ຈີນປ່ອຍນໍ້າໜ້ອຍ ນໍ້າຂອງ ໃກ້ແຫ້ງ

ເຂື່ອນໄຟຟ້າ ຂອງ ຈີນ ປ່ອຍນ້ຳ ຈາກ ເຂື່ອນ ໜ້ອຍລົງ ຈົນສົ່ງ ຜົລກະທົບ ຕໍ່ ເຮືອສີນຄ້າ ຕາມລຳ ແມ່ນ້ຳຂອງ ຕອນລຸ່ມ.

ເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ໃນເຂດແດນຂອງຈີນ Courtesy of International River

ຣາຍງານ ຈາກ ເມືອງຊຽງແສນ ແຂວງຊຽງຮາຍ ຂອງໄທ ແຈ້ງວ່າ ຣະດັບ ແມ່ນ່້ຳຂອງ ເຂດ ເມືອງຊຽງແສນ ເວລານີ້ ແທກໄດ້ ປະມານ 2 ແມັດ 04 ຊັງຕີແມັດ ເຮັດໃຫ້ ເກີດເກາະດອນ ຂີ້ຊາຍ ຂຶ້ນຕາມລຳ ແມ່ນ້ຳຂອງ ຫຼາຍພື້ນທີ່ ສົ່ງ ຜົລກະທົບ ຕໍ່ ເຮືອ ສີນຄ້າ ຢ່າງໃຫຽ່ ຊຶ່ງຖ້າວ່າ ຣະດັບນ້່ຳ ຫລຸດລົງ ເຫຼືອ ປະມານ 1 ແມັດ 80 ຊັງຕີແມັດ ເຮືອສີນຄ້າ ກໍຈະບໍ່ ສາມາດແລ່ນ ໄປມາ ໄດ້.

ທ່ານ ວາຣັດ ຫຼາຍຈະເຣີນ ຜູ້ຈັດການ ທ່າເຮືອ ພານີດ ທີ່ ເມືອງຊຽງແສນ ກ່າວວ່າ ຣະດັບນ້ຳຂອງ ຫລຸດລົງ ຢ່າງ ຫນ້າຕົກໃຈ ຊຶ່ງ ໃນເວລານີ້ ທາງການ ກຳລັງ ກວດສອບ ການປ່ອຍນ້ຳ ຈາກ ເຂື່ອນ ຂອງຈີນ ຢ່າງໃກ້ຊີດ ຢູ່,

ໃນ ອາທິດ ນີ້ ຣະດັບນ້ຳຂອງ ແທກໄດ້ ຣະຫວ່າງ 1.80 ແມັດ ຫາ 2 ແມັດ ແຕ່ຖ້າ ຫລຸດລົງອີກ ຈະມີບັນຫາ. ທ່ານວ່າ ໃນ ແຕ່ລະປີ ຣະດັບນນໍ້າ ໃນ ແມ່ນ້ຳຂອງ ໃນຊ່ວງ ເດືອນ ມົກກະຣາ ຫາ ເດືອນ ພຶສພາ ຈະຫລຸດລົງ ແຕ່ຈະບໍ່ ຫລຸດຫຼາຍ ປານນີ້. ທາງການ ຈະກວດສອບ ກ່ຽວກັບ ເຣື້ອງນີ້.

ສ່ວນ ທ່ານ ທອງ ຜາຈອງ ຜູ້ເບິ່ງແຍງ ເຮືອບັນທຸກ ສິນຄ້າ ຈີນ ໃນ ແມ່ນ້ຳຂອງ ທີ່ ແຂວງຊຽງຮາຍ ຊຶ່ງມີເຮືອ ກວ່າ 20 ລຳ ກ່າວວ່າ ໃນອາທິດນີ້ ຈີນ ໄດ້ປ່ອຍນ້ຳ ລົງມາ ພຽງແຕ່ 800 ລູກບາດແມັດ ຕໍ່ ວີນາທີ ຖືວ່າໜ້ອຍ ຈົນສົ່ງຜົລ ກະທົບ ຕໍ່ ການ ເດີນເຮືອ ສິນຄ້າ ຕາມລຳ ແມ່ນ້ຳຂອງ ເຮັດໃຫ້ ເຮືອສິນຄ້າ ຫຼາຍລຳ ຕ້ອງໄດ້ຫລຸດ ນໍ້າໜັກຂົນສົ່ງ ລົງຫຼາຍຕັນ ໃນແຕ່ລະ ຖ້ຽວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org