ຢາງພາລາຂອງຈີນ ຂ.ຫລວງນໍ້າທາ

ໂຄງການ ປູກ ຢາງພາລາ ຂອງຈີນ ໃນແຂວງ ຫລວງນໍ້າທາ ເພີ່ມຂຶ້ນ ຢ່າງໄວວາ.

ຕລາດກາງຄືນ ໃນແຂວງ ຫລວງນໍ້າທາ Chansina

ໂຄງການ ປູກ ຢາງພາລາ ຂອງຈີນ ໃນແຂວງ ຫລວງນໍ້າທາ ເພີ່ມຂຶ້ນ ຢ່າງໄວວາ.

ປັຈຈຸບັນ ແຂວງ ຫລວງນໍ້າທາ ມີພື້ນທີ່ ປູກ ຢາງພາລາ ປະມານ 30 ກວ່າພັນ ເຮັກຕາ ໂດຍການລົງທຶນ ສ່ວນຫລາຍ ມາຈາກ ປະເທດຈີນ ຊຶ່ງຖືວ່າ ມີບົດບາດ ຢ່າງຫລວງຫລາຍ ທັງທາງດ້ານເງິນ, ວິຊາການ ແລະ ການຄວບຄຸມ ຣາຄາ. ຫາກທຽບໃສ່ 10 ປີ ກ່ອນ ພື້ນທີ່ປູກ ຢາງພາລາ ເພີ່ມຂຶ້ນ ຢ່າງໄວວາ. ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງ ຫລວງນໍ້າທາ ເວົ້າວ່າ:

"ທົ່ວແຂວງ ປູກຢາງພາລາ ຫັ້ນມີ 30 000 ປາຍ ສ່ວນໃຫຍ່ ສູ່ມື້ນີ້ ກໍມີແຕ່ ສັມປະທານ ດິນ ປູກຢາງພາລາ ບໍຣິສັດໃຫຍ່ໆມີ ເນື້ອທີ່ 10 ພັນເຮັກຕາ ມີລີ່ຟົງ ບໍຣິສັດ ໜຶ່ງ".

ທ່ານເວົ້າ ຕໍ່ໄປວ່າ ໂຄງການ ຂອງ ຊາວຕ່າງປະເທດ ໃນພາກ ກະສິກັມ ແລະ ປ່າໄມ້ ຢູ່ ແຂວງ ຫລວງນໍ້າທາ ມີ 22 ໂຄງການ ມີມູລຄ່າເຖິງ 78 ລ້ານ ໂດລາ ສະຫະຣັຖ. ສ່ວນໃຫຍ່ ປູກຢາງພາລາ. ການປູກ ຢາງພາລາ ໃນແຂວງ ຫລວງນໍ້າທາ ເປັນ ທີ່ນິຍົມກັນ ເລີ່ມ ແຕ່ປີ 2003 ມາ.

ແຕ່ກ່ອນ ມີບໍ່ຮອດ 500 ເຮັກຕາ ໃນປີ 2005 ມີເຖິງ 7 ພັນ ເຮັກຕາ, ປີ 2011 ມີ 28 ພັນ ເຮັກຕາ ແລະ ມີປະມານ 30 ພັນກວ່າ ເຮັກຕາ ໃນ ປັຈຈຸບັນ ນີ້. ການຂຍາຍຕົວ ຂອງ ການປູກ ຢາງພາລາ ໃນທົ່ວ ປະເທດລາວ ຮວມທັງ ແຂວງ ຫລວງນໍ້າທາ ອົງການ ດ້ານ ສິ່ງແວດລ້ອມ ກໍາລັງ ມີການ ຕິດຕາມເບິ່ງ ຍ້ອນວ່າ ມັນບໍ່ໄດ້ ສ້າງຣາຍໄດ້ ແບບເປັນຕົນ ເປັນໂຕ ໃຫ້ຊາວ ກະສິກອນ ແລະ ຍັງສົ່ງຜົລ ກະທົບ ຕໍ່ສິ່ງແວດລ້ອມ ແລະ ຊາວຕ່າງປະເທດ ພາກັນ ຫລັ່ງໄຫລ ເຂົ້າມາລາວ ຊຶ່ງ ກະທົບ ຕໍ່ການຫາ ວຽກງານເຮັດ  ຮວມເຖິງ ທີ່ດິນທໍາກິນ ຂອງ ຄົນລາວ ຖືກຍາດແຍ່ງ ອີກດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org