ໂຄງການ ຂຸດຄົ້ນບໍ່ແຮ່ຂອງຈີນ ປ່ອຍນ້ຳລ້າງແຮ່ ລົງຫ້ວຍນ້ຳທັມມະຊາຕ

ໂຄງການຂຸດຄົ້ນບໍ່ແຮ່ຂອງ ບໍຣິສັດ ໄທຢຸ້ຍ ກາສີ ພັທນາບໍ່ແຮ່ ຈຳກັດ ຂອງນັກລົງທຶນຈີນ ຢູ່ເຂດບ້ານດິນແດງ ແລະບ້ານພູເຫຼັກໄຟ ເມືອງກາສີ ແຂວງວຽງຈັນ ແລະ ພົບວ່າມີການປ່ອຍນ້ຳເປື້ອນ ລົງສູ່ຫ້ວຍນ້ຳທັມມະຊາຕ ເຊິ່ງສົ່ງຜົລກະທົບຕໍ່ການໃຊ້ຊີວິດ ຂອງຊາວບ້ານໃນບໍຣິເວນດັ່ງກ່າວ.

ພິທີມອບຮັບເງິນ ຄ່າຊົດເຊີຍ ຜົລກະທົບ ຈາກການຂຸດຄົ້ນແຮ່ເຫຼັກ ຂອງບໍຣິສັດ ໄທຢຸ້ຍ ກາສີພັທນາ ບໍ່ແຮ່ ຈຳກັດ ທີ່ຊາວບ້ານ ຈຳນວນນຶ່ງ ບໍ່ຍອມຮັບຄ່າຊົດເຊີຍ ທີ່ບໍ່ເໝາະສົມ ກັບຄາລາດິນ, ວັນທີ 5 ກໍຣະກະດາ 2022. ຂໍຂອບໃຈຮູບພາບ: ຫ້ອງການຖແລງຂ່າວ ເມືອງກາສີ

ໃນວັນທີ 4-5 ມົກກະຣາ 2024 ທີ່ຜ່ານມາ, ກົມຄຸ້ມຄອງບໍ່ແຮ່ ແລະ ກົມກວດກາ, ກະຊວງພະລັງງານແລະບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ຂັ້ນແຂວງ ລົງກວດກາ ຢູ່ຫ້ວຍນ້ຳ ກ້ອງພື້ນທີ່ ໂຄງການຂຸດຄົ້ນບໍ່ແຮ່ຂອງ ບໍຣິສັດ ໄທຢຸ້ຍ ກາສີ ພັທນາບໍ່ແຮ່ ຈຳກັດ ຂອງນັກລົງທຶນຈີນ ທີ່ໄດ້ຮັບສັມປະທານ ຂຸດຄົ້ນບໍ່ແຮ່ ຢູ່ເຂດບ້ານດິນແດງ ແລະບ້ານພູເຫຼັກໄຟ ເມືອງກາສີ ແຂວງວຽງຈັນ ແລະ ພົບວ່າມີການປ່ອຍນ້ຳເປື້ອນ ລົງສູ່ຫ້ວຍນ້ຳທັມມະຊາຕ ເຊິ່ງບໍ່ສອດຄ່ອງກັບສັນຍາ ທີ່ບໍຣິສັດໄດ້ເຊັນນຳຣັຖບານລາວ ໂດຍຄະນະກວດກາດັ່ງກ່າວ ຈະສເນີໃຫ້ຂັ້ນເທິງ ພິຈາຣະນາໂຈະການຂຸດຄົ້ນແຮ່ ຂອງບໍຣິສັດ ໄທຢຸ້ຍ ກາສີ ພັທນາບໍ່ແຮ່ ຈຳກັດ ເປັນການຊົ່ວຄາວ ຈົນກວ່າຈະມີການປັບປຸງ ແກ້ໄຂຄືນໃໝ່.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມຊາວບ້ານ ຢູ່ໃນເຂດໄດ້ຮັບຜົລກະທົບ ໂດຍຊາວບ້ານຢູ່ເມືອງກາສີ ແຂວງວຽງຈັນ ກ່າວວ່າ ນ້ຳເປື້ອນຈາກໂຄງການຂຸດຄົ້ນ ບໍ່ແຮ່ດັ່ງກ່າວ ແມ່ນໄຫຼລົງມາໃສ່ຫ້ວຍນ້ຳ ອ້ອມແອ້ມເຮືອນ ຂອງນາງ ໂດຍນ້ຳເປື້ອນມີລັກສະນະ ເປັນສີແດງ ມີລັກສະນະມັນ ຄືກັບນ້ຳມັນ ແລະ ສົ່ງກິ່ນຂິວເຮັດ ໃຫ້ຊາວບ້ານບໍ່ສາມາດນຳນ້ຳ ຈາກຫ້ວຍ ມາໃຊ້ອຸປະໂພກ ແລະ ບໍຣິໂພກໄດ້.

