ໃນປີ 2023 ເຂື່ອນຈີນ ປ່ອຍນໍ້າລົງມາ ເຮັດໃຫ້ລະດັບນໍ້າ ໃນແມ່ນໍ້າຂອງສູງຂຶ້ນ
ເຂື່ອນຈີນປ່ອຍນໍ້າລົງມາ ເຮັດໃຫ້ລະດັບນໍ້າໃນແມ່ນໍ້າຂອງສູງຂຶ້ນ 70 ຊັງຕີແມັດ ໃນວັນທີ 26 ມີນາ ແລະຄາດວ່າຈະເຖິງວັນທີ 2 ເມສາທີ່ຈະມາເຖິງນີ້ ໂດຍບໍ່ໄດ້ແຈ້ງເຕືອນ ແຕ່ກໍຍັງບໍ່ທັນມີ ຜົລກະທົບຕໍ່ຊາວບ້ານ.
-
ຈຳປາທອງ
2024-03-26 -
-
-
Your browser doesn’t support HTML5 audio
ເຂື່ອນໄຟຟ້ານໍ້າຂອງຕອນເທິງ ໃນປະເທດຈີນ ໄດ້ປ່ອຍນໍ້າອອກຈາກເຂື່ອນ ເຮັດໃຫ້ລະດັບນໍ້າແມ່ນໍ້າຂອງ ທີ່ໄຫລຜ່ານປະເທດລາວ ແລະໄທຍ ເພີ່ມສູງຂຶ້ນ 70 ຊັງຕີແມັດ ນັບແຕ່ວັນທີ 26 ມິນາໄປຫາວັນທີ 2 ເມສາ 2024 ນີ້, ອີງຕາມຣາຍງານອົງການຕິດຕາມເຂື່ອນນໍ້າຂອງ ຫລື Mekong Dam Monitor ໃນມື້ວັນທີ 25 ມິນາ 2024 ນີ້.
ເຈົ້າໜ້າທີ່ຜແນກຊັບພະຍາກອນ ທຳມະຊາດ ແລະສິ່ງແວລ້ອມແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 26 ມິນານີ້ວ່າ ບໍ່ໄດ້ຮັບການແຈ້ງເຕືອນໃດໆຈາກທາງການຈີນ ຫລືພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ກ່ຽວກັບເຂື່ອນໄຟຟ້າ ໃນຈີນປ່ອຍນໍ້າ ແຕ່ຕາມການສັງເກດລະດັບນໍ້າຂອງໃນໄລຍະນີ້ ກະເພີ່ມຂຶ້ນເລັກນ້ອຍ ເຊິ່ງບໍ່ໄດ້ສົ່ງຜົລກະທົບຕໍ່ການແລ່ນເຮືອແຕ່ຢ່າງໃດ.
“ບໍ່ໆ ບໍ່ໄດ້ຮັບແນວໃດ ຂະເຈົ້າຢາກປ່ອຍ ຂະເຈົ້າກະປ່ອຍປົກກະຕິຂອງຂະເຈົ້າ ປ່ອຍມັນກະປ່ອຍມາໜ້ອຍນຶ່ງຫັ້ນແຫລະ ແຕ່ວ່າມັນກະເດີນເຮືອເຮົາກະແບບໄດ້ຢູ່ ປົກກະຕິຫັ້ນແຫລະ ການໄປການມາສະດວກຢູ່ ຍາມມັນຂຶ້ນສູງກະປະມານ 20-30 ເຂັນຊື່ອໆ ມັນກະຄ່ອຍເພີ່ມຂຶ້ນໆມາໜ້ອຍນຶ່ງ.”
