ບໍຣິສັດ ຊີໂນ-ອາກຣີໂປຕາສ ຈະສໍາຣວດ ໂຄງການໄຟຟ້າຖ່ານຫິນ

ນັກລົງທຶນຈີນ ຮ່ວມກັບ ຣັຖບານລາວ ຈະສຶກສາສໍາຣວດ ຄວາມເປັນໄປໄດ້ ໃນການພັທນາໂຄງການໄຟຟ້າຖ່ານຫິນ ແລະໄຟຟ້າຊີວະມວນ ຢູ່ເມືອງທ່າແຂກ ແລະເມືອງໜອງບົກ ແຂວງຄໍາມ່ວນ ເພື່ອສນອງໄຟຟ້າ ແລະພະລັງງານຄວາມຮ້ອນ ໃຫ້ແກ່ການພັທນາເຂດອຸດສາຫະກັມ.

ໂຕຢ່າງຮູບປະກອບ: ບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ແລະຣັຖບານລາວ ໄດ້ລົງນາມໃນສັນຍາ ວ່າດ້ວຍການສຳຣວດ ແຮ່ເກືອໂປຕາສ ຢູ່ເມືອງໜອງບົກ ແຂວງຄຳມ່ວນ. ເດືຶອນພຶສຈິກາ 2022.ຮ ຂອບໃຈຮູບພາບຈາກເພຈວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ)

ບໍຣິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ຂອງນັກລົງທຶນຈີນ ຮ່ວມກັບ ຣັຖບານລາວ ຈະສຶກສາສໍາຣວດ ຄວາມເປັນໄປໄດ້ ໃນການພັທນາໂຄງການໄຟຟ້າຖ່ານຫິນ ແລະໄຟຟ້າຊີວະມວນ ລວມກໍາລັງການຜລິດ 300 ເມກະວັດ ແລະໂຄງການໄຟຟ້າ ພະລັງງານແສງຕາເວັນ ກໍາລັງການຜລິດ 30 ເມກະວັດ ຢູ່ເມືອງທ່າແຂກ ແລະເມືອງໜອງບົກ ແຂວງຄໍາມ່ວນ ເພື່ອສນອງໄຟຟ້າ ແລະພະລັງງານຄວາມຮ້ອນ ໃຫ້ແກ່ການພັທນາເຂດອຸດສາຫະກັມ ຢູ່ພາຍໃນນິຄົມອຸດສາຫະກັມ ອັດສະຣິຍະ ອາຊີ-ໂປຕາສ ສາກົລ.

ໂຄງການພັທານາດັ່ງກ່າວ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ໃນມື້ວັນທີ 27 ທັນວາ 2023 ທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍຣັຖບານລາວ ເປັນຜູ້ອະນຸຍາດທັງໝົດ.

ດັ່ງເຈົ້າໜ້າທີ່ ຜແນກພະລັງງານແລະບໍ່ແຮ່ ແຂວງຄໍາມ່ວນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ມົກກະຣາ ນີ້ວ່າ:

“ສຶກສາເບິ່ງກ່ອນເນາະ ວ່າຊິເປັນໄປໄດ້ບໍ່ ແຕ່ຂັ້ນຕອນອີ່ຫຍັງຕ່າງໆ ການອະນຸຍາດໃຫ້ເຮັດ ຖືວ່າ ເພິ່ນຍັງບໍ່ທັນໃຫ້ເຮັດ ຖ້າວ່າ ເພິ່ນອະນຸຍາດ ກະໜ້າຈະໄດ້ຮັບໃຊ້ແຕ່ໂຮງງານ.”

ຂະນະທີ່ ເຈົ້າໜ້າທີ່ ຫ້ອງວ່າການປົກຄອງແຂວງຄໍາມ່ວນ ຍັງບໍ່ໄດ້ຮັບຮູ້ເທື່ອວ່າ ບໍຣິສັດ ຊີໂນ-ອາກຣີໂປຕາສ ຂອງນັກລົງທຶນຈີນ ຈະສ້າງໂຄງການໄຟຟ້າຖ່ານຫິນ, ໄຟຟ້າຊີວະມວນ ແລະໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ໃນແຂວງຄໍາມ່ວນ ເພາະທຸກໂຄງການທີ່ຜ່ານມາ ຫາກນັກລົງທຶນຈີນຈະພັທນາ ແມ່ນຣັຖບານລາວ ເປັນຜູ້ອະນຸຍາດທັງໝົດ ບໍ່ກ່ຽວຂ້ອງກັບແຂວງແຕ່ຢ່າງໃດ.