ດັ່ງທີ່ນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ມົກກະຣາ 2024 ນີ້ວ່າ:

“ນໍ້າ, ນໍ້າຫັ້ນເປັນນໍ້າທີ່ແບບແດງໆ ແລ້ວນໍ້າຫັ້ນມັນມັນ. ໃຊ້ເຮັດຫຍັງບໍ່ໄດ້ເລີຍ ເພາະວ່າປົກກະຕິນ້ຳຫັ້ນນ່າ. ມັນຊິເປັນນ້ຳອັນຕ້ອງໄດ້ໃຊ້ ແບບເຂົາເຈົ້າເຮັດສວນນ່າ. ໄປແຖວນັ້ນ ເຂົາເຈົ້າເຮັດສວນໝົດເນາະ ແລ້ວມັນໃຊ້ບໍ່ໄດ້. ແຕ່ກະຊ່ວງນີ້ຫັ້ນບໍ່ແນ່ໃຈວ່າ ຍັງຊິເປັນຢູ່ບໍ່ ແຕ່ວ່າຊ່ວງກ່ອນໜ້ານັ້ນ ຊິເປັນໜັກຫຼາຍ.”

ທາງດ້ານ ຊາວບ້ານຢູ່ເມືອງກາສີ ອີກທ່ານນຶ່ງ ກ່າວວ່າ ດ້ວຍຄວາມບໍ່ຮູ້ຈຶ່ງ ໄດ້ລົງໄປອາບນ້ຳ ຢູ່ຫ້ວຍພໍຂຶ້ນຈາກນ້ຳ ມາປະກົດວ່າ ມີຕຸ່ມພອງຄັນຕາມຕົນໂຕ ເຮັດໃຫ້ຕ້ອງໄດ້ຊອກຫາ ຢາມາປິ່ນປົວ ເປັນສັປດາຈຶ່ງເຊົາ.

ດັ່ງທີ່ລາວກ່າວວ່າ:

“ຂ້ອຍໄປອາບມາເຮືອນ ເກືອບຕາຍ. ຢູ່ບ່ອນນີ້ນີ່ ບໍ່ໄດ້ຕົວະຫຍັງລ່ະ. ພໍໄປອາບເຂົາເຈົ້າວ່າ ເອ໊! ມັນຄືເປັນຫຍັງ ກໍຕອນນີ້ຄືຄັນໝົດ ຄັນໂຕຄີງນີ້ນ່າ. ເປັນຕຸ່ມງຸ້ມມາເລີຍນ່າ. ເພິ່ນກໍວ່າ ໂອ້ຍ! ໄປອາບເຮັດຫຍັງຫັ້ນເດ. ເຮົາບໍ່ຮູ້ມາອາບເທື່ອໆເດ. ໂອ້ຫາກໍຮູ້ຄືກັນເນາະ. ນ້ຳມາກໍຫຼາບເລີຍນ່າ ເປັນກໍໄດ້ຈັກປະມານອາທິດນຶ່ງນີ້ແຫຼະ. ມັນເປັນນ້ຳຂຸ່ນເລີຍນ່າ ບາດຊິໃສກະບໍ່ໃສບາດຊິຂຸ່ນ ກະບໍ່ຂຸ່ນມັນແປກນ່າ. ກໍຄືວ່າກໍຢາກກິ່ນແບບຄືຖ່ານຫີນເລີຍນ່າ. ອັນນັ້ນແຫຼະກໍຈະກິ່ນຄືຖ່ານຫີນໄຟໄໝ້ນີ້ແຫຼະ ເວົ້າງ່າຍໆ ຫັ້ນ.”

