ຈີນ ປ່ອຍນໍ້າຈາກເຂື່ອນຈິ່ງຫົງ
ທາງການຈີນ ປ່ອຍນໍ້າ ຈາກເຂື່ອນ ຈິ່ງຫົງ ລົງມາ ໃຫ້ຣະບັບ ນໍ້າຂອງ ສູງຂຶ້ນ ພາຍຫລັງ ທີ່ເຮືອຂົນສົ່ງ ສິນຄ້າ ຂອງຕົນ ບໍ່ສາມາດ ແລ່ນໄດ້.
-
ຈໍາປາທອງ
2020-01-24 -
-
-
Your browser doesn’t support HTML5 audio
ທາງການຈີນ ປ່ອຍນໍ້າອອກຈາກເຂື່ອນຈິ່ງຫົງ ໃນເຂດເມືອງສິບສອງປັນນາ ແຂວງຍູນານ ລົງມາເພື່ອໃຫ້ຣະດັບນໍ້າ ຂອງສູງຂຶ້ນ ຍ້ອນວ່າ ເຮືອຂົນສົ່ງສິນຄ້າຂອງຕົນ ແລ່ນບໍ່ໄດ້ສະດວກ ເພາະນໍ້າຂອງຢູ່ທາງລຸ່ມບົກແຫ້ງລົງຫຼາຍຍ້ອນໄພທໍາມະຊາດ ແລະເຂື່ອນໃຫຍ່ຂອງຈີນ ກັກນໍ້າເອົາໄວ້ ເຮັດໃຫ້ມີຜົນກະ ທົບຫລາຍຕໍ່ປະເທດເຂດລຸ່ມແມ່ນໍ້າຂອງ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຂແນງຊັພຍາກອນນໍ້າ ຢູ່ສູນຄວບຄຸມນໍ້າແຂວງບໍ່ແກ້ວກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ມົກກະຣາ ນີ້ວ່າ ຫລັງຈາກຈີນ ປ່ອຍນໍ້າລົງມາເພິ່ມຂຶ້ນ ກໍໄດ້ມີການເຝົ້າລະວັງເຣຶ່ອງຜົນກະທົບ ທີ່ອາດຈະເກີດຂຶ້ນ:
"ຮັບຂ່າວ ເພິ່ນກໍປ່ອຍ ປ່ອຍດຽວນີ້ນະ ເພິ່ນກໍເບິ່ງສະພາບນໍ້າຫລຸດລົງແລ້ວເພິ່ນກໍປ່ອຍ ແຕ່ຜົນສະທ້ອນກໍທາງເມືອງກໍໄດ້ກ່າວເຕືອນໝົດ ແລ້ວ ແຕ່ຣະດັບນໍ້າບໍ່ຫລາຍ ເພິ່ນໄດ້ປ່ອຍ ເພິ່ນໄດ້ປ່ອຍຮັກສາລະດັບນໍ້າໃຫ້ມັນຢູ່ຄົງທີ່ ບໍ່ໃຫ້ມັນຂຶ້ນເກີນເຫດ ຖ້າມັນເກນຂອບເຂດ ທາງເມືອງກໍເຝົ້າລະວັງຢູລອດ 24 ຊົ່ວໂມງ."
ທ່ານກ່າວຕື່ມອີກວ່າ ຕັ້ງແຕ່ມື້ວັນທີ 1 ຫາວັນທີ 3 ມົກກະຣານີ້ ເຂື່ອນໄຟຟ້າຈິ່ງຫົງຂອງຈີນ ໄດ້ຫລຸດປະລິມານການປ່ອຍນໍ້າລົງມາຈາກ 1,500 ແມັດກ້ອນ ຕໍ່ວິນາທີ ລົງມາເປັນ 800 ແມັດກ້ອນ ແລະຫຼັງຈາກມື້ວັນທີ 4 ມາເຖິງວັນທີ 20 ມົກກະຣານີ້ ກໍຫຼຸດລົງຕື່ມອີກ ຄື ປ່ອຍນໍ້າລົງມາພຽງ 600 ແມັດກ້ອນຕໍ່ວິນາທີ ໂດຍທີ່ຈີນໃຫ້ເຫດຜົນວ່າ ຕ້ອງການທົບສອບເຄຶ່ອງຈັກພາຍໃນເຂື່ອນນັ້ນ.
