຍຸຕິທັມກັບຊາວບ້ານ ຂະນະທີ່ ຜົລເສັຍຫາຍທີ່ເກີດຂຶ້ນ ຈາກເຫດການເຂື່ອນແຕກນັ້ນ ກໍມີຈໍານວນຫຼາຍພັນຄອບຄົວ ຈຶ່ງເກີດຄວາມຊັກຊ້າ.

ສ່ວນສະພາບການຟື້ນຟູ ແລະການປັບປຸງຄຸນນະພາບຊີວິຕ ຂອງຊາວບ້ານ ທີ່ໄດ້ຮັບຜົລກະທົບເຂື່ອນແຕກ ໂດຍຮວມແລ້ວ ຖືວ່າຊາວບ້ານສ່ວນຫຼາຍ ມີຄຸນນະພາບຊີວິຕດີຂຶ້ນຫຼາຍກວ່າເມື່ອ 2-3 ປີກ່ອນ ເພາະທາງໂຄງການເຂື່ອນ ແລະທາງການລາວ ກໍມອບເຮືອນຢູ່ຖາວອນ, ສ້າງອາຊີບຕ່າງໆ ແລະຈັດສັນທີ່ດິນກະສິກັມ ໃຫ້ກັບຊາວບ້ານທໍາການກະເສຕ ເພື່ອບັນເທົາຄວາມທຸກຍາກ ແລະຍັງສ້າງລາຍໄດ້ ໃຫ້ກັບຄອບຄົວນໍາດ້ວຍ.

ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງສນາມໄຊ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 20 ກໍຣະກະດາ ນີ້ວ່າ:

“ເອີ່ກະຄາ ເບິ່ງສະພາບແລ້ວກະໄຄຂຶ້ນຫຼາຍ ບາງສູນຂະເຈົ້າກະບໍ່ໄດ້ຢູ່ສູນ ເພາະວ່າເພິ່ນແບ່ງດິນດອນໃຫ້ ບາງທີ່ເຂົາກະໄປຕຸກຕູບຢູ່ຫັ້ນນ່າ ສ່ວນຫຼາຍແມ່ນລັກສະນະນັ້ນ ເຂົາກະມີດິນທີ່ວ່າເຂົາແບ່ງໃຫ້ ເຂົາກະໄປເຮັດຮົ້ວເຮັດສວນ ປູກມັນ ໂດຍສະເພາະປູກມັນຕົ້ນ.”

ທາງດ້ານຕາງໜ້າສະມາຄົມ ບໍ່ຫວັງຜົລກໍາໄລເພື່ອການພັທນາຊົນນະບົດ ແລະສົ່ງເສີມການກະເສຕແບບຍືນຍົງ ກ່າວວ່າ ຕາມການລົງພື້ນທີ່ເມືອງສນາມໄຊ ເພື່ອໄປສົ່ງເສີມອາຊີບໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບຈາກເຫດເຂື່ອນແຕກ ໃນໄລຍະຜ່ານມາ ປາກົດວ່າ ສະພາບໂດຍຮວມ ຂ້ອນຂ້າງເປັນຫ່ວງຊາວບ້ານຫຼາຍສົມຄວນ ເນື່ອງຈາກ ຊັພຍາກອນທັມມະຊາຕໃນພື້ນທີ່ ໄດ້ຮັບຄວາມເສັຍຫາຍ ແລະເຫຼືອໜ້ອຍລົງ ຂະນະທີ່ ຊາວບ້ານຕ້ອງເພິ່ງພາອາສັຍແຫຼ່ງນໍ້າ, ປ່າໄມ້ ຕາມທັມມະຊາຕ ໃນການທໍາມາຫາກິນ  ເມື່ອຊັພຍາກອນທັມມະຊາຕຫຼຸດລົງ ກໍຈະສົ່ງຜົລເຮັດໃຫ້ວິຖີຊີວິຕ ຂອງຊາວບ້ານເສັຍໄປ ເປັນຕົ້ນ ຊາວບ້ານ ອອກໄປຊອກຫາ ເຮັດວຽກເຮັດງານທໍາ ຢູ່ໃນເມືອງເພີ່ມຂຶ້ນ.

