ເຈົ້າຂອງສວນກ້ວຍເມີນເສີຍ ຕໍ່ ທາງການ

ເຈົ້າຂອງ ສວນປູກກ້ວຍ ຊາວຈີນ ເມືອງນານ ແຂວງ ຫຼວງພຣະບາງ ຍັງເມີນເສີຍ ບໍ່ຍອມໄປ ພົບທາງການ ໃນຂໍ້ກ່າວຫາ ຂັດຂວາງ ການກວດກາ ສານເຄມີ ຂອງ ເຈົ້າໜ້າທີ່.

ສວນປູກກ້ວຍ ຂອງຈີນ ຢູ່ທາງພາກເໜືອ ຂອງລາວ RFA

ຈົນເຖິງປັດຈຸນັບ ເຈົ້າຂອງສວນກ້ວຍ ຊາວຈີນ ທີ່ເມືອງນານ ແຂວງຫຼວງພຣະບາງ ຍັງບໍ່ກັບ ມາຈາກຈີນ ແລະ ກໍຍັງບໍ່ທັນ ໄປຮັບຂໍ້ ຕ້ອງຫາ ທີ່ ຂັດຂວາງ ການປະຕິບັດງານ ຂອງ ເຈົ້າໜ້າທີ່ ທີ່ຢາກເຂົ້າໄປ ກວດກາ ການໃຊ້ສານເຄມີ ຢູ່ໃນສວນກ້ວຍ ເມື່ອຕົ້ນເດືອນ ທີ່ຜ່ານມາ. ດ່ັງ ເຈົ້າໜ້າທີ່ ເມືອງນ່ານ ທ່ານນ່ຶງ ກ່າວໃນມື້ວານ ນີ້ວ່າ:

“ຍັງບໍ່ທັນໄດ້ ຕົກລົງກັນເທື່ອເນາະ ໄດ້ເອິ້ນມາເທື່ອນຶ່ງແລ້ວ ຂະເຈົ້າ ຍັງບໍ່ທັນມາ ເທື່ອເນາະ ເຮົາແລ້ວ ກຸດຈີນເນາະ ບາດນີ້ ປັດຈຸບັນນີ້ ກະຍັງບໍ່ທັນ ມາເທື່ອ ເຈົ້າຂອງສວນກ້ວຍ ຫັ່ນນະດຽວນີ້ ເຮົາກະຍັງຕິດຕາມ ຢູ່ຫັ່ນແຫຼະ ແຕ່ວ່າຄະດີເກົ່າ ກະຍັງບໍ່ທັນ ດຳເນີນບໍ່ທັນແລ້ວ ເທື່ອດຽວນີ້ນະ.”

ເຈົ້າໜ້າທີ່ຜູ້ນີ້ ອະທິບາຍວ່າ ເມື່ອຕົ້ນເດືອນທີ່ແລ້ວ ເຈົ້າໜ້າທີ່ ຂໍເຂົ້າໄປກວດຄົ້ນ ສວນກ້ວຍ ຂອງຊາວຈີນ ຜູ້ນີ້ ແຕ່ຜູ້ກ່ຽວ ປະຕິເສດ. ເຈົ້າໜ້າທີ່ ກັກຂັງຜູ້ກ່ຽວ ແລະຄົນງານຈີນອື່ນໆ ທີ່ເຮັດວຽກນຳ ແຕ່ເມື່ອໃກ້ ຈະເຖິງ ບຸນປີໃໝ່ຈີນ ພວກເຂົາ ຂໍອະນຸຍາດ ເດີນທາງກັບ ໄປຈີນ ເພື່ອສລອງປີໃໝ່; ຫລັງຈາກປີໃໝ່ ຈະກັບມາຮັບ ຂໍ້ກ່າວຫາ ແຕ່ຈົນເຖິງ ປັດຈຸບັນ ກໍຍັງມິດຫງຽບຢູ່ ບໍ່ເຫັນກັບມາ ທີ່ສວນກ້ວຍ ນັ້ນເທື່ອ.

ເຈົ້າໜ້າທີ່ ເວົ້າອີກວ່າ ຖ້າກັບມາມື້ໃດ ເຈົ້າຂອງສວນກ້ວຍ ກໍຕ້ອງມາຍອມຜິດ ແລ້ວກໍເສັຍຄ່າປັບໃໝ ຕາມຣະບຽບກົດໝາຍ. ເວົ້າເຣື່ອງ ການກວດ ສານເຄມີນັ້ນ ເຈົ້າໜ້າທີ່ ໄດ້ໄປກວດແລ້ວ ແຕ່ບໍ່ເຫັນ ສານເຄມີ. ເຈົ້າຂອງສວນກ້ວຍ ອາດຈະຊຸກເຊືອງ ໄວ້ບ່ອນໃດ ບ່ອນນຶ່ງ. ປັດຈຸບັນ ມີແຕ່ຄົນຍາມ ສວນກ້ວຍຜູ້ດຽວ ທີ່ເຝົ້າຍາມຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org