ຈົນມາເຖິງມື້ວັນທີ 21 ມົກກະຣານີ້ ຈີນຈຶ່ງໄດ້ເພິ່ມປະລິມານການປ່ອຍນໍ້າລົງມາເປັນ 1,250 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ຣະດັບນໍ້າຂອງ ສູງຂຶ້ນ.
ຕໍ່ການເພິ່ມປະຣິມານການປ່ອຍນໍ້າລົງມາ ຂອງຈີນນີ້ ເຈົ້າໜ້າທີ່ປົກຄອງບ້ານ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວທ່ານນຶ່ງເວົ້າວ່າ, ຈີນເພິ່ມການ ປ່ອຍນໍ້າລົງມາ ຍ້ອນວ່າເຮືອຂົນສົ່ງສິນ ຄ້າຂນາດໃຫຍ່ຂອງຈີນ ແລ່ນຜ່ານເຂດສາມຫລ່ຽມຄໍາ ບໍ່ໄດ້:
"ແຫ້ງຕີ ເຂົາອັດນີ້ ແຫ້ງແຫລະ ຖືວ່າຣະບົບເດີນເຮືອນີ້ໄປບໍ່ໄດ້ແລ້ວ ກໍຄາວນີ້ເຂົາປ່ອຍກໍສິມີຄືທໍາມະຊາດຫັ້ນແຫລະ ຄັນປ່ອຍທໍາມະດາ ກໍຄືທໍາມະຊາດຫັ້ນແຫລະ ເຮືອເຮົານີ້ກໍໄປໄດ້ ຫລຸດລົງກໍບໍ່ລົງຫລາຍແລ້ວ."
ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍຂອງໄທກ່າວວ່າ ການທີ່ຈີນເພິ່ມການປ່່ອຍນໍ້າລົງມານັ້ນກໍເພື່ອຜົນປໂຍດ ຂອງຈີນ ທັງເຣຶ່ອງການປັ່ນກະແສໄຟຟ້າ ແລະການເດີນເຮືອ:
"ໃຊ້ຄໍາວ່າ ເປັນການຊ່ອຍເຫລືອຄົນລຸ່ມນໍ້າ ເມື່ອປະເທດລຸ່ມ ນໍ້າແລ້ງ ປະເທດຕົ້ນນໍ້າຈະປ່ອຍນໍ້າໃຫ້ ແຕ່ໃນຄວາມຈິງແລ້ວ ບັນຫາໃນແມ່ ນໍ້າຂອງບົກແຫ້ງມັນບໍ່ແມ່ນເກີດຈາກ ສະພາບດິນຟ້າອາກາດປ່ຽນແປງຢ່າງດຽວເທົ່ານັ້ນ ບັນຫາໃຫຍ່ຂອງ ແມ່ນໍ້າຂອງ ກໍຄືເຣຶ່ອງ ເຂື່ອນ ທາງຕອນບົນ ການທີ່ຈີນບອກວ່າ ນໍ້າບົກແຫ້ງຕ້ອງປ່ອຍນໍ້າມາ ມັນເປັນເຣຶ່ອງຂອງຜົນປະໂຫຍດຂອງເຂົາ ເຣຶ່ອງປັ່ນກະແສໄຟຟ້າ ຂອງ ການເດີນເຮືອ."
ແຕ່ເຖິງຢ່າງໃດກໍຕາມ ການຫລຸດປະລິມານການປ່ອຍນໍ້າ ອອກຈາກເຂຶ່ອນຈິ່ງຫົງ ຂອງຈີນ ຊຶ່ງເປັນເຂື່ອນໄຟຟ້າຂນາດໃຫຍ່ກັ້ນແມ່ນໍ້າຂອງ ມາຕັ້ງແຕ່ມື້ວັນທີ 1 ເຖິງວັນທີ 20 ມົກກະຣາ ນັ້ນ ສົ່ງຜົນກະທົບຢ່າງຮຸນແຮງ ຕໍ່ປະຊາຊົນໃນເຂດ ລຸ່ມ ແມ່ນໍ້າຂອງ ຫລາຍແຂວງ ຂອງລາວ ແລະໄທ ຄືຕັ້ງແຕ່ແຂວງບໍ່ແກ້ວລົງມາ ຍ້ອນນໍ້າຂອງບົກແຫ້ງ, ຂາດເຂີນນໍ້າ ສໍາລັບການປູກຝັງ, ລ້ຽງສັດ, ການທໍາມາຫາກິນ ກໍລໍາບາກ ແລະການເດີນເຮືອກໍບໍ່ໄດ້ຕາມປົກກະຕິ.