ຊາວບ້ານອີກນາງນຶ່ງ ຢູ່ເມືອງກາສີກ່າວວ່າ ນອກຈາກການຂຸດຄົ້ນ ບໍ່ແຮ່ ຂອງຈີນແລ້ວ, ນັກລົງທຶນກໍກຳລັງເຂົ້າມາປັບປຸງ ກະຕຣຽມດິນສຳລັບປູກກ້ວຍຕື່ມອີກ. ໂດຍບໍຣິສັດຈີນ ໄດ້ປ່ອຍນ້ຳເປື້ອນຈາກການກະຕຣຽມດິນ ດັ່ງກ່າວຈົນເຮັດໃຫ້ຫ້ວຍນ້ຳເປີະເປື້ອນ ບໍ່ສາມາດນຳໃຊ້ໃນການປູກຝັງລ້ຽງສັດໄດ້ ແລະຕ້ອງໄດ້ຂໍຮ້ອງໃຫ້ທາງການ ຕິດຕັ້ງລະບົບນ້ຳປະປາ ແລະຂຸດເຈາະນ້ຳບາດານ ເພື່ອທົດແທນນ້ຳຕາມຫ້ວຍ ທີ່ບໍ່ສາມາດໃຊ້ອຸປະໂພກ-ບໍຣິໂພກໄດ້.

ດັ່ງທີ່ນາງ ກ່າວວ່າ:

“ມີແຕ່ຜູ້ປ່ວຍແຫຼະ ອັ່ນກະທົບອັ່ນພວກຂ້ອຍຢູ່ນີ້. ຈີນປູກກ້ວຍສານເຄມີຫຼາຍແທ້ປູກກ້ວຍ ປູກຫຍັງ ລົງຫ້ວຍຮ່ອມໜອງບຶງ ໃນນາກະຊ່າ. ໜອງປາໜອງປູຕອນນີ້. ເຂົາເຈົ້າຫາກໍ່ເຣີ່ມ ຫາບຸກເບີກ ເຂົາເຮັດອັນນີ້ກະມີຜົລກະທົບຫຼາຍເຈົ້າ. ນ້ອງສາວເຮົາຢູ່ແຖວວັງວຽງ ເຂົາກໍ່ເຮັດຄືກັນມັນຊິຊັ້ນຄົນແບບ ມັກເປັນເປື່ອຍເປັນຕຸ່ມຫັ້ນນ່າ ລົງໄປດຳໄຮ່ດຳນາບໍ່ເປັນນ້ຳຫ້ວຍນ້ຳ ຫ້ອງຫັ້ນລົງມາ. ມັນຈະເປັນຜົລກະທົບ ຕໍ່ຮ່າງກາຍທີຫຼັງຫັ້ນນ່າ.”

ນາງກ່າວຕື່ມວ່າ ຊາວບ້ານ ຍັງຕ້ອງລະດົມເງິນ ໃຫ້ບໍຣິສັດ ຣັຖວິສາຫະກິຈນ້ຳປະປາ ແຂວງວຽງຈັນຕື່ມອີກຜູ້ລະ 500,000 ກີບ ແລະຊາວບ້ານຕ້ອງໄປຊ່ອຍເຂົາເຈົ້າ ໃນການຕິດຕັ້ງລະບົບນ້ຳປະປາ ຍ້ອນ ບໍຣິສັດ ຣັຖວິສາຫະກິຈນ້ຳປະປາ ແຂວງວຽງຈັນ ບໍ່ມີງົບປະມານ ແລະບຸກຄະລາກອນ ພຽງພໍໃນການເຂົ້າມາຕິດຕັ້ງລະບົບນ້ຳປະປາ ໃຫ້ຊາວບ້ານ.