ຂະນະທີ່ ທາງການລາວ ຍັງໄດ້ສນັບສນູນຊາວບ້ານ ສ່ວນຫຼາຍໃຫ້ຫັນມາ ປູກມັນຕົ້ນ ຕາມນະໂຍບາຍ 2+3 ແຕ່ໂຄງການດັ່ງກ່າວ ເປັນການເອື້ອຜົລປໂຍດ ໃຫ້ກັບບໍຣິສັດຜູ້ລົງທຶນຫຼາຍກວ່າ ແລະເປັນການສ້າງອາຊີບທີ່ບໍ່ຍືນຍົງ.

ດັ່ງຕາງໜ້າສະມາຄົມ ບໍ່ຫວັງຜົລກໍາໄລ ເພື່ອການພັທນາຊົນນະບົດ ແລະສົ່ງເສີມການກະເສດ ແບບຍືນຍົງໃນລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 20 ກໍຣະກະດາ ນີ້ວ່າ:

“ກະຄືຄວາມຈິງຫັ້ນແລ້ວເນາະ ສ່ວນຫຼາຍກະເປັນຫ່ວງ ປະຊາຊົນເຂົາກະ ບໍ່ຮູ້ວິທີທາງຊິແກ້ໄຂເນາະ ຫຼັກໆເພິ່ນກະເວົ້າເຣື່ອງ ການປູກຝັງໃຫ້ລ້ຽງສັດນີ້ແຫຼະ ປະຊາຊົນນີ້ ກະບໍ່ໄດ້ຮັບຜົລປໂຍດຫຍັງນີ້ນ່າ ເປັນຫວ່ງນໍາຢູ່ໃດ໋ ຊິຫາວິທີທາງແກ້ໄຂແນວໃດ.”

ບໍຣິສັດເຊປຽນ-ເຊນໍ້ານ້ອຍ ຫຼື PNPC  ໄດ້ມອບເງິນຊົດເຊີຽ ໃຫ້ກັບທາງການລາວໄປແລ້ວ ຈໍານວນ 835 ຕື້ກີບ ເພື່ອຊົດເຊີຽຕໍ່ສະພາບຈິດໃຈໃຫ້ກັບຊາວບ້ານ, ຜູ້ເສັຍຊີວິຕ, ຜູ້ບາດເຈັບ, ນໍາໃຊ້ໃນຊີວິຕປະຈໍາວັນ ຈໍານວນ 250,000 ກີບ ຕໍ່ຄົນຕໍ່ເດືອນ ແລະຟື້ນຟູເມືອງສນາມໄຊຄືນໃໝ່, ການບຸກເບີກທີ່ດິນ ແລະການພັທນາອື່ນໆ ທີ່ເກີດຈາກເຫດການເຂື່ອນແຕກ.

ແຕ່ປັດຈຸບັນ ນະໂຍບາຍເງິນສົດ ທີ່ນໍາໃຊ້ໃນຊີວິຕປະຈໍາວັນ ຈໍານວນ 250,000 ຕໍ່ຄົນຕໍ່ເດືອນນັ້ນ ປັດຈຸບັນ ໃຫ້ພຽງແຕ່ກຸ່ມເປົ້າໝາຍສະເພາະເທົ່ານັ້ນ ເປັນຕົ້ນ ຄອບຄົວທີ່ຍັງບໍ່ສາມາດກຸ້ມຕົນເອງໄດ້, ຄອບຄົວທີ່ ມີຫົວໜ້າຄອບຄົວເປັນເພດຍິງ, ຜູ້ພິການ ແລະຜູ້ສູງອາຍຸ ໃນຄອບຄົວທຸກຍາກ ເດັກນ້ອຍກໍ່າພ້າ-ກໍ່າພອຍ.

ເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນມື້ວັນທີ່ 23 ກໍຣະກະດາ 2018 ເຮັດໃຫ້ຊາວບ້ານໃນເມືອງສນາມໄຊ ແຂວງອັດຕະປື້ ທັງໝົດ 19 ບ້ານ ໄດ້ຮັບຄວາມເສັຍຫາຍ ໃນນັ້ນ ມີ 6 ບ້ານ ເສັຍຫາຍຈົນໝົດ 100% ແລະມີຜູ້ເສັຍຊີວິຕ 71 ຄົນ ຊາວບ້ານໄຮ້ທີ່ຢູ່ອາສັຍຖາວອນ ປະມານ 14,440 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org