ອົງການຕິດຕາມເຂື່ອນນໍ້າຂອງ ໄດ້ຣາຍງານວ່າລະດັບນໍ້າຂອງ ຈະເພີ່ມສູງຂຶ້ນຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະເມືອງຊຽງແສນ ແຂວງຊຽງຮາຍຂອງໄທຍ ໃນມື້ວັນທີ 26 ມິນາ ແລ້ວຫລັງຈາກນັ້ນ ລະດັບນໍ້າຂອງຈະເພີ່ມສູງຂຶ້ນ ຢູ່ເມືອງປາກແບງ ແຂວງອຸດົມໄຊ ໃນມື້ວັນທີ 29 ມິນາ, ຢູ່ແຂວງຫລວງພຣະບາງ ຈະເພີ່ມສູງຂຶ້ນໃນມື້ວັນທີ 30 ມິນາ, ຢູ່ແຂວງໄຊຍະບູຣີ ແລະເມືອງຊຽງຄານ ແຂວງເລີຍ ຈະເພີ່ມສູງຂື້ນໃນມື້ວັນທີ 2 ເມສານີ້.
ຊາວລາວນາງນຶ່ງ ຢູ່ເມືອງຫ້ວຍຊາຍແຂວງບໍ່ແກ້ວ ເວົ້າໃນມື້ດຽວກັນນີ້ເຖິງລະດັບນໍ້າຂອງວ່າ ເພີ່ມສູງຂຶ້ນເລັກນ້ອຍໃນຕອນເຊົ້າຂອງວັນທີ 26 ມີນານີ້ ແຕ່ບໍ່ໄດ້ສົ່ງຜົລກະທົບຕໍ່ການເດີນເຮືອ ຫລືການປູກຝັງ, ລ້ຽງສັດຂອງຊາວບ້ານ ຢູ່ແຄມແມ່ນໍ້າຂອງແຕ່ຢ່າງໃດ. ສ່ວນເຣື່ອງການແຈ້ງເຕືອນໄພກ່ຽວກັບການປ່ອຍນໍ້າ ຂອງເຂື່ອນໄຟຟ້າໃນປະເທດຈີນນັ້ນ ນາງເວົ້າວ່າ ບໍ່ເຄີຍມີການແຈ້ງເຕືອນໃຫ້ຊາວບ້ານຮູ້ຈັກເທື່ອ. ຊາວບ້ານ ທີ່ອາສັຍຢູ່ແຄມຂອງ ບາງຄົນກໍໄດ້ຕິດຕາມ ບາງຄົນກໍບໍ່ໄດ້ຕິດຕາມ ການຂຶ້ນ-ລົງຂອງນໍ້າ ໃນຂະນະນີ້.
“ແມ່ນ ຂຶ້ນລະຫວາ ກະບໍ່ຫລາຍກະເຫັນໝາກກິນ ມື້ນີ້ບໍ່ເຫັນແລ້ວ ລິບແລ້ວ ບາງຄົນກະຕິດຕາມບາງຄົນກະບໍ່ຕິດຕາມຫັ້ນແຫລະ ສ່ວນຫລາຍປະຊາຊົນ ມັນບໍ່ຮູ້ອີ່ໂນ້ອີ່ເນ້ຫຍັງມັນບໍ່ໄດ້ຕິດຕາມ ກະບໍ່ຮູ້ຫຍັງແທ້.”
ຢູ່ເມືອງຊຽງແສນ ແຂວງຊຽງຮາຍ ຂອງໄທຍ ຊາວບ້ານນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ໃນຕອນເຊົ້າຂອງວັນທີ 26 ມີນາ ລະດັບນໍ້າຂອງເລີ່ມສູງຂຶ້ນ ຕາມການສັງເກດເບິ່ງການໄຫລຂອງນໍ້າ ແມ່ນບໍ່ໄດ້ສົ່ງຜົລກະ ທົບຕໍ່ຊາວບ້ານ ທັງຕໍ່ການປູກຝັງ ແລະການແລ່ນເຮືອ. ສ່ວນເຣື່ອງການເຕືອນໄພ ແມ່ນບໍ່ເຫັນ.