ທາງດ້ານ ຊາວບ້ານ ອີກຜູ້ນຶ່ງ ຢູ່ເມືອງກາສີ ກ່າວວ່າລາວໄດ້ຮັບຜົລກະທົບ ຈາກສານເຄມີ ທັງຈາກບໍ່ແຮ່ ແລະສວນກ້ວຍຂອງຈີນ ໂດຍສະເພາະໃນເຂດບ້ານໂພນສີດາ ແລະ ບ້ານຫົວເມືອງ ເຊິ່ງຢາກໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ລົງມາກວດກາ ແລະ ແກ້ໄຂບັນຫາດັ່ງກ່າວໂດຍໄວ.

ດັ່ງທີ່ລາວກ່າວໃນມື້ດຽວກັນນີ້ວ່າ:

“ໂດຍໆ ມີແຕ່ທາງພີ້. ໄປສໍາຣວດຕາມແມ່ນໍ້າ ທີ່ອອກຈາກບ້ານໂພນສີດາ ບໍ່ວ່າຈັ່ງຊີ້ ກະບ້ານຫົວເມືອງລົງມາບ້ານພູຄຳ. ເຂົາເຮັດບໍ່ແຮ່ນ່າ. ໂຕທີ່ລົງມາຈາກບ້ານເຂົາເຈົ້າລົງມາຫາບ້ານໂພນສີດາ ບ້ານຫົວເມືອງຫັ້ນນ່າ ລົງບໍ່ໄດ້ເລີຍເປັນຕຸ່ມ ພອງໝົດເລີຍແຫຼະ.”

ເພື່ອຂໍຮູ້ຣາຍລະອຽດເພີ່ມຕຶ່ມ, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາເຈົ້າໜ້າທີ່ ກ່ຽວຂ້ອງ ຢູ່ເມືອງກາສີ ແຂວງວຽງຈັນ ແລະເຈົ້າໜ້າທີ່ບໍຣິສັດ ໄທຢຸ້ຍ ກາສີ ພັທນາບໍ່ແຮ່ ຈຳກັດ ແຕ່ບໍ່ສາມາດຕິດຕໍ່ໄດ້ ຂະນະທີ່ເຈົ້າໜ້າທີ່ ກ່ຽວຂ້ອງຍານາງນຶ່ງ ຢູ່ຂັ້ນສູນກາງເຊິ່ງບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວແຕ່ພຽງສັ້ນໆ ວ່າ ຈະຕ້ອງມີໜັງສື ສເນີເຂົ້າມາກ່ອນ ເຖິງຈະລົງໄປກວດເບິ່ງຕຶ່ມອີກໄດ້.

ບໍຣິສັດ ໄທຢຸ້ຍ ກາສີ ພັທນາບໍ່ແຮ່ ຈໍາກັດ ຂອງຈີນ ໄດ້ຮັບສັມປະທານດິນ ເພື່ອຂຸດຄົ້ນແຮ່ເຫຼັກແບບທົດລອງ ເປັນເວລາ 25 ປີ. ຊຶ່ງບໍຣິສັດ ໄດ້ລົງສຳຣວດຂຸດຄົ້ນ ມາຕັ້ງແຕ່ເດືອນ ພຶສຈິກາ ປີ 2021 ແລະພາຍຫລັງໝົດອາຍຸ ສັມປະທານແລ້ວທາງ ບໍຣິສັດກໍ ຈະປັບໜ້າດິນ ໃຫ້ເປັນຄືເກົ່າ ແລ້ວສົ່ງດິນນັ້ນຄືນໃຫ້ປະຊາຊົນ.

ໂດຍໃນປີ 2022 ທີ່ຜ່ານມາ, ບໍຣິສັດ ໄທຢຸ້ຍ ກາສີ ພັທນາບໍ່ແຮ່ ຈໍາກັດ ໄດ້ຈ່າຍເງິນຊົດເຊີຍ ດິນທີ່ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນແຮ່ເຫຼັກ ແບບທົດລອງເຮັກຕາຣ໌ ລະ 20,000,000 ຫາ 45,000,000 ກີບ ຊຶ່ງຊາວບ້ານບໍ່ພໍໃຈປານໃດ ແຕ່ກໍຕ້ອງຍອມຮັບເອົາ ຍ້ອນອຳນາດການປົກຄອງທ້ອງຖິ່ນ ບັງຄັບລະດົມເອົາດິນ ຈາກຊາວບ້ານມາມອບໃຫ້ໂຄງການ ດັ່ງກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org