ສ່ວນເຣື່ອງຜົລກະທົບດ້ານສັງຄົມ ຫາກວ່າ ໂຄງການດັ່ງກ່າວ ໄດ້ສົ່ງຜົລກະທົບ ຕໍ່ຊາວບ້ານໃນພື້ນທີ່ ທາງການແຂວງຄໍາມ່ວນ ກໍຈະລົງໄປປະເມີນມູນຄ່າການຊົດເຊີຍ ແລະໄກ່ເກັ່ຍກັບຊາວບ້ານ ຕາມລະບຽບກົດໝາຍ, ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ທຸກໆໂຄງການ ແມ່ນຣັຖບານເພິ່ນອະນຸຍາດໝົດ ແຂວງ ມັນກະພາຍໃຕ້ການຊີ້ນໍາຂອງຣັຖບານ ເຂົ້າສູ່ສະພາຄົ້ນຄວ້າ, ກະຂຶ້ນກັບ ຮູບແບບການລົງທຶນ ຊົດເຊີຍໃນຮູບແບບໃດ ມັນກະມີກົດມັນ.”

ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ນຶ່ງ ໃນເມືອງທ່າແຂກ ແຂວງຄໍາມ່ວນ ກ່າວວ່າ ບໍ່ໄດ້ເປັນກັງວົນປານໃດ ຫາກບໍຣິສັດຈີນຈະເຂົ້າມາພັທນາ ໂຄງການພະລັງງານໄຟຟ້າຕ່າງໆ ເພາະໂຄງການດັ່ງກ່າວ ບໍ່ໄດ້ມີຜົລກະທົບຮຸນແຮງຕໍ່ຊາວບ້ານໃນພື້ນທີ່ ແລະຫຼາຍໂຄງການທີ່ພວມດໍາເນີນການຢູ່ໃນປັດຈຸບັນ ກໍບໍ່ໄດ້ມີຜົລກະທົບຕໍ່ຮ່າງກາຍຂອງຊາວບ້ານເທືື່ອ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກະທັມມະດາຢາກມີ (ຜົລກະທົບ) ຫັັ້ນແຫຼະ ແຕ່ບໍ່ເປັນຫຍັງດອກ ບໍ່ຢ້ານດອກ ແຕ່ວ່າ ບໍ່ທັນຜົລກທົບ ບໍ່ເຖິງຮ້າຍແຮງ ເຖິິງຮ່າງກາຍ ບໍ່ທັນມີ.”

ທາງດ້ານເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ກ່າວວ່າ ສິ່ງທີ່ເປັນກັງວົນ ແລະຕ້ອງໃຫ້ຄວາມສໍາຄັນທີ່ສຸດ ໃນການພັທນາໂຄງການໄຟຟ້າຖ່ານຫິນ ແລະໄຟຟ້າຊີວະມວນ ຄື ເຣື່ອງຂອງການປ່ອຍຄາບອນ ຫຼື ອາຍກ໊າສໃນເຮືອນແກ້ວ ຕ້ອງຢູ່ໃນລະດັບຕໍ່າ ບໍ່ສົ່ງຜົລກະທົບຕໍ່ຊາວບ້ານໃນພື້ນທີ່ອ້ອມຂ້າງ ແລະການຕັ້ງໂຮງໄຟຟ້າ ຕ້ອງຢູ່ຫ່າງຈາກຊຸມຊົນບໍ່ຕໍ່າກວ່າ 7 ກິໂລແມັດ.

ສ່ວນເຣື່ອງຖ່ານຫິນ ທີ່ຈະນໍາເຂົ້າມາຜລິດເປັນພະລັງງານຄວາມຮ້ອນ ຄາດວ່າ ຈະນໍາເຂົ້າມາຈາກປະເທດວຽດນາມເປັນຫຼັກ ເພາະຖ່ານຫິນຢູ່ປະເທດລາວ ບໍ່ສາມາດນໍາມາຜລິດເປັນພະລັງງານຄວາມຮ້ອນສູງ ເພຶື່ອໃຊ້ໃນອຸດສາຫະກັມຂນາດໃຫຍ່ ໄດ້ຢ່າງມີປະສິດທິພາບ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ສໍາຄັນເຣື່ອງລະບົບເຕັກນິກ ປ້ອງກັນຫັ້ນ ປ່ອຍກາກບ້ອນອອກຫັ້ນ ຜ່ານມາ ຊິຍັບອອກໄປໄກປານໃດກະຢ່າ ມີຜົລກະທົບໝົດ, ຖ່ານຫິນຈໍານວນນຶ່ງ ທີ່ມັນມີຄວາມຮ້ອນສູງ ແມ່ນຂະເຈົ້າ ຈະນໍາເຂົ້າຈາກວຽດນາມ ຢູ່ຂອງລາວເຮົາ ຄວາມຮ້ອນຈະບໍ່ສູງ ຄືວຽດນາມ.”

ປັດຈຸບັນ ບໍຣິສັດ ຊີໂນ-ອາກຣີໂປຕາສ ໄດ້ເຂົ້າມາລົງທຶນ ຢູ່ແຂວງຄໍາມ່ວນ ນັບແຕ່ປີ 2009 ເພື່ອດໍາເນີນທຸຣະກິຈດ້ານການຂຸດຄົ້ນ ແລະຈໍາໜ່າຍຝຸ່ນໂປຕາສ ເຊິ່ງໃນຕອນນີ້ ກໍກໍາລັງກໍ່ສ້າງທັງໂຮງຈັກ, ໂຮງງານ, ອາຄານຕ່າງໆ ບວກກັບພື້ນທີ່ໃນການຂຸດຄົ້ນແຮ່ເກືອກາລີ ທີ່ນັບມື້ຈະຂຍາຍກວ້າງຂຶ້ນເລື້ອຍໆ.

ທ່າມກາງບັນຫາທີ່ເກີດຂຶ້ນໃນປັດຈຸບັນ ຄື ມີຣົຖບັນທຸກຂນາດໃຫຍ່ ສັນຈອນໄປ-ມາ ພາຍໃນເຂດເມືອງ ແລະບ້ານຕ່າງໆ ຈົນເຮັດໃຫ້ສະພາບເສັ້ນທາງເປ່ເພ, ເປັນຂຸມ, ເປັນບວກ, ມີຂີ້ຝຸ່ນ ພັດປິວໄປທົ່ວທຸກພື້ນທີ່ ສ້າງຄວາມຫຍຸ້ງຍາກ ແລະລໍາຄານໃຈ ໃຫ້ກັບຊາວບ້ານ ໃນພື້ນທີ່ ຢ່າງໜັກ.

ນອກຈາກນີ້ ຊາວບ້ານໃນເມືອງໜອງບົກ ກໍມີຄວາມກັງວົນ ເຣື່ອງສິ່ງແວດລ້ອມ ເນື່ອງຈາກບໍຣິສັດຈີນ ໄດ້ເຂົ້າມາຂຸດເຈາະທີ່ດິນເປັນບໍຣິເວນກວ້າງຂວາງ ເພື່ອຂຸດຄົ້ນເກືອກາລີ ເປັນຕົ້ນ ດິນຊຸດໂຕ, ດິນປົນເປື້ອນສານເຄມີ ແລະມົລພິດທາງສຽງ ແຕ່ປັດຈຸບັນ ບໍຣິສັດຜູ້ພັທນາໂຄງການ ແລະເຈົ້າໜ້າທີ່ສາທາຣະນະສຸຂ ຂອງປະເທດລາວ ກໍຍັງບໍ່ເຄີຍມີການຕິດຕາມ-ກວດກາສຸຂຂອງປະຊາຊົນໃນພື້ນທີ່ຈັກເທື່ອ.

ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຄໍາມ່ວນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄືບໍ່ສູ້ເຫັນ ສ່ວນຫຼາຍມີແຕ່ຂະເຈົ້າ ໄປໃຊ້ບໍຣິການຢູ່ໂຮງໝໍນ້ອຍຫັ້ນນ່າ ປະຊາຊົນ ຄັນວ່າຂະເຈົ້າເຈັບເປັນ ເພາະວ່າ ເພິ່ນຫາກະຕັ້ງຂຶ້ນມາ ແລ້ວມັນຍັງບໍ່ທັນມີຜົລກະທົບເບາະ ຫຼືວ່າຈັ່ງໃດ ກະຍັງບໍ່ຮູ້ຫັ້ນນ່າ.”

ເມື່ອວັນທີ 18 ທັນວາ 2023 ທີ່ຜ່ານມານີ້ ທາງການແຂວງຄໍາມ່ວນ ກໍໄດ້ຈັດກອງປະຊຸມ ປຶກສາຫາລື ເພື່ອປະເມີນຄືນຊີວິດການເປັນຢູ່ ຂອງປະຊາຊົນທີ່ໄດ້ຮັບການຊົດເຊີຍ ເວນຄືນທີ່ດິນ ຫຼັງການຈັດຕັ້ງປະຕິບັດ ໂຄງການຂອງບໍຣິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ເປັນຕົ້ນ ບັນຫາຄອບຄົວ ທີ່ຍັງບໍ່ໃຫ້ຄວາມຮ່ວມມື, ຄອບຄົວທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຕ່າງໆ ລວມເຖິງຂໍ້ສເນີຂອງປະຊາຊົນ ເພື່ອຊອກຫາວິທີແກ້ໄຂ.

ປັດຈຸບັນ ທາງການແຂວງຄໍາມ່ວນ ກໍາລັງສືບຕໍ່ ໃນການຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານທີ່ຖືກຜົລກະທົບ ເຊິ່ງການປະເມີນເບື້ອງຕົ້ນ ມີຊາວບ້ານຢູ່ເມືອງໜອງບົກ ແລະເມືອງທ່າແຂກ ແຂວງຄໍາມ່ວນ ຈໍານວນ 18 ບ້ານ 2,352 ຄອບຄົວ ເນື້ອທີ່ເວນຄືນທີ່ດິນທັງໝົດ 1,973.95 ເຮັກຕ້າຣ໌ ຮວມເປັນເງິນທັງໝົດ 646 ຕື້ກີບ ທີ່ຈະຕ້ອງຈ່າຍໃຫ້ກັບຊາວບ້ານ.

ຂະນະທີ່ ຊາວບ້ານທີ່ຖືກຜົລກະທົບ ສູນເສັຍທີ່ດິນໃຫ້ກັບບໍຣິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ຂອງຈີນ ຢູ່ເມືອງໜອງບົກ ແລະເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຮຽກຮ້ອງໃຫ້ບໍຣິສັດຈີນ ແລະທາງການລາວ ຈ່າຍເງິນຄ່າຊົດເຊີຍຢ່າງເໝາະສົມ ແລະມີອີກຫຼາຍຄອບຄົວ ບໍ່ຢາກຍົກທີ່ດິນໃຫ້ກັບບໍຣິສັດຈີນ ເພາະກັງວົນວ່າ ຈະບໍ່ມີທີ່ດິນທໍາການກະເສດ.

ບໍຣິສັດ ຊີໂນ-ອາກຣີ ໂປຕາສ ແມ່ນເປັນນຶ່ງໃນບໍຣິສັດຂນາດໃຫຍ່ ດ້ານການຂຸດຄົ້ນແຮ່ເກືອໂປຕາສ ຢູ່ປະເທດລາວ ເຊິ່ງບໍຣິສັດ ໄດ້ຮັບສັມປະທານແຮ່ເກືອໂປຕາສ ຈາກຣັຖບານລາວ ໃນເນື້ອທີ່ 263.32 ກິໂລຕາແມັດ ຫຼືປະມານ 26,332 ເຮັກຕ້າຣ໌, ປະຣິມານສະສົມ ຂອງແຮ່ເກືອໂປຕາສ ມີຫຼາຍກວ່າ 1 ຕື້ຕັນ ແລະກ່ອນປີ 2027 ນີ້ ບໍຣິສັດ ຕັ້ງເປົ້າໝາຍຈະຜລິດປຸ໋ຍໂປຕາສ ໃຫ້ໄດ້ 5 ລ້ານຕັນ ແລະໃນໄລຍະຍາວ ຈະຜລິດໃຫ້ໄດ້ 10 ລ້ານຕັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org