(ພາສາໄທ) “ນໍ້າມັນກະໄຫລ ແຮງຂຶ້ນ ແຕ່ວ່າມັນຍັງ ຄ້າຍບໍ່ມີຜົລກະທົບກັບເຮົາ ລະດັບນໍ້າມັນກະໄດ້ຂື້ນແບບເທື່ອດຽວ ການແຈ້ງເຕືອນແມ່ນບໍ່ເຫັນ ຫລືວ່າມັນບໍ່ທົ່ວເຖິງ ບໍ່ຮູ້ ຫລືວ່າເຮົາບໍ່ໄດ້ຍິນຕອນເຂົາປະກາດ.”
ຢູ່ເມືອງປາກແບງ ແຂວງອຸດົມໄຊ ຊາວລາວຜູ້ນຶ່ງທີ່ເຮັດທຸຣະກິຈຮ້ານອາຫານເຮືອແພ ກໍເວົ້າໃນມື້ດຽວກັນນີ້ເຖິງລະດັບນໍ້າຂອງໃນໄລຍະນີ້ວ່າ ຂ້ອນຂ້າງບົກລົງ ແຫ້ງລົງຫລາຍ ແຕ່ບໍ່ໄດ້ສົ່ງຜົລກະທົບຕໍ່ການແລ່ນເຮືອ ຫລືການຫາປາຂອງຊາວບ້ານ. ສ່ວນເຣື່ອງການປ່ອຍນໍ້າຂອງເຂື່ອນໄຟຟ້າ ໃນປະເທດຈີນນັ້ນ ແມ່ນບໍ່ໄດ້ຮັບການແຈ້ງເຕືອນ ແຕ່ການປ່ອຍນັ້ນບໍ່ໄດ້ປ່ອຍໃນປາລິມານຫລາຍ ເຊິ່ງບໍ່ໄດ້ມີຜົລກະທົບຕໍ່ຊາວບ້ານ.
“ຈັ່ງວ່າ ເຂົາແຈ້ງພາກສ່ວນແຈ້ງພາກ ສ່ວນອື່ນ ຫລືວ່າແນວໃດ ບ້ານພັກ ໂຮງແຮມ ເຂົາກະບໍ່ໄດ້ແຈ້ງໄດ໋ ເຂົາປ່ອຍເບາະດຽວນີ້? ແຕ່ວ່າບໍ່ມີຜົລກະທົບແດ່ຕີ້ ເລັກໆນ້ອຍໆ ລະດັບນໍ້າຂອງ ໂອ້ຍ ນໍ້າມັນແຫ້ງແຫລະຊ່ວງນີ້ ແຫ້ງຫລາຍແລ້ວ.”
ເມື່ອເດືອນກຸມພາທີ່ຜ່ານມານີ້ ເຂື່ອນໄຟຟ້ານໍ້າຂອງ Tuoba ໃນແຂວງຍຸນນານຂອງຈີນ ກໍໄດ້ປ່ອຍນໍ້າແບບກະທັນຫັ້ນ ຈົນເຮັດໃຫ້ລະດັບນໍ້າຂອງສູງຂຶ້ນ 70 ຊັງຕີແມັດ ຢູ່ເມືອງຊຽງແສນ ຂອງໄທຍ, ເມືອງຕົ້ນເຜິ້ງ ແລະເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍບໍ່ໄດ້ແຈ້ງເຕືອນໃຫ້ປະຊາຊົນຮູ້ແຕ່ຢ່າງໃດ.
ອົງການຕິດຕາມເຂື່ອນນໍ້າຂອງ ໄດ້ຣາຍງານອີກວ່າ ການປ່ອຍນໍ້າໃນລະດູແລ້ງ ສໍາລັບການຜະລິດກະແສໄຟຟ້າ ແມ່ນຢູ່ໃນລະດັບປານກາງ ໃນອາທິດທີ່ຜ່ານມາ ຄືໄດ້ປ່ອຍນໍ້າ ປະມານ 655 ລ້ານແມັດກ້ອນ. ປະລິມານນໍ້າ ທີ່ປ່ອຍຫລາຍທີ່ສຸດ ຈາກເຂື່ອນ Nuozhadu ຢູ່ປະເທດຈີນ ແມ່ນ 122 ລ້ານແມັດກ້